ຍສໝ - ກອງປະຊຸມໂຕ້ຖາມ ດຶງດູດການເຂົ້າຮ່ວມ ຂອງຜູ້ຕາງໜ້າຈາກບັນດາປະເທດ ຫຼາຍກວ່າ 120 ທ່ານ, ຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສາກົນ, ພ້ອມດ້ວຍບັນດານັກວິຊາການ ແລະ ຊ່ຽວຊານ ຈາກທົ່ວທຸກພາກພື້ນໃນໂລກ.
ຍສໝ - ວັນທີ 16 ມິຖຸນາ 2026, ຢູ່ທີ່ນະຄອນຫຼວງ Brasília, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດ ບຣາຊິນ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ພາຍໃດຫົວຂໍ້ “ຫວຽດນາມ - ບຣາຊິນ 2026: ເພີ່ມທະວີການຮ່ວມມືພາຍໃດຂົງເຂດພະລັງງານທົດແທນ” ຢ່າງຈົບງາມ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ຢາລາຍ ຫາກໍປະກາດໃຊ້ບັນດາແຜນການຜັນຂະຫຍາຍການຮ່ວມມືປີ 2026 ຮ່ວມກັບ 4 ແຂວງພາກໃຕ້ຂອງລາວ ແລະ 3 ແຂວງພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ, ແນໃສ່ຫັນບັນດາບົດບັນທຶກຄວາມເຂົ້າໃຈການຮ່ວມມືໄລຍະປີ 2026-2030 ໃຫ້ເປັນຮູບປະທຳຕົວຈິງ. ນີ້ແມ່ນບາດກ້າວເດີນອັນສຳຄັນ ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຊຸກຍູ້ການເຊື່ອມໂຍງເຂົ້າກັນເພື່ອການພັດທະນາ ແລະ ເປີດກວ້າງການຮ່ວມມືຢ່າງຮອບດ້ານ ລະຫວ່າງ ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນ ຂອງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານຮອງລັດຖະມົນຕີ ຕ້າກວາງດົງ (Tạ Quang Đông) ໄດ້ມອບຫຼຽນກາທີ່ລະລຶກ “ເພື່ອພາລະກິດວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ” ໃຫ້ແກ່ ທ່ານ Baloghdi Tibor, ເອກອັກຄະລັດຖະທູດ ຮົງກາລີ ປະຈຳ ປະເທດ ຫວຽດນາມ, ແນໃສ່ ghi nhận ບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ຕົວຈິງ ຂອງເພິ່ນ ເພື່ອເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ຮົງກາລີ.
ຍສໝ - ພາຍໃດສະພາບການທີ່ ປະເທດ ຫວຽດນາມ ພວມຍູ້ແຮງການຫັນປ່ຽນເປັນດິຈິຕອນ, ການຫັນປ່ຽນເປັນສີຂຽວ ແລະ ການພັດທະນາເສດຖະກິດເອກະຊົນ, ແມ່ຍິງນັບມື້ນັບໄດ້ຢືນຢັນບົດບາດເປັນກຳລັງອັນສຳຄັນ. ເຖິງຢ່າງໃດກໍຕາມ, ເພື່ອເສີມຂະຫຍາຍທ່າແຮງບົ່ມຊ້ອນທັງໝົດທີ່ມີ, ຈຳເປັນຕ້ອງໄດ້ແກ້ໄຂບັນດາສິ່ງກີດຂວາງ ເພື່ອໃຫ້ແມ່ຍິງກາຍເປັນແຮງຂັບເຄື່ອນແຫ່ງການເຕີບໂຕສີຂຽວ ແລະ ການພັດທະນາທີ່ຍືນຍົງຢ່າງແທ້ຈິງ.
ຍສໝ - ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ທີ່ນະຄອນ ຫາຍຟ່ອງ, ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວ ໄດ້ຮ່ວມກັນຈັດຕັ້ງ ກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 7.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIV ຈະດຳເນີນໄປພາຍໃດໄລຍະເວລາສອງວັນ ນັບຕັ້ງແຕ່ວັນທີ 17-18 ມິຖຸນາ 2026 ຢູ່ທີ່ສູນກາງກອງປະຊຸມແຫ່ງຊາດ (ຮ່າໂນ້ຍ).
ຍສໝ - ວັນທີ 16 ມິຖຸນາ, ຄະນະຊີ້ນຳການຊອກຫາ, ທ້ອນໂຮມ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານກິວ (An Cựu) (ນະຄອນ ເຫ້ວ) ຈັດຕັ້ງການເກັບຕົວຢ່າງອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດຕົວຕົນໄດ້ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການກວດພິສູດ DNA ຢູ່ທີ່ ປ່າຊ້າທະຫານເສຍສະຫຼະຊີວິດເພື່ອຊາດ ນະຄອນ ເຫ້ວ.
ຍສໝ - ແນໃສ່ຊ່ວຍເຫຼືອປະຊາຊົນບ້ານ ມ່ວງນ້ຳ (ຕາແສງ ມ່ວງນ້ຳ, ເມືອງ ຊຽງຄໍ້, ແຂວງ ຫົວພັນ, ປະເທດ ລາວ) ໃຫ້ສາມາດກ້າວຂຶ້ນພັດທະນາເສດຖະກິດ, ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ພາຍໃດໄລຍະເວລາຜ່ານມາ, ຄ້າຍທະຫານຊາຍແດນ ຈ່ຽງເຕືອງ (ຄະນະບັນຊາການທະຫານຊາຍແດນແຂວງ ເສີນລາ) ໄດ້ຜັນຂະຫຍາຍຫຼາກຫຼາຍກິດຈະກຳຕົວຈິງ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ບັນດາຄົວເຮືອນປະຊາຊົນ ຢູ່ເຂດຈຸດສຸມຊາຍແດນຕິດຈອດກັບແຂວງ ເສີນລາ.
ຍສໝ - ວັນທີ 16 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ທ່ານກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຮວ່າງແທັງຕຸ່ງ ໄດ້ຕ້ອນຮັບ ແລະ ດຳເນີນວາລະເຈລະຈາຮ່ວມກັບ ທ່ານກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄຳພັນ ພົມມະທັດ, ເນື່ອງພາຍໃດໂອກາດເດືອນທາງມາຢ້ຽມຢາມ ປະເທດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 7 ເຊິ່ງດຳເນີນໄປນັບຕັ້ງແຕ່ວັນທີ 15-18 ມິຖຸນາ.
ຍສໝ - ວັນທີ 15 ມິຖຸນາ, ຢູ່ທີ່ Rome, ທ່ານນາຍົກລັດຖະມົນຕີ ອີຕາລີ Giorgia Meloni ໄດ້ດຳເນີນວາລະເຈລະຈາຮ່ວມກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Sanae Takaichi, ໂດຍໄດ້ຢືນຢັນເຖິງຄວາມມຸ່ງໝັ້ນທີ່ຈະຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດພາຍໃດຫຼາກຫຼາຍຂົງເຂດ, ເນື່ອງພາຍໃດໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ອີຕາລີ - ຍີ່ປຸ່ນ ຄົບຮອບ 160 ປີ (1866-2026).
ຍສໝ - ເທດສະການອາຊີ ທີ່ດຳເນີນຂຶ້ນຢູ່ທີ່ ສວນສາທາລະນະທາງທິດໃຕ້ (South Park) ຂຶ້ນກັບນະຄອນຫຼວງ Sofia ແມ່ນຂົວຕໍ່ອັນສຳຄັນລະຫວ່າງປະຊາຊົນ ບູນກາຣີ ແລະ ບັນດາປະເທດອາຊີ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ.
ຍສໝ - ຕອນບ່າຍວັນທີ 15 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ໄດ້ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ.
ຍສໝ - ເລີມດົ່ງ ພວມຜັນຂະຫຍາຍ ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025-2035 ໂດຍຈຸດສຸມແມ່ນການອະນຸລັກຮັກສາມໍລະດົກ, ສ້າງສາຊັບພະຍາກອນມະນຸດ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ການຫັນເປັນດິຈິຕອນ.
ຍສໝ - ອຳນາດການປົກຄອງແຂວງ ດັກລັກ ພວມຈັດຕັ້ງກອງປະຊຸມ ເຊື່ອມຕໍ່ທົວທ່ຽວ ແລະ ພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ຢູ່ໃນທ້ອງຖິ່ນ, ແນໃສ່ຊຸກຍູ້ຂະແໜງເສດຖະກິດປາຍແຫຼມການທ່ອງທ່ຽວຂອງທ້ອງຖິ່ນ ໃນສະພາບການໃໝ່.
ຍສໝ - ຂະແໜງການທ່ອງທ່ຽວຫາກໍ່ຕ້ອນຮັບອີກໜຶ່ງສັນຍານອັນໜ້າຍິນດີ ເມື່ອຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຂງແຮງໃນບັນດາເດືອນຕົ້ນປີ 2026. ຕົວເລກນີ້ສະແດງໃຫ້ເຫັນເຖິງສິ່ງໃດ?
ຍສໝ - ນັບຕັ້ງແຕ່ວັນທີ 15-18 ມິຖຸນາ 2026, ຄະນະຜູ້ແທນຂັ້ນສູງ ກະຊວງຍຸຕິທຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳລາວ ຄຳພັນ ພົມມະທັດ ເປັນຫົວໜ້າຄະນະ ຈະເດີນທາງມາຢ້ຽມຢາມ ປະເທດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 7.
ຍສໝ - ສາຍການບິນ Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ (TAT) ຫາກໍໄດ້ຮ່ວມກັນລົງນາມໃນຂໍ້ຕົກລົງຄວາມຮ່ວມມືຍຸດທະສາດ ແນໃສ່ຊຸກຍູ້ການທ່ອງທ່ຽວ, ເພີ່ມທະວີການເຊື່ອມຕໍ່ທາງອາກາດ ແລະ ການແລກປ່ຽນວັດທະນະທຳສາກົນ.
ຍສໝ - ນັບຕັ້ງແຕ່ປີ 2011 ຫາ ປີ 2024, ປະເທດ ຫວຽດນາມ ແລະ ປະເທດ ລາວ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ ຄົບຮອບ 6 ຄັ້ງ, ໂດຍຜ່ານນັ້ນກໍໄດ້ປະກອບສ່ວນເພີ່ມທະວີການປະສານງານ, ຊຸກຍູ້ສາຍພົວພັນການຮ່ວມມືທີ່ສະໜິດແໜ້ນ ແລະ ຜູກພັນກັນຄືແຂ້ວກັບລິ້ນ ລະຫວ່າງ ກະຊວງຍຸຕິທຳ ຂອງສອງປະເທດ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີນສີແທັງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel.