ຍສໝ - ວັນທີ 3 ກໍລະກົດ 2026, ຢູ່ທີ່ສຳນັກງານສະຫະພັນເສດຖະກິດ Kyukeiren, ທ່ານນາງ ຈິ້ງທິມາຍເຟືອງ ທ່ານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka (ປະເທດຍີ່ປຸ່ນ) ໄດ້ມີພິທີເຮັດວຽກຮ່ວມກັບ ທ່ານ Kazuhiro Ikebe ປະທານ Kyukeiren ແນໃສ່ແລກປ່ຽນບັນດາທິດທາງເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດ ລະຫວ່າງ ຫວຽດນາມ ແລະ ເຂດ ຄີວຊູ.
ຍສໝ - ວັນທີ 3 ກໍລະກົດ 2026 ຢູ່ທີ່ ສຳນັກງານກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ທ່ານ ຕ້າກວາງດົງ ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກิລາ ແລະ ການທ່ອງທ່ຽວ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ຄະນະຜູ້ແທນລັດ Hessen (ປະເທດເຢຍລະມັນ) ໂດຍແມ່ນທ່ານ Kambiz Ghawami, ປະທານອົງການສະໜັບສະໜູນມະຫາວິທະຍາໄລໂລກ ເຢຍລະມັນ ເປັນຫົວໜ້າຄະນະ.
ຍສໝ - ສະເໜີບໍລິເວນວັດທະນະທຳຊາ ຫວຽດນາມ ຢູ່ທີ່ງານວາງສະແດງ BEYOND FOOD EXPO 2026 ທີ່ຂອນແກ່ນ (ປະເທດໄທ) ໄດ້ແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ນຳມາໃຫ້ເພື່ອນມິດສາກົນໄດ້ມີປະສົບການອັນເຕັມໄປດ້ວຍເອກະລັກວັດທະນະທຳ, ປະກອບສ່ວນໂຄສະນາພາບພົດປະເທດຊາດ, ມະນຸດ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ.
ຍສໝ - ບາງທັດສະນະຢູ່ເທິງເຄືອຂ່າຍອິນເຕີເນັດ ໄດ້ສວຍໂອກາດນຳໃຊ້ຄວາມຫຍຸ້ງຍາກ ຢູ່ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ເພື່ອໃຫ້ທັດສະນະວ່າ ການຫັນປ່ຽນດິຈິຕອນ ພວມເຮັດໃຫ້ໄລຍະຫ່າງການຂະຫຍາຍຕົວເພີ່ມຂຶ້ນ, ພໍ່ແມ່ປະຊາຊົນບໍ່ໄດ້ຮັບຜົນປະໂຫຍດຢ່າງຄົບຖ້ວນ ຈາກໝາກຜົນຂອງການປະຕິວັດອຸດສາຫະກຳ ຄັ້ງທີ ສີ່. ເຖິງຢ່າງໃດກໍຕາມ, ເມື່ອເບິ່ງຈາກແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ແລະ ຕົວຈິງການຜັນຂະຫຍາຍ, ບັນດາການຮັບຮູ້ນັ້ນ ແມ່ນບໍ່ໄດ້ສະທ້ອນໃຫ້ເຫັນຢ່າງຖືກຕ້ອງ ເຖິງທາດແທ້ຂອງວິວັດທະນາການຂະຫຍາຍຕົວຢ່າງຮອບດ້ານ ທີ່ ຫວຽດນາມ ພວມສະແຫວງຫາ.
ຍສໝ - ລະບົບບັນດາສູນຫໍພິພິດທະພັນແຫ່ງຊາດ ພວມຊຸກຍູ້ການກວດກາ, ຂຸດຄົ້ນ ແລະ ຫັນເປັນດິຈິຕອນເທື່ອລະກ້າວ ຕໍ່ກັບແຫຼ່ງເອກະສານຫໍພິພິດທະພັນ ແນໃສ່ຮັບໃຊ້ໃຫ້ແກ່ມູນນິທິຂະບວນການ "500 ວັນ ແລະ ຄ່ຳຄືນ ຊຸກຍູ້ການປະຕິບັດການຊອກຄົ້ນ, ເກັບໂຮມ ແລະ ກຳນົດເອກະລັກອັດຖິສະຫາຍນັກຮົບເສຍສະຫຼະຊີວິດເພື່ອຊາດ". ຫຼາກຫຼາຍສຳນວນເອກະສານ, ເອກະສານຂໍ້ມູນທີ່ມີຄຸນຄ່າ ແມ່ນໄດ້ຮັບການຄົ້ນພົບ, ປະກອບສ່ວນເພີ່ມເຕີມເຂົ້າໃນຖານຂໍ້ມູນຮັບໃຊ້ການກວດສອບຂໍ້ມູນຂ່າວສານ, ພ້ອມທັງເປີດທິດທາງການປະຍຸກໃຊ້ນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ພາຍໃນຂົງເຂດຫໍພິພິດທະພັນ.
ຍສໝ - ທ່ານນາຍົກລັດຖະມົນຕີ ມີຂໍ້ຕົກລົງສະບັບເລກທີ 1189/QĐ-TTg ລົງວັນທີ 2 ກໍລະກົດ 2026 ປະກາດໃຊ້ ແຜນການຜັນຂະຫຍາຍລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ, ມາດຕະຖານມະນຸດ ຫວຽດນາມ ຢ່າງຄົບຊຸດ.
ຍສໝ - ພາຍໃນຂອບເຂດໂຄງການພົບປະແລກປ່ຽນນາຍທະຫານໜຸ່ມຊາຍແດນ ຫວຽດນາມ - ລາວ ປີ 2026, ໃນຄ່ຳຄືນວັນທີ 4 ກໍລະກົດ ຢູ່ທີ່ແຂວງ ເຫງະອານ ໄດ້ມີການຈັດຕັ້ງງານເສວະນາ, ພົບປະແລກປ່ຽນ ພາຍໃຕ້ຫົວຂໍ້ "ມິດຕະພາບສະໜິດແໜ້ນ - ກ້າວເດີນຢ່າງໝັ້ນຄົງສູ່ອະນາຄົດ". ໂຄງການດັ່ງກ່າວ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມສອງປະເທດ ໄດ້ແບ່ງປັນບົດຮຽນວຽກງານເທົ່ານັ້ນ, ແຕ່ຍັງສືບຕໍ່ຢັ້ງຢືນເຖິງບົດບາດຂອງຮຸ່ນໜຸ່ມ ພາຍໃນການຮັກສາເສັ້ນຊາຍແດນສັນຕິພາບ, ຖະໜອມບຳລຸງສາຍພົວພັນຄວາມສາມັກຄີພິເສດ ຫວຽດນາມ - ລາວ.
ຍສໝ - ໃນວັນທີ 1 ກໍລະກົດ, “ສັບປະດາປຶ້ມຍີ່ປຸ່ນ” ພາຍໃຕ້ຫົວຂໍ້ “ຍີ່ປຸ່ນໃນທຸກໜ້າປຶ້ມ” ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ ຮ້ານປຶ້ມ ຟາຮາຊາ ຫງວຽນເຫວ້ (Fahasa Nguyễn Huệ), ນະຄອນ ໂຮ່ຈີມິນ.
ຍສໝ - ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ໄດ້ຈັດພິທີເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢ່າງເປັນທາງການ, ເຊິ່ງເປັນການເປີດສາກລະດູຮ້ອນອັນມີຄວາມໝາຍ ສາກົນ ສຳລັບຮຸ່ນເຍົາວະຊົນ ຂອງປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ຣູມານີ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ມານາງ ຟ້າມທິແທັງຈ່າ ຫາກໍໄດ້ລົງນາມຂໍ້ຕົກລົງສະບັບເລກທີ 1184/QĐ-TTg ລົງວັນທີ 01 ກໍລະກົດ 2026 ອະນຸມັດການປັບປຸງ, ເພີ່ມເຕີມ ຍຸດທະສາດການຂະຫຍາຍຕົວຊາວໜຸ່ມ ຫວຽດນາມ ໄລຍະປີ 2021-2030 (ຍຸດທະສາດ).
ຍສໝ - ນັບຕັ້ງແຕ່ວັນທີ 29 ມິຖຸນາ - 03 ກໍລະກົດ, ຢູ່ທີ່ Bandar Seri Begawan ແລະ Penanjong (Brunei Darussalam), ກອງປະຊຸມກຸ່ມຊ່ຽວຊານ ກ່ຽວກັບການຮັກສາສັນຕິພາບ ພາຍໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 22, ຮອບວຽນທີ 5 (ໄລຍະປີ 2024-2027) ໄດ້ຮັບການຈັດຕັ້ງຂຶ້ນ ພາຍໃຕ້ການຮ່ວມເປັນປະທານ ຂອງ Brunei Darussalam ແລະ ສປ ຈີນ.
ຍສໝ - ຫວຽດນາມ ແລະ ສິງກະໂປ ໄດ້ຜັນຂະຫຍາຍການຊຳລະເງິນ QR ຂ້າມຊາຍແດນຢ່າງເປັນທາງການ, ສະແດງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວໃໝ່ ພາຍໃນການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນຂາຍຍ່ອຍ ລະຫວ່າງ ສອງປະເທດ. ການບໍລິການດັ່ງກ່າວ ໄດ້ຮັບການຄາດຫວັງວ່າຈະຊຸກຍູ້ການຄ້າ, ການທ່ອງທ່ຽວ, ເສດຖະກິດດິຈິຕອນ, ໃນຂະນະດຽວກັນ ກໍນຳມາເຊິ່ງປະສົບການການຊຳລະເງິນທີ່ວ່ອງໄວ, ສະດວກສະບາຍ ແລະ ມີຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.
ຍສໝ - ວັນທີ 2 ກໍລະກົດ, ໂດຍໄດ້ຮັບການມອບສິດຈາກທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Marco Farani, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສະຫະພັນ ບຣາຊິນ ປະຈຳ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ທີ່ ນະຄອນ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການພົບປະສື່ມວນຊົນ ເພື່ອແນະນຳການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີສາມ, ໂດຍແມ່ນທ່ານພັນເອກ ໂດ໋ຢຸຍຈິງ, ຮອງຫົວໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ) ເປັນປະທານ.
ຍສໝ - ພາຍຫຼັງເປີດກວ້າງຂະໜາດພື້ນທີ່ແຫ່ງການຂະຫຍາຍຕົວ, ນະຄອນ ເຊີ່ນເທີ ພວມຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ພາຍໃນບັນດາຂົງເຂດທີ່ມີມູນຄ່າເພີ່ມສູງ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ຢ່າງມີຄວາມປະດິດສ້າງ, AI, logistics ແລະ ກະສິກຳເຕັກໂນໂລຊີສູງ.
ຍສໝ - ຢູ່ທີ່ການຖະແຫຼງຂ່າວປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ II ແລະ 6 ເດືອນຕົ້ນປີ 2026 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 3 ກໍລະກົດ, ກົມສະຖິຕິ, ກະຊວງການເງິນ ໃຫ້ຮູ້ວ່າ ຜະລິດຕະພັນພາຍໃນປະເທດ (GDP) ໄຕມາດ II/2026 ບັນລຸລະດັບການຂະຫຍາຍຕົວດີ, ດ້ວຍອັດຕາການຂະຫຍາຍຕົວຄາດຄະເນບັນລຸ 8,39% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຍສໝ - ວັນທີ 30 ມິຖຸນາ 2026, ຢູ່ທີ່ໂຮງລະຄອນ Opera Ballet ແຫ່ງຊາດ ຢູ່ໃຈກາງນະຄອນຫຼວງ Skopje, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ທັງຮັບຜິດຊອບ ມາກີໂດນີເໜືອ ໄດ້ສົມທົບກັບ ສະມາຄົມທ່ອງທ່ຽວວັດທະນະທຳ ຫວຽດນາມ ຢູ່ ເອີຣົ, ສູນວັດທະນະທຳ ຫວຽດນາມ ປະຈຳ ຝຣັ່ງ ແລະ ຄະນະຈັດຕັ້ງງານບຸນລະດູຮ້ອນ ສະໂກບປີ ຈັດຕັ້ງເຫດການ "ວັນ ຫວຽດນາມ ຢູ່ ສະໂກບປີ 2026" ຂຶ້ນຢ່າງປະສົບຜົນສຳເລັດ.
ຍສໝ - ວຽກງານການທູດປະຊາຊົນ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກການພົບປະແລກປ່ຽນມິດຕະພາບ ໄປສູ່ການເຊື່ອມຕໍ່ແຫຼ່ງພະລັງງານ, ຕິດພັນຢ່າງສະໜິດແໜ້ນກັບບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ແລະ ປະເທດຊາດ. ນີ້ແມ່ນທິດທາງທີ່ໄດ້ຮັບການເນັ້ນໜັກຈາກການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ແນໃສ່ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ພາຍໃນໄລຍະໃໝ່.
ຍສໝ - ວັນທີ 1 ກໍລະກົດ, ຢູ່ທີ່ນະຄອນ ດ່ານັງ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບ ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ນະຄອນຫຼວງວຽງຈັນ, ສປປ ລາວ) ໃນໂອກາດເດີນທາງມາຢ້ຽມຢາມ ນັບຕັ້ງແຕ່ວັນທີ 29 ມິຖຸນາ ຫາ ວັນທີ 3 ກໍລະກົດ.
ຍສໝ - ບົນສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານເຕັກໂນໂລຊີຢູ່ໃນໂລກ ພວມດຳເນີນໄປຢ່າງວ່ອງໄວທີ່ສຸດ, ໂດຍເນັ້ນໜັກເຖິງຂໍ້ກຳນົດທີ່ວ່າບໍ່ສາມາດຊັກຊ້າໄດ້ອີກຕໍ່ໄປ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕັກເຕືອນວ່າ ການຈັດຕັ້ງປະຕິບັດມະຕິສະບັບເລກທີ 57 ແມ່ນຈຳເປັນຕ້ອງມີຄວາມຕັດສິນໃຈສູງກວ່າເກົ່າ, ແຂງແຮງກວ່າເກົ່າ, ແລະ ສິ່ງອັນສຳຄັນທີ່ສຸດແມ່ນຕ້ອງກ້າວເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ.