ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ.

ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ.

ຍສໝ - ກ່ອນການຢ້ຽມຢາມຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ທ່ານ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳຄັນຂອງການຢ້ຽມຢາມດັ່ງກ່າວ.

ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ

ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ

ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ.

ການພັດທະນາອຸດສາຫະກໍາວັດທະນະທໍາຄຽງຄູ່ກັບເສດຖະກິດມໍລະດົກ ແລະ ການທ່ອງທ່ຽວແບບຍືນຍົງ

ການພັດທະນາອຸດສາຫະກໍາວັດທະນະທໍາຄຽງຄູ່ກັບເສດຖະກິດມໍລະດົກ ແລະ ການທ່ອງທ່ຽວແບບຍືນຍົງ

ຍສໝ - ດ້ວຍຫົວຄິດປະດິດສ້າງ ແລະ ວິໄສທັດຍຸດທະສາດ, ແຂວງກວາງນິງ ພວມຜັນຂະຫຍາຍມະຕິເລກທີ 80-NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳຫວຽດນາມ ຜ່ານການກະທຳຕົວຈິງ. ການຫັນປ່ຽນລາຍການສິລະປະຂະໜາດໃຫຍ່ (concert) ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ບໍ່ພຽງແຕ່ເປັນວິທີແກ້ໄຂທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງເປັນບາດກ້າວທີ່ໜັກແໜ້ນເພື່ອຢືນຢັນຖານະຂອງແຂວງໃນຖານະເປັນສູນກາງອຸດສາຫະກຳວັດທະນະທຳ ຕິດພັນກັບມໍລະດົກ.

ສົ່ງເສີມຫຼາຍຂົງເຂດການຮ່ວມມືຍຸດທະສາດໄລຍະຍາວລະຫວ່າງລາວ ແລະ ຫວຽດນາມ

ສົ່ງເສີມຫຼາຍຂົງເຂດການຮ່ວມມືຍຸດທະສາດໄລຍະຍາວລະຫວ່າງລາວ ແລະ ຫວຽດນາມ

ຍສໝ - ນັກຂ່າວຈາກສຳນັກຂ່າວຫວຽດນາມ (VNA) ໄດ້ໃຫ້ສຳພາດທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ກ່ຽວກັບການຢ້ຽມຢາມຢ່າງເປັນທາງການຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການ.

ເສັ້ນທາງໄປຊອກຫາຊຸດອາພອນພື້ນເມືອງ ຫວຽດນາມ ຂອງນັກອອກແບບໜຸ່ມ

ເສັ້ນທາງໄປຊອກຫາຊຸດອາພອນພື້ນເມືອງ ຫວຽດນາມ ຂອງນັກອອກແບບໜຸ່ມ

ໃນຊຸມປີມໍ່ໆມານີ້, ຊຸດອາພອນບູຮານບໍ່ພຽງແຕ່ແມ່ນແຟຊັນເທົ່ານັ້ນ ຫາກຍັງໄດ້ກາຍເປັນການຄົ້ນຫາຕົວຈິງນຳຄວາມງາມດ້ານວັດທະນະທຳພື້ນເມືອງຍັບເຂົ້າໃກ້ກັບມວນຊົນ. ດ້ວຍຄວາມເມົາມົວ ແລະ ຄວາມເອກອ້າງທະນົງໃຈ, ມີນັກອອກແບບໜຸ່ມຫຼາຍຄົນພວມເລີ່ມຕົ້ນທຸລະກິດ ດ້ວຍການເຊີດຊູຄວາມງາມ ແລະ ໂຄສະນາຊຸດອາພອນບັນດາເຜົ່າ. ບໍລິສັດ ວ້ານທຽນອີ ດ້ວຍການນຳພາຂອງນັກອອແບບໜຸ່ມ ຫງວຽນທິງາ ພ້ອມກັບສະມາຊິກ 20 ຄົນ ພວມມານະພະຍາຍາມແຜ່ກະຈາຍຄວາມງາມຊຸດອາພອນພື້ນເມືອງ ເຖິງມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ສະ​ພາ​ແຫ່ງ​ຊາດ​ຕ້ອງປ່ຽນ​ແປງ​ໃໝ່​ຢ່າງ​ແຮງກວ່າ, ແທດ​ຈິງກວ່າເພື່ອສົມ​ກັບ​ພາ​ລະ​ສຳ​ຄັນ ​ເຊິ່ງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ກຳ​ນົດ

ສະ​ພາ​ແຫ່ງ​ຊາດ​ຕ້ອງປ່ຽນ​ແປງ​ໃໝ່​ຢ່າງ​ແຮງກວ່າ, ແທດ​ຈິງກວ່າເພື່ອສົມ​ກັບ​ພາ​ລະ​ສຳ​ຄັນ ​ເຊິ່ງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ກຳ​ນົດ

ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ໃນຕອນ​ເຊົ້າ​ວັນ​ທີ 06 ເມ​ສາ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ​ ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຮຽກ​ຮ້ອງ​ໃຫ້​ສະ​ພາ​ແຫ່ງ​ຊາດ ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງກວ່າ, ແທດ​ຈິງກວ່າ, ມີ​ປະ​ສິດ​ທິ​ຜົນ​ກວ່າ ເພື່ອ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ ແລະ ສົມ​ກັບ​ ພາ​ລະ​ສຳ​ຄັນເຊິ່ງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ກຳ​​ນົດ.

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ປະ​ເທດ ອາ​ຍຸ​ການ 2026 – 2031

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ປະ​ເທດ ອາ​ຍຸ​ການ 2026 – 2031

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ເກີດ​ວັນ​ທີ 8 ມັງ​ກອນ 1970, ບ້ານ​ເກີດ​ຢູ່​ຕາ​ແສງ ເທີ້ຍ​ເຊີນ, ແຂວງ​ອານ​ຢາງ, ທ່ານ​ແມ່ນ​ເລ​ຂາ​ສູນ​ກາງ​ພັກ​ສະ​ໄໝ​ທີ XIV, ກຳ​ມະ​ການ​ທາງ​ກາ​ນ​ສູນ​ກາງ​ພັກສະ​ໄໝ​ທີ XII, XIII, XIV;ກຳ​ມ​ະ​ການ​ສຳ​ຮອງ​ສູນ​ກາງ​ພັກ​ຊຸດ​ທີ XI, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ່າດ​ສະ​ໄໝ​ທີ XIV, XV, XVI.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສຳ​ລັບ​ທ່ານ​ເລ​ມິ​ຮຶງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.

ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ກາ​ນ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ

ຊີ​ວະ​ປະ​ຫວັດ​ຫຍໍ້​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ກາ​ນ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ

ເວ​ລາ​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ ໄດ້​ຊີ້​ນຳ​ນຳ​ພາ, ປະ​ກາດ​ໃຊ້ຫຼາຍ​ນະ​ໂຍ​ບາຍ​ຊີ້​ຂາດ​ໃຫຍ່, ວາງ​ເປົ້າ​ໝາຍ​ຮອດ​ປີ 2030 ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານ​ກາງ​ສູງ; ຮອດ​ປີ 2045 ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາ​ຍ​ຮັບ​ສູງ.

​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ

​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ

ມີໝູ່ບ້ານແຫ່ງໜຶ່ງຕັ້ງຢູ່ຕີນພູ ໄຕກົນລີ້ງ (ຈອມພູສູງກວ່າໝູ່ຢູ່ເຂດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ) ໄດ້ດຶງດູດແຂກທ່ອງທ່ຽມມາຢ້ຽມຢາມຕາມແຕ່ລະວັນ. ເຖິງວ່າບໍ່ມີບັນດາເຮືອນເກົ່າແກ່ຂອງເຂດພູສູງ, ບໍ່ມີທິວທັດທຳມະຊາດພິເສດຕະຫຼອດປີຄື: ດອກຄາຍ, ດອກໝາກສາລີ້, ດອກຜັກກາດ, ດອກບັກວິດເບັ່ງບານອວດອ້າງສີສັນກໍ່ຕາມ ແຕ່ໝູ່ບ້ານແຫ່ງນີ້ພັດແມ່ນໜຶ່ງໃນບັນດາຈຸດນັດພົບຂອງ Ha Giang Loop (ເສັ້ນທາງຂຸດຄົ້ນ ຮ່າຢາງ ທີ່ມີຊື່ສຽງ). ນັ້ນແມ່ນໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ, ຕາແສງ ລຸ່ງຕາມ, ແຂວງ ຕວຽນກວາງ ແຫ່ງທີ່ແມ່ຍິງຊາວເຜົ່າມົ້ງ ໄດ້ແນະນຳອາຊີບພື້ນເມືອງອອກສູ່ໂລກ.

ບ້ານ ຟຸ້ມ​ຊວ່າຍ, ຕາ​ແສງ ຟອງ​ເຈົາ, ແຂວງ ອານ​ຢາງ ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ

ບ້ານ ຟຸ້ມ​ຊວ່າຍ, ຕາ​ແສງ ຟອງ​ເຈົາ, ແຂວງ ອານ​ຢາງ ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ

ບ້ານ ຟຸ້ມຊວ່າຍ, ຕາແສງ ຟອງເຈົາ, ແຂວງ ອານຢາງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າຈຳ. ການອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ ພວມແມ່ນທິດເດີນທີ່ຖືກຕ້ອງ, ຊ່ວຍໃຫ້ອາຊີບນີ້ພັດທະນາແບບຍືນຍົງ.

ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ລາວ ໃນດິນແດນແຫ່ງເປືອຍຂາວ

ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ລາວ ໃນດິນແດນແຫ່ງເປືອຍຂາວ

ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳ Moskva, ວັນທີ 6 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລະ ພັນລະຍາ ທ່ານນາງ ເລລິງລານ ໄດ້ນຳພາຄະນະຜູ້ແທນຈາກສະຖານທູດຫວຽດນາມ ປະຈຳລັດເຊຍ ມາຢ້ຽມຢາມສະຖານທູດລາວ ເພື່ອອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ.

ໂທ​ລະ​ເລກ ແລະ ສານ​ຊົມ​ເຊີຍ​ທ່ານ ເຈິ່ນ​ແທັງ​ເໝິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ໂທ​ລະ​ເລກ ແລະ ສານ​ຊົມ​ເຊີຍ​ທ່ານ ເຈິ່ນ​ແທັງ​ເໝິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ໃນ​ຈົດ​ໝາຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ໄຊ​ສົມ​ພອນ ພົວ​ວິ​ຫານ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເຈິ່ນ​ແທັງ​ເໝິນ ແລະ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢ່າງ​ແໜ້ນ​ແຟ້ນ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

ສຸມໃສ່ການແກ້ໄຂຄໍາແນະນໍາຂອງ EC ກ່ຽວກັບການຕ້ານການຫາປາ IUU.

ສຸມໃສ່ການແກ້ໄຂຄໍາແນະນໍາຂອງ EC ກ່ຽວກັບການຕ້ານການຫາປາ IUU.

ຍສໝ - ຕອນເຊົ້າວັນທີ 27 ມີນາ, ທີ່ກອງປະຊຸມຮ່ວມແບບເຊິ່ງໜ້າ ແລະ ທາງອອນລາຍກັບ 22 ແຂວງ ແລະ ນະຄອນແຄມຝັ່ງທະເລ, ໃນນັ້ນມີແຂວງໄຕນິງ, ກ່ຽວກັບວຽກງານ ແລະ ວິທີແກ້ໄຂເພື່ອປ້ອງກັນ ແລະ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຮຽກຮ້ອງຄວາມກະຈ່າງແຈ້ງ ແລະ ແກ້ໄຂບັນຫາທີ່ທີມງານກວດກາ IUU ຂອງຄະນະກຳມະການເອີຣົບ (EC) ຍົກຂຶ້ນມາຫຼັງຈາກການຢ້ຽມຢາມຫວຽດນາມ ແຕ່ວັນທີ 10-19 ມີນາ.

ປະຕິບັດມາດຕະການຢ່າງເດັດຂາດເພື່ອແກ້ໄຂບັນຫາທີ່ມີຢູ່ແລ້ວໃນການຕໍ່ສູ້ກັບການຫາປາ IUU.

ປະຕິບັດມາດຕະການຢ່າງເດັດຂາດເພື່ອແກ້ໄຂບັນຫາທີ່ມີຢູ່ແລ້ວໃນການຕໍ່ສູ້ກັບການຫາປາ IUU.

ຍສໝ - ຫຼັງຈາກການກວດກາໂດຍຄະນະຜູ້ແທນຂອງຄະນະກຳມະການເອີຣົບ (EC) ໃນເດືອນມີນາ 2026, ລັດຖະບານ ແລະ ບັນດາກະຊວງ, ອົງການ, ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ພວມສຸມໃສ່ການຊີ້ແຈງຂໍ້ບົກຜ່ອງ ແລະ ຂໍ້ຈຳກັດທີ່ທີມງານກວດກາ IUU ຂອງ EC ໄດ້ຊີ້ໃຫ້ເຫັນ. ໃນກອງປະຊຸມກ່ຽວກັບວຽກງານ ແລະ ວິທີແກ້ໄຂເພື່ອຕ້ານການຫາປາ IUU ໃນວັນທີ 27 ມີນາ 2026, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ຮຽກຮ້ອງໃຫ້ແກ້ໄຂຂໍ້ຈຳກັດເຫຼົ່ານີ້ຕາມໄລຍະເວລາສະເພາະ (ໄລຍະສັ້ນ, ໄລຍະກາງ, ແລະ ໄລຍະຍາວ), ໂດຍສະເພາະແມ່ນຂໍ້ຈຳກັດທີ່ສາມາດເຮັດໄດ້ທັນທີກ່ອນທີ່ EC ຈະອອກບົດລາຍງານຢ່າງເປັນທາງການໃນວັນທີ 19 ເມສາ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ມີ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ມີ "ການປະກາດສົງຄາມ" ຕໍ່ຕ້ານການຫາປາ IUU ແລະ ການລະດົມຊັບພະຍາກອນສູງສຸດເພື່ອຍົກເລີກບັດເຫຼືອງ.

ຍສໝ - ເພື່ອຕອບສະໜອງຄວາມຕ້ອງການອັນຮີບດ່ວນໃນການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການຕ່າງໆ ແລະ 22 ແຂວງ ແລະ ນະຄອນແຄມຝັ່ງທະເລ ລະດົມເວລາ ແລະ ຊັບພະຍາກອນໃຫ້ສູງສຸດ, ປະຕິບັດວິທີແກ້ໄຂທີ່ຮອບດ້ານ ແລະ ເດັດຂາດ, ແລະ ສະກັດກັ້ນຊ່ອງໂຫວ່ ຫຼື ຄວາມຕື້ນຕັນໃຈໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ມະຕິເລກທີ 79 ຈາກທັດສະນະຂອງວິສາຫະກິດເອກະຊົນ: ການເດີນທາງຮ່ວມກັນເພື່ອບັນລຸໃຫ້ໄດ້ໄກກວ່າ

ມະຕິເລກທີ 79 ຈາກທັດສະນະຂອງວິສາຫະກິດເອກະຊົນ: ການເດີນທາງຮ່ວມກັນເພື່ອບັນລຸໃຫ້ໄດ້ໄກກວ່າ

ຍສໝ - ໃນການໂອ້ລົມກັບນັກຂ່າວຈາກໜັງສືພິມອອນໄລຂອງລັດຖະບານ, ຕົວແທນຂອງທຸລະກິດ ແລະ ສະມາຄົມຕ່າງໆ ໄດ້ກ່າວວ່າ ມະຕິເລກທີ 79 ໄດ້ປັບປ່ຽນບົດບາດຂອງລັດວິສາຫະກິດຈາກ "ເສົາຄໍ້າ" ໄປສູ່ "ແກນກາງໃນການສ້າງລະບົບນິເວດ," ດັ່ງນັ້ນຈຶ່ງປົດລັອກຊັບພະຍາກອນ, ນຳພາລະບົບຕ່ອງໂສ້ມູນຄ່າ, ແລະ ສ້າງພື້ນທີ່ການພັດທະນາໃໝ່ສຳລັບພາກເອກະຊົນ, ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

|< < 1 2 3 4 5 > >|