ຍສໝ - ພາຍໃດວາລະການເຈລະຈາ ວັນທີ 4/6 ຢູ່ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (Lê Hoài Trung) ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ Téte António ໄດ້ຮ່ວມເຫັນດີເປັນເອກະພາບ ພາຍໃດການຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳລະຫວ່າງສອງປະເທດ, ໂດຍສຸມໃສ່ບັນດາຂົງເຂດບຸລິມະສິດ ເປັນຕົ້ນແມ່ນ ພະລັງງານ, ນ້ຳມັນກາດ, ກະສິກຳ, ພ້ອມກັນນັ້ນກໍເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ປັບປຸງຂອບເຂດທາງດ້ານກົດໝາຍໃຫ້ມີຄວາມສົມບູນ ແນໃສ່ຮັບໃຊ້ໃຫ້ແກ່ການຮ່ວມມືໃນໄລຍະຍາວ.
ຍສໝ - ພາຍໃນຕອນບ່າຍວັນທີ 4/6, ຢູ່ທີ່ແຂວງ ຕິ້ງບຽນ (Tịnh Biên), ທ່ານ ຫງວຽນແທັງຟອງ (Nguyễn Thanh Phong) - ກຳມະການຄະນະປະຈຳພັກແຂວງ, ຮອງປະທານປະຈຳການ ຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ຕ້ອນຮັບ ແລະ ເຂົ້າຢ້ຽມຄຳນັບອຳລາ ຄະນະຜູ້ແທນຈາກແຂວງ ຈຳປາສັກ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ); ບັນດາແຂວງ ຕາແກ້ວ (Takeo), ກັນດານ (Kandal), ກຳປົດ (Kampot) (ຣາຊະອານາຈັກ ກຳປູເຈຍ) ພ້ອມດ້ວຍ ສະມາຄົມ ຂະແມ - ຫວຽດນາມ ປະຈຳກຳປູເຈຍ. ກິດຈະກຳດັ່ງກ່າວແມ່ນດຳເນີນຂຶ້ນພາຍໃດຂອບເຂດຂອງ ງານວາງສະແດງການຄ້າສາກົນ ຕິ້ງບຽນ - ອານຢາງ ປະຈຳປີ 2026.
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຜູ້ນຳລັດຖະບານ ລາວ ແລະ ກຳປູເຈຍ ທັງສອງທ່ານ ຈະມີການເດີນທາງຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ ພາຍໃນເດືອນມິຖຸນານີ້, ພ້ອມທັງຈະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (ASEAN Future Forum) ຄັ້ງທີສາມ ຢູ່ທີ່ຮ່າໂນ້ຍ - ເຊິ່ງເປັນໜຶ່ງໃນບັນດາກິດຈະກຳການເຈລະຈານະໂຍບາຍຫຼາຍຝ່າຍອັນສຳຄັນ ຂອງພາກພື້ນພາຍໃນປີນີ້.
ຍສໝ - ວັນທີ 5/6/1911, ຈາກທ່າເຮືອ ຍ່າຣົ່ງ (Nhà Rồng), ຊາຍໜຸ່ມ ຫງວຽນເຕິ່ນແທັງ (Nguyễn Tất Thành) ໄດ້ກ້າວຂຶ້ນເຮືອ Amiral Latouche-Tréville, ເລີ່ມຕົ້ນວິວັດທະນາການອັນຍາວນານກວ່າສາມທົດສະວັດ ເພື່ອສະແຫວງຫາໜົນທາງກູ້ຊາດໃຫ້ແກ່ປະຊາຊາດຫວຽດນາມ. ຄົບຮອບ 115 ປີ ພາຍຫຼັງວັນປະຫວັດສາດດັ່ງກ່າວນັ້ນ, ວິວັດທະນາການຂອງເພິ່ນ ບໍ່ພຽງແຕ່ໄດ້ຮັບການຮັບຮູ້ວ່າເປັນບາດກ້າວລ້ຽວອັນສຳຄັນ ທີ່ເປີດໜົນທາງແຫ່ງການປົດປ່ອຍປະຊາຊາດເທົ່ານັ້ນ, ແຕ່ຍັງເປັນຈຸດກຳເນີດຂອງລະບົບແນວຄິດການຕ່າງປະເທດອັນເປັນເອກະລັກສະເພາະ – ເຊິ່ງເປັນບ່ອນທີ່ກຳລັງແຮງຂອງປະຊາຊົນ, ຈິດໃຈສາມັກຄີສາກົນ ແລະ ຄຸນຄ່າແຫ່ງມະນຸດສະທຳ ໄດ້ກາຍເປັນພື້ນຖານອັນຊຶມເລິກຕະຫຼອດໄລຍະຜ່ານມາ.
ຍສໝ - ບົດກ່າວປາໄສນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ທີ່ເວທີການເຈລະຈາ Shangri-La Dialogue ຄັ້ງທີ 23 ແມ່ນໄດ້ຮັບຄວາມເອົາໃຈໃສ່ ແລະ ການຕີລາຄາສູງ ຈາກບັນດານັກວິຊາການຫຼາກຫຼາຍທ່ານພາຍໃດພາກພື້ນ.
ຍສໝ - ມະຕິເລກທີ 80-NQ/TW (ລົງວັນທີ 07/01/2026) ຂອງກົມການເມືອງ ໄດ້ກຳນົດວ່າ ການສ້າງສາພັດທະນາມະນຸດຫວຽດນາມ ແມ່ນເປັນສູນກາງ, ເປັນເຈົ້າການ, ເປັນເປົ້າໝາຍ ແລະ ເປັນແຮງຂັບເຄື່ອນອັນສຳຄັນທີ່ສຸດ ຂອງການພັດທະນາຢ່າງຍືນຍົງ. ວັດທະນະທຳແມ່ນໄດ້ຮັບການຈັດວາງໄວ້ໃນຕຳແໜ່ງສູນກາງທາງດ້ານຍຸດທະສາດ, ຕິດພັນຢ່າງສະໜິດແໜ້ນລະຫວ່າງການພັດທະນາວັດທະນະທຳ ກັບການສ້າງສາມະນຸດຢ່າງຮອບດ້ານ.
ຍສໝ - ພາຍໃນຕອນບ່າຍວັນທີ 3/6, ຢູ່ທີ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ (Phan Văn Giang), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນເອກ Romeo Brawner Junior, ເສນາທິການໃຫຍ່ ກອງທັບຟິລິບປິນ ທີ່ພວມມີການຢ້ຽມຢາມຢ່າງເປັນທາງການ ຢູ່ທີ່ປະເທດຫວຽດນາມ.
ຍສໝ - ໃນໂອກາດງານເທສະການ, ຝູທໍ້ ຕ້ອນຮັບນັກທ່ອງທ່ຽວປະມານ 6,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ປີກາຍ.
ຍສໝ - ຜົນການເຕີບໂຕຂອງຫວຽດນາມແມ່ນລື່ນກາຍຄາດຄະເນຂອງຫຼາຍອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປາດຖະໜາວ່າ ອັງໂກລາ ຈະກາຍເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນຕົວຈິງ ລະຫວ່າງ ຫວຽດນາມ ກັບ ສະຫະພາບອາຟຣິກາ ແລະ ສະແດງຄວາມພ້ອມແລ້ວທີ່ຈະເປັນຂົວຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ອັງໂກລາ ກັບ ອາຊຽນ.
ຍສໝ - ສຳນັກຂ່າວ ແລະ ອົງການສື່ມວນຊົນຫຼາກຫຼາຍແຫ່ງຂອງຟິລິບປິນ ໄດ້ເນັ້ນໜັກເຖິງຄວາມໝາຍທາງດ້ານປະຫວັດສາດ ແຫ່ງການຢ້ຽມຢາມທາງລັດຖະກິດ ຢູ່ທີ່ປະເທດຟິລິບປິນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm).
ຍສໝ - ເກາະຕິດກັບໜ້າທີ່ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ, ສະມາຄົມຊາວນາຫວຽດນາມ ແມ່ນໄດ້ຫັນປ່ຽນໃໝ່ການເຄື່ອນໄຫວຢ່າງແຂງແຮງ, ເສີມຂະຫຍາຍບົດບາດເປັນເຈົ້າການຂອງຊາວຊົນນະບົດ. ນີ້ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ການຫັນແນວຄິດການຖືເອົາປະຊາຊົນເປັນກົກ, ເພື່ອປະຊາຊົນ ໃຫ້ປະກົດຜົນເປັນຈິງ ເຊິ່ງໄດ້ຮັບການເນັ້ນໜັກໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm).
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ສົກປີ 2026-2031 ພາຍໃຕ້ຫົວຂໍ້ "ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ" ຈະດຳເນີນຂຶ້ນໃນລະຫວ່າງວັນທີ 7 ຫາ 8/6 ນີ້ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 600 ທ່ານ.
ຍສໝ - ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ, ສົກປີ 2026-2031, ຈະດຳເນີນການເລືອກຕັ້ງກຳມະການຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ທັງໝົດ 135 ທ່ານ.
ຍສໝ - ພາຍໃນກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ສົກປີ 2026 - 2031, ທ່ານ ຫງວຽນອານຕວນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງຕໍ່ເນື່ອງ ໂດຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະຫະພັນກຳມະບານຫວຽດນາມ; ຄະນະບໍລິຫານງານສະໄໝທີ XIV ເຊິ່ງປະກອບມີກຳມະການສົມບູນ 135 ທ່ານ ກໍໄດ້ຮັບການ ບູລະນະອົງການຈັດຕັ້ງໃຫ້ສົມບູນ.
ຍສໝ - ມູນຄ່າການສົ່ງອອກບັນລຸລື່ນກາຍ 3 ຕື້ໂດລາສະຫະລັດ, ຂະແໜງການທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 7,5 ລ້ານເທື່ອຄົນ, ເນື້ອທີ່ການຜະລິດເຂົ້າຄຸນນະພາບສູງໄດ້ຮັບການຂະຫຍາຍຕົວຫຼາຍກວ່າ 170.000 ເຮັກຕາ, ແລະ ອາຄານ-ເນື້ອທີ່ດິນຂອງລັດທີ່ເຫຼືອໃຊ້ຫຼາຍຮ້ອຍແຫ່ງໄດ້ຖືກນຳເຂົ້າມາຂຸດຄົ້ນ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ບັນດາໝາກຜົນໃນທາງບວກພາຍໃນໄລຍະເຄິ່ງຕົ້ນປີ 2026 ນີ້ ພວມສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ນະຄອນ ເກິ່ນເທີ ເລັ່ງຄວາມໄວພາຍໃດການຫັນຄາດໝາຍການເຕີບໂຕທາງດ້ານເສດຖະກິດໃນລະດັບ 2 ຕົວເລກພາຍໃນປີນີ້ໃຫ້ປະກົດຜົນເປັນຈິງ.
ຍສໝ - ໃນໝໍ່ໆມານີ້, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ຮ່ວມມືກັບບັນດາສະມາຄົມ ຈັດຕັ້ງແຜນງານ “ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ”. ເຫດການດັ່ງກ່າວ ແມ່ນກິດຈະກຳທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ຄົມມະນາຄົມຊາວຫວຽດນາມ ແລະ ຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ໄປສູ່ຄົນລຸ້ນໜຸ່ມ ຢູ່ພາຍໃນເຂດ Kyushu-Okinawa ແລະ ເຂດພາກກາງ-ພາກໃຕ້ ຂອງປະເທດຍີ່ປຸ່ນ.
ຍສໝ - ໃນບັນດາວາລະການຕ້ອນຮັບ ຄະນະປະຕິບັດງານຄະນະກຳມະການປ້ອງກັນຊາດ ແລະ ກອງກຳລັງປະກອບອາວຸດ ຂອງສະພາຕ່ຳຝຣັ່ງ ໃນວັນທີ 2 ມິຖຸນາ, ຄະນະນຳສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ບັນດາຂົງເຂດຍຸດທະສາດ ແລະ ນຳເອົາວຽກງານການປ້ອງກັນຊາດ - ຄວາມໝັ້ນຄົງ ກາຍເປັນເສົາຄ້ຳອັນສຳຄັນ ພາຍໃນສາຍພົວພັນສອງຝ່າຍ.
ຍສໝ - ວັນທີ 3/6, ກົມກວດພະຍາດແມ່ ແລະ ເດັກ, ກະຊວງສາທາລະນະສຸກ ພ້ອມດ້ວຍ ລະບົບນິເວດການແພດ Tam Anh - VNVC - ECO - Nutrihome ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອຜັນຂະຫຍາຍຂະບວນການເບີກຈ່າຍ ແລະ ເບິ່ງແຍງດູແລສຸຂະພາບຢ່າງຮອບດ້ານ ໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ ໃນທົ່ວປະເທດ ຢ່າງພ້ອມກັນ.
ຍສໝ - ວັນທີ 1 ມິຖຸນາ 2026, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ໂຮນລັງ Marcel de Vink ໄດ້ຮ່ວມກັນເປັນປະທານຮ່ວມ ວາລະການປຶກສາຫາລືທາງດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂຮນລັງ ຄັ້ງທີ 2.