ຍສໝ - ກອງປະຊຸມໃຫຍ່ ສະຫະພັນກຳມະບານຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031 ຈະດຳເນີນໄປແຕ່ວັນທີ 3-5 ເດືອນມິຖຸນາ ຢູ່ ຮ່າໂນ້ຍ ໃນທ່າມກາງສະພາບການທີ່ປະເທດຊາດຍູ້ແຮງການຫັນເປັນດິຈິຕອນ, ເຊື່ອມໂຍງສາກົນ ແລະ ສ້າງກຳລັງການຜະລິດໃໝ່. ດ້ວຍຮຽກຮ້ອງຕ້ອງການດັດແປງໃໝ່ຢ່າງແຂງແຮງທາງດ້ານການຈັດຕັ້ງ, ວິທີການເຄື່ອນໄຫວ ແລະ ຄຸນນະພາບຂອງຖັນແຖວພະນັກງານ, ກອງປະຊຸມໃຫຍ່ໄດ້ຮັບການຄາດຫວັງວ່າຈະເປີດໄລຍະແຫ່ງການພັດທະນາໃໝ່ຂອງການຈັດຕັ້ງກຳມະບານ ແນໃສ່ຮ່ວມເດີນທາງ, ເປັນຕົວແທນ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ດີກວ່າເກົ່າ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ອາຍຸການ 2026-2031 ຈະດຳເນີນໄປໃນສອງວັນທີ 7-8 ມິຖຸນາ ຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ), ດ້ວຍຫົວຂໍ້ “ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ”. ກອງປະຊຸມໃຫຍ່ໄດ້ຮັບຄວາມຫວັງວ່າ ຈະເປີດໄລຍະແຫ່ງການພັດທະນາໃໝ່ ຂອງການຈັດຕັ້ງສະມາຄົມ, ສືບຕໍ່ຢັ້ງຢືນບົດບາດໃຈກາງ, ເຈົ້າການ ຂອງຊາວນາ ໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການສ້າງສາຊົນນະບົດໃໝ່.
ຍສໝ - ແຂວງຮຶງອຽນ ພວກເລັ່ງລັດການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ” ກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນຮູ້ຂໍ້ມູນ, ໃນນັ້ນ ຮຽກຮ້ອງໃຫ້ສຳເລັດການເກັບຕົວຢ່າງ ADN ຕໍ່ກັບບັນດາຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ກ່ອນບຸນສົງການປີ 2027 ແນໃສ່ຮັບໃຊ້ໃຫ້ແກ່ຕາການກວດສອບ, ຄືນຊື່ໃຫ້ແກ່ບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ໃນບັ້ນຮົບ “500 ວັນ ແລະ ຄືນ ເລັ່ງລັດການຈັດຕັ້ງປະຕິບັດການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ” (ບັ້ນຮົບ), ບັນດາທິມງານເກັບໂຮມຂອງຫວຽດນາມ ແມ່ນພວມສືບຕໍ່ຄົ້ນຫາອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ແລະ ກຳປູເຈຍ, ໂດຍການສືບຫານຳຮອຍຕາມຄວາມຊົງຈຳຂອງພະຍານບຸກຄົນ ແລະ ການຊ່ວຍເຫຼືອຂອງປະຊາຊົນປະເທດເພື່ອນມິດ ເພື່ອນຳພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນສູ່ຜືນແຜ່ນດິນແມ່.
ຍສໝ - ພາຍຫຼັງການດຳເນີນໄປຢ່າງຟົດຟື້ນເປັນເວລາ 3 ວັນ, ໃນຄ່ຳຄືນວັນທີ 24 ພຶດສະພາ, ງານມະຫະກຳ “ການແລກປ່ຽນວັດທະນະທຳ ຮ້ຍອານ - ຍີ່ປຸ່ນ ຄັ້ງທີ 22, ດານັງ 2026” ໄດ້ອັດລົງຢ່າງເປັນທາງການ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນຈົບງາມ ໄວ້ໃນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ດ້ວຍບັນດາກິດຈະກຳແລກປ່ຽນວັດທະນະທຳ ແລະ ສິລະປະທີ່ເປັນເອກະລັກ ຂອງສອງປະເທດ.
ຍສໝ - ໃນມື້ວັນທີ 29 ພຶດສະພາ ຢູ່ທີ່ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ເປັນປະທານຈັດຕັ້ງວາລະການໂອ້ລົມສົນທະນາທາງດ້ານວິທະຍາສາດ ພາຍໃຕ້ຫົວຂໍ້ "ສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ". ເຫດການດັ່ງກ່າວແມ່ນນອນຢູ່ໃນຂອບຂອງຫົວຂໍ້ການຄົ້ນຄວ້າລະດັບຊາດ "ຄົ້ນຄວ້າກິດຈະກຳການຕ່າງປະເທດປະຊາຊົນໃນຂອບເຂດທົ່ວໂລກ ພາຍໃຕ້ບໍລິບົດຊຸດໃໝ່ ແລະ ການສະເໜີວິທີການແກ້ໄຂສຳລັບ ຫວຽດນາມ".
ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok).
ຍສໝ - ການກວດສອບ ADN, ການສ້າງທະນາຄານຢີນ ແລະ ການຫັນຂໍ້ມູນເປັນດິຈິຕອນ ໄດ້ກາຍເປັນທິດທາງຈຸດສຸມໃນວຽກງານກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ພາຍຫຼັງທີ່ລັດຖະບານໄດ້ປະກາດໃຊ້ກົນໄກພິເສດ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຕ່າງໆ ທີ່ແກ່ຍາວມາເປັນເວລາຫຼາຍປີຜ່ານມາ.
ຍສໝ - ຕາມແຜນການ, ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031, ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ. ນີ້ແມ່ນເຫດການທາງການເມືອງອັນສຳຄັນ ຂອງຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງສະຫະພັນກຳມະບານ ຫວຽດນາມ, ເຊິ່ງດຳເນີນໄປທ່າມກາງບໍລິບົດທີ່ປະເທດຊາດສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ການຫັນປ່ຽນດິຈີຕອນ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX, ອາຍຸການ 2026 - 2031 ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ພາຍໃຕ້ຫົວຂໍ້ “ສາມັກຄີ, ປະຊາທິປະໄຕ, ບຸກທະລຸ, ຮ່ວມມື, ພັດທະນາ”.
ຍສໝ - ກ່ອນທ່າມກາງການຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ຄາດວ່າຈະຂຶ້ນກ່າວປາໄສນຳພາ (ປາໄສຫຼັກ) ຢູ່ທີ່ກອງປະຊຸມໂຕ້ຕອບ Shangri-La ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ນັບຕັ້ງແຕ່ມື້ວັນທີ 29-31/5/2026), ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີວາລະແລກປ່ຽນພົບປະຮ່ວມກັບສື່ມວນຊົນ.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳສິງກະໂປ, ໃນມື້ວັນທີ 25/5, ເວັບໄຊ AsiaInvest Singapore (asiainvest.com.sg) ໄດ້ລົງບົດຂຽນພາຍໃຕ້ຫົວຂໍ້: “ສິງກະໂປ - ຫວຽດນາມ: ເພີ່ມທະວີການຮ່ວມມືດ້ານເສດຖະກິດ ພາຍໃຕ້ບໍລິບົດທົ່ວໂລກທີ່ມີການຫັນປ່ຽນ”, ໂດຍມີທັດສະນະຕີລາຄ່ວາ ຖ້ຽວຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ນັບຕັ້ງແຕ່ມື້ວັນທີ 29-31/5 ນັ້ນ ແມ່ນດຳເນີນໄປທ່າມກາງບໍລິບົດ ທີ່ສະພາບແວດລ້ອມເສດຖະກິດທົ່ວໂລກ ພວມມີການຫັນປ່ຽນຢ່າງວ່ອງໄວ, ພ້ອມກັບບັນດາການປັບປຸງບູລະນະດ້ານຕ່ອງໂສ້ອຸປະທານ, ຄວາມບໍ່ສະຖຽນລະພາບດ້ານເສດຖະກິດ, ຄວາມຜັນຜວນຂອງຕະຫຼາດພະລັງງານ ແລະ ການຫັນປ່ຽນພາຍໃນສະພາບການຂອງພາກພື້ນ ທີ່ຍັງຄົງສືບຕໍ່ສົ່ງຜົນກະທົບ ຕໍ່ກັບກິດຈະກຳທາງທຸລະກິດຢູ່ອາຊີ ແລະ ສະມາຄົມບັນດາປະເທດອຸດສາຫະກຳອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ຍສໝ - ຍ້ອນການຫັນກະບວນການຂັ້ນຕອນໃຫ້ມີຄວາມງ່າຍດາຍ ແລະ ການນຳໃຊ້ເຕັກໂນໂລຊີ, ຂະແໜງສາທາລະນະສຸກ ແຂວງກວາງຈິ ໄດ້ໃຫ້ການສະໜັບສະໜູນຢ່າງມີປະສິດທິຜົນ ແກ່ຜູ້ປ່ວຍ HIV ຫຼາຍຮ້ອຍຄົນ ໃຫ້ສາມາດເຂົ້າເຖິງການປິ່ນປົວໄດ້ແຕ່ຫົວທີ, ຮັກສາຄວາມລັບຂອງຂໍ້ມູນ ແລະ ມີສຸຂະພາບທີ່ສະຖຽນລະພາບ.
ຍສໝ - ຕັ້ງແຕ່ວັນທີ 26 ຫາ ວັນທີ 27 ພຶດສະພາ, ທ່ານນາງ ກຳມະການເອີຣົບ ຮັບຜິດຊອບວຽກງານວິສາຫະກິດເລີ່ມຕົ້ນໃໝ່, ການວິໄຈ ແລະ ນະວັດຕະກຳ Ekaterina Zaharieva ຈະມາຢ້ຽມຢາມ ຮ່າໂນ້ຍ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ສະຫະພາບເອີຣົບ ແລະ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STI).
ຍສໝ - ການຢ້ຽມຢາມລັດຖະກິດ ທີ່ກຳລັງຈະມາເຖິງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ທີ່ປະເທດສິງກະໂປ ແມ່ນໄດ້ຮັບການຄາດຫວັງວ່າ ຈະນຳພາສາຍພົວພັນສອງຝ່າຍ ຫວຽດນາມ-ສິງກະໂປ ກ້າວເຂົ້າສູ່ໄລຍະໃໝ່, ຮ່ວມມືກັນແກ້ໄຂບັນດາບັນຫາລວມ, ເພື່ອຜົນປະໂຫຍດຂອງສອງຝ່າຍ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ ເປັນຕົ້ນແມ່ນ ເຕັກນິກດິຈີຕອນ, ການຜະລິດທີ່ກ້າວໜ້າ, ການສຶກສາ ແລະ ການຝຶກອົບຮົມທີ່ມີຄຸນນະພາບສູງ, ຕາມທັດສະນະຂອງທ່ານ Rajpal Singh, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສິງກະໂປ ປະຈຳ ຫວຽດນາມ.
ຍສໝ - ການກວດຫາເຊື້ອ HIV ພາຍໃນຊຸມຊົນ, ການປິ່ນປົວປ້ອງກັນກ່ອນການສຳຜັດເຊື້ອ (PrEP), ການແຈກຢາຍຢາ ເມທາໂດນ (Methadone) ສຳລັບຫຼາຍວັນ ຫຼື ການເຂົ້າຮ່ວມຂອງບັນດາກຸ່ມຊຸມຊົນ ພວມຊ່ວຍໃຫ້ວຽກງານການປ້ອງກັນ ແລະ ຕ້ານ HIV/AIDS ເຂົ້າເຖິງໄດ້ໃກ້ຊິດກັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ປ່ວຍກວ່າເກົ່າ. ຈາກພຶດຕິກຳຕົວຈິງຢູ່ຫຼາກຫຼາຍທ້ອງຖິ່ນ, ຂະແໜງສາທາລະນະສຸກພວມຄ່ອຍໆປັບປຸງວິທີການຈັດຕັ້ງປະຕິບັດ ໄປໃນທິດທາງທີ່ມີຄວາມຢືດຢຸ່ນ, ຫຼຸດຜ່ອນອຸປະສັກໃນການເຂົ້າເຖິງບໍລິການ ແລະ ຮັກສາການປິ່ນປົວໃນໄລຍະຍາວ.
ຍສໝ - ການໃຫ້ຄຳປຶກສາຜ່ານເຄືອຂ່າຍສັງຄົມອອນລາຍ, ການສະໜັບສະໜູນການກວດຫາເຊື້ອ HIV ພາຍໃນຊຸມຊົນ, ການເຊື່ອມຕໍ່ເຂົ້າສູ່ການປິ່ນປົວດ້ວຍຢາ ARV ຫຼື ການນຳພາຜູ້ທີ່ລະເລີຍການປິ່ນປົວກັບຄືນເຂົ້າສູ່ສະຖານທີ່ບໍລິການທາງການແພດ... ແມ່ນບັນດາວຽກງານທີ່ພວມໄດ້ຮັບການຈັດຕັ້ງປະຕິບັດໂດຍ ຫຼາກຫຼາຍອົງການຈັດຕັ້ງທີ່ອີງໃສ່ຊຸມຊົນ (CBO) ຢູ່ຕາມບັນດາທ້ອງຖິ່ນ. ໃນບໍລິບົດທີ່ບັນຫາ HIV/AIDS ນັບມື້ນັບມີຄວາມຫຍຸ້ງຍາກໃນການເຂົ້າເຖິງຕາມແບບດັ້ງເດີມ, ບັນດາກຸ່ມຊຸມຊົນເຫຼົ່ານີ້ ພວມກາຍເປັນກຳລັງແຮງສະໜັບສະໜູນອັນສຳຄັນ ໃຫ້ແກ່ລະບົບການປ້ອງກັນ ແລະ ຕ້ານ HIV/AIDS ນັບຕັ້ງແຕ່ຂັ້ນຮາກຖານ.
ຍສໝ - ຜົນງານຈິດຕະກຳ ແລະ ປະຕິມາກຳ ຫຼາຍກວ່າ 50 ຜົນງານ ທີ່ໄດ້ຮັບແຮງບັນດານໃຈຈາກດອກບົວ ແລະ ຈິດວິນຍານແຫ່ງພຸດທະສາສະໜາ ໄດ້ຮັບການແນະນຳຢູ່ທີ່ງານວາງສະແດງ “ດອກບົວຕົ້ນລະດູຮ້ອນ IX”, ເນື່ອງໃນໂອກາດບຸນວິສາຂະບູຊາ ພຸດທະສັກກະລາດ 2570 ແລະ ສະເຫຼີມສະຫຼອງວັນປະສູດຂອງພຣະພຸດທະເຈົ້າ ຄົບຮອບ 2650 ປີ.
ຍສໝ - Expo ANTAD 2026 ເຕົ້າໂຮມເອົາຫຼາຍກວ່າ 1.800 ວິສາຫະກິດ ຂອງ 70 ປະເທດ, ເຂດແຄ້ນ.
ຍສໝ - ຈາກບັນດາຖ້ຽວລົດຂ້າມແດນ ທີ່ເຊື່ອມຕໍ່ ແຂວງກວາງຈິ (ຫວຽດນາມ) ກັບ ສະຫວັນນະເຂດ, ວຽງຈັນ ແລະ ທ່າແຂກ (ລາວ), ມຸກດາຫານ, ນະຄອນພະນົມ ຫຼື ອຸດອນທານີ (ໄທ), ເສັ້ນທາງເດີນທ່ຽວໃໝ່ ຂອງການທ່ອງທ່ຽວພາກພື້ນ ພວມຄ່ອຍໆໄດ້ຮັບການສ້າງຕັ້ງຂຶ້ນ. ແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ (EWEC) – ເສັ້ນທາງເຊື່ອມຕໍ່ທະລຸອາຊີ ທີ່ຕັດຜ່ານ ຫວຽດນາມ, ລາວ, ໄທ ແລະ ມຽນມາ ບໍ່ພຽງແຕ່ແມ່ນແກນກາງແຫ່ງການຄ້າອັນສຳຄັນເທົ່ານັ້ນ ແຕ່ຍັງເປີດໂອກາດໃນການຮ່ວມສຳພັນ ເພື່ອພັດທະນາການທ່ອງທ່ຽວ ລະຫວ່າງ ບັນດາປະເທດໃນພາກພື້ນ. ໃນເສັ້ນທາງເດີນທ່ຽວດັ່ງກ່າວນັ້ນ, ແຂວງກວາງຈິ ພວມໄດ້ຮັບການຄາດຫວັງວ່າ ຈະກາຍເປັນຈຸດເຊື່ອມຕໍ່ ທີ່ມີທ່າແຮງບົ່ມຊ້ອນອັນອຸດົມສົມບູນ ຢູ່ເທິງເສັ້ນທາງການທ່ອງທ່ຽວຂ້າມແດນນີ້.