ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3.
ຍສໝ - ເຫດການດັ່ງກ່າວ ບໍ່ພຽງແຕ່ຢືນຢັນເຖິງບົດບາດສູນກາງຂອງ ອາຊຽນ ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ເຫັນຢ່າງພົ້ນເດັ່ນເຖິງຄວາມເປັນເຈົ້າການຂອງ ຫວຽດນາມ ພ້ອມກັບບັນດາປະເທດພາຍໃດພາກພື້ນ ພາຍໃດການຮ່ວມແຮງຮ່ວມໃຈສາມັກຄີ ແລະ ພັດທະນາ ຕໍ່ໜ້າບັນດາຄວາມຜັນແປທາງດ້ານພູມສາດການເມືອງໃນທົ່ວໂລກ.
ຍສໝ - ໃນຕອນຄ່ຳວັນທີ 9/6, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 3 ແຕ່ວັນທີ 7 - 9/6/2026, ຕາມຄຳເຊີນຂອງ ທ່ານ ເລມິງຮຶງ (Lê Minh Hưng) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ຍສໝ - ໃນວັນທີ 9/6, ຄະນະຜູ້ແທນແຂວງ ຫຼວງນ້ຳທາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ແຂວງ ຟູເຖາະ.
ຍສໝ - ແຕ່ວັນທີ 8-12/6, ໂຄງການ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ຜ່າຕັດເດັກພິການທີ່ມີເງື່ອນໄຂຄອບຄົວຝືດເຄືອງ ຢູ່ພາຍໃດທ້ອງຖິ່ນແຂວງ ດຽນບຽນ ປະຈຳປີ 2026 ແມ່ນໄດ້ຈັດຂຶ້ນຢູ່ທີ່ ໂຮງໝໍມະໂຫສົດແຂວງ. ພາຍໃດນັ້ນ, ມີເດັກນ້ອຍທີ່ປະສົບກັບຮູບແບບຄວາມພິການຕ່າງໆຈຳນວນ 370 ຄົນ ໄດ້ຮັບການສະໜັບສະໜູນເພື່ອເຂົ້າຮັບການກວດພະຍາດ, ວິນິດໄສຮ່ວມ, ປິ່ນປົວ ແລະ ຜ່າຕັດ.
ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.
ຍສໝ - ໃນວັນທີ 08/6, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ໄດ້ດຳເນີນວາລະການເຈລະຈາ.
ຍສໝ - ໃນຕອນເຊົ້າວັນທີ 8/6, ຢູ່ທີ່ນະຄອນຫຼວງ ຮາໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ວາລະດຳລົງຕຳແໜ່ງປີ 2026 - 2031 ໄດ້ໄຂມາກຂຶ້ນຢ່າງສົມເກດ ໂດຍມີຄະນະຜູ້ແທນດີເດັ່ນ 600 ທ່ານ ເຊິ່ງເປັນຕົວແທນໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ ແລະ ຊາວນາເກືອບ 10 ລ້ານຄົນໃນທົ່ວປະເທດ ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່.
ຍສໝ - ໃນຕອນເຊົ້າວັນທີ 8/6, ສະຫະພັນບັນດາອົງການຈັດຕັ້ງມິດທະພາບແຂວງ ອານຢາງ (An Giang), ອົງການ Sunflower Mission (ອາເມລິກາ) ຮ່ວມກັບ ຄະນະກຳມະການປະຊາຊົນຕາແສງ ອານຝູ (An Phú) ຈັດຕັ້ງພິທີສະຫຼອງ ແລະ ມອບ-ຮັບ ຫ້ອງຮຽນຈຳນວນ 6 ຫ້ອງ ຢູ່ທີ່ໂຮງຮຽນປະຖົມ "B" ວິງໂຮ້ຍດົງ.
ຍສໝ - ຕໍ່ໜ້າການຮ່ວມເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີ ແຫ່ງສອງປະເທດ, ກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ ໄດ້ແລກປ່ຽນຂໍ້ຕົກລົງການຮ່ວມມື ໄລຍະ 2026-2030, ເປີດກວ້າງການປະສານງານ ພາຍໃດຫຼາກຫຼາຍຂົງເຂດວຽກງານການເງິນທີ່ເປັນແກນຫຼັກ ແລະ ສຳຄັນ.
ຍສໝ - ແຕ່ວັນທີ 7-8/6 ຢູ່ທີ່ຮາໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ວາລະດຳລົງຕຳແໜ່ງປີ 2026-2031, ໄດ້ຖືກຈັດຂຶ້ນໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນ 600 ທ່ານ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກສະມາຄົມ ແລະ ຊາວນາຫຼາຍກວ່າ 10 ລ້ານຄົນໃນທົ່ວປະເທດ. ກອງປະຊຸມໃຫຍ່ໄດ້ສຸມໃສ່ຕີລາຄາຜົນສຳເລັດຂອງວຽກງານສະມາຄົມ ແລະ ຂະບວນການຊາວນາພາຍໃດວາລະດຳລົງຕຳແໜ່ງທີ່ຜ່ານມາ, ໃນຂະນະດຽວກັນກໍກຳນົດຄາດໝາຍ, ໜ້າທີ່ ແລະ ວິທີການແກ້ໄຂ ແນໃສ່ເສີມຂະຫຍາຍບົດບາດເຈົ້າການຂອງຊາວນາ ພາຍໃດການພັດທະນາກະສິກຳ, ຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່.
ຍສໝ - ວັນທີ 7 ເດືອນມິຖຸນາ ປີ 2026, ຢູ່ທີ່ນະຄອນ ກວາງຈູ, ສເກົາຫຼີ, ວັດ ກາດເຕື່ອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງການບູລະນະປະຕິສັງຂອນສໍາເລັດຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ, ຊຸມຊົນຄົນຫວຽດນາມ ແລະ ເພື່ອນມິດຊາວເກົາຫຼີ ຄືສາກົນຢ່າງຫຼວງຫຼາຍ.
ຍສໝ - ວັນທີ 7 ເດືອນມິຖຸນາ, ຢູ່ທີ່ສະໜາມກິລາ ຄິບາກາຕະ, ນະຄອນ ໂຄມັດສຸ, ແຂວງ ອີຊິກາວະ ປະເທດຍີ່ປຸ່ນ ໄດ້ຈັດຕັ້ງການແຂ່ງຂັນເຕະບານສະມັກເລ່ນຂອງຊຸມຊົນຄົນຫວຽດນາມ ທີ່ກໍາລັງດໍາລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຂດ ພາກຕາເວັນຕົກ ແລະ ຕາເວັນຕົກສ່ຽງເໜືອ ຂອງໝູ່ເກາະ ຮົ່ນຊູ.
ຍສໝ - "ເດືອນຮັບຟັງສຽງປະຊາຊົນ", "ປະຕູຂໍ້ມູນແນວໂຮມດີຈີຕອນ", ຊຸດດັດສະນີຄວາມເຊື່ອໝັ້ນທາງສັງຄົມ... ແມ່ນບັນດາເນື້ອໃນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະទេດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI ໄດ້ກຳນົດຜັນຂະຫຍາຍພາຍໃດວາລະດຳລົງຕຳແໜ່ງປີ 2026-2031, ແນໃສ່ເປີດກວ້າງການມີສ່ວນຮ່ວມຂອງປະຊາຊົນ, ຍົກສູງຄຸນນະພາບການຮັບໃຊ້ປະຊາຊົນ ແລະ ເອົາຄວາມເພິ່ງພໍໃຈຂອງປະຊາຊົນ ເປັນໜຶ່ງພາຍໃດໄມ້ຫຼາຕີລາຄາປະສິດທິຜົນການເຄື່ອນໄຫວຂອງແນວໂຮມ.
ຍສໝ - ວັນທີ 8 ມິຖຸນາ ຢູ່ທີ່ຮາໂນ້ຍ, ຄະນະຜູ້ແທນສະມາຄົມມິດທະພາບ ຫວຽດນາມ - ລາວ ໂດຍແມ່ນທ່ານ ຫງວຽນດັກວິງ - ກຳມະການສູນກາງພັກ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ຂອງສະພາແຫ່ງຊາດ, ປະທານສະມາຄົມ ເປັນຜູ້ນຳພາ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດທີ່ການນຳລາວ ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2026. ທີ່ກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ໃຫ້ຄວາມສຳຄັນສູງສຸດຕໍ່ການຮັກສາ ແລະ ເສີມຂະຫຍາຍມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມຕໍ່ຍຸດທະສາດກັບຫວຽດນາມ.
ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.
ຍສໝ - ບໍ່ດົນມານີ້, ຄະນະຜູ້ແທນເວທີປາໄສແມ່ຍິງຫວຽດນາມ ຢູ່ເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ປະຈຳປີ 2026 (Global Summit of Women 2026) ທີ່ຖືກຈັດຂຶ້ນຢູ່ທີ່ Istanbul, ປະເທດ ຕວກກີ.
ຍສໝ - ຕາມການໃຫ້ຮູ້ຂອງ ທ່ານ ຫງວຽນແມ້ງເກືອງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026 (AFF 2026) ຈະເປັນເວທີເປີດກວ້າງໃຫ້ແກ່ບັນດາຜູ້ນຳ, ນັກວິຊາການ, ວິສາຫະກິດ, ຊາວໜຸ່ມ ພ້ອມດ້ວຍບັນດາຄູ່ຮ່ວມມື ໄດ້ຮ່ວມກັນປຶກສາຫາລືກ່ຽວກັບວິທີການແກ້ໄຂ ແນໃສ່ຮັດແໜ້ນບົດບາດສູນກາງຂອງອາຊຽນ, ເພີ່ມທະວີຂີດຄວາມສາມາດພາຍໃດການເຂັ້ມແຂງດ້ວຍຕົນເອງ ແລະ ຊຸກຍູ້ການພັດທະນາໂດຍເອົາປະຊາຊົນເປັນສູນກາງ ທາມກາງສະພາບແວດລ້ອມພາກພື້ນ ແລະ ທົ່ວໂລກທີ່ມີການຜັນແປຢ່າງຫຼາກຫຼາຍ.
ຍສໝ - ໃນຕອນບ່າຍວັນທີ 7/6, ຢູ່ທີ່ທຳນຽບລັດຖະບານ, ພາຍຫຼັງການດຳເນີນການເຈລະຈາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ຮ່ວມເປັນສັກຂີພິຍານພາຍໃດພິທີແລກປ່ຽນບັນດາເອກະສານການຮ່ວມມື ລະຫວ່າງ ຫວຽດນາມ - ລາວ.
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດ, ຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng), ທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊີທິປະໄຕ ປະຊາຊົນລາວ ສອນໄຊ ສີພັນດອນ ໄດ້ເດິນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ ແຕ່ວັນທີ 7-9/6. ການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດ ພາຍຫຼັງທີ່ ລາວ ໄດ້ປັບປຸງບູລະນະກົງຈັກການນຳໃນວາລະດຳລົງຕຳແໜ່ງຊຸດໃໝ່ ແມ່ນໂອກາດເພື່ອໃຫ້ທັງສອງປະເທດສືບຕໍ່ຫັນເນື້ອໃນຄວາມໝາຍ "ການຮັດແໜ້ນທາງດ້ານຍຸດທະສາດ" ໃຫ້ກາຍເປັນຮູບປະທຳ, ເພີ່ມທະວີການເຊື່ອມຕໍ່ຜົນປະໂຫຍດທາງດ້ານຍຸດທະສາດ ແລະ ຍົກສູງປະສິດທິຜົນການຮ່ວມມືພາຍໃດບັນດາຂົງເຂດຫຼັກແຫຼ່ງ.