ຍສໝ - ໃນຂອບເຂດການຢ້ຽມຢາມລະດັບລັດ ຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ສາທາລະນະລັດ ເກົາຫຼີ Lee Jae Myung ແລະ ພັນລະຍາ, ໃນຕອນບ່າຍວັນທີ 23 ເມສາ, ຢູ່ທີ່ ຮ່າໂນ້ຍ (HaNoi), ທ່ານນາຍົກລັດຖະມົນຕີ ເລມິງຮຶງ (LeMinhHung) ແລະ ທ່ານປະທານາທິບໍດີ ສາທາລະນະລັດ ເກົາຫຼີ Lee Jae Myung ໄດ້ຮ່ວມກັນເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ – ສ.ເກົາຫຼີ ພາຍໃຕ້ຫົວຂໍ້ "ຍົກສູງສາຍພົວພັນຄູ່ຮ່ວມມືອຸດສາຫະກຳ, ການລົງທຶນ ແລະ ວິທະຍາສາດເຕັກໂນໂລຢີ".
ວັນທີ 23 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.
ຍສໝ - ເມື່ອ 2 ປີກ່ອນ, ວັນທີ 23 ເມສາ 2024, ເວທີປາໄສອະນາຄົດ ອາຊຽນ 2024 ໄດ້ຖືກຈັດຂຶ້ນເປັນຄັ້ງທຳອິດຢ່າງສຳເລັດຜົນຢູ່ ຫວຽດນາມ (VietNam). ເວທີປາໄສນີ້ແມ່ນຂໍ້ລິເລີ່ມທີ່ສະເໜີໂດຍ ຫວຽດນາມ, ທັງເປັນເວທີປາໄສທຳອິດທີ່ມີເປົ້າໝາຍຫຼັກແມ່ນ ອາຊຽນ, ຈັດຂຶ້ນສະເພາະໃຫ້ແກ່ ອາຊຽນ, ເປັນຂອງ ອາຊຽນ, ເພື່ອ ອາຊຽນ ແລະ ເພື່ອປະຊາຊົນ ອາຊຽນ.
ຍສໝ - ການປະກາດໃຊ້ ມະຕິເລກທີ 03/2026/NQ-HĐND ຂອງສະພາປະຊາຊົນແຂວງ ກ່າເມົາ ກ່ຽວກັບການຊ່ວຍເຫຼືອຍົກລະດັບ, ປ່ຽນແທນອຸປະກອນ ແລະ ຄ່າບໍລິການລາຍເດືອນ ສຳລັບລະບົບຕິດຕາມການເດີນເຮືອຂອງເຮືອຫາປາ ພວມນຳມາຊຶ່ງປະສິດທິຜົນຕົວຈິງ. ນີ້ຖືວ່າແມ່ນໜຶ່ງໃນບັນດາມາດຕະການທີ່ສຳຄັນ ເພື່ອຊ່ວຍເຫຼືອຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບການປະມົງ ແລະ ເປົ້າໝາຍໄປສູ່ການແກ້ໄຂ "ບັດເຫຼືອງ" IUU (ຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ).
ຍສໝ - ໃນວັນທີ 17 ເມສາ, ສະຖານທູດຫວຽດນາມ ປະຈຳດານມາກ ໄດ້ຈັດຕັ້ງກິດຈະກຳ "ຫວຽດນາມໃນວັນນີ້: ບັນດາຂີດໝາຍແຫ່ງການພັດທະນາ, ວັດທະນະທຳ ແລະ ຄົນ", ແນໃສ່ແນະນຳ, ໂຄສະນາພາບພົດປະເທດຊາດ, ວັດທະນະທຳ ແລະ ຄົນຫວຽດນາມ ເຖິງໝູ່ເພື່ອນດານມາກ ແລະ ສາກົນ.
ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳເອີຣົບ, ໃນວັນທີ 23 ເມສາ ທີ່ນະຄອນຫຼວງ ວຽນນາ (Vienna) ຂອງປະເທດ ໂອຕຣິດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ໂອຕຣິດ ຫວູເລໄທຮ່ວາງ (VuLeThaiHoang) ໄດ້ມີການເຮັດວຽກຮ່ວມກັບ ທ່ານ Tobias Lang, ຜູ້ອຳນວຍການສູນສັນຕິພາບ ໂອຕຣິດ, ເພື່ອແນໃສ່ເພີ່ມທະວີການຮ່ວມມື ຫວຽດນາມ - ໂອຕຣິດ ໃນຂົງເຂດການຝຶກອົບຮົມ, ຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.
ຍສໝ - ຕອນເຊົ້າວັນທີ 23 ເມສາ, ຢູ່ທີ່ ຮ່າໂນ້ຍ (HaNoi), ທ່ານລັດຖະມົນຕີຊ່ວຍວ່າການກະຊວງຊົນເຜົ່າ ແລະ ສາສະໜາ ອີທົງ (YThong) ໄດ້ມີການພົບປະເຈລະຈາກັບ ທ່ານລັດຖະມົນຕີຊ່ວຍວ່າການ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ເຄື່ອງຄຳ ເກົານຸຈັນ (Kheungkham Keonuchan), ເພື່ອແນໃສ່ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ກັບບັນດາເນື້ອໃນການຮ່ວມມືຈຸດສຸມລະຫວ່າງສອງອົງການໃນຕໍ່ໜ້າ.
ຍສໝ - ຕອນບ່າຍວັນທີ 22 ເມສາ, ທັນທີຫຼັງຈາກພິທີຕ້ອນຮັບລະດັບລັດຢູ່ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ໄດ້ເຂົ້າຮ່ວມການພົບປະເຈລະຈາກັບ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ທີ່ພວມຢູ່ໃນລະຫວ່າງການຢ້ຽມຢາມລັດຖະກິດຢູ່ ຫວຽດນາມ.
ຍສໝ - ໃນວັນທີ 21 ເມສາ ຢູ່ທີ່ຮ່າໂນ້ຍ, ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນກອນລຳ ຫວຽດນາມ - ນິວຊີແລນ ພາຍໃຕ້ຫົວຂໍ້ “ກອນລຳ ແລະ ການເຊື່ອມຈອດເພື່ອສັນຕິພາບ”, ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຍສໝ - ຕອບສະໜອງຕາມຄຳເຊີນຂອງ ກະຊວງປ້ອງກັນປະເທດ ມາເລເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍແມ່ນ ທ່ານ ພົນໂທ ຫງວຽນ ເຈື່ອງ ທັ່ງ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ເຂົ້າຮ່ວມງານວາງສະແດງ ປ້ອງກັນຊາດອາຊີ ແລະ ຄວາມໝັ້ນຄົງແຫ່ງຊາດອາຊີ (DSA) ຄັ້ງທີ 19, ເຊິ່ງຈັດຂຶ້ນຢູ່ ປະເທດມາເລເຊຍ.
ຍສໝ - ວັນທີ 21 ເມສາ, ຢູ່ທີ່ນະຄອນຫຼວງ ອາປີອາ (Apia) ຂອງ ຊາມົວ (Samoa), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ (NewZealand) ທັງເປັນເອກອັກຄະລັດຖະທູດປະຈຳ ຊາມົວ ຟານມິງຢາງ (PhanMinhGiang) ໄດ້ຍື່ນສານຕາຕັ້ງຕໍ່ຜູ້ນຳລັດເອກະລາດ Tuimalealiifano Va’aletoa Sualauvi II, ກາຍເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ບໍ່ປະຈຳການຢູ່ລັດເອກະລາດ ຊາມົວ ຢ່າງເປັນທາງການ.
ຍສໝ - ໃນເວທີສົນທະນາ “ການຫັນເປັນດິຈິຕອນຂະແໜງປຶ້ມ”, ບັນດາຊ່ຽວຊານ ແລະ ວິທະຍາກອນໄດ້ເນັ້ນໜັກວ່າ, ໃນບໍລິບົດທີ່ເຕັກໂນໂລຢີສືບຕໍ່ພັດທະນາຢ່າງວ່ອງໄວ, ຄວາມສາມາດໃນການປັບຕົວ ແລະ ການເປັນເຈົ້າການໃນການປ່ຽນແປງໃໝ່ (ນະວັດຕະກຳ) ຈະແມ່ນປັດໄຈຕັດສິນເພື່ອໃຫ້ຂະແໜງປຶ້ມຊອກຫາທິດທາງການພັດທະນາທີ່ຍືນຍົງໃນຕໍ່ໜ້າ.
ຍສໝ - ທ່າມກາງສີສັນຂອງດອກຈຳປາທີ່ເບັ່ງບານຢ່າງສວຍງາມໃນໂອກາດບຸນປີໃໝ່ລາວ ພສ 2569 (ປີ 2026), ແຂວງ ເງະອານ (NgheAn) ໄດ້ຈັດຕັ້ງບັນດາຄະນະຜູ້ແທນເດີນທາງໄປຢ້ຽມຢາມ ສປປ ລາວ ໂດຍນຳເອົານ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການພົວພັນຕິດພັນແບບຍຸດທະສາດ... ດ້ວຍບົດບາດເປັນປະຕູອອກສູ່ທະເລທີ່ໃກ້ທີ່ສຸດ, ແຂວງ ເງະອານ ໄດ້ກຳນົດພາລະກຳໃນການເປັນເພື່ອນຮ່ວມທາງ, ສະໜັບສະໜູນປະເທດລ້ານຊ້າງ ມຸ່ງໄປສູ່ອະນາຄົດແຫ່ງການພັດທະນາທີ່ຮັ່ງມີເຂັ້ມແຂງ ແລະ ຍືນຍົງ.
ຍສໝ - ລັດຖະບານ ຫວຽດນາມ (VietNam) ແລະ ອົງການພັດທະນາອຸດສາຫະກຳສະຫະປະຊາຊາດ (UNIDO) ຫາກໍ່ປະກາດຜັນຂະຫຍາຍໂຄງການຮ່ວມມືລະດັບຊາດ ຫວຽດນາມ-UNIDO ສະບັບໃໝ່, ເຊິ່ງເປັນການສ້າງບາດກ້າວທີ່ສຳຄັນໃນການເພີ່ມທະວີສາຍພົວພັນຮ່ວມມືທີ່ຍາວນານ ແລະ ແໜ້ນແກ່ນ ແນໃສ່ຊຸກຍູ້ການພັດທະນາອຸດສາຫະກຳຢ່າງຮອບດ້ານ ແລະ ຍືນຍົງຢູ່ ຫວຽດນາມ.
ຍສໝ - ວັນທີ 21 ເມສາ, ກະຊວງພາຍໃນ ໄດ້ເປັນເຈົ້າພາບຈັດກອງປະຊຸມໂຄສະນາເຜີຍແຜ່ ແລະ ແນະນຳການສ້າງແຜນການເຄື່ອນໄຫວ ໄລຍະ 2026-2030 ເພື່ອຜັນຂະຫຍາຍໂຄງການເຄື່ອນໄຫວປະຕິບັດແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຢູ່ ຫວຽດນາມ (VietNam) ໄລຍະ 2026-2035.
ຍສໝ - ຫໍວາງສະແດງ ຫວຽດນາມ ໃນງານວາງສະແດງສິລະປະ ລາ ບຽນນາເລ ດີ ເວນິດ (La Biennale di Venezia) ຄັ້ງທີ 61, ທີ່ ເວນິດ (Venice), ອີຕາລີ (Italy) ຈະຈັດຂຶ້ນແຕ່ເດືອນພຶດສະພາ ຫາ ເດືອນພະຈິກ 2026.
ຍສໝ - ນະວັດຕະກຳ ບໍ່ພຽງແຕ່ຢຸດຢູ່ທີ່ແນວຄວາມຄິດ ຫຼື ການຄົ້ນຄວ້າເທົ່ານັ້ນ, ແຕ່ຕ້ອງກາຍເປັນການກະທຳທີ່ລະອຽດຕົວຈິງ, ໝາກຜົນທີ່ແທ້ຈິງ ແລະ ມູນຄ່າການປະກອບສ່ວນໂດຍຕົງໃຫ້ແກ່ການພັດທະນາປະເທດຊາດ.
ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ໃນນັ້ນ, ຖືເອົາການໂຄສະນາເຜີຍແຜ່ເປັນຈຸດສຸມ, ສົມທົບກັບການກວດກາ, ຕິດຕາມ ແລະ ຈັດການກັບການລະເມີດຢ່າງເຂັ້ມງວດ. ບັນດາການຫັນປ່ຽນທີ່ຕັ້ງໜ້າຕັ້ງແຕ່ຈິດສຳນຶກຈົນເຖິງການກະທຳຂອງຊາວປະມົງ ພວມປະກອບສ່ວນຮັກສາຄວາມໝັ້ນຄົງເຂດທະເລ, ພ້ອມທັງສ້າງພື້ນຖານເພື່ອແກ້ໄຂ “ບັດເຫຼືອງ” IUU.
ຍສໝ - ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ.
ສຳລັບແຜນການພັດທະນາເສດຖະກິດສັງຄົມໄລຍະ 2026 – 2030, ມີຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດສະແດງຄວາມເຫັນດີເຫັນພ້ອມຢູ່ລະດັບສູງຕໍ່ບັນດາການຕີລາຄາກ່ຽວກັບ ສະພາບການສາກົນຂອງລັດຖະບານ.