ກະຊວງ ສາທາລະນະສຸກ ລາວ ກໍຄື ຄະນະສະເພາະກິດ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈ ສືບຕໍ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງ ການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ ໃຫ້ເອົາໃຈໃສ່ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດ ລາວ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ ຄືກັບຫລາຍປະເທດໃນໂລກ ແລະ ປະເທດໃກ້ຄຽງ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຢັ້ງຢືນ ຈະສືບຕໍ່ປະຕິບັດແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍ ເຊິ່ງພັກໄດ້ວາງອອກ ນັ້ນແມ່ນ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບບັນດາປະເທດ, ບັນດາພັກການເມືອງ, ອົງການຈັດຕັ້ງ ແລະ ເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.
ຍສໝ - ວັນທີ 26 ມັງກອນ 2021, ຢູ່ ຫວຽດນາມ ມີຄົນເຈັບ 5 ຄົນ ຕິດເຊື້ອ ໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ເປັນ 1.430 ຄົນ.
ວັນທີ 16 ມັງກອນ, ຄະນະປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ສະຫະພັນ ລັດເຊຍ ໄດ້ຕັດສິນຟື້ນຟູບັນດາຖ້ຽວບິນການຄ້າກັບ ຫວຽດນາມ, ອິນເດຍ, ແຟັງລັງ ແລະ ກາຕາ ນັບແຕ່ວັນທີ 27 ມັງກອນເປັນຕົ້ນໄປ.
ວັນທີ 25 ມັງກອນ, ສື່ມວນຊົນສາກົນ ແລະ ພາກພື້ນພ້ອມກັນລົງຂ່າວດ້ວຍຄວາມສົນໃຈ, ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ບັນດາທິດທາງຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັບຮອງເອົາ.
ສານໂທດໜັກຢູ່ນະຄອນ Evry, ຢູ່ຊານນະຄອນຫຼວງປາຣີ, ປະເທດຝລັ່ງ, ໄດ້ດຳເນີນການພິພາກສາຄະດີ ທ່ານນາງ ເຈິ່ນໂຕ໊ງາ ຮ້ອງຟ້ອງ 26 ບໍລິສັດເຄມີນາໆຊາດຂອງອາເມລິກາ.
ເຖິງວ່າປີ 2020 ເສດຖະກິດຈະຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ແຕ່ ຫວຽດນາມ ຍັງນອນໃນ Top 10 ປະເທດທີ່ມີການເຕີບໂຕ GDP ສູງທີ່ສຸດໃນໂລກ.
ດ້ວຍບົດບາດເປັນຫົວເງື່ອນຂອງການເຄື່ອນໄຫວພົວພັນຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ເປັນເຈົ້າການຮັບມືກັບສະພາບການໃໝ່, ປະດິດຄິດສ້າງໃນວຽກງານພົວພັນຕ່າງປະເທດ, ປະກອບສ່ວນຕັ້ງໜ້າພ້ອມກັບທ່ົວປະເທດປະຕິບັດສໍາເລັດໜ້າທີ່ “ຄວບຄູ່” ແມ່ນທັງຄວບຄຸມໂລກພະຍາດ ທັງພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໂຄສະນາພາບພົດຫວຽດນາມ ອອກທົ່ວໂລກ, ເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບ ແລະການຮ່ວມມືສາກົນ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງ ຫງວຽນເຟືອງງາ, ປະທານ VUFO ໃນການຕອບສໍາພາດຕໍ່ສື່ມວນຊົນຫວ່າງແລ້ວນີ້.
ຍສໝ - ກອງປະຊຸມ SEOM CLMV 20 ໄດ້ສຸມໃສ່ປຶກສາຫາລື 6 ບັນຫາໃຫຍ່, ລວມມີ: ຜົນຂອງກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 12 (ຈັດຂຶ້ນໃນວັນທີ 24 ສິງຫາ 2020); ກວດກາຄືນການຜັນຂະຫຍາຍກິດຈະກຳຕ່າງໆໃນແຜນການກະທໍາ CLMV 2019-2020; ປຶກສາຫາລື ແລະສ້າງແຜນການກະທໍາ CLMV 2021-2022
ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ດໍາເນີນແຕ່ວັນທີ 25 ມັງກອນຫາວັນທີ 2 ກຸມພາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບບັນດາຜົນງານຂອງຫວຽດນາມ ໃນຊຸມປີຜ່ານມາ ແລະການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ.
ປະເທດສສ.ຫວຽດນາມ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງ ເຖິງວ່າໃນສະພາບໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ-19.
ຍສໝ - ໜັງສືພິມ Nikkei ຂອງຍີ່ປຸ່ນໃນວັນທີ 20 ມັງກອນ ມີບົດປະເມີນຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈຂອງຫວຽດນາມ ໃນສະພາບການແຜ່ລະບາດຂອງ COVID-19 ໃນທົ່ວໂລກ.
ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ.
ສຳລັບພໍ່ແມ່ປະຊາຊົນແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນເຫດການການເມືອງທີ່ສຳຄັນ, ເຊິ່ງປະຊາຊົນມີຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດປ່ຽນແປງໃໝ່, ນໍາປະເທດສືບຕໍ່ພັດທະນາ.
ຍສໝ - ສອງຝ່າຍໄດ້ເຫັນດີຊຸກຍູ້ການເຄື່ອນໄຫວ ເພື່ອໃຫ້ການເຈລະຈາສຳເລັດໂດຍໄວ ແລະ ເຂົ້າສູ່ການລົງນາມໃນສັນຍາດັ່ງກ່າວໂດຍໄວເທົ່າທີ່ຈະຮອດປີ 2021, ເພື່ອນຳແຮງງານຫວຽດນາມໄປເຮັດວຽກຢູ່ອິດສະຣາເອນ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ອີຣານ ໄດ້ມີການພົບປະກັບທ່ານເອກອັກຄະລັດຖະທູດອິດສະລາມອີຣານ ປະຈຳຫວຽດນາມ, ທ່ານ Ali Akbar Nazari.
ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.
ຍສໝ - ເຫດການນີ້ແມ່ນຂີດໝາຍສຳຄັນໃນການຕໍ່ສູ້ຕ້ານອາວຸດນິວເຄຼຍພາຍຫຼັງທີ່ໄດ້ຮັບຮອງເອົາຈາກສະຫະປະຊາຊາດໃນວັນທີ 7 ກໍລະກົດ 2017. ໄຊຊະນະນີ້ບໍ່ພຽງແຕ່ຍ້ອນການໃຫ້ສັດຕະຍາບັນສົນທິສັນຍາຈາກ 51 ປະເທດສະມາຊິກເທົ່ານັ້ນ, ຫາກຍັງແມ່ນການປະກອບສ່ວນຂອງບັນດາຂະບວນການສັນຕິພາບແລະ ຜູ້ຄົນທີ່ຮັກຫອມສັນຕິພາບທົ່ວໂລກອີກດ້ວຍ.
ຍສໝ - ຄາດວ່າໃນໄລຍະຈະມາເຖິງ, ສະພາ EABC ຈະຈັ້ງຕັ້ງ ກອງປະຊຸມສະພາແຫ່ງຊາດ ແລະ ບັນດາກອງປະຊຸມຂອງກຸ່ມເຮັດວຽກວິຊາສະເພາະ ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມໂອ້ລົມສົນທະນາລະຫວ່າງ EABC ແລະ ເຈົ້າໜ້າທີ່ອາວຸໂສຂັ້ນສູງ ອາຊຽນ + 3 (SEOM +3), ລັດຖະມົນຕີເສດຖະກິດ ອາຊຽນ +3 (AEM+3).