ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ທີ່ ນະຄອນ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະສື່ມວນຊົນ ເພື່ອແນະນຳການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ, ໂດຍແມ່ນທ່ານພັນເອກ ໂດ໋ຢຸຍຈິງ, ຮອງຫົວໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ) ເປັນປະທານ.
ຍສໝ - ພາຍຫຼັງເປີດກວ້າງຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວ, ນະຄອນ ເຊີ່ນເທີ ພວມຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນບັນດາຂົງເຂດທີ່ມີມູນຄ່າເພີ່ມສູງ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, AI, logistics ແລະ ກະສິກຳເຕັກໂນໂລຊີສູງ.
ຍສໝ - ຢູ່ທີ່ການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ II ແລະ 6 ເດືອນຕົ້ນປີ 2026 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 3 ກໍລະກົດ, ກົມສະຖິຕິ, ກະຊວງການເງິນ ໃຫ້ຮູ້ວ່າ ຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ II/2026 ບັນລຸລະດັບການຂະຫຍາຍຕົວດີ, ດ້ວຍອັດຕາການຂະຫຍາຍຕົວຄາດຄະເນບັນລຸ 8,39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຍສໝ - ວັນທີ 30 ມິຖຸນາ 2026, ຢູ່ທີ່ໂຮງລະຄອນ Opera Ballet ແຫ່ງຊາດ ຢູ່ໃຈກາງນະຄອນຫຼວງ Skopje, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ທັງຮັບຜິດຊອບ ມາກີໂດນີເໜືອ ໄດ້ສົມທົບກັບ ສະມາຄົມທ່ອງທ່ຽວວັດທະນະທຳ ຫວຽດນາມ ຢູ່ ເອີຣົ, ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ແລະ ຄະນະຈັດຕັ້ງງານບຸນລະດູຮ້ອນ ສະໂກບປີ ຈັດຕັ້ງເຫດການ "ວັນ ຫວຽດນາມ ຢູ່ ສະໂກບປີ 2026" ຂຶ້ນຢ່າງປະສົບຜົນສຳເລັດ.
ຍສໝ - ວຽກງານການທູດປະຊາຊົນ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກການພົບປະແລກປ່ຽນມິດຕະພາບ ໄປສູ່ການເຊື່ອມຕໍ່ແຫຼ່ງພະລັງງານ, ຕິດພັນຢ່າງສະໜິດແໜ້ນກັບບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ແລະ ປະເທດຊາດ. ນີ້ແມ່ນທິດທາງທີ່ໄດ້ຮັບການເນັ້ນໜັກຈາກການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ແນໃສ່ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ພາຍໃນໄລຍະໃໝ່.
ຍສໝ - ວັນທີ 1 ກໍລະກົດ, ຢູ່ທີ່ນະຄອນ ດ່ານັງ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບ ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ນະຄອນຫຼວງວຽງຈັນ, ສປປ ລາວ) ໃນໂອກາດເດີນທາງມາຢ້ຽມຢາມ ນັບຕັ້ງແຕ່ວັນທີ 29 ມິຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ບົນສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານເຕັກໂນໂລຊີຢູ່ໃນໂລກ ພວມດຳເນີນໄປຢ່າງວ່ອງໄວທີ່ສຸດ, ໂດຍເນັ້ນໜັກເຖິງຂໍ້ກຳນົດທີ່ວ່າບໍ່ສາມາດຊັກຊ້າໄດ້ອີກຕໍ່ໄປ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕັກເຕືອນວ່າ ການຈັດຕັ້ງປະຕິບັດມະຕິສະບັບເລກທີ 57 ແມ່ນຈຳເປັນຕ້ອງມີຄວາມຕັດສິນໃຈສູງກວ່າເກົ່າ, ແຂງແຮງກວ່າເກົ່າ, ແລະ ສິ່ງອັນສຳຄັນທີ່ສຸດແມ່ນຕ້ອງກ້າວເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ.
ຍສໝ - ມະຕິສະບັບເລກທີ 57-NQ/TW ໄດ້ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ. ສິ່ງທີ່ມີຄວາມໝາຍຍຸດທະສາດທີ່ສຸດ ແມ່ນບໍ່ພຽງແຕ່ແມ່ນບັນດາໝາກຜົນອັນລະອຽດທີ່ບັນລຸໄດ້ເທົ່ານັ້ນ ແຕ່ຫາກແມ່ນການທີ່ມະຕິໄດ້ກຳນົດຮູບແບບການຂະຫຍາຍຕົວໃໝ່, ພາຍໃນນັ້ນ ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ ແມ່ນໄດ້ຮັບການກຳນົດວ່າເປັນກຳລັງຂັບເຄື່ອນຕົ້ນຕໍຂອງການເຕີບໂຕ, ປ່ຽນແທນເທື່ອລະກ້າວໃຫ້ແກ່ຮູບແບບການຂະຫຍາຍຕົວທີ່ອີງໃສ່ທຶນຮອນ, ຊັບພະຍາກອນ ແລະ ແຮງງານຕົ້ນທຶນຕ່ຳເປັນສ່ວນໃຫຍ່.
ຍສໝ - ກອງປະຊຸມທົ່ວປະເທດສະຫຼຸບວຽກງານ 1 ປີ 6 ເດືອນ ແຫ່ງການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸຂະຫຍາຍຕົວວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນແຫ່ງຊາດ ໄດ້ດຳເນີນໄປໃນຕອນບ່າຍມື້ນີ້ (1 ກໍລະກົດ). ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ເປັນປະທານກອງປະຊຸມ.
ຍສໝ - ແທນທີ່ຈະໃຫ້ບຸລິມະສິດແກ່ຂະໜາດທຶນຮອນ ແລະ ຈຳນວນໂຄງການຄືແຕ່ກ່ອນ, ຫວຽດນາມ ຈະຄັດເລືອກບັນດາກະແສທຶນຮອນ FDI ທີ່ມີລະດັບເຕັກໂນໂລຊີສູງ, ການຫັນປ່ຽນໃໝ່ປະດິດສ້າງ, ສ້າງມູນຄ່າເພີ່ມ ແລະ ຕິດພັນຢ່າງສະໜິດແໜ້ນກັບບັນດາວິສາຫະກິດພາຍໃນປະເທດ. ນີ້ແມ່ນທິດທາງອັນຕະຫຼອດຮອດຫົວຕະຫຼອດຫາງຂອງ ມະຕິສະບັບເລກທີ 10-NQ/TW ລົງວັນທີ 8 ມິຖຸນາ 2026 ຂອງກົມການເມືອງ ກ່ຽວກັບການຂະຫຍາຍຕົວເສດຖະກິດທີ່ມີທຶນຮອນການລົງທຶນຈາກຕ່າງປະເທດ.
ຍສໝ - ພາຍໃຕ້ຄຳເຊີນຂອງກະຊວງການຕ່າງປະເທດ Nigeria, ນັບຕັ້ງແຕ່ວັນທີ 29-30 ມິຖຸນາ, ທ່ານ ເລແອງຕວນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ນະຄອນຫຼວງ Abuja ຂອງ ປະເທດ Nigeria.
ຍສໝ - ໃນຕອນບ່າຍວັນທີ 30 ມິຖຸນາ, ທ່ານ ດົ່ງວັນແທັງ , ກຳມະການຄະນະບໍລິຫານງານສູນກາງພັກ, ຮອງເລຂາປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ເກີນເທີ ພ້ອມດ້ວຍບັນດາຮອງປະທານສະພາປະຊາຊົນນະຄອນ ໄດ້ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຈຳປາສັກ (ລາວ) ໂດຍແມ່ນທ່ານ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກແວງ, ປະທານສະພາປະຊາຊົນແວງ ຈຳປາສັກ ເປັນຫົວໜ້າຄະນະ ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ນະຄອນ ເຈິ່ນເທີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງວັນນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ໂຮ່ຈີມິນ ຢ່າງເປັນທາງການ (2/7/1976 - 2/7/2026), ບັນດາພາບສາກກ່ຽວກັບນະຄອນ ໂຮ່ຈີມິນ ແມ່ນໄດ້ຮັບການສາຍຂຶ້ນເທິງຈໍເອເລັກໂຕຣນິກຂະໜາດໃຫຍ່ ຢູ່ທີ່ບໍລິເວນໃຈກາງນະຄອນຫຼວງ ໂຊລ (ປະເທດເກົາຫຼີໃຕ້).
ຍສໝ - ຜ່ານໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບໃໝ່ ໄດ້ຢັ້ງຢືນເຖິງລັກສະນະດີເດັ່ນ ເມື່ອທຽບໃສ່ກັບຮູບແບບເກົ່າ, ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງ, ແມ່ນບາດກ້າວຂະຫຍາຍຕົວທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ຫັນປ່ຽນແນວຄິດຢ່າງແຂງແຮງ ຈາກການຄຸ້ມຄອງບໍລິຫານ ໄປສູ່ການສ້າງຕັ້ງເພື່ອການຂະຫຍາຍຕົວ, ສະຫາຍ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້.
ຍສໝ - ປັດຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນສູນກາງເສດຖະກິດ, ວັດທະນະທຳຂະໜາດໃຫຍ່ຂອງທົ່ວປະເທດ, ທັງເປັນຕົວເມືອງທີ່ມີຄວາມຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ, ເປັນຫົວໜ້າແຖວພາຍໃນການຫັນປ່ຽນໃໝ່, ການປະດິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີ ນັບແຕ່ນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ໂຮ່ຈີມິນ ຢ່າງເປັນທາງການ ນັ້ນແມ່ນຂະບວນວິວັດແຫ່ງການພັດທະນາ ທີ່ບໍ່ພຽງແຕ່ບົນຂົງເຂດເສດຖະກິດ, ພື້ນຖານໂຄງລ່າງ, ສະຖາບັນ ແລະ ການເຊື່ອມໂຍງເທົ່ານັ້ນ, ແຕ່ຫາກຍັງແມ່ນຂະບວນວິວັດແຫ່ງການສ້າງຕັ້ງເອກະລັກຕົວເມືອງແບບເປີດກວ້າງ, ມີຫຼວງຫຼາຍຊັ້ນວັດທະນະທຳ ແລະ ປ່ຽມລົ້ນໄປດ້ວຍຄວາມສາມາດພາຍໃນການເຊື່ອມຊຶມ, ປະສົມປະສານດ້ານວັດທະນະທຳ.
ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ ຈຳນວນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ.
ຍສໝ - ຕາງໜ້າໃຫ້ຄະນະເລຂາທິການສູນກາງພັກ, ສະຫາຍ ເຈິ່ນເກີມຕູ້, ກຳມະການກົມການເມືອງ, ເສນາທິການຄະນະເລຂາທິການສູນກາງພັກ ໄດ້ລົງນາມປະກາດໃຊ້ ຂໍ້ສະຫຼຸບເລກທີ 57-KL/TW, ລົງວັນທີ 24 ມິຖຸນາ 2026 ກ່ຽວກັບການຈັດຕັ້ງບັນດາກິດຈະກຳ ເພື່ອມຸ່ງໄປສູ່ ວັນສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2027).
ຍສໝ - ແຕ່ວັນທີ 29 ມິຖຸນາ - 3 ກໍລະກົດ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໄດ້ມີການເດີນທາງມາຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ ຢູ່ທີ່ບັນດາແຂວງ, ນະຄອນ: ກວາງຈິ, ເຫວ້ ແລະ ດານັງ.
ຍສໝ - ປະທານສະພາແຫ່ງຊາດ ອານເຊຣີ ໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກຊຸກຍູ້ສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ຕອນບ່າຍວັນທີ 30 ມິຖຸນາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ກາເມົາ ຄັ້ງທີ I, ອາຍຸການ 2026 - 2029 ໄດ້ດຳເນີນໄປ, ໂດຍມີການເຂົ້າຮ່ວມ ຂອງຜູ້ແທນສົມບູນ 270 ທ່ານ ທີ່ຕາງໜ້າໃຫ້ແກ່ພະນັກງານສະມາຄົມ, ສະມາຊິກສະມາຄົມ ແລະ ຊາວໜຸ່ມ ກວ່າ 381.000 ຄົນ ໃນທົ່ວແຂວງ.