ນະ​ໂຍບາຍ​ບຸກທະລຸ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ

15:42 | 20/08/2025

ຍສໝ - ມະຕິ​ເລກທີ 59-NQ/TW ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ສະພາບ​ການ​ໃໝ່ ​ແມ່ນ​ທິດ​ທາງ​ເພື່ອ​ຊ່ວຍ​ໃຫ້ ຫວຽດນາມ ຍາດ​ແຍ່ງ​ກາລະ​ໂອກາດ ​ແລະ ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ ​ເພື່ອ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045.

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນຢີນຽນ: ​ພາກ​ພູມ​ໃຈ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ
ຫວຽດນາມ - ລາວ ​ແລກປ່ຽນ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ

ຕາມສຳນັກຂ່າວສານຫວຽດນາມ ແລ້ວ, ນີ້​ແມ່ນ​ຄຳ​ເຫັນ​ຂອງ ​ທ່ານຮສ. ຫງວຽນ​ດັງບັງ ຈາກ​ໂຮງຮຽນຄຸ້ມຄອງທຸລະ​ກິດ Judge ຢູ່ມະຫາວິທະຍາ​ໄລ Cambridge, ​ອັງກິດ. ທ່ານ ບັງ ຊີ້​ອອກ​ບັນດາ​ທ່າ​ໄດ້​ປຽບ​ຂອງ​ຫວຽດນາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ​ມີ​ໂຄງ​ປະກອບ​ປະຊາກອນ​ທອງ; ທີ່ຕັ້ງພູມສາດສູນກາງ; ຮູບ​ພາບ​ສາ​ກົນ​ທີ່​ເປັນ​ມິດ, ສັນ​ຕິ​ພາບ​ ແລະ​ ການ​ພັດ​ທະ​ນາ; ແລະ ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ສົມ​ດູນ ແລະ ມີ​ປະ​ສິດ​ທິ​ຜົນ.

ນອກຈາກນັ້ນ, ທ່ານກໍ່ຕີລາຄາສູງກຳລັງແຮງ, ແຫຼ່ງກຳລັງ, ບົດບາດເປັນຂົວຕໍ່ຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ. ທ່ານ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນຂຶ້ນກັບກຸ່ມປະ​ເທດ​ທີ່​ມີ​ກາລະ​ໂອກາດ​ສູງ​ສຸດ​ໃນ​ບັນດາ​ປະ​ເທດ​ພວມ​ພັດທະນາ ແລະ ມະຕິ​ເລກທີ 59 ຈະ​ແມ່ນ​ເຄື່ອງ​ມື​ສຳຄັນ​ເພື່ອ​ຍາດ​ແຍ່ງ​ເອົາ​ບັນດາ​ກາລະ​ໂອກາດ​ດັ່ງກ່າວ, ສ້າງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ນະ​ໂຍບາຍ​ບຸກທະລຸ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ
ການຂົນສົ່ງຕູ້ຄອນເທນເນີຂຶ້ນເຮືອຢູ່ທ່າເຮືອສາກົນ Gemalink. (ພາບ: TTXVN).

ທ່ານ ບັງ ກໍ​ຕີ​ລາຄາ​ສູງ​ວິ​ໄສ​ທັດ ​ແລະ ທິດ​ທາງ​ໃນ​ມະຕິ​ເລກທີ 59 ຂອງ​ກົມ​ການ​ເມືອງ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ, ຖື​ວ່າ​ນີ້​ແມ່ນ​ຄວາມ​ຕັດສິນ​ໃຈ​ທີ່​ຕັ້ງໜ້າ, ​ເປັນ​ຂີດ​ໝາຍ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ. ທ່ານ​ກ່າວ​ວ່າ ຖ້າ​ຫາກ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ, ມະຕິ​ຈະ​ຊ່ວຍ​ໃຫ້ ຫວຽດນາມ ກຽມພ້ອມ​ຢ່າງ​ເຕັມ​ສ່ວນ​ໃຫ້​ແກ່​ທຸກ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ໂລກ, ນັບ​ແຕ່​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ຮອງ​ສາດສະດາຈານ​ຍັງ​ຊີ້​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ມະຕິ. ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເຊັ່ນ​ດຽວ​ກັບ​ຫຼາຍ​ປະ​ເທດ, ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຂາດ​ໂອກາດ ​ແລະ ຕົກ​ຢູ່​ໃນ​ຈັ່ນ​ຈັບ​ລາຍ​ຮັບ​ປານ​ກາງ; ​ເຕືອນ​ວ່າ ຄວາມ​ສ່ຽງ​ໃນ​ການ​ເຊື່ອມ​ໂຍງ, ບັນຫາ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາຍ​ແດນ, ຍັງ​ຈະ​ກີດຂວາງ​ເປົ້າ​ໝາຍ​ຂອງ ຫວຽດນາມ ​ເພື່ອ​ກາຍ​ເປັນ​ປະ​ເທດ​ພັດທະນາ​ໃນ​ປີ 2045.

ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ​ແລະ ບັນລຸ​ໄດ້​ວິ​ໄສ​ທັດ​ໃນ​ມະຕິ, ທ່ານ​ຮອງ​ສາດສະດາຈານ​ກ່າວ​ວ່າ ຫວຽດນາມ ຕ້ອງ​ຈັດ​ຕັ້ງ​ການ​ປະຕິບັດ​ຢ່າງ​ມີ​ວິທີ, ​ໃກ້​ຊິດ ​ແລະ ​ເຮັດ​ໃຫ້​ມີ​ບາດກ້າວ​ບຸກທະລຸ​ໃນ​ການ​ບຳລຸງ​ສ້າງ​ບຸກຄະລາ​ກອນ ​ແລະ ພະນັກງານ; ສືບ​ຕໍ່​ນະ​ໂຍ​ບາຍ​ທີ່​ສົມ​ດູນ, ບໍ່​ເລືອກ​ເອົາ​ຝ່າຍ, ຮັກ​ສາ​ການ​ພົວ​ພັນ​ທີ່​ດີ​ກັບ​ທຸກ​ປະ​ເທດ, ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ເພື່ອ​ການ​ພັດ​ທະ​ນາ.

ທ່ານ ບັງ ເຊື່ອ​ວ່າ ການ​ເຊື່ອມ​ໂຍງ​ເຂົ້າກັນ​ຕ້ອງ​ມີ​ຫຼັກ​ຖານ, ອີງ​ໃສ່​ເສດຖະກິດ​ແລະ ການ​ຄ້າ, ​ໂດຍ​ເອົາ​ໃຈ​ໃສ່​ຮັກສາ ​ແລະ ປັບປຸງ​ທ່າ​ທີ​ຂອງ​ຕົນ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ໂລກ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຕ້ອງ​ພັດທະນາ​ບັນດາ​ຂະ​ແໜງ​ການ​ທີ່​ສຳຄັນ​ໂດຍ​ອີງ​ໃສ່​ເຕັກ​ໂນ​ໂລຢີ​ສູງ​ຄື ທາດເຄິ່ງຊັກນຳໄຟຟ້າ, ປັນຍາ​ປະດິດ (AI), ດ້ວຍ​ເຫດ​ນີ້​ການ​ປັບປຸງ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ປະຈຸ​ບັນ​ໃຫ້​ດີ​ທີ່​ສຸດ ​ແລະ ສ້າງ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ໃນ​ທົ່ວ​ໂລກ.

ທ່ານ​ຮອງ​ສາດສະດາຈານ ​ໄດ້​ຕີ​ລາຄາ​ສູງ​ພັກ ​ແລະ ລັດ ຫວຽດນາມ ທີ່​ມີ​ຫຼາຍ​ນະ​ໂຍບາຍ ​ແລະ ຂໍ້​ລິ​ເລີ່ມ​ໜູນ​ຊ່ວຍ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ; ສະ​ເໜີ​ວ່າ ລັດ​ຄວນ​ດຶງ​ດູດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃນ​ບັນດາ​ໂຄງການ​ກຳ​ໄລ ​ແລະ ບໍ່​ຫວັງ​ຜົນ​ກຳ​ໄລ, ລົງທຶນ​ພັດທະນາ​ເຕັກ​ໂນ​ໂລ​ຢີ ແລະ ການ​ຄ້າ, ຖື​ເອົາ​ບັນດາ​ນັກ​ຊ່ຽວຊານ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ເພື່ອ​ຖ່າຍທອດ​ປະສົບ​ການ ​ແລະ ບຳລຸງ​ສ້າງ​ໃຫ້​ແກ່​ລຸ້ນໜຸ່ມ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ.

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ

ຍສໝ - ຕອນ​ເຊົ້າ​ວັນ​ທີ 26 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ Rabat, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານປະທານ​ສະມາຄົມ​ມິດຕະພາບ​ Morocco - ຫວຽດນາມ Mustapha El Ktiri ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ Morocco ຢ່າງ​ເປັນ​ທາງ​ການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ...

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່

ຍສໝ - ວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະສານວຽກງານໃນປີ 2025. ກອງປະຊຸມດັ່ງກ່າວ ໂດຍທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ເປັນປະທານຮ່ວມ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ”

ເບິ່ງເພີ່ມເຕີມ