ຍສໝ - ເລີມດົ່ງ ພວມຜັນຂະຫຍາຍ ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025-2035 ໂດຍຈຸດສຸມແມ່ນການອະນຸລັກຮັກສາມໍລະດົກ, ສ້າງສາຊັບພະຍາກອນມະນຸດ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ການຫັນເປັນດິຈິຕອນ.
ຍສໝ - ອຳນາດການປົກຄອງແຂວງ ດັກລັກ ພວມຈັດຕັ້ງກອງປະຊຸມ ເຊື່ອມຕໍ່ທົວທ່ຽວ ແລະ ພັດທະນາຈຸດໝາຍປາຍທາງການທ່ອງທ່ຽວ ຢູ່ໃນທ້ອງຖິ່ນ, ແນໃສ່ຊຸກຍູ້ຂະແໜງເສດຖະກິດປາຍແຫຼມການທ່ອງທ່ຽວຂອງທ້ອງຖິ່ນ ໃນສະພາບການໃໝ່.
ຍສໝ - ຂະແໜງການທ່ອງທ່ຽວຫາກໍ່ຕ້ອນຮັບອີກໜຶ່ງສັນຍານອັນໜ້າຍິນດີ ເມື່ອຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ສືບຕໍ່ເຕີບໂຕຢ່າງແຂງແຮງໃນບັນດາເດືອນຕົ້ນປີ 2026. ຕົວເລກນີ້ສະແດງໃຫ້ເຫັນເຖິງສິ່ງໃດ?
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈີນສີແທັງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ ປະຈຳ ປະເທດ ຫວຽດນາມ Jim Nickel.
ຍສໝ - ຕອນເຊົ້າວັນທີ 11 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢູ່ພາຍໃດຂອບເຂດກອງປະຊຸມອະນາຄົດອາຊີ ຄັ້ງທີ 31 ທີ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ.
ຍສໝ - ພາຍໃດສະພາບການທີ່ສະພາບການຄ້າທົ່ວໂລກມີການຜັນແປຢ່າງສັບສົນ, ຍຸດທະສາດການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ພວມກາຍເປັນຄານງັດຫຼັກແຫຼ່ງ ທີ່ຊ່ວຍໃຫ້ ກົມພາສີ ຫວຽດນາມ ປະຕິຮູບ, ຫັນເປັນທັນສະໄໝ ແລະ ຍົກສູງປະສິດທິຜົນການຄຸ້ມຄອງ.
ຍສໝ - ພາຍໃດຂອບເຂດເວທີປາໄສອະນາຄົດ ASEAN (ASEAN Future Forum - AFF) 2026 ທີ່ໄດ້ຈັດຂຶ້ນຢູ່ທີ່ ຮ່າໂນ້ຍ ໃນວັນທີ 8-9 ມິຖຸນາ, ຫຼາກຫຼາຍທ່ານເອກອັກຄະລັດຖະທູດ ແລະ ນັກການທູດສາກົນ ໄດ້ຕີລາຄາສູງຕໍ່ກັບບົດບາດທີ່ນັບມື້ນັບເປັນເຈົ້າການຂອງ ປະເທດ ຫວຽດນາມ ພາຍໃດການຊຸກຍູ້ການເຈລະຈາ, ຮັດແໜ້ນຄວາມສາມັກຄີພາຍໃດກຸ່ມ ແລະ ການປະກອບສ່ວນເຂົ້າໃສ່ວິວັດທະນາການແຫ່ງການກຳນົດວິໄສທັດການພັດທະນາຂອງ ASEAN ພາຍໃດໄລຍະໃໝ່.
ຍສໝ - ພາຍຫຼັງການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເລັ່ງຂຸ້ນຂ້ຽວຜັນຂະຫຍາຍຫຼາກຫຼາຍເນື້ອໃນການຮ່ວມມືຮ່ວມກັບ ຫວຽດນາມ, ແນໃສ່ຫັນບັນດາຂໍ້ຕົກລົງທີ່ບັນລຸໄດ້ໃຫ້ເປັນຮູບປະທຳ ແລະ ສືບຕໍ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີລະຫວ່າງສອງປະເທດ ມີຄວາມເລິກເຊິ່ງຍິ່ງໆຂຶ້ນ.
ຍສໝ - ພາຍໃດບັນດາວາລະການເຮັດວຽກຮ່ວມກັບການນຳສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການຈັດຕັ້ງຂອງ ຍີ່ປຸ່ນ ນັບຕັ້ງແຕ່ວັນທີ 8-10 ມິຖຸນາ ຢູ່ທີ່ Tokyo (ຍີ່ປຸ່ນ), ທ່ານຮອງນາຍົກລັດຖະມົນຕີ ເລຕ໋ຽນເຈົາ ໄດ້ສະເໜີໃຫ້ຝ່າຍ ຍີ່ປຸ່ນ ສືບຕໍ່ເຮັດໃຫ້ຂັ້ນຕອນການເດີນທາງເຂົ້າເມືອງມີຄວາມງ່າຍດາຍຂຶ້ນ, ມຸ່ງໜ້າສູ່ການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ, ໃນຂະນະດຽວກັນ ກໍຊຸກຍູ້ການຮ່ວມມືພາຍໃດຂົງເຂດໃໝ່ໆ ເປັນຕົ້ນແມ່ນ ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ການຫັນປ່ຽນເປັນດິຈິຕອນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸ້ງ (Mai Phan Dũng) - ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ Geneva ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຢູ່ພາຍໃດ ວາລະກອງປະຊຸມຄົບຄະນະ ຂອງກອງປະຊຸມໃຫຍ່ແຮງງານສາກົນ ຄັ້ງທີ 114 (ILC114) ຂອງອົງການແຮງງານສາກົນ (ILO).
ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3.
ຍສໝ - ເຫດການດັ່ງກ່າວ ບໍ່ພຽງແຕ່ຢືນຢັນເຖິງບົດບາດສູນກາງຂອງ ອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ເຫັນຢ່າງພົ້ນເດັ່ນເຖິງຄວາມເປັນເຈົ້າການຂອງ ຫວຽດນາມ ພ້ອມກັບບັນດາປະເທດພາຍໃດພາກພື້ນ ພາຍໃດການຮ່ວມແຮງຮ່ວມໃຈສາມັກຄີ ແລະ ພັດທະນາ ຕໍ່ໜ້າບັນດາຄວາມຜັນແປທາງດ້ານພູມສາດການເມືອງໃນທົ່ວໂລກ.
ຍສໝ - ໃນຕອນຄ່ຳວັນທີ 9/6, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 3 ແຕ່ວັນທີ 7 - 9/6/2026, ຕາມຄຳເຊີນຂອງ ທ່ານ ເລມິງຮຶງ (Lê Minh Hưng) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ຍສໝ - ໃນວັນທີ 9/6, ຄະນະຜູ້ແທນແຂວງ ຫຼວງນ້ຳທາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ແຂວງ ຟູເຖາະ.
ຍສໝ - ແຕ່ວັນທີ 8-12/6, ໂຄງການ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ຜ່າຕັດເດັກພິການທີ່ມີເງື່ອນໄຂຄອບຄົວຝືດເຄືອງ ຢູ່ພາຍໃດທ້ອງຖິ່ນແຂວງ ດຽນບຽນ ປະຈຳປີ 2026 ແມ່ນໄດ້ຈັດຂຶ້ນຢູ່ທີ່ ໂຮງໝໍມະໂຫສົດແຂວງ. ພາຍໃດນັ້ນ, ມີເດັກນ້ອຍທີ່ປະສົບກັບຮູບແບບຄວາມພິການຕ່າງໆຈຳນວນ 370 ຄົນ ໄດ້ຮັບການສະໜັບສະໜູນເພື່ອເຂົ້າຮັບການກວດພະຍາດ, ວິນິດໄສຮ່ວມ, ປິ່ນປົວ ແລະ ຜ່າຕັດ.
ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.
ຍສໝ - ໃນວັນທີ 08/6, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ໄດ້ດຳເນີນວາລະການເຈລະຈາ.
ຍສໝ - ໃນຕອນເຊົ້າວັນທີ 8/6, ຢູ່ທີ່ນະຄອນຫຼວງ ຮາໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ວາລະດຳລົງຕຳແໜ່ງປີ 2026 - 2031 ໄດ້ໄຂມາກຂຶ້ນຢ່າງສົມເກດ ໂດຍມີຄະນະຜູ້ແທນດີເດັ່ນ 600 ທ່ານ ເຊິ່ງເປັນຕົວແທນໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ ແລະ ຊາວນາເກືອບ 10 ລ້ານຄົນໃນທົ່ວປະເທດ ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່.
ຍສໝ - ໃນຕອນເຊົ້າວັນທີ 8/6, ສະຫະພັນບັນດາອົງການຈັດຕັ້ງມິດທະພາບແຂວງ ອານຢາງ (An Giang), ອົງການ Sunflower Mission (ອາເມລິກາ) ຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານຝູ (An Phú) ຈັດຕັ້ງພິທີສະຫຼອງ ແລະ ມອບ-ຮັບ ຫ້ອງຮຽນຈຳນວນ 6 ຫ້ອງ ຢູ່ທີ່ໂຮງຮຽນປະຖົມ "B" ວິງໂຮ້ຍດົງ.