ຍສໝ - ວັນທີ 17 ເມສາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ດານມາກ ໄດ້ຈັດກິດຈະກຳ "ຫວຽດນາມ ໃນວັນນີ້: ບັນດາຂີດໝາຍແຫ່ງການພັດທະນາ, ວັດທະນະທຳ ແລະ ຄົນ", ເພື່ອແນໃສ່ແນະນຳ, ໂຄສະນາພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ຄົນ ຫວຽດນາມ ສູ່ເພື່ອນມິດ ດານມາກ ແລະ ສາກົນ, ພ້ອມທັງປະກາດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ດານມາກ ໃນປີ 2026.
ຍສໝ - ວັນທີ 18 ເມສາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ປະສານງານກັບ ຕາໜ່າງການສິດສອນພາສາຫວຽດນາມ ແລະ ການຮັກສາວັດທະນະທຳ ຫວຽດນາມ ທົ່ວໂລກ, ບັນດາສະມາຄົມຊາວຫວຽດນາມ ຢູ່ Kyushu, Okinawa ແລະ ພາກກາງ - ພາກໃຕ້ ຂອງຍີ່ປຸ່ນ ຈັດກອງປະຊຸມສຳມະນາ "ພາສາຫວຽດນາມ ໃນໃຈຂອງ Kyushu, ຍີ່ປຸ່ນ" ຢ່າງສຳເລັດຜົນ.
ຍສໝ - ວັນທີ 18 ເມສາ 2026, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງຕໍ່ເນື່ອງ ເຊັ່ນ: ການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ, ການເຄື່ອນໄຫວສະຫວັດດີການສັງຄົມ, ການປົກປັກຮັກສາສະພາບແວດລ້ອມ ແລະ ການພົບປະແລກປ່ຽນລວມໝູ່. ໂຄງການດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ ລະຫວ່າງຊາວໜຸ່ມສາມປະເທດ, ພ້ອມທັງແຜ່ຂະຫຍາຍຈິດໃຈແຫ່ງຄວາມຮັບຜິດຊອບ ແລະ ການອຸທິດຕົນເພື່ອຊຸມຊົນ.
ຍສໝ - ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ອາຟຣິກາກາງ, ໃນຕອນບ່າຍວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂອງກະຊວງປ້ອງກັນຄວາມສະຫງົບ ໂດຍແມ່ນທ່ານພົນໂທ ຟ້າມເຖ໋ຕຸ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳໂຄງການ 05 ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ (GGHB LHQ) ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ວາເລນທິນ ຣັກວາບີຊາ (Valentine Rugwabiza), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ (SRSG), ຫົວໜ້າຄະນະປະຕິບັດງານ MINUSCA.
ຍສໝ - ບໍ່ພຽງແຕ່ແມ່ນຈຸດໝາຍປາຍທາງຂອງການທ່ອງທ່ຽວ ຫຼື ສະຖານທີ່ເຮັດວຽກເທົ່ານັ້ນ, ແຕ່ ຫວຽດນາມ ກຳລັງຄ່ອຍໆກາຍເປັນ “ບ້ານຫຼັງທີສອງ” ຂອງຄົນຕ່າງປະເທດຫຼາຍໆຄົນ. ທ່າມກາງຄວາມແຕກຕ່າງດ້ານພາສາ, ວັດທະນະທຳ ແລະ ຈັງຫວະຊີວິດ, ພວກເຂົາກໍ່ຍັງຄົ້ນພົບເຫັນຢູ່ດິນແດນທີ່ແສນຮັກແຫ່ງນີ້ ມີສິ່ງທີ່ອົບອຸ່ນ ແລະ ໃກ້ຊິດສະໜິດພັນຢູ່ໃນໃຈ.
ຍສໝ - ໃນວັນທີ 15 ເມສາ 2026, ພິທີເປີດ ຮ້ານວາງສະແດງແຫ່ງຊາດຫວຽດນາມ ຢູ່ Coffee Expo Seoul 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສູນກອງປະຊຸມ ແລະ ງານວາງສະແດງ COEX, ກຸງໂຊລ, ສເກົາຫຼີ. ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຈາກສະມາຄົມ, ວິສາຫະກິດ ແລະ ຄູ່ຮ່ວມງານໃນຂະແໜງການກາເຟ ທັງຈາກ ສ.ເກົາຫຼີ ແລະ ສາກົນ ຢ່າງຫຼວງຫຼາຍ.
ຍສໝ - Trong kỷ nguyên mới, khi cạnh tranh giữa các quốc gia không chỉ giới hạn ở kinh tế hay công nghệ, mà còn mở rộng sang các lĩnh vực giá trị, bản sắc và sức mạnh mềm. Nghị quyết số 80-NQ/TW của Bộ Chính trị về phát triển văn hóa Việt Nam công nhận văn hóa là nền tảng tinh thần, là nguồn sức mạnh nội tại trực tiếp thúc đẩy tăng trưởng kinh tế và nâng cao vị thế quốc gia, đồng thời mở ra những lĩnh vực phát triển mới, trong đó văn hóa được đặt ở vị trí trung tâm của hệ sinh thái phát triển.
ສະຖານີວິທະຍຸ ແລະ ໂທລະພາບ ຍີ່ປຸ່ນ NHK ໄດ້ສະຫງວນເວລາສ່ວນຫຼາຍເພື່ອໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດ ຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີ
ຍສໝ - ໃນວັນທີ 13 ແລະ 14 ເມສາ ຢູ່ຮ່າໂນ້ຍ, ໂຮງຮຽນມິດຕະພາບ 80 ໄດ້ຈັດຕັ້ງບັນດາລາຍການສະຫຼອງບຸນປີໃໝ່ ບຸນປີໃໝ່ ຂອງລາວ, ໂຈນຈະນຳທະໄມ ຂອງກຳປູເຈຍ ໃຫ້ແກ່ນັກສຶກສາທີ່ກຳລັງສຶກສາຢູ່ໂຮງຮຽນ.
ຍສໝ - ໃນຕອນບ່າຍຂອງວັນທີ 14 ເມສາ 2026, ຢູ່ທີ່ ຮ່າໂນ້ຍ, ທະນາຄານເພື່ອການລົງທຶນ ແລະ ການພັດທະນາ ຫວຽດນາມ (BIDV) ໄດ້ມີການເຮັດວຽກຮ່ວມກັບ ຄະນະກຳມະການເພື່ອສັນຕິພາບ ຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນແຫ່ງການປະສານສົມທົບໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະໃໝ່.
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່າຍວັນທີ 15 ເມສາ, ຢູ່ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບບັນດາການນຳ ຈີນ.
ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030
ຕອນເຊົ້າວັນທີ 15 ເມສາ, ພາຍຫຼັງພິທີຕ້ອນຮັບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີການພົບປະສອງຝ່າຍກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.
ຍສໝ - ຕັ້ງຢູ່ແຂວງ ສະຫວັນນະເຂດ (ລາວ), ໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນບ່ອນບຳລຸງສ້າງຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການຮັກສາພາສາແມ່ໃຫ້ແກ່ຄົມມະນາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດລະຫວ່າງສອງປະເທດ.
ຍສໝ - ບຸນປີໃໝ່ລາວ ຫາກໍ່ໄດ້ຈັດຂຶ້ນຢູ່ຕາແສງ ບວນໂດນ, ແຂວງ ດັກລັກ, ເຊິ່ງດຶງດູດຜູ້ເຂົ້າຮ່ວມຫຼາຍພັນຄົນ ດ້ວຍບັນດາພິທີກຳທີ່ເຕັມໄປດ້ວຍເອກະລັກວັດທະນະທຳຂອງຊາວ ຫວຽດນາມ ເຊື້ອສາຍລາວ ຢູ່ເຂດຊາຍແດນ. ໃນນັ້ນ, ພິທີແຫ່ ນາງສັງຂານ ແມ່ນຮີດຄອງປະເພນີທີ່ມີມາແຕ່ດົນນານໃນວັດທະນະທຳຂອງຄົນລາວ.
ຍສໝ - ເຈົ້າຂອງເຮືອ, ຊາວປະມົງຫຼາຍຮ້ອຍຄົນ ຢູ່ແຂວງ ຝູອຽນ (ແຂວງ ດັກລັກ) ໄດ້ຮັບການເຜີຍແຜ່ໂຄສະນາ, ເຊັນບົດບັນທຶກຄຳໝັ້ນສັນຍາ ທີ່ຈະບໍ່ລະເມີດການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU), ໃນທ່າມກາງສະພາບການທີ່ທ້ອງຖິ່ນພວມ ແໜ້ນການຄຸ້ມຄອງເຮືອຫາປາ, ເພີ່ມທະວີການຕິດຕາມກວດກາການເດີນທາງ ເພື່ອສະກັດກັ້ນການລະເມີດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂ "ບັດເຫຼືອງ" ຂອງຄະນະກຳມາທິການເອີຣົບ (EC).
ຍສໝ - 93% ຂອງຜູ້ນຳວິສາຫະກິດ ເອີຣົບ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະແນະນຳ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການລົງທຶນ – ເຊິ່ງແມ່ນໜຶ່ງໃນລະດັບທີ່ສູງທີ່ສຸດໃນປະຫວັດສາດການສຳຫຼວດຂອງ EuroCham.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວ໋ກຢຸ້ງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍບັນດາມາດຕະການຕ້ານການຂຸດຄົ້ນ IUU ຢ່າງເປັນເອກະພາບ ແລະ ເດັດຂາດ, ແກ້ໄຂບັນດາຈຸດຄົງຄ້າງຢ່າງຂາດຕົວ ຕາມຂໍ້ສະເໜີແນະຂອງຄະນະກຳມະການ ເອີຣົບ (EC), ສ້າງການຫັນປ່ຽນຢ່າງຈະແຈ້ງ ກ່ອນການລົງກວດກາໃນຄັ້ງຕໍ່ໜ້າ.
ຍສໝ - ຢູ່ທີ່ສຳນັກງານສະພາການຄ້າ ແລະ ອຸດສາຫະກຳ ບູນກາຣີ (BCCI) ໃນນະຄອນຫຼວງ Sofia, ສະຖານທູດ ຫວຽດນາມ ປະຈຳ ບູນກາຣີ ໄດ້ປະສານສົມທົບກັບ BCCI ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ບູນກາຣີ ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ການຮ່ວມມື ຫວຽດນາມ - ບູນກາຣີ ທາງດ້ານເສດຖະກິດ, ອຸດສາຫະກຳ; ແລກປ່ຽນບົດຮຽນກ່ຽວກັບການປະດິດສ້າງໃໝ່, ການຫັນປ່ຽນເປັນດີຈີຕອນ ແລະ ການຫັນປ່ຽນສີຂຽວ”.