ເວເນຊູເອລາ ສະແດງຄວາມອວຍພອນ ຫວຽດນາມ ມີ​ອະ​ນາ​ຄົດ​ສັນ​ຕິ​ພາບ, ຈະເລີນຮຸ່ງ​ເຮືອງ ແລະ ມີ​ໄຊ​ຊະ​ນະ​ກວ່າ

15:57 | 20/08/2025

ຍສໝ - ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງຄຳອວຍພອນອັນອົບອຸ່ນມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ. ​ເນື່ອງ​ໃນ​ໂອກາດ​ນີ້, ລັດຖະບານ ​ເວ​ເນ​ຊູ​ເອລາ ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ.

ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ ອາ​ຣັບ ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​
ສ້າງ​ກອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ໃນ​ໂລກ

ໃນ​ແຈ້ງການສື່ມວນຊົນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເວ​ເນ​ຊູ​ເອ​ລາ ປະກາດໃຊ້, ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ເນັ້ນ​ໜັກ​ວ່າ ວັນ​ທີ 19 ສິງຫາ 1945 ແມ່ນ “ຂີດ​ໝາຍ​ປະ​ຫວັດ​ສາດ​ແຫ່ງ​ເຈດ​ຈຳ​ນົງ ແລະ ຄວາມ​ຕັ້ງ​ໃຈ” ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ສະ​ແດງ​ໃຫ້​ຊາວ​ໂລກ​ຮູ້​ຈັກ​ນ້ຳ​ໃຈ​ບໍ່​ຍອມ​ຈຳນົນ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຕົນ​ເອງ".

ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ຢືນ​ຢັນ​ວ່າ ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ ສິງ​ຫາ ບໍ່​ພຽງ​ແຕ່​ເປີດ​ເສັ້ນ​ທາງ​ເປັນ​ເອ​ກະ​ລາດ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສ່ອງ​ແສງ​ຄວາມ​ຫວັງ ແລະ ກາຍ​ເປັນ​ແບບ​ຢ່າງ​ແຫ່ງ​ຄວາມ​ຢືດ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຜູ້​ຕໍ່​ສູ້​ເພື່ອ​ອະ​ທິ​ປະ​ໄຕ ແລະ ເປັນ​ຕົນ​ເອງ. ແຈ້ງການສື່ມວນຊົນ​ເນັ້ນ​ໜັກ​ວ່າ ເຖິງ​ວ່າ​ເວລາ​ຜ່ານ​ໄປ​ແລ້ວ​ກໍ່ຕາມ, ​ແຕ່​ມູນ​ເຊື້ອ​ວິລະ​ຊົນ​ແຫ່ງ​ການ​ປະຕິວັດ​ລະດູໃບໄມ້ຫຼົ່ນຍັງ​ຄົງ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຫວຽດນາມ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ວັດທະນາ​ຖາວອນ​ໃນ​ທຸກ​ວັນ​ນີ້ - ປະ​ເທດ​ທີ່​ປະຊາ​ຄົມ​ໂລກ​ເຫັນ​ວ່າ​ແມ່ນ​ແຫຼ່ງກຳລັງ​ແຮງ​ເພື່ອ​ມຸ່ງ​ໄປ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຕົນ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

ເວເນຊູເອລາ ສະແດງຄວາມອວຍພອນ ຫວຽດນາມ ມີ​ອະ​ນາ​ຄົດ​ສັນ​ຕິ​ພາບ, ຈະເລີນຮຸ່ງ​ເຮືອງ ແລະ ມີ​ໄຊ​ຊະ​ນະ​ກວ່າ
ທ່ານ​ຮອງ​ປະທານາທິບໍດີ Freddy Nánez ​ໄດ້ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູຈຸງໝີ້ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ເວ​ເນ​ຊູ​ເອ​ລາ. (ພາບ: ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ).

​ເນື່ອງ​ໃນ​ໂອກາດ​ນີ້, ລັດຖະບານ ​ເວ​ເນ​ຊູ​ເອລາ ຢືນຢັນ​ຄືນໃໝ່ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ພ້ອມກັນນັ້ນ ອວຍພອນ​ໃຫ້​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ມີອະ​ນາ​ຄົດ​ສັນ​ຕິ​ພາບ, ຈະເລີນຮຸ່ງ​ເຮືອງ ແລະ ມີ​ໄຊ​ຊະ​ນະ​ກວ່າ.

ຫວຽດນາມ ແລະ ເວເນຊູເອລາ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 18 ທັນວາ 1989. ເດືອນ ພຶດສະພາ 2007, ການພົວພັນດັ່ງກ່າວໄດ້ພັດທະນາເປັນຄູ່ຮ່ວມມືຮອບດ້ານ, ມຸ່ງໄປເຖິງບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການສຶກສາ. ​ເວ​ເນ​ຊູ​ເອລາ ​ແລະ ຫວຽດນາມ ​ໄດ້​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນເປັນປົກກະຕິ, ປັບປຸງການ​ພົວພັນ​ມິດຕະພາບ ​ແລະ ຄວາມ​ສາມັກຄີ, ປະກອບສ່ວນເຂົ້າໃນການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ. ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ເວເນຊູເອລາ ໃນ 35 ປີຜ່ານມາ ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເປີດ​ກວ້າງ​ໃນ​ຫຼາຍ​ຂົງ​ເຂດ ​ເຖິງ​ວ່າ​ມີ​ໄລຍະ​ຫ່າງ​ທາງ​ພູມ​ສາດ​ລະຫວ່າງ 2 ປະ​ເທດ​ກໍ່ຕາມ.
ເຊີດ​ຊູ​ລຸ້ນ​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ມີ​ຄຸນ​ນະ​ທ​າດ, ເປັນ​ມື​ອາ​ຊີບ, ມີ​ຄວາມ​ຮັບ​ຜິດ​ຊອບ, ປ່ຽນ​ແປງ​ໃໝ່ ເຊີດ​ຊູ​ລຸ້ນ​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ມີ​ຄຸນ​ນະ​ທ​າດ, ເປັນ​ມື​ອາ​ຊີບ, ມີ​ຄວາມ​ຮັບ​ຜິດ​ຊອບ, ປ່ຽນ​ແປງ​ໃໝ່

ຍສໝ - ລາຍການ ຫວຽດນາມ ມີກຽດສະຫງ່າ 2025 ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ຈັດຂຶ້ນໄດ້ດຳເນີນໃນຕອນຄ່ຳວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ.

ເພີ່ມທະວີນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ  ເວເນຊູເອລາ ເພີ່ມທະວີນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ເວເນຊູເອລາ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພັກ​ສັງຄົມ​ນິຍົມເອກະພາບ ເວເນຊູເອລາ (PSUV), ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ - ເວ​ເນ​ຊູ​ເອລາ ນຳ​ໜ້າ​ໂດຍ​ທ່ານ​ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ດົງຮຸຍເກືອງ ​ໄດ້​ໄປ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ເປັນ​ສັກຂີ​ພິຍານ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ທ້ອງ​ຖິ່ນຢູ່ ເວເນຊູເອລາ ແຕ່​ວັນ​ທີ 24 – 29 ພຶດສະພາ.

ມີງດຶກ