ຍສໝ - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ວາງອອກບັນດາຂໍ້ກຳນົດ ຕໍ່ກັບວຽກງານຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ ພາຍໃນໄລຍະການພັດທະນາຄັ້ງໃໝ່ຂອງປະເທດຊາດ. ຕໍ່ກັບນະຄອນ ໂຮ່ຈີມິນ - ທ້ອງຖິ່ນທີ່ຍາມໃດກໍນຳໜ້າພາຍໃນບັນດາຂະບວນການຊາວໜຸ່ມ, ບັນດາສານຊີ້ນຳຂອງທ່ານເລຂາທິການໃຫຍ່ ພວມໄດ້ຮັບການຫັນເປັນຮູບປະທຳເທື່ອລະກ້າວ ດ້ວຍຫຼວງຫຼາຍແຜນງານ, ຮູບແບບ ແລະ ວິທີການເຮັດທີ່ສະໜິດແໜ້ນກັບຕົວຈິງ.
ຍສໝ - ສືບຕໍ່ແຜນງານການເຄື່ອນໄຫວວຽກງານຢູ່ທີ່ ຊູແອັດ, ນັບຕັ້ງແຕ່ວັນທີ 25-27 ມິຖຸນາ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານນາງ ຫງວຽນແທັງງອກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນຫົວໜ້າຄະນະ ໄດ້ເດິນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ບູນກາລີ.
ຍສໝ - ວັນທີ 26 ມິຖຸນາ, ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານເຂົ້າຮ່ວມເວທີປາໄສນິຕິກຳສາກົນ Saint Petersburg ຄັ້ງທີ XIV, ທ່ານ ຫວາງແທັງຕຸ່ງ ລັດຖະມົນຕີກະຊວງຍຸຕິທຳ ໄດ້ເຮັດວຽກຮ່ວມກັບການນຳຄະນະພົວພັນຕ່າງປະເທດ Saint Petersburg ແລະ ຕາງໜ້າອົງການກົດໝາຍຂອງນະຄອນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືອັນແທ້ຈິງລະຫວ່າງ Saint Petersburg ກັບບັນດາທ້ອງຖິ່ນ, ອົງການ, ຈັດຕັ້ງຂອງ ຫວຽດນາມ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນຣັດເຊຍ ເລິກເຊິ່ງຂຶ້ນຕື່ມ.
ຍສໝ - ວັນທີ 27 ມິຖຸນາ, ຢູ່ທີ່ນະຄອນ Montreuil (ຝຣັ່ງ), ເຂດປູຊະນີຍະສະຖານ ປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ໄດ້ສົມທົບກັບ ສະຖານທູດ ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ຈັດລະດັບກິດຈະກຳວັດທະນະທຳ - ວິທະຍາສາດ ແນໃສ່ເຊີດຊູມໍລະດົກ ຂອງປະທານ ໂຮ່ຈີມິນ, ເນື່ອງພາຍໃນໂອກາດສະເຫຼີມສະຫຼອງຄົບຮອບ 115 ປີ ວັນທີ່ຊາຍໜຸ່ມຜູ້ຮັກຊາດ ຫງວຽນເຕິດແທັງ ເດີນທາງອອກບວດຊອກຫາຫົນທາງກູ້ຊາດ (5/6/1911-5/6/2026) ແລະ ຄົບຮອບ 80 ປີ ການເດີນທາງຢ້ຽມຢາມປະເທດ ຝຣັ່ງ ຂອງປະທານ ໂຮ່ຈີມິນ ພາຍໃນຖານະອາຄັນຕຸກະລາຍໃຫຍ່ ຂອງລັດຖະບານ ຝຣັ່ງ (1946-2026).
ຍສໝ - ນັບຕັ້ງແຕ່ວັນທີ 28 ຮອດວັນທີ 29 ມິຖຸນາ, ຢູ່ທີ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົງໂມ, ຮ່າໂນ້ຍ) ໄດ້ຈັດລະດັບກິດຈະກຳພາຍໃຕ້ຫົວຂໍ້ "ວັນບຸນຄອບຄົວ" ເນື່ອງພາຍໃນໂອກາດສະເຫຼີມສະຫຼອງຄົບຮອບ 25 ປີ ວັນຄອບຄົວ ຫວຽດນາມ (28/6/2001-28/6/2026), ປະກອບສ່ວນເຊີດຊູບັນດາຄຸນຄ່າມູນເຊື້ອຂອງຄອບຄົວ ຫວຽດນາມ, ໃນຂະນະດຽວກັນກໍແນະນຳເອກະລັກວັດທະນະທຳຂອງຄຸ້ມຊຸມຊົນ 54 ເຜົ່າອ້າຍນ້ອງ.
ຍສໝ - ມະຕິສະບັບເລກທີ 06-NQ/TW ລົງວັນທີ 19 ພຶດສະພາ 2026 ຂອງກົມການເມືອງ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ວາງເປົ້າໝາຍພັດທະນາການຕ່າງປະເທດພາຍໃນຍຸກສະໄໝໃໝ່ ໃຫ້ສົມຄູ່ກັບລະດັບຄວາມສູງທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທີ່ຕັ້ງຂອງປະເທດຊາດ.
ຍສໝ - ວັນທີ 26 ມິຖຸນາ, ຢູ່ທີ່ ນະຄອນໂຮ່ຈິມິນ, ສູນແຮງງານຕ່າງປະເທດ (ກະຊວງພາຍໃນ) ໄດ້ຈັດກອງປະຊຸມຝຶກອົບຮົມວິຊາສະເພາະ ກ່ຽວກັບບັນດາແຜນງານຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕາມຂໍ້ຕົກລົງສາກົນ.
ຍສໝ - ພາຍໃນແຜນງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ວັນທີ 26 ມິຖຸນາ, ທ່ານ ເຈິ່ນຈີກວາງ ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໄດ້ສະເໜີໃຫ້ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອໃນການເຊື່ອມຕໍ່ວິສາຫະກິດ, ຂະຫຍາຍຕະຫຼາດສົ່ງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ ຄຽງຄູ່ກັບການຮ່ວມເດີນທາງກັບທ້ອງຖິ່ນ ແນໃສ່ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ພາຍໃນຫຼາຍຂົງເຂດ.
ຍສໝ - ພາຍໃນຂອບເຂດການເດີນທາງໄປເຄື່ອນໄຫວວຽກງານຊຸກຍູ້ການລົງທຶນຢູ່ ຍີ່ປຸ່ນ, ຄະນະຜູ້ແທນແຂວງ ວິງລອງ ໂດຍແມ່ນທ່ານ ເຈິ່ນຈີກວາງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດ Esuhai ຈຳກັດ ແນໃສ່ຊຸກຍູ້ການຮ່ວມມືພາຍໃນຂົງເຂດແຮງງານ.
ຍສໝ - ໃນຕອນເຊົ້າວັນທີ 25 ມິຖຸນາ, ທ່ານນາງ ຟ້າມ ທິ ແທນ ຈ່າ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຄົ້ນຫາ, ເກັບກູ້ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ 6 ເດືອນທ້າຍປີ 2026 ຂອງຄະນະຊີ້ນຳ.
ຍສໝ - ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທນຈ່າ ໄດ້ສະເໜີໃຫ້ ຫົວໜ້າຜູ້ຕາງໜ້າ UNICEF ສະໜັບສະໜູນດ້ານສະຖາບັນ ແລະ ການຮ່ວມມືປົກປ້ອງເດັກນ້ອຍໃນໂລກອອນລາຍ, ມຸ່ງໄປສູ່ແຜນງານການຮ່ວມມືຍຸດທະສາດ ໄລຍະ 2027-2031.
ຍສໝ - ຕາມຜູ້ສື່ຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ, ຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ວຽງທະວີສອນ ເທບພະຈັນ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດລາວ, ສະຫາຍ ຫງວຽນຮືວເຫງີຍ, ກໍາມະການສູນກາງພັກ, ປະທານອົງການກວດສອບແຫ່ງລັດຫວຽດນາມ ໄດ້ນຳພາຄະນະຜູ້ແທນອົງການກວດສອບແຫ່ງລັດຫວຽດນາມ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ນັບຕັ້ງແຕ່ວັນທີ 25-26 ມິຖຸນາ.
ຍສໝ - ວັນທີ 25 ມິຖຸນາ, ຢູ່ພາຍໃນເຂດຂົວຊາຍແດນ ດ່ານສາກົນ ແທັງຖຸຍ - ທຽນປາວ, ຄ້າຍທະຫານຊາຍແດນດ່ານສາກົນ ແທັງຖຸຍ (ຫວຽດນາມ) ໄດ້ສົມທົບກັບ ກອງຮ້ອຍຄຸ້ມຄອງຊາຍແດນ Malypho/ ກອງພັນນ້ອຍຄຸ້ມຄອງຊາຍແດນ ເວີນເຊີນ ຈັດຕັ້ງກິດຈະກຳໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ ໃຫ້ແກ່ປະຊາຊົນເຂດຊາຍແດນ.
ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ວາລະທາງການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XIII, ອາຍຸການ 2026 - 2031 ໄດ້ດຳເນີນ ຂຶ້ນຢ່າງເປັນທາງການຢູ່ທີ່ ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ໂດຍມີການເຕົ້າໂຮມຂອງຜູ້ແທນ 788 ທ່ານ ທີ່ຕາງໜ້າໃຫ້ແກ່ສະມາຊິກຊາວໜຸ່ມຫຼາຍກວ່າ 5,1 ລ້ານຄົນ ແລະ ຊາວໜຸ່ມເກືອບ 22 ລ້ານຄົນໃນທົ່ວປະເທດ.
ຍສໝ - ວັນທີ 25 ມິຖຸນາ, ເວັບໄຊ Indiatvnews ໄດ້ລົງພິມບົດຄວາມວິເຄາະບັນດາປັດໄຈທີ່ຊ່ວຍໃຫ້ ຫວຽດນາມ ນັບມື້ນັບດຶງດູດນັກທ່ອງທ່ຽວ ອິນເດຍ. ຕາມບົດລາຍງານແລ້ວ, ການປະສົມປະສານລະຫວ່າງຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ, ການເຊື່ອມຕໍ່ທາງອາກາດທີ່ສະດວກສະບາຍ, ທັດສະນີຍະພາບທີ່ຫຼາກຫຼາຍ ແລະ ການບໍລິການທີ່ເປັນມິດ ໄດ້ນຳເອົາ ຫວຽດນາມ ກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງສາກົນ ທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ອິນເດຍ.
ຍສໝ - ຫຼາຍກວ່າ 13 ຫົວຂໍ້ສະເພາະ ກ່ຽວກັບວຽກງານແນວຄິດ, ການໂຄສະນາເຜີຍແຜ່ ແລະ ວຽກງານພັກ, ວຽກງານການເມືອງ ແມ່ນໄດ້ຮັບການຖ່າຍທອດໃຫ້ແກ່ພະນັກງານກອງທັບປະຊາຊົນລາວພາຍໃນຊຸດອົບຮົມ ປີ 2026 ຢູ່ ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ສາທາລະນະລັດ ເບລາຣຸດ ໄດ້ຈັດຕັ້ງງານລ້ຽງຮັບຮອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ເບລາຣຸດ ຄົບຮອບ 35 ປີ (3/7/1991 - 3/7/2026). ເຫດການດັ່ງກ່າວ ແມ່ນໂອກາດເພື່ອຢັ້ງຢືນຄວາມຕັດສິນໃຈຂອງສອງປະເທດ ພາຍໃນການສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບອັນດີງາມ, ນຳເອົາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ຂະຫຍາຍຕົວຢ່າງແຂງແຮງ, ຍືນຍົງ ແລະ ມີປະສິດທິຜົນ.
ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ທີ່ Brussels, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Belgium ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງແຕ່ງຕັ້ງກົງສຸນກິດຕິມະສັກ ຫວຽດນາມ ປະຈຳ Antwerp ໃຫ້ແກ່ທ່ານ Philip Yvonne J. Van Gestel ເຊິ່ງເປັນນັກທຸລະກິດທີ່ເຄື່ອນໄຫວພາຍໃນຂົງເຂດທຸລະກິດ ແລະ ການເດີນເຮືອຢູ່ ແບນຊິກ.
ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ.
ຍສໝ - ລາຍການດັ່ງກ່າວ ຈະເຕົ້າໂຮມເອົາສິລະປິນພື້ນເມືອງເຜົ່າ ຢາຣາຍ (Jrai) ຈຳນວນ 40 ທ່ານ ເຂົ້າຮ່ວມສະແດງ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ.