ພິທີອາໄລຫາເຖິງທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງບໍລິຄຳໄຊ
ຍສໝ - ການນຳແຂວງ ຮ່າຕິ້ງ ເນັ້ນໜັກວ່າ, ພິທີອາໄລຫາມື້ນີ້ ແມ່ນການສະແດງໃຫ້ເຫັນຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ.
ຍສໝ - ການນຳແຂວງ ຮ່າຕິ້ງ ເນັ້ນໜັກວ່າ, ພິທີອາໄລຫາມື້ນີ້ ແມ່ນການສະແດງໃຫ້ເຫັນຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ.
ຍສໝ - ໃນລະຫວ່າງວັນທີ 13 – 17 ພຶດສະພາ, ຢູ່ນະຄອນ ບ໋ວນມາທ້ວນ, ໂຮງຮຽນບຳລຸງສ້າງຜູ້ຄຸ້ມຄອງຂໍ້ມູນຂ່າວສານ ແລະ ສື່ສານ (ກະຊວງຖະແຫລງຂ່າວ ແລະ ສື່ສານ) ໄດ້ຈັດຕັ້ງຊຸດຝຶກອົບຮົມຄວາມຮູ້, ຄວາມສາມາດ, ວິຊາສະເພາະຂໍ້ມູນຂ່າວສານໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຂໍ້ມູນຂ່າວສານຕ່າງປະເທດ ຢູ່ເຂດຊາຍແດນ.
ຍສໝ - ຫວຽດນາມ ແມ່ນຈຸດປາຍທາງທີ່ດຶງດູດສຳລັບບັນດາບໍລິສັດ ແດນມາກ ໃນຂົງເຂດກະສິກຳ. ສະນັ້ນ, ບັນດາວິສາຫະກິດກະສິກຳ ແລະ ສະບຽງອາຫານ ແດນມາກ ກໍມີຄວາມປາດຖະໜາຢາກຮ່ວມມື...
ຍສໝ - ວັນທີ 14 ພຶດສະພາ, ຜູ້ຕາງໜ້າສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໂດຍທ່ານສາດສະດາຈານ Tadeusz Iwinski, ປະທານສະມາຄົມເປັນນຳໜ້າ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ເພື່ອຢ້ຽມຢາມ, ແບ່ງປັນ, ລະດົມໃຈປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ Marywilska 44.
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮັບຮອງເອົາແຜນນະໂຍບາຍຊື້ໄຟຟ້າຈາກໂຄງການໄຟຟ້າແຮງລົມ ເຈື່ອງເຊີນ (ລາວ) ແລະ ລົງທຶນຕາໜ່າງເພື່ອເຊື່ອມຕໍ່ກັບ ຫວຽດນາມ.
ຍສໝ - ເຝີປົນ, ຍຳ ແລະ ກ້ອຍໄກ່ຂອງຫວຽດນາມ ໄດ້ເຂົ້າໄປໃນບັນຊີລາຍຊື່ຂອງ 100 ອາຫານກ້ອຍທີ່ສຸດໃນໂລກໂດຍເວັບໄຊອາຫານສາກົນ TasteAtlas.
ຍສໝ - ນີ້ແມ່ນຄຳເວົ້າຂອງທ່ານ Thet Win, ປະທານສະມາຄົມມິດຕະພາບມຽນມາ - ຫວຽດນາມ ໃນການເຮັດວຽກກັບທ່ານຝ່ານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ໃນຕອນເຊົ້າວັນທີ 13 ພຶດສະພາ ຢູ່ ຮ່າໂນ້ຍ.
Thành phố Hải Phòng - trung tâm kinh tế năng động phía Bắc Việt Nam đang tích cực mở rộng và tăng cường hợp tác với các địa phương của Trung Quốc trên nhiều lĩnh vực. Việc hợp tác này mang lại lợi ích thiết thực cho cả hai bên, góp phần thúc đẩy phát triển kinh tế - xã hội, giao lưu văn hóa và củng cố quan hệ hữu nghị truyền thống giữa hai nước. ຍສໝ - ນະຄອນຫາຍຟ່ອງ - ສູນກາງເສດຖະກິດທີ່ຂະຫຍັນຂັນເຄື່ອນຢູ່ພາກເໜືອ ຫວຽດນາມ ພວມເປີດກ້ວາງ ແລະ ເພີ່ມທະວີການຮ່ວມມືຢ່າງຕັ້ງໜ້າກັບບັນດາທ້ອງຖິ່ນຂອງ ຈີນ ໃນຫຼາຍຂົງເຂດ. ການຮ່ວມມືນີ້ ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ທັງສອງຝ່າຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ພົບປະແລກປ່ຽນວັດທະນະທຳ ແລະ ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
ຍສໝ - ໄຟໄໝ້ສູນການຄ້າແຫ່ງ 44 Marywilska (Warsaw, ປະເທດໂປແລນ) ທີ່ເກີດຂຶ້ນໃນວັນທີ 12 ພຶດສະພາ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ, ສົ່ງຜົນສະທ້ອນເຖິງວິສາຫະກິດ ແລະ ຊີວິດການເປັນຢູ່ຂອງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ. ຕອນບ່າຍວັນທີ 13 ພຶດສະພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົ່ງຈົດໝາຍອວຍພອນເຖິງຍາດຕິພີ່ນ້ອງ.
ຍສໝ - ຕອນບ່າຍວັນທີ 13 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ຄະນະປະຕິບັດງານພິເສດແຂວງ ຮ່າຕິ້ງ ໄດ້ສົມທົບກັບຄະນະພັກ, ລັດຖະບານ, ກໍາລັງປະກອບອາວຸດ ແລະ ປະຊາຊົນນະຄອນຫຼວງວຽງຈັນ ຈັດຕັ້ງພິທີມອບ-ຮັບ ແລະ ສົ່ງຄືນຊາກສົບຂອງອາສາສະໝັກຫວຽດນາມ 2 ຊຸດ ທີ່ເປັນນັກຮົບ ແລະ ຊ່ຽວຊານ ທີ່ເສຍສະຫຼະຊີວິດ ຢູ່ນະຄອນຫຼວງວຽງຈັນ ເພື່ອກັບຄືນບ້ານເກີດເມືອງນອນຫວຽດນາມ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ສະໂມສອນ Gentofte, Copenhagen, ແດນມາກ ໄດ້ດຳເນີນງານຕະຫຼາດນັດຄະນະທູຕານຸທູດ ຄັ້ງທີ 2 ເພື່ອສ້າງກອງທຶນໜູນຊ່ວຍເດັກນ້ອຍ ແດນມາກ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳນະຄອນຫຼວງວຽງຈັນ, ວັນທີ 13 ພຶດສະພານີ້, ສຳນັກຂ່າວສານຂອງລາວລາຍງານວ່າ, ໃນຂອບເຂດການຢ້ຽມຢາມຣັດເຊຍໃນຫວ່າງມໍ່ໆມານີ້, ທ່ານປະທານປະເທດລາວ ທອງລຸນ ສີສຸລິດ ແລະ ທ່ານປະທານາທິບໍດີ Vladimir Putin ໄດ້ມີການພົບປະຊຶ່ງກັນ ແລະ ກັນ.
ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.ເກົາຫຼີ, ທ່ານ ຫວູວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ນຳໜ້າຄະນະປະຕິບັດງານໄປຢ້ຽມຢາມ, ພົບປະແລກປ່ຽນ ແລະ ມອບຕູ້ປຶ້ມພາສາ ຫວຽດນາມ ໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ.
ຍສໝ - ພິທີສະເຫຼີມສະຫຼອງວັນພາສາ ແລະ ວັດທະນະທຳຂອງບັນດາປະເທດທີ່ເວົ້າພາສາ ປອກຕຸຍການ ຫາກໍໄດ້ຮັບການຈັດຕັ້ງ ໂດຍພະແນກພາສາ ປອກຕຸຍການ, ມະຫາວິທະຍາໄລ ຮ່າໂນ້ຍ ສົມທົບກັບສະຖາບັນພາສາ ແລະ ການຮ່ວມມື Camões.
ຍສໝ - ງານບຸນເອີລົບຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ “ຫວຽດນາມ - ອີຢູ: ຮ່ວມມືເພື່ອສິ່ງແວດລ້ອມທີ່ສະອາດ” ແມ່ນຂໍ້ລິເລີ່ມຂອງກະຊວງການຕ່າງປະເທດ ເພື່ອປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນກ່ຽວກັບພຶດຕິກຳທີ່ມີຄວາມຮັບຜິດຊອບ ສຳລັບສະພາບແວດລ້ອມ ແລະ ລະບົບນິເວດທຳມະຊາດ.
ຍສໝ - ນີ້ແມ່ນອາລົມຈິດຂອງບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສອະວະກາດວັດທະນະທຳໂຮ່ຈິມິນ - ດ້ວຍຫົວຂໍ້ “ປະຊາຊົນເຮັດວຽກງານງານການທູດ, ສິ່ງນ້ອຍໆມີຄວາມໝາຍໃຫຍ່” ໃນວັນທີ 11 ພຶດສະພາ ຢູ່ນະຄອນ ໂຮ່ຈີມິນ. ເວທີປາໄສໄດ້ຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໃນຂອບເຂດກອງປະຊຸມໃຫຍ່ຊາວໜຸ່ມນະຄອນໂຮ່ຈິມິນ ເຮັດຕາມຄຳເວົ້າຂອງລຸງໂຮ່ ຄັ້ງທີ 8 ໃນປີ 2024.
ຍສໝ - Taste Atlas ຍ້ອງຍໍເຂົ້າຈີ່ເປັນ “ມໍລະດົກ” ຂອງອາຫານຫວຽດນາມ. ເວັບໄຊສະເພາະກຽວກັບອາຫານໃຫ້ຮູ້ວ່າ, ແຕ່ລະພາກພື້ນ, ເຂົ້າຈີ່ຫວຽດນາມມີລົດຊາດທີ່ແຕກຕ່າງກັນ, ແຕ່ຈຸດທີ່ພົບທົ່ວໄປນັ້ນແມ່ນລ້ວນແຕ່ຖືກໜີບດ້ວຍເຂົ້າຈີ່ສີທອງແບບຝຣັ່ງ.
ຍສໝ - ສຳນັກຂ່າວສານຫວຽດນາມປະຈຳອັງກິດລາຍງານວ່າ, ໃນວັນທີ 11 ພຶດສະພາ, ອົງການ “ນັກການທູດໜຸ່ມຢູ່ລອນດອນ” (The Young Diplomats in London – YDL) ໄດ້ດຳເນີນລາຍການສະແດງຊຸດອາພອນປະຈຳຊາດ ເພື່ອລະດົມທຶນການກຸສົນທີ່ມີຊື່ວ່າ “ສະແດງອາພອນສະໄໝແຜ່ນຕັດຫຍິບສາກົນ 2024” ເປັນຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງສະຖານທູດ 20 ກວ່າປະເທດໃນລອນດອນ.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດ່ານັງ ຫາກໍ່ໄດ້ອອກມະຕິສະບັບເລກທີ 959/QD-UBND ລົງວັນທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດການຮັບບ້ວງເງິນເກືອບ 1,8 ຕື້ດົ່ງຈາກໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມອາຍຸຕ່ຳກວ່າ 25 ປີ ທີ່ຮັບຜົນກະທົບຈາກເຊື້ອ HIV/AIDS ຢູ່ນະຄອນ ດ່ານັງ ໂດຍອົງການ Vietnam Health Improvement Projects (VNHIP) ອຸປະຖຳ.
ຍສໝ - ກະຊວງສຶກສາ ແລະ ບຳລຸງສ້າງ ຫາກໍປະກາດຮັບສະໝັກນັກຮຽນໄປຮຽນຢູ່ ມາຣົກ ຕາມສັນຍາປີ 2024. ຕາມນັ້ນແລ້ວ, ລັດຖະບານ ມາຣົກ ໄດ້ມອບ 10 ທຶນການສຶກສາໃຫ້ພົນລະເມື່ອງ ຫວຽດນາມ ໄປບຳລຸງສ້າງຢູ່ ມາຣົກ ໃນຫຼັກສູດລະດັບປະລິນຍາຕີ, ປະລິນຍາໂທ ທີ່ເຊື່ອມຕໍ່ຈາກລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.