ຍສໝ - ການແຂ່ງຂັນຫໍ່ເຂົ້າຕົ້ມໄດ້ນໍາເອົາບັນຍາກາດເບິກບານມ່ວນຊື່ນ, ຊ່ວຍບັນເທົາຄວາມຄິດຮອດເຮືອນໃຫ້ສະມາຊິກທັງໝົດຂອງກົມກອງທີ່ຕ້ອງປະຕິບັດໜ້າທີ່ຢູ່ໄກບ້ານເກີດເມືອງນອນເນື່ອງໃນໂອກາດລະດູບານໃໝ່, ບຸນເຕັດວຽນມາ.
ຍສໝ - ເມື່ອດຳລົງຊີວິດຢູ່ ຫວຽດນາມ, ຂ້າພະເຈົ້າຮູ້ສຶກມີຄວາມຜາສຸກ ແລະ ປອດໄພ. ຮູ້ສຶກວ່າທຸກຄົນຄືເພື່ອນມິດ ແລະ ພີ່ນ້ອງຂອງຕົນ. ຖ້າມີຜູ້ໃດຖາມຂ້າພະເຈົ້າ: ໃນໂລກນີ້, ເຈົ້າມັກປະເທດ ແລະ ຊາວປະເທດໃດທີ່ສຸດ”. ຂ້າພະເຈົ້າຈະຢັ້ງຢຶນວ່ານັ້ນແມ່ນປະເທດ ແລະ ຊາວຫວຽດນາມ. ນອກຈາກລາວແລ້ວ, ຖ້າເລືອກເອົາປະເທດທີ່ເປັນໜ້າດຳລົງຊີວິດ ຂ້າພະເຈົ້າຈະເລືອກເອົາ ຫວຽດນາມ.
ຍສໝ - ປັດຈຸບັນມີຊາວຕ່າງປະເທດນັບແສນຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ປີ 2022, ເຂົາເຈົ້າບັນລຸໄດ້ໝາກຜົນຫຍັງໃຫ້ແກ່ຕົນເອງກໍ່ຄືມີການປະກອບສ່ວນຫຍັງໃຫ້ແກ່ປະຊາຄົມປະເທດປະຈຳຖິ່ນ?
ຍສໝ - ປີ 2023 ເປັນຂີດໝາຍ 10 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ (2013 - 2023).
ຍສໝ - ດ້ວຍຄວາມຕັດສິນໃຈປ່ຽນແປງໃໝ່ຢ່າງແຮງກ່ຽວກັບຈິນຕະນາການ ແລະ ການກະທຳ, ທົ່ວລະບົບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງຍາກແບບທີ່ບໍ່ເຄີຍມີມາກ່ອນ, ຜັນຂະຫຍາຍໜ້າທີ່ວຽກງານຢ່າງຄົບຊຸດ, ຮອບດ້ານ ແລະ ບັນລຸໄດ້ຜົນງານທີ່ດີໃນຫຼາຍຂົງເຂດ. ເນື່ອງໃນລະດູບານໃໝ່ປີແມວ, ວາລະສານຍຸກສະໄໝໄດ້ຄັດເລືອກ, ແນະນຳ 10 ຜົນງານທີ່ພົ້ນເດັ່ນໃນການປະຕິບັດວຽກງານຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ປີ 2022.
ຍສໝ - ໂດຍຕາງໜ້າຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດໄປຍັງຜູ້ປະຕິບັດວຽກງານການທູດປະຊາຊົນ ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ອ່ານຂອງ ວາລະສານຍຸກສະໄໝ ເນື່ອງໃນໂອກາດລະດູບານໃໝ່ປີແມວ 2023 ນີ້!
ຍສໝ - ວັນທີ 11 ມັງກອນ, ທ່ານ ເຢືອງແອງດຶກ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Tim Pallas, ລັດຖະມົນຕີກະຊວງການເງິນ, ການຄ້າ, ການລົງທຶນ ແລະ ແຮງງານ ລັດ Victoria (ອົດສະຕາລີ).
Ngày 11/01, ông Dương Anh Đức, Phó Chủ tịch UBND Thành phố Hồ Chí Minh, tiếp ông Tim Pallas, Bộ trưởng Ngân khố, Thương mại, Đầu tư và Lao động bang Victoria (Australia).
ຍສໝ - ຕາມທ່ານເອກອັກຄະລັດຖະທູດ ຟີລິບປິນ Meynardo Los Banos Montealegre ແລ້ວ, ຍ້ອນຍຸດທະສາດສັກວັກຊິນຂອງລັດຖະບານ, ປະຊາຊົນ ຫວຽດນາມ ຈິ່ງມີຄວາມປອດໄພ ແລະ ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິ.
ຍສໝ - ວັນທີ 15 ມັງກອນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ອຽນບ໊າຍ ໃຫ້ຮູ້ວ່າ ທາງແຂວງຫາກໍ່ສົມທົບກັບອົງການການສຶກສາ ແລະ ບຳລຸງສ້າງ ຫວຽດນາມ Apollo ປະຕິບັດໂຄງການມອບຂອງຂວັນບຸນເຕັດໃຫ້ແກ່ນ້ອງໆນັກຮຽນ ຢູ່ 4 ໂຮງຮຽນໃນບໍລິເວນເມືອງ ຈ້າມເຕົາ.
ຍສໝ - ວັນທີ 13 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ກາຊັກສະຖານ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຕ້ອນຮັບປີໃໝ່ປີແມວ 2023.
ຍສໝ - ວັນທີ 15 ມັງກອນ, ສະຖານທູດ ຫວຽ,ນາມ ປະຈຳ ຍີ່ປຸ່ນ ໄດ້ຈັດຕັ້ງບຸນເຕັດປະຊາຄົມ ປີ 2023 ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ແລະ ນຳມາເຊິ່ງບັນຍາກາດລະດູບານໃໝ່ທີ່ອົບອຸ່ນໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ
ຍສໝ - ໂດຍເປັນຄັ້ງທຳອິດ, ນາຍຕຳຫຼວດຄົນໜຶ່ງຂອງກຳລັງຕຳຫຼວດປະຊາຊົນຫວຽດນາມ ໄດ້ຮັບຕຳແໜ່ງສຳຄັນ ໃນບັນດາອົງການຕຳຫຼວດສາກົນ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ASEANAPOL).
ຍສໝ - ສອງກົມກອງໄດ້ເຫັນດີເປັນເອກະພາບຕີລາຄາວ່າ ໃນຊຸມປີຜ່ານມາ, ສະມາຄົມນັກຮົບເກົ່າແຂວງບິ່ງເຟືອກ ແລະ ຄະນະກໍາມະການສະຫະສະມາຄົມນັກຮົບເກົ່າແຂວງ Kratie ຍາມໃດກໍ່ເປັນເຈົ້າການສ້າງການສົມທົບກັນເຄື່ອນໄຫວຮ່ວມມືທີ່ບັນລຸຫຼາຍໝາກຜົນສໍາຄັນ, ປະກອບສ່ວນສ້າງສະມາຄົມຂອງແຕ່ລະທ້ອງຖິ່ນຢ່າງເຂັ້ມແຂງ...
ຍສໝ - ກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 53 ຈະສຸມໃສ່ຫົວເລື່ອງເຄັ່ງຮ້ອນຄື: ວິກິດການພະລັງງານ ແລະ ສະບຽງອາຫານໃນສະພາບການປ່ຽນແປງຂອງດິນຟ້າອາກາດ; ອັດຕາເງິນເຟີ້ສູງ...
ຍສໝ - ການພົບປະມີການເຂົ້າຮ່ວມຂອງທ່ານນາງ Ariadne Feo Labrada, ຫົວໜ້າສະຖານກົງສູນໃຫຍ່ ສ.ກູບາ ປະຈຳນະຄອນໂຮ່ຈີມິນ ແລະ ສາມີ, ທ່ານນາງ ເຈືອງທິຮຽນ ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນໂຮ່ຈີມິນ, ທ່ານ ໂຮ່ຊວັນເລິມ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີມິນ, ທ່ານພັນເອກ ບູຍຮຶວຮວຽນ, ຫົວໜ້າຄະນະຕິດຕໍ່ພົວພັນ ກອງພັນ 261 Giron ແລະ ຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການນະຄອນ.
ຍສໝ - ທີ່ການຕ້ອນຮັບ, ທ່ານ Laurent Francois Yves - Marie Michael Jacques Sermet ໃຫ້ຮູ້ວ່າ: ຈຳນວນຜູ້ເວົ້າພາສາຝລັ່ງຢູ່ ຫວຽດນາມ ແລະ ອາຊີບ ບໍ່ຫຼາຍ ແລະ ພວມມີທ່າອ່ຽງຫຼຸດລົງ. AUF ມີຄວາມຫວັງຢາກເຮັດວຽກກັບບັນດາຄູ່ຮ່ວມມືເພື່ອເພີ່ມຈຳນວນຜູ້ເວົ້າພາສາຝລັ່ງ ຢູ່ອາຊີ, ອາບຟຼິກກາ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນຂອງອົງການກັບບັນດາປະເທດ ອາຊີ, ອາບຟຼິກກາ.
ຍສໝ - ຢູ່ນະຄອນ ຢາເງ້ຍ, ສອງແຂວງໄດ້ພ້ອມກັນແລກປ່ຽນ, ປຶກສາຫາລືໄປເຖິງການເຫັນດີເປັນເອກະພາບລົງນາມ ລາຍການຮ່ວມມືລະຫວ່າງອຳນາດການປົກຄອງແຂວງ ດັກນົງ, ຫວຽດນາມກັບອຳນາດການປົກຄອງແຂວງ Mondulkiri (ກຳປູເຈຍ) ໄລຍະ 2023 – 2026 ໃນບັນດາຂົງເຂດ.
ຍສໝ - ຫຼາຍປີມາແລ້ວ, ປະຊາຊົນຢູ່ບ້ານຊັັ໊ງຮັ່ງ, ຕາແສງອຽນເຄືອງ (ລາງແຈ້ງ) ແລະ ບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ (ປະ ເທດ ສປປ ລາວ) ໄດ້ຮັກສາການພົວພັນສາມັກຄີມິດຕະພາບ, ຊ່ວຍເຫຼືອກັນ ພ້ອມກັນພັດທະນາ, ປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ.
ຍສໝ - ເນື່ອງໃນໂອກາດນີ້, ສະຫາຍ ພັນເອກ ຄຳສິງ ນົນທະສອນ ຮອງຫົວໜ້າ ປກສ ແຂວງຄຳມ່ວນ ໄດ້ສົ່ງຄຳອວຍພອນອັນປະເສີດເຖິງບັນດາພະນັກງານ, ນັກຮົບ ຕຳຫຼວດແຂວງ ຮ່າຕິ້ງ; ພ້ອມກັນນັ້ນ, ກໍ່ສະແດງຄວາມຂອບໃຈຕໍ່ຕຳຫຼວດແຂວງ ຮ່າຕິ້ງ ໃນຊຸມປີມໍ່ໆມານີ້ທີ່ໄດ້ເອົາໃຈໃສ່ ແລະ ສົມທົບກັບ ປກສ ແຂວງຄຳມ່ວນ ໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ປົກປັກຮັກສາຄວາມປອດໄພ, ຄວາມລະບຽບຮຽບຮ້ອຍທາງສັງຄົມເປັນຢ່າງດີ.
ຍສໝ - ບັນດາຄອບຄົວ, ພິເສດແມ່ນຫຼານນ້ອຍ, ໃນນັ້ນມີບັນດາພະນັກງານສະຖານທູດ ລ້ວນແຕ່ຮູ້ສຶກໄດ້ເຖິງບັນຍາກາດວັນບຸນອົບອຸ່ນຂອງຄອບຄົວໃຫຍ່