ຍສໝ - ຄວາມສຳເລັດຂອງຖ້ຽວຢ້ຽມຢາມໃນຄັ້ງນີ້ ຍັງແມ່ນຂໍ້ພິສູດອັນຈະແຈ້ງ ໃຫ້ແກ່ການຍົກສູງຖານະບົດບາດ ກໍຄືບົດບາດຂອງ ຫວຽດນາມ ຢູ່ເທິງເວທີສາກົນ.
ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.
ຍສໝ - ພາຍຫຼັງໄລຍະເວລາ 3 ວັນແຫ່ງການປຶກສາຫາລື ໂດຍມີວາລະກອງປະຊຸມຄົບຄະນະ 6 ວາລະ ແລະ ວາລະກອງປະຊຸມວິສາມັນ 3 ວາລະ, ເວທີການໂອ້ລົມສົນທະນາ Shangri-La ຄັ້ງທີ 23 ໄດ້ປິດສາກລົງແລ້ວ ຢູ່ທີ່ປະເທດສິງກະໂປ, ທ່າມກາງບໍລິບົດສະພາບແວດລ້ອມຄວາມໝັ້ນຄົງສາກົນ ທີ່ຍັງຄົງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາກຫຼາຍປະການ ຈາກການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມຫາອຳນາດ, ບັນດາການປະທະກັນທີ່ແກ່ຍາວ ແລະ ບັນດາຄວາມສ່ຽງທາງດ້ານຄວາມໝັ້ນຄົງແບບໃໝ່ (ຄວາມໝັ້ນຄົງອະທິປະໄຕທີ່ບໍ່ແມ່ນການທະຫານ) ທີ່ພວມເກີດຂຶ້ນ. ໜຶ່ງໃນບັນດາຈຸດເດັ່ນ ທີ່ບັນດານັກສັງເກດການໃຫ້ຄວາມເອົາໃຈໃສ່ເປັນພິເສດ ນັ້ນແມ່ນພາບພົດອັນພົ້ນເດັ່ນຂອງ ຫວຽດນາມ ຢູ່ທີ່ເວທີປຶກສາຫາລືດ້ານຄວາມໝັ້ນຄົງຊັ້ນນຳຂອງອາຊີໃນປີນີ້.
ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການໃນລະດັບລັດ, ໃນຕອນບ່າຍຂອງມື້ວັນທີ 31 ພຶດສະພາ, ຢູ່ທີ່ນະຄອນຫຼວງ ມານີລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີວາລະການພົບປະສັງສັນຮ່ວມກັບ ພະນັກງານ, ເຈົ້າໜ້າທີ່ສະຖານເອກອັກຄະລັດຖະທູດ ແລະ ຕາງໜ້າຊຸມຊົນ, ວິສາຫະກິດ, ຊ່ຽວຊານຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດ ຟີລິບປິນ.
ຍສໝ - ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ I ປີ 1988 ເຖິງກອງປະຊຸມໃຫຍ່ ຄັ້ງທີ VIII ອາຍຸການ 2023-2028, ບັນດາຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງສະມາຄົມເທົ່ານັ້ນ ແຕ່ຍັງສ່ອງແສງຢ່າງມີຊີວິດຊີວາຕໍ່ກັບບົດບາດນັບມື້ນັບໃຫຍ່ຫຼວງຂອງຊົນຊັ້ນຊາວນາ ໃນພາລະກິດແຫ່ງການດັດແປງໃໝ່, ການພັດທະນາກະສິກຳ, การສ້າງຊົນນະບົດໃໝ່ ແລະ ການເຊື່ອມໂຍງສາກົນ.
ຍສໝ - ງານມະຫາໄຊວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຈິດວິນຍານ (ຄວາມເຊື່ອຖື) ຂອງພໍ່ແມ່ປະຊາຊົນຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ລາວ) ເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ, ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕີກະຊວງກໍ່ສ້າງ ເຈີນຮົ່ງມິງ (Tran Hong Minh) ໄດ້ມີວາລະການເຈລະຈາຂັ້ນສູງສອງຝ່າຍ ຮ່ວມກັບ ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ເຫຼັກໄຫຼ ສີວິໄລ ເພື່ອແນໃສ່ແລກປ່ຽນບັນດາເນື້ອໃນການຮ່ວມມື ພາຍໃນຂົງເຂດການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ ລະຫວ່າງສອງປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ປະຈຳປີ 2026.
ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ສິງກະໂປ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະ ແລະ ແລກປ່ຽນຄຳເຫັນຮ່ວມກັບ ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສຂອງພັກກຳອຳນາດ (ພັກກິດປະຊາຊົນ - PAP) ສິງກະໂປ, ອະດີດນາຍົກລັດຖະມົນຕີ ລີຊຽນລຸງ.
ຍສໝ - ບົດກ່າວປາໄສນຳພາ (ບົດກ່າວປາໄສເປີດສາກ) ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ເວທີການໂອ້ລົມສົນທະນາ Shangri-La 2026 ແມ່ນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ການຕີລາຄາໄປໃນທິດທາງຕັ້ງໜ້າ ຈາກຂະແໜງການນັກຊ່ຽວຊານ ແລະ ນັກວິຊາການສາກົນ. ຫຼາກຫຼາຍທັດສະນະຄຳເຫັນຕ່າງກໍເຫັນດີວ່າ ບັນດາສານກ່ຽວກັບການເຄົາລົບນັບຖືລະບຽບກົດໝາຍສາກົນຢ່າງສູງສຸດ, ການຄຸ້ມຄອງການແຂ່ງຂັນຢ່າງມີຄວາມຮັບຜິດຊອບ, ການຊຸກຍູ້ການໂອ້ລົມສົນທະນາ ແລະ ການພັດທະນາຊັບພະຍາກອນມະນຸດ ນັ້ນ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດຍຸດທະສາດຂອງ ຫວຽດນາມ ຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວພັດທະນາຂອງພາກພື້ນ.
ຍສໝ - ກອງປະຊຸມໃຫຍ່ ສະຫະພັນກຳມະບານຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031 ຈະດຳເນີນໄປແຕ່ວັນທີ 3-5 ເດືອນມິຖຸນາ ຢູ່ ຮ່າໂນ້ຍ ໃນທ່າມກາງສະພາບການທີ່ປະເທດຊາດຍູ້ແຮງການຫັນເປັນດິຈິຕອນ, ເຊື່ອມໂຍງສາກົນ ແລະ ສ້າງກຳລັງການຜະລິດໃໝ່. ດ້ວຍຮຽກຮ້ອງຕ້ອງການດັດແປງໃໝ່ຢ່າງແຂງແຮງທາງດ້ານການຈັດຕັ້ງ, ວິທີການເຄື່ອນໄຫວ ແລະ ຄຸນນະພາບຂອງຖັນແຖວພະນັກງານ, ກອງປະຊຸມໃຫຍ່ໄດ້ຮັບການຄາດຫວັງວ່າຈະເປີດໄລຍະແຫ່ງການພັດທະນາໃໝ່ຂອງການຈັດຕັ້ງກຳມະບານ ແນໃສ່ຮ່ວມເດີນທາງ, ເປັນຕົວແທນ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ດີກວ່າເກົ່າ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ອາຍຸການ 2026-2031 ຈະດຳເນີນໄປໃນສອງວັນທີ 7-8 ມິຖຸນາ ຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ), ດ້ວຍຫົວຂໍ້ “ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ”. ກອງປະຊຸມໃຫຍ່ໄດ້ຮັບຄວາມຫວັງວ່າ ຈະເປີດໄລຍະແຫ່ງການພັດທະນາໃໝ່ ຂອງການຈັດຕັ້ງສະມາຄົມ, ສືບຕໍ່ຢັ້ງຢືນບົດບາດໃຈກາງ, ເຈົ້າການ ຂອງຊາວນາ ໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການສ້າງສາຊົນນະບົດໃໝ່.
ຍສໝ - ແຂວງຮຶງອຽນ ພວກເລັ່ງລັດການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ” ກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນຮູ້ຂໍ້ມູນ, ໃນນັ້ນ ຮຽກຮ້ອງໃຫ້ສຳເລັດການເກັບຕົວຢ່າງ ADN ຕໍ່ກັບບັນດາຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ກ່ອນບຸນສົງການປີ 2027 ແນໃສ່ຮັບໃຊ້ໃຫ້ແກ່ຕາການກວດສອບ, ຄືນຊື່ໃຫ້ແກ່ບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ໃນບັ້ນຮົບ “500 ວັນ ແລະ ຄືນ ເລັ່ງລັດການຈັດຕັ້ງປະຕິບັດການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ” (ບັ້ນຮົບ), ບັນດາທິມງານເກັບໂຮມຂອງຫວຽດນາມ ແມ່ນພວມສືບຕໍ່ຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ແລະ ກຳປູເຈຍ, ໂດຍການສືບຫານຳຮອຍຕາມຄວາມຊົງຈຳຂອງພະຍານບຸກຄົນ ແລະ ການຊ່ວຍເຫຼືອຂອງປະຊາຊົນປະເທດເພື່ອນມິດ ເພື່ອນຳພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນສູ່ຜືນແຜ່ນດິນແມ່.
ຍສໝ - ພາຍຫຼັງການດຳເນີນໄປຢ່າງຟົດຟື້ນເປັນເວລາ 3 ວັນ, ໃນຄ່ຳຄືນວັນທີ 24 ພຶດສະພາ, ງານມະຫະກຳ “ການແລກປ່ຽນວັດທະນະທຳ ຮ້ຍອານ - ຍີ່ປຸ່ນ ຄັ້ງທີ 22, ດານັງ 2026” ໄດ້ອັດລົງຢ່າງເປັນທາງການ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນຈົບງາມ ໄວ້ໃນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ດ້ວຍບັນດາກິດຈະກຳແລກປ່ຽນວັດທະນະທຳ ແລະ ສິລະປະທີ່ເປັນເອກະລັກ ຂອງສອງປະເທດ.
ຍສໝ - ໃນມື້ວັນທີ 29 ພຶດສະພາ ຢູ່ທີ່ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ເປັນປະທານຈັດຕັ້ງວາລະການໂອ້ລົມສົນທະນາທາງດ້ານວິທະຍາສາດ ພາຍໃຕ້ຫົວຂໍ້ "ສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ". ເຫດການດັ່ງກ່າວແມ່ນນອນຢູ່ໃນຂອບຂອງຫົວຂໍ້ການຄົ້ນຄວ້າລະດັບຊາດ "ຄົ້ນຄວ້າກິດຈະກຳການຕ່າງປະເທດປະຊາຊົນໃນຂອບເຂດທົ່ວໂລກ ພາຍໃຕ້ບໍລິບົດຊຸດໃໝ່ ແລະ ການສະເໜີວິທີການແກ້ໄຂສຳລັບ ຫວຽດນາມ".
ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok).
ຍສໝ - ການກວດສອບ ADN, ການສ້າງທະນາຄານຢີນ ແລະ ການຫັນຂໍ້ມູນເປັນດິຈິຕອນ ໄດ້ກາຍເປັນທິດທາງຈຸດສຸມໃນວຽກງານກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ພາຍຫຼັງທີ່ລັດຖະບານໄດ້ປະກາດໃຊ້ກົນໄກພິເສດ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຕ່າງໆ ທີ່ແກ່ຍາວມາເປັນເວລາຫຼາຍປີຜ່ານມາ.
ຍສໝ - ຕາມແຜນການ, ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031, ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ. ນີ້ແມ່ນເຫດການທາງການເມືອງອັນສຳຄັນ ຂອງຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງສະຫະພັນກຳມະບານ ຫວຽດນາມ, ເຊິ່ງດຳເນີນໄປທ່າມກາງບໍລິບົດທີ່ປະເທດຊາດສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ການຫັນປ່ຽນດິຈີຕອນ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX, ອາຍຸການ 2026 - 2031 ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ພາຍໃຕ້ຫົວຂໍ້ “ສາມັກຄີ, ປະຊາທິປະໄຕ, ບຸກທະລຸ, ຮ່ວມມື, ພັດທະນາ”.