ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ
ຍສໝ - ຕາມນັກຂ່າວ TTXVN ປະຈຳ ຍີ່ປຸ່ນ, ວັນທີ 22 ມິຖຸນາ, ຢູ່ທີ່ໂຕກຽວ, ໂຮງໝໍສູນກາງກອງທັບ 108 ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຮ່ວມກັບ ຄະນະແພດສາດ ຂອງມະຫາວິທະຍາໄລ Toho.
ຍສໝ - ຕາມນັກຂ່າວ TTXVN ປະຈຳ ຍີ່ປຸ່ນ, ວັນທີ 22 ມິຖຸນາ, ຢູ່ທີ່ໂຕກຽວ, ໂຮງໝໍສູນກາງກອງທັບ 108 ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຮ່ວມກັບ ຄະນະແພດສາດ ຂອງມະຫາວິທະຍາໄລ Toho.
ຍສໝ - ໃນຕອນບ່າຍວັນທີ 22 ມິຖຸນາ, ຢູ່ທີ່ຮານ້ອຍ, ສະມາຄົມນັກຂ່າວຫວຽດນາມ ໄດ້ມີກອງປະຊຸມເຮັດວຽກຮ່ວມກັບ ຄະນະຜູ້ແທນສະມາຄົມນັກຂ່າວເກົາຫຼີໃຕ້ ໂດຍແມ່ນທ່ານ Park Jong Hyun, ປະທານສະມາຄົມນັກຂ່າວເກົາຫຼີໃຕ້ ເປັນຫົວໜ້າຄະນະ.
ຍສໝ - ພາຍໃດສະພາບການທີ່ ປັນຍາປະດິດ (AI), ຂໍ້ມູນ ແລະ ພື້ນຖານໂຄງລ່າງດິຈິຕອນ ພວມກາຍເປັນບັນດາປັດໄຈຕັດສິນກຳລັງແຮງທາງດ້ານເສດຖະກິດ ແລະ ຄວາມສາມາດພາຍໃດການແຂ່ງຂັນຂອງຊາດ, ຫວຽດນາມ ພວມຜະເຊີນໜ້າກັບໂຈດບັນຫາທີ່ວ່າ ເຮັດແນວໃດ ເພື່ອທັງສາມາດຂຸດຄົ້ນບັນດາແຫຼ່ງກຳລັງເຕັກໂນໂລຊີທົ່ວໂລກ, ທັງຮັບປະກັນໄດ້ຜົນປະໂຫຍດທາງດ້ານຍຸດທະສາດ ແລະ ອະທິປະໄຕດິຈິຕອນໃນໄລຍະຍາວ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ທີ່ສໍານັກງານກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ), ຊຸດອົບຮົມນາຍທະຫານເສນາທິການ ສປຊ (UNSOC) ໂດຍແມ່ນ ຫວຽດນາມ ແລະ ການາດາ ຮ່ວມກັນຈັດຕັ້ງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຊຸດອົບຮົມທຳອິດ ທີ່ໄດ້ຮັບການຜັນຂະຫຍາຍ ພາຍຫຼັງທີ່ແຜນງານ UNSOC ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ ສປຊ ວ່າບັນລຸມາດຕະຖານ ໃນເດືອນມີນາ 2026, ອັນເປັນການໝາຍບາດກ້າວຂະຫຍາຍຕົວໃໝ່ ພາຍໃດວຽກງານການກໍ່ສ້າງບຳລຸງສ້າງກຳລັງ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ.
ຍສໝ - ວັນທີ 22 ມິຖຸນາ, ມະຫາວິທະຍາໄລການເງິນ - ການທະນາຄານ ຮານ້ອຍ ໄດ້ຈັດພິທີໄຂຊຸດອົບຮົມ, ບຳລຸງສ້າງກ່ຽວກັບ “ການຄຸ້ມຄອງບໍລິຫານວິສາຫະກິດລັດ: ບົດຮຽນຂອງຫວຽດນາມ” ໃຫ້ແກ່ພະນັກງານ ແລະ ການນຳຂອງບັນດາບໍລິສັດໃຫຍ່, ວິສາຫະກິດລັດ ຈຳນວນ 27 ທ່ານ ທີ່ສັງກັດຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ. ແຜນງານດັ່ງກ່າວ ແມ່ນດຳເນີນໄປຕັ້ງແຕ່ວັນທີ 22-28 ມິຖຸນາ, ອັນເປັນການປະກອບສ່ວນເພີ່ມທະວີການແລກປ່ຽນບົດຮຽນການຄຸ້ມຄອງ ແລະ ການຮ່ວມມືດ້ານການກໍ່ສ້າງບຳລຸງສ້າງ ລະຫວ່າງສອງປະເທດ.
ຍສໝ - ໃນຕອນບ່າຍວັນທີ 22 ມິຖຸນາ, ຄະນະຊີ້ນຳ 515 ແຂວງ ອານຢາງ ໄດ້ຈັດຕັ້ງກອງປະຊຸມທາງໄກ (ອອນລາຍ) ຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ ເພື່ອຍູ້ແຮງການຈັດຕັ້ງປະຕິບັດການຊອກຫາ, ເກັບກູ້ ແລະ ຢັ້ງຢືນຕົວຕົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” ແລະ ວຽກງານການເກັບກູ້, ມອບ-ຮັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ພາຍໃດທ້ອງຖິ່ນແຂວງ. ຕາມແຜນການແລ້ວ, ທ້ອງຖິ່ນແມ່ນສູ້ຊົນໃຫ້ສຳເລັດການເກັບກູ້ຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດຢັ້ງຢືນຂໍ້ມູນໄດ້ ຈຳນວນ 15.747 ຕົວຢ່າງ ເພື່ອຮັບໃຊ້ເຂົ້າພາຍໃດການກວດພິສູດ ADN, ອັນເປັນການປະກອບສ່ວນເລັ່ງລັດຄວາມໄວ ຂອງຂະບວນການຢັ້ງຢືນຕົວຕົນຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ.
ຍສໝ - ດ້ວຍບັນດາຜົນສຳເລັດອັນປະທັບໃຈພາຍໃດໄລຍະເຄິ່ງຕົ້ນປີ 2026, ທົ່ວຂະແໜງກະສິກຳ ພວມເລັ່ງຄວາມໄວເພື່ອມຸ່ງໄປສູ່ເປົ້າໝາຍມູນຄ່າການສົ່ງອອກເປັນປະຫວັດສາດທີ່ 74 ຕື້ USD, ອັນເປັນການສ້າງຮາກຖານໃຫ້ແກ່ວິໄສທັດ 100 ຕື້ USD ພາຍໃດປີ 2030.
ຍສໝ - ບໍ່ພຽງແຕ່ແມ່ນໂອກາດພາຍໃດການຊອກຫາວຽກເຮັດງານທຳເທົ່ານັ້ນ, ບັນດາແຜນງານທີ່ບໍ່ຫວັງຜົນກຳໄລ ທີ່ນຳສົ່ງແຮງງານຫວຽດນາມໄປຕ່າງປະເທດ ພວມກາຍເປັນ “ຂົວຕໍ່” ຊ່ວຍໃຫ້ຜູ້ອອກແຮງງານເຂົ້າເຖິງສະພາບແວດລ້ອມການເຮັດວຽກໃນລະດັບສາກົນ, ໄດ້ຮັບການອົບຮົມບຳລຸງສ້າງຢ່າງເປັນລະບົບ, ຮັບປະກັນດ້ານຜົນປະໂຫຍດ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ມາຈາກບັນດາກິດຈະກຳນາຍໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍ.
ຍສໝ - ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ຄະນະບັນຊາທະຫານຊາຍແດນ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງ ສາລະວັນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ ຢູ່ບົນຊ່ວງເສັ້ນຊາຍແດນ ຫວຽດນາມ - ລາວ ທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ.
ຍສໝ - ພາຍໃດຂອບເຂດການເຄື່ອນໄຫວວຽກງານ ຢູ່ທີ່ປະເທດ ຟິນແລນ ໃນວັນທີ 17 ມິຖຸນາ, ຄະນະປະຕິບັດງານ ນະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອຳນາດການປົກຄອງນະຄອນ Turku (ແຟງລັງ). ນີ້ແມ່ນກິດຈະກຳການຕ່າງປະເທດອັນສຳຄັນ ແນໃສ່ສືບຕໍ່ຮັດແໜ້ນ, ເພີ່ມທະວີສາຍພົວພັນການຮ່ວມມືມິດພາບ ລະຫວ່າງ ດານັງ - Turku ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນມາຕັ້ງແຕ່ປີ 2018, ໃນຂະນະດຽວກັນ ກໍເພື່ອແລກປ່ຽນ, ສະເໜີບັນດາທິດທາງການຮ່ວມມືພາຍໃດໄລຍະຕໍ່ໜ້າ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ລົງນາມຂໍ້ຕົກລົງເລກທີ 1111/QĐ-TTg ລົງວັນທີ 19 ມິຖຸນາ 2026 ຂອງທານນາຍົກລັດຖະມົນຕີ ແຫ່ງລັດຖະບານ ວ່າດ້ວຍການປະກາດໃຊ້ ແຜນການຈັດຕັ້ງ “ວັນວັດທະນະທຳຫວຽດນາມ” ໄລຍະ 2026 - 2030.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ທີ່ມະຫາວິທະຍາໄລການແພດ ຟ້າມຫງອກແທັກ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ປະସານງານຮ່ວມກັບບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຈັດຕັ້ງແຜນງານ "ຄອບຄົວຫວຽດນາມ ຮ່ວມກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນ ຢູ່ທີ່ນະຄອນໂຮ່ຈີມິນ ປະຈຳປີ 2026".
ຍສໝ - ກອງ K92 ສັງກັດຫ້ອງການເມືອງ, ກອງບັນຊາການທະຫານແຂວງ ອານຢາງ ໃຫ້ຂໍ້ມູນວ່າ, ໂດຍປະຕິບັດໜ້າທີ່ພາຍໃດລະດູແລ້ງປີ 2025 - 2026, ກົມກອງສາມາດຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 56 ອັດຖິ ເພື່ອນຳໄປສະກາລະບູຊາຢູ່ຕາມປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ.
ຍສໝ - ຄະນະປະຕິບັດງານ ສະຖານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ເຮັດວຽກຮ່ວມກັບ ສະຫະພັນສະຫະກອນ ນະຄອນ ຫາຍຟ້ອງ ແນໃສ່ເປີດກວ້າງໂອກາດການຮ່ວມມືດ້ານເສດຖະກິດ, ການຄ້າ.
ຍສໝ - ສັບປະດາວັດທະນະທຳ - ການທ່ອງທ່ຽວ ເກິ່ນເທີ: ເຊື່ອມຕໍ່, ຮ່ວມມື ແລະ ພັດທະນາຜະລິດຕະພັນໃໝ່ ຕອນຄ່ຳວັນທີ 18 ມິຖຸນາ, ຢູ່ທີ່ສວນສາທາລະນະທ່າເຮືອ ນິງກ່ຽວ (Ninh Kiều), ສູນສົ່ງເສີມການລົງທຶນ - ການຄ້າ ແລະ ການທ່ອງທ່ຽວ ນະຄອນ ເກິ່ນເທີ (Cần Thơ) ໄດ້ປະສານງານຮ່ວມກັບບັນດາກົມກອງທີ່ກ່ຽວຂ້ອງ ຈັດຕັ້ງພິທີໄຂສັບປະດາວັດທະນະທຳການທ່ອງທ່ຽວ ນະຄອນ ເກິ່ນເທີ ປະຈຳປີ 2026 ພາຍໃຕ້ຫົວຂໍ້ "ໄຕໂດ ເຕັ້ມໄປດ້ວຍສີສັນລະດູຮ້ອນ". ກິດຈະກຳດັ່ງກ່າວ ແມ່ນມີລັກສະນະເອກະລັກອັນພົ້ນເດັ່ນຂອງເຂດແມ່ນ້ຳລຳເຊ ພາກຕາເວັນຕົກພາກໃຕ້ (ທົ່ງພຽງແມ່ນ້ຳຂອງ), ຊຶ່ງໄດ້ຮັບຄວາມມຸ່ງຫວັງວ່າ ຈະກາຍເປັນຈຸດສຸມອັນສໍາຄັນໃຫ້ແກ່ກິດຈະກຳການທ່ອງທ່ຽວຂອງນະຄອນ ພາຍໃດລະດູຮ້ອນປີນີ້.
ຍສໝ - ຕອນບ່າຍວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານ Jim Nickel, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ເນື່ອງພາຍໃດໂອກາດເລີ່ມຕົ້ນອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.
ຍສໝ - ວັນທີ 18 ມິຖຸນາ, ພາຍໃດຂອບເຂດກອງປະຊຸມຄັ້ງທີ 36 ຂອງບັນດາປະເທດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ສະຫະປະຊາຊາດນະຄອນນິວຢອກ (ອາເມລິກາ), ຮອງສາດສະດາຈານ ປະລິນຍາເອກ ຫງວຽນທິລານແອງ, ຮອງຜູ້ນຳສະຖາບັນການຕ່າງປະເທດ ຫວຽດນາມ, ຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ, ໄດ້ຮັບການເລືອກຕັ້ງເຂົ້າດຳລົງຕຳແໜ່ງເປັນຜູ້ພິພາກສາສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026–2035 ດ້ວຍຄະແນນສຽງສູງທີ່ສຸດພາຍໃດເຂດພາກພື້ນ ອາຊີ - ປາຊີຟິກ.
ຍສໝ - ຢູ່ພາຍໃດແຜນງານການເຊື່ອມຕໍ່ການລົງທຶນ ແລະ ດຳເນີນທຸລະກິດ ຫວຽດນາມ - ສະຫະພັນລັດເຊຍ, ທ່ານລັດຖະມົນຕີກະຊວງການເງິນ ໂງວັນຕ໋ວນ ໄດ້ເນັ້ນໜັກເຖິງບົດບາດຂອງຊຸມຊົນວິສາຫະກິດ ພາຍໃດການຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນທະວິພາຄີ.
ຍສໝ - ວັນທີ 18 ມິຖຸນາ, ຢູ່ທີ່ທຳນຽບສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນ ແທັງ ມັ້ນ ໄດ້ຕ້ອນຮັບທ່ານ Choi Young Sam, ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ) ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມອຳລາ ເນື່ອງພາຍໃດໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ທີ່ປະເທດ ຫວຽດນາມ.