ຍສໝ - ວັນທີ 8 ພຶດສະພາ, ຢູ່ທີ່ ຮ່າໂນ້ຍ, ຜົນງານ "ສູດການຕັດຫຍິບເຊື້ອຍາວແບບຫຼ່ຽມ (ly vuông)" ຂອງນັກອອກແບບ ໂດ໋ຈິ່ງຮວ່າຍນາມ (Đỗ Trịnh Hoài Nam) ໄດ້ເປີດຕົວຢ່າງເປັນທາງການ ແລະ ເປັນກຽດໄດ້ຮັບການບັນທຶກສະຖິຕິໂລກ. ເຫດການດັ່ງກ່າວບໍ່ພຽງແຕ່ແມ່ນຂີດໝາຍອັນສະຫວ່າງສະໄຫວຂອງຂະແໜງແຟຊັນເທົ່ານັ້ນ, ແຕ່ຍັງແມ່ນການຢືນຢັນຢ່າງແຂງແຮງກ່ຽວກັບພະລັງຊີວິດອັນແຮງກ້າຂອງມໍລະດົກວັດທະນະທຳ ຫວຽດນາມ, ພ້ອມທັງຍົກລະດັບເຕັກນິກການຕັດຫຍິບເຊື້ອຍາວພື້ນເມືອງໃຫ້ກາຍເປັນລະບົບຄວາມຮູ້ທີ່ໄດ້ມາດຕະຖານເພື່ອກ້າວສູ່ລະດັບສາກົນ.
ຍສໝ - ງານບຸນ "ພວກເຮົາແມ່ນນຳກັນ– We Are Together" ຄັ້ງທີ 8 ບໍ່ພຽງແຕ່ແມ່ນກິດຈະກຳທາງດ້ານວັດທະນະທຳ ແລະ ການບັນເທີງເທົ່ານັ້ນ, ແຕ່ຍັງແມ່ນສານແຫ່ງຄວາມຜູກພັນ, ການແບ່ງປັນ ແລະ ການພັດທະນາແບບຍືນຍົງຂອງປະຊາຄົມຊາວຫວຽດນາມ ຢູ່ເກົາຫຼີ, ຜ່ານນັ້ນກໍໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດທະພາບລະຫວ່າງສອງປະເທດ.
ຍສໝ - ໃນວັນທີ 8 ພຶດສະພາ, ຢູ່ສໍານັກງານໃຫຍ່ສະຫະພັນບັນດາອົງການຈັດຕັ້ງມິດພາບ ຫວຽດນາມ (VUFO), ສະມາຄົມມິດພາບ ຫວຽດນາມ - ອົດສະຕຣີ ແລະ ສະມາຄົມ ອົດສະຕຣີ - ຫວຽດນາມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມື ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດພາບ, ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ແລະ ຂະຫຍາຍການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕຣີ ໃນໄລຍະໃໝ່. ຂໍ້ຕົກລົງສະບັບນີ້ ມີເປົ້າໝາຍເຮັດໃຫ້ສາຍພົວພັນມິດພາບເລິກເຊິ່ງກວ່າເກົ່າ, ຍູ້ແຮງບັນດາກິດຈະກຳແລກປ່ຽນລະຫວ່າງປະຊາຊົນ ແລະ ເປີດໂອກາດການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.
ຍສໝ - ກ່ອນທີ່ຈະເລີ່ມວາລະກຽມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031, ໃນຕອນເຊົ້າວັນທີ 11 ພຶດສະພາ, ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໂດຍແມ່ນທ່ານນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài) - ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ ແລະ ຈຸດທູບລະນຶກເຖິງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສອນສະຖານວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ໄລຍະ 2026 – 2031 ຈະດຳເນີນແຕ່ວັນທີ 11 – 13 ພຶດສະພາ ຢູ່ຮ່າໂນ້ຍ.
ກອງປະຊມຄັ້ງທີ 2 ຂອງຄະນະປະຈຳສະພາແຫ່ງຊາດຈະໄດຳເນີນໃນຕອນເຊົ້າວັນທີ 11 ພຶດສະພາ 2026, ຢູ່ຫ້ອງປະຊຸມ ເຕິນຈ່າວ, ຫໍສະພາແຫ່ງຊາດ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວໄຂກອງປະຊຸມ.
ຍສໝ - ພາຍໃຕ້ຫົວຂໍ້: "ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ປະດິດສ້າງ - ພັດທະນາ", ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ (MTTQ) ຫວຽດນາມ ຄັ້ງທີ XI ອາຍຸການ 2026-2031 ສືບຕໍ່ຢືນຢັນກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ໃນຍຸກສະໄໝໃໝ່.
ຍສໝ - ພາຍຫຼັງເຫດການຝົນຕົກ ແລະ ນ້ຳຖ້ວມໃນທ້າຍປີ 2025, ຫຼາຍຄອບຄົວຢູ່ຕາແສງ ຮວາທິ້ງ (Hòa Thịnh) (ແຂວງ ດັກລັກ - Đắk Lắk) ຕ້ອງຕົກຢູ່ໃນສະພາບທີ່ບໍ່ມີທີ່ຢູ່ອາໄສ. ແຕ່ພຽງແຕ່ໄລຍະເວລາເດືອນປາຍເທົ່ານັ້ນ, ເຮືອນໃໝ່ຫຼາຍຫຼັງກໍໄດ້ຮັບການກໍ່ສ້າງໃຫ້ສຳເລັດທັນກ່ອນລະດູໃບໄມ້ປົ່ງ ຈາກແຫຼ່ງທຶນຊ່ວຍເຫຼືອຂອງລັດ, ການຮ່ວມແຮງຮ່ວມໃຈຂອງສັງຄົມ ແລະ ວິວັດທະນາການປຸກລະດົມ, ເຊື່ອມຕໍ່ການຊ່ວຍເຫຼືອຈາກລະບົບແນວໂຮມປະເທດຊາດ ຫວຽດນາມ.
ຍສໝ - ແຂວງ ດົ່ງທັບ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງເດັດຂາດ ແລະ ເປັນເອກະພາບ ເພື່ອຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU).
ຍສໝ - ການຢ້ຽມຢາມລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຍັງ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 ຫາວັນທີ 7 ພຶດສະພາ ຜ່ານມາ ໄດ້ສິ້ນສຸດລົງຢ່າງມີຜົນສຳເລັດຈົບງາມ ດ້ວຍຫຼາຍໝາກຜົນອັນພົ້ນເດັ່ນ, ສ້າງຂີດໝາຍອັນເລິກເຊິ່ງໃນສາຍພົວພັນສອງຝ່າຍ ຫວຽດນາມ – ອິນເດຍ.
ຍສໝ - ຕາມລາຍງານຂອງນັກຂ່າວພິເສດສຳນັກຂ່າວສານ ຫວຽດນາມ, ໃນຄືນວັນທີ 8 ພຶດສະພາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຖິງ ຮ່າໂນ້ຍ, ສິ້ນສຸດການໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ທີ່ Cebu, ຟີລິບປິນ ໃນວັນທີ 7 ແລະ 8 ພຶດສະພາ ຢ່າງມີຜົນສຳເລັດຈົບງາມ.
ຍສໝ - ບັນດາຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງ, ຄວາມໝັ້ນຄົງດ້ານພະລັງງານ ແລະ ການຍົກສູງຂີດຄວາມສາມາດໃນການປັບຕົວຂອງພາກພື້ນ ໄດ້ຮັບການຕ້ອນຮັບ ແລະ ຕີລາຄາສູງຈາກບັນດາຜູ້ນຳອາຊຽນ (ASEAN) ທັງທາງດ້ານເນື້ອໃນ ແລະ ຄວາມເໝາະສົມກັບສະພາບການ.
ຍສໝ - ວັນທີ 8 ພຶດສະພາ 2026, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/5/1890 - 19/5/2026).
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Numan Kurtulmus, ປະທານສະພາແຫ່ງຊາດ ຕວກກີ ໃນພິທີພົບປະກັບທ່ານນາງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ຕວກກີ ດັ້ງທິທູຮ່າ (Đặng Thị Thu Hà) ເຊິ່ງຈັດຂຶ້ນໃນວັນທີ 7 ພຶດສະພາ ຢູ່ທີ່ນະຄອນຫຼວງ Ankara.
ຍສໝ - ວັນທີ 08 ພຶດສະພາ, ໃນໂຄງການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ (ASEAN) ຄັ້ງທີ 48 ຢູ່ ເຊບູ (Cebu), ຟີລິບປິນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ໄດ້ມີການຮ່ວມຮັບປະທານອາຫານເຊົ້າ ແລະ ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
ຍສໝ - ບັນດາຫ້ອງຝຶກອົບຮົມທີ່ຈັດຂຶ້ນຢູ່ພາຍໃນວິຫານອິດສະລາມ ໂດຍມີການເຂົ້າຮ່ວມຂອງບັນດາພະເຖລານຸເຖລະທາງພຸດທະສາສະໜາ; ບັນດາໂຮງຄົວສົງເຄາະຊ່ວຍເຫຼືອຊຸມຊົນໃນໄລຍະການລະບາດໃຫຍ່ຂອງພະຍາດ COVID-19; ການເຄື່ອນໄຫວປະສານສົມທົບເບິ່ງແຍງດູແລຜູ້ປ່ວຍ HIV/AIDS ຢູ່ ເຫ້ວ (Huế)... ແມ່ນໜຶ່ງໃນບັນດາຮູບແບບການຮັດແໜ້ນຄວາມສາມັກຄີ ແລະ ປະສານສົມທົບລະຫວ່າງສາສະໜາທີ່ດີເດັ່ນຢູ່ ຫວຽດນາມ.
ຍສໝ - ຟີລິບປິນ ຄາດຫວັງວ່າ ຫວຽດນາມ ຈະແບ່ງປັນບົດຮຽນການຮັກສາອັດຕາການເຕີບໂຕທາງເສດຖະກິດທີ່ໜ້າປະທັບໃຈ, ທັດສະນະກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍ ແລະ ການເຄົາລົບກົດໝາຍສາກົນ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48.
ຍສໝ - ແຂວງດົ່ງທັບ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຂຸ້ມຂ້ຽວ ແລະ ພ້ອມພຽງກັນ ເພື່ອຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU).
ຍສໝ - ປະຕິບັດຕາມມະຕິສະບັບເລກທີ 75/2025/NQ-HĐND ຂອງສະພາປະຊາຊົນແຂວງ ກ່ຽວກັບນໂຍບາຍຊ່ວຍເຫຼືອໃນການອະນຸລັກ, ເສີມຂະຫຍາຍພາສາຊົນເຜົ່າສ່ວນໜ້ອຍ ໄລຍະ 2025 - 2030, ບັນດາທ້ອງຖິ່ນ ແລະ ຮາກຖານການສຶກສາໃນທົ່ວແຂວງ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາຫ້ອງຮຽນຖ່າຍທອດພາສາຊົນເຜົ່າ, ປະກອບສ່ວນຮັກສາເອກະລັກວັດທະນະທຳ ແລະ ຍົກສູງປະສິດທິຜົນການສຶກສາ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າ.
ຍສໝ - ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຫາກໍ່ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນ ແລະ ຕື່ນເຕັ້ນ ຢູ່ທີ່ສູນກິລາ Teleki Blanka utca 6, ບູດາເປສ (Budapest), ຮົງກາລີ (Hungary).