ຍສໝ - ຕາມຜູ້ສື່ຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ, ຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ວຽງທະວີສອນ ເທບພະຈັນ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດລາວ, ສະຫາຍ ຫງວຽນຮືວເຫງີຍ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດຫວຽດນາມ ໄດ້ນຳພາຄະນະຜູ້ແທນອົງການກວດສອບແຫ່ງລັດຫວຽດນາມ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ນັບຕັ້ງແຕ່ວັນທີ 25-26 ມິຖຸນາ.
ຍສໝ - ວັນທີ 25 ມິຖຸນາ, ຢູ່ພາຍໃນເຂດຂົວຊາຍແດນ ດ່ານສາກົນ ແທັງຖຸຍ - ທຽນປາວ, ຄ້າຍທະຫານຊາຍແດນດ່ານສາກົນ ແທັງຖຸຍ (ຫວຽດນາມ) ໄດ້ສົມທົບກັບ ກອງຮ້ອຍຄຸ້ມຄອງຊາຍແດນ Malypho/ ກອງພັນນ້ອຍຄຸ້ມຄອງຊາຍແດນ ເວີນເຊີນ ຈັດຕັ້ງກິດຈະກຳໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ ໃຫ້ແກ່ປະຊາຊົນເຂດຊາຍແດນ.
ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XIII, ອາຍຸການ 2026 - 2031 ໄດ້ດຳເນີນ ຂຶ້ນຢ່າງເປັນທາງການຢູ່ທີ່ ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ໂດຍມີການເຕົ້າໂຮມຂອງຜູ້ແທນ 788 ທ່ານ ທີ່ຕາງໜ້າໃຫ້ແກ່ສະມາຊິກຊາວໜຸ່ມຫຼາຍກວ່າ 5,1 ລ້ານຄົນ ແລະ ຊາວໜຸ່ມເກືອບ 22 ລ້ານຄົນໃນທົ່ວປະເທດ.
ຍສໝ - ວັນທີ 25 ມິຖຸນາ, ເວັບໄຊ Indiatvnews ໄດ້ລົງພິມບົດຄວາມວິເຄາະບັນດາປັດໄຈທີ່ຊ່ວຍໃຫ້ ຫວຽດນາມ ນັບມື້ນັບດຶງດູດນັກທ່ອງທ່ຽວ ອິນເດຍ. ຕາມບົດລາຍງານແລ້ວ, ການປະສົມປະສານລະຫວ່າງຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ, ການເຊື່ອມຕໍ່ທາງອາກາດທີ່ສະດວກສະບາຍ, ທັດສະນີຍະພາບທີ່ຫຼາກຫຼາຍ ແລະ ການບໍລິການທີ່ເປັນມິດ ໄດ້ນຳເອົາ ຫວຽດນາມ ກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງສາກົນ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ອິນເດຍ.
ຍສໝ - ຫຼາຍກວ່າ 13 ຫົວຂໍ້ສະເພາະ ກ່ຽວກັບວຽກງານແນວຄິດ, ການໂຄສະນາເຜີຍແຜ່ ແລະ ວຽກງານພັກ, ວຽກງານການເມືອງ ແມ່ນໄດ້ຮັບການຖ່າຍທອດໃຫ້ແກ່ພະນັກງານກອງທັບປະຊາຊົນລາວພາຍໃນຊຸດອົບຮົມ ປີ 2026 ຢູ່ ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ເບລາຣຸດ ໄດ້ຈັດຕັ້ງງານລ້ຽງຮັບຮອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ເບລາຣຸດ ຄົບຮອບ 35 ປີ (3/7/1991 - 3/7/2026). ເຫດການດັ່ງກ່າວ ແມ່ນໂອກາດເພື່ອຢັ້ງຢືນຄວາມຕັດສິນໃຈຂອງສອງປະເທດ ພາຍໃນການສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບອັນດີງາມ, ນຳເອົາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ຂະຫຍາຍຕົວຢ່າງແຂງແຮງ, ຍືນຍົງ ແລະ ມີປະສິດທິຜົນ.
ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ທີ່ Brussels, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Belgium ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງແຕ່ງຕັ້ງກົງສຸນກິດຕິມະສັກ ຫວຽດນາມ ປະຈຳ Antwerp ໃຫ້ແກ່ທ່ານ Philip Yvonne J. Van Gestel ເຊິ່ງເປັນນັກທຸລະກິດທີ່ເຄື່ອນໄຫວພາຍໃນຂົງເຂດທຸລະກິດ ແລະ ການເດີນເຮືອຢູ່ ແບນຊິກ.
ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ.
ຍສໝ - ລາຍການດັ່ງກ່າວ ຈະເຕົ້າໂຮມເອົາສິລະປິນພື້ນເມືອງເຜົ່າ ຢາຣາຍ (Jrai) ຈຳນວນ 40 ທ່ານ ເຂົ້າຮ່ວມສະແດງ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ.
ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນາ, ຮ້ານຄ້າທຳອິດ ພາຍໃຕ້ໂຄງການ “ຮ້ານຄ້າສີຂຽວ - ປະຢັດພະລັງງານ” ປະຈຳປີ 2026 ທີ່ຜັນຂະຫຍາຍໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດໂຕຂຶ້ນຢ່າງເປັນທາງການຢູ່ ຮ່າໂນ້ຍ, ເຊິ່ງເປັນການເປີດສາກໃຫ້ແກ່ຊຸດຮ້ານຄ້າທັງໝົດ 25 ແຫ່ງ ທີ່ຈະຖືກຈັດຂຶ້ນພ້ອມກັນໃນທັງສາມພາກ.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ມຸ່ງຫວັງວ່າ Maersk ຈະຮ່ວມເດີນທາງກັບ ຫວຽດນາມ ໃນຂະບວນການຫັນປ່ຽນເປັນສີຂຽວ, ພັດທະນາພະລັງງານສະອາດ ແລະ ສ້າງລະບົບໂລຈິສຕິກ (Logistics) ທີ່ຍືນຍົງ.
ຍສໝ - ວັນທີ 24 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ຄະນະກຳມະການສັນຕິພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ກວດກາຄືນວຽກງານການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031. ກອງປະຊຸມໄດ້ສຸມໃສ່ຕີລາຄາໝາກຜົນແຫ່ງການເຄື່ອນໄຫວພາຍໃນໄລຍະຜ່ານມາ, ໃນຂະນະດຽວກັນກໍປຶກສາຫາລືບັນດາເນື້ອໃນຮັບໃຊ້ໃຫ້ແກ່ວຽກງານການກຽມພ້ອມກອງປະຊຸມໃຫຍ່ທີ່ພວມຈະມາເຖິງ.
ຍສໝ - ພາຍໃນຂອບເຂດການເດີນທາງໄປປະຕິບັດງານເພື່ອເລັ່ງລັດການລົງທຶນຢູ່ ຍີ່ປຸ່ນ (Japan), ຄະນະປະຕິບັດງານຈັງຫວັດ ວິງລອງ ໂດຍມີທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ເຈີນຈີກວາງ ເປັນຜູ້ນຳໜ້າ ໄດ້ເຂົ້າຢ້ຽມຄຳນັບການນຳຈັງຫວັດ Niigata. ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນທີ່ຈະສືບຕໍ່ເຮັດໃຫ້ສາຍພົວພັນການຮ່ວມມືພາຍໃນຫຼາຍຂົງເຂດມີຄວາມເລິກເຊິ່ງຍິ່ງໆຂຶ້ນ, ໃນຂະນະດຽວກັນກໍຂະຫຍາຍໄປສູ່ເສດຖະກິດຂຽວ, logistics, ອຸດສາຫະກຳປຸງແຕ່ງ ແລະ ການພັດທະນາແບບຍືນຍົງ.
ຍສໝ - ບັນດາອົງການຈັດຕັ້ງຄະນະຊາວໜຸ່ມທ້ອງຖິ່ນ ໄດ້ນຳມາສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດໂຮ່ຈີມິນ ຄັ້ງທີ XIII ໃນຕອນເຊົ້າວັນທີ 25 ມິຖຸນາ ດ້ວຍບັນດາບົດຮຽນປະສົບການຕົວຈິງ ເພື່ອເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ.
ຍສໝ - “ຍັງມີຊ່ອງວ່າງຫຼາຍຢ່າງ ເພື່ອໃຫ້ ເກິ່ນເທີ ແລະ ອິນເດຍ ຂະຫຍາຍການຮ່ວມມື ບົນພື້ນຖານການນຳໃຊ້ບັນດາຈຸດແຂງຂອງກັນແລະກັນ” - ນີ້ແມ່ນຄຳກ່າວປາໄສຂອງທ່ານເລຂາຄະນະພັກນະຄອນ ເກິ່ນເທີ ເລກວາງຕຸ່ງ ພາຍໃດການຮ່ວມເຮັດວຽກກັບຄະນະປະຕິບັດງານ ອິນເດຍ ໂດຍມີທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ Tshering Wangchuk Sherpa ເປັນຜູ້ນຳໜ້າ.
ຍສໝ - ໃນວັນທີ 24 ມິຖຸນາ, ກອງປະຊຸມສໍາມະນາວິທະຍາສາດສາກົນ "ຄູ່ຮ່ວມມືພາຍໃດລາຍການຮ່ວມມືສາມຝ່າຍ" ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ທັງເປັນປະທານຮ່ວມກັບ UN, ລັດຖະບານ ອົດສະຕຣາລີ (Australia) ແລະ ລັດຖະບານ ຍີ່ປຸ່ນ (Japan) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ຮ່າໂນ້ຍ.
ຍສໝ - ໃນວັນທີ 24 ມິຖຸນາ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຄົ້ນຄວ້າ, ຮ່ຳຮຽນ, ກໍາແໜ້ນ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI.
ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ.
ຍສໝ - ພາຍໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ແຫ່ງ ສາທາລະນະລັດ ໂບລີວາ ເວເນຊູເອລາ, ໃນວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງໄປວາງຊໍ່ດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໂຮ່ຈີມິນ ຕັ້ງຢູ່ເທິງເສັ້ນທາງຫຼັກ Bolívar ຢູ່ພາຍໃນນະຄອນຫຼວງ Caracas.
ຍສໝ - ນັບຕັ້ງແຕ່ວັນທີ 23-24 ມິຖຸນາ, ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ ປະເທດເວເນຊູເອລາ.