ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່

ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່

ຍສໝ - ໃນຍຸກສະໄໝແຫ່ງການບືນຕົວຂຶ້ນ, ພ້ອມກັບການຂະຫຍາຍຕົວຢ່າງແຂງແຮງຂອງສື່ສານດີຈີຕອນ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນກຳລັງແນວໜ້າ, ແມ່ນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ ແລະ ລັດ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງບັນດາກຳລັງປໍລະປັກ.

ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ

ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ

ຍສມ - ຜູ້ນຳກຸ່ມບໍລິສັດ MKE ແລະ Aselsan ຂອງ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ ໃນຂົງເຂດທີ່ມີທ່າແຮງ ແລະ ມີລັກສະນະຍຸດທະສາດໃນຕໍ່ໜ້າ.

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ

ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ

ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ

ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ

ຍສໝ - ວັນທີ 5/5 ຢູ່ທີ່ນະຄອນຫຼວງ ວຽນນາ (ໂອຕຣິດ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານສົມທົບກັບ ສະພາການຄ້າສະຫະພັນໂອຕຣິດ, ສະຖາບັນເຕັກໂນໂລຊີໂອຕຣິດ ແລະ ບໍລິສັດ FPT ຮ່ວມກັນຈັດເວທີປຶກສາຫາລືຄວາມໝັ້ນຄົງທາງໄຊເບີ ໂອຕຣິດ - ຫວຽດນາມ ໃນຮູບແບບເຊິ່ງໜ້າສົມທົບກັບທາງອອນລາຍ. ກິດຈະກຳນີ້ມຸ່ງໄປສູ່ເປົ້າໝາຍເພີ່ມທະວີການຮ່ວມມືສອງຝ່າຍ, ປັບປຸງຂີດຄວາມສາມາດດ້ານສະຖາບັນ ແລະ ເຕັກໂນໂລຊີ, ທັງເປີດໂອກາດການລົງທຶນ ແລະ ທຸລະກິດໃໝ່ໆໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ແລະ ການຫັນເປັນດີຈີຕອນ.

ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ຫວຽດ​ນາມ ແລະ ອິນ​ເດຍ ຍົກ​ລະ​ດັບ​ການພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານແບບ​ເພີ່ມ​ທະ​ວີ

ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຮັດ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ເລິກ​ເຊິ່ງກວ່າ​ອີກ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ກ​ານ​ນຳ​ສອງ​ທ່ານ​ກໍ​ຕົກ​ລົງ​ເປັນ​ເອ​ກະ​ພາບຍ​ົກ​ລະ​ດັບ​ສາຍ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອິນ​ເດຍ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ແບບ​ເພີ່ມ​ທະ​ວີ.

ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ເລວີງຖັງ ເຂົ້າຢ້ຽມຂຳນັບການນຳກະຊວງການຕ່າງປະເທດ Romania

ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ເລວີງຖັງ ເຂົ້າຢ້ຽມຂຳນັບການນຳກະຊວງການຕ່າງປະເທດ Romania

ຍສໝ - ວັນທີ 5/5, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Romania ເລວີງຖັງ ໄດ້ເຂົ້າຢ້ຽມຂຳນັບທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Romania Ana Tinca ແລະ ການນຳບາງກົມກອງທີ່ສຳຄັນຂອງກະຊວງການຕ່າງປະເທດ Romania ເຊັ່ນ: ຫົວໜ້າກົມອາຊີ - ປາຊີຟິກ ແລະ ອາເມລິກາລາຕິນ Diana Tase, ຫົວໜ້າກົມພິທີການ Florenta Ciobotaru.

ທ່ານ ນາຍົກລັດຖະມົນຕີ ເລມິງຮືງ ອອກເດີນທາງໄປຮ່ວມກອງປະຊຸມສຸດຍອດອາຊຽນ

ທ່ານ ນາຍົກລັດຖະມົນຕີ ເລມິງຮືງ ອອກເດີນທາງໄປຮ່ວມກອງປະຊຸມສຸດຍອດອາຊຽນ

ຍສໝ​ - ຕອນເຊົ້າວັນທີ 7/5, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກເດີນທາງໄປຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ຢູ່ ຟີລິບປິນ, ສະແດງໃຫ້ເຫັນຄຳໝັ້ນສັນຍາອັນແຂງແຮງຂອງ ຫວຽດນາມ ຕໍ່ກັບການຮ່ວມມືໃນພາກພື້ນ ແລະ ຂະບວນການສ້າງຕັ້ງປະຊາຄົມອາຊຽນ.

ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ

ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ

ຍສໝ - ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ ເນື່ອງໃນໂອກາດບົດຢ້ຽມຢາມລັດຖະກິດ ຢູ່ ສີລັງກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແຕ່ວັນທີ 7-8 ພຶດສະພາ, ທ່ານກໍາມະການສູນກາງພັກ, ຮອງເລຂາທິການປະຈຳຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມ້ງເກື່ອງ ໄດ້ຕອບສຳພາດຕໍ່ສື່ມວນຊົນ.

ສືບຕໍ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຂະຫຍັນຂັນເຄື່ອນ ຫວຽດນາມ - ອິນເດຍ

ສືບຕໍ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຂະຫຍັນຂັນເຄື່ອນ ຫວຽດນາມ - ອິນເດຍ

ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໂຕເລິມ (Tô Lâm) ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 - 7 ພຶດສະພາ 2026.

ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ

ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ

ຍສໝ - ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ ເນື່ອງໃນໂອກາດບົດຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ ແຕ່ວັນທີ 5-7 ພຶດສະພາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນາເຣນທຣາ ໂມດີ (Narendra Modi), ທັງແມ່ນໂອກາດສະເຫຼີມສະຫຼອງ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອິນເດຍ ແລະ ຫວຽດນາມ, ໜ້າເວັບໄຊ timesofindia ໄດ້ດຳເນີນການສຳພາດພິເສດກັບ ສາດສະດາຈານ Reena Marwah.

ການເຊີດຊູພາສາຫວຽດ: “ທູດ” ທາງດ້ານວັດທະນະທຳ ແລະ ຂົວຕໍ່ແຫ່ງການເຊື່ອມຈອດຍຸດທະສາດ ຫວຽດນາມ - ລາວ

ການເຊີດຊູພາສາຫວຽດ: “ທູດ” ທາງດ້ານວັດທະນະທຳ ແລະ ຂົວຕໍ່ແຫ່ງການເຊື່ອມຈອດຍຸດທະສາດ ຫວຽດນາມ - ລາວ

ຍສໝ​ - ຢູ່ເທິງດິນແດນລ້ານຊ້າງ, ພາສາຫວຽດນາມ ແຕ່ດົນນານມາແລ້ວແມ່ນໄດ້ກ້າວໄກເກີນຂອບເຂດຂອງການເປັນພຽງພາຫະນະໃນການສື່ສານທຳມະດາ. ຜ່ານບັນດາຄວາມຂຶ້ນໆລົງໆຂອງປະຫວັດສາດ ແລະ ການຜັນປ່ຽນຂອງຍຸກສະໄໝ, ພາສາດັ່ງກ່າວໄດ້ກາຍເປັນ “ຈິດວິນຍານ” ທາງວັດທະນະທຳ, ແມ່ນສາຍໃຍທີ່ຮັດແໜ້ນຄວາມສາມັກຄີແບບພິເສດ. ໃນສະພາບການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໄດ້ຮັບການຍົກລະດັບຂຶ້ນສູ່ລະດັບ “ການເຊື່ອມຈອດຍຸດທະສາດ”, ການໂຄສະນາ ແລະ ພັດທະນາພາສາຫວຽດນາມ ບໍ່ພຽງແຕ່ແມ່ນໜ້າທີ່ທາງດ້ານການສຶກສາເທົ່ານັ້ນ, ແຕ່ຍັງແມ່ນພັນທະກິດໃນການອະນຸລັກຮັກສາເອກະລັກ ແລະ ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ອະນາຄົດ.

ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ນະຄອນ ໂຮ່ຈີມິນ ສ້າງລາຍຮັບໄດ້ 8.700 ຕື້ດົ່ງ ຈາກການທ່ອງທ່ຽວ ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ວັນທີ 30 ເມສາ - 1 ພຶດສະພາ

ຍສໝ - ໃນໂອກາດວັນພັກບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ວັນທີ 30 ເມສາ ແລະ 1 ພຶດສະພາປີນີ້, ການເຄື່ອນໄຫວທ່ອງທ່ຽວຢູ່ ນະຄອນ ໂຮ່ຈີມິນ ໄດ້ດຳເນີນໄປຢ່າງຄຶກຄື້ນ, ບັນທຶກໃຫ້ເຫັນການຟື້ນຕົວຢ່າງຕັ້ງໜ້າ ແລະ ມີການເຕີບໂຕພໍສົມຄວນເມື່ອທຽບໃສ່ໄລຍະດຽວກັນ. ໃນໄລຍະ 9 ວັນ, ນັບແຕ່ວັນທີ 25 ເມສາ ຫາທ້າຍວັນທີ 3 ພຶດສະພາ, ນັກທ່ອງທ່ຽວສາກົນທີ່ມາ ນະຄອນ ຄາດວ່າບັນລຸ 190.000 ເທື່ອຄົນ; ນັກທ່ອງທ່ຽວພາຍໃນປະເທດມີປະມານ 1,5 ລ້ານເທື່ອຄົນ. ຍອດລາຍຮັບຈາກການທ່ອງທ່ຽວ ຄາດວ່າບັນລຸ 8.700 ຕື້ດົ່ງ.

ຄອນເສີດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໂປໂລຍ ຄົບຮອບ 76 ປີ

ຄອນເສີດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໂປໂລຍ ຄົບຮອບ 76 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໂປໂລຍ ຄົບຮອບ 76 ປີ (1950-2026), ສະມາຄົມດົນຕີຄລາສສິກຫວຽດນາມ ສົມທົບກັບ ສະຖານທູດໂປໂລຍ ຈັດຕັ້ງລາຍການຄອນເສີດສຸດພິເສດພາຍໃຕ້ຫົວຂໍ້ “The Flow of Music - ສາຍທານແຫ່ງດົນຕີ” ໃນເວລາ 20:00 ໂມງ ຂອງວັນທີ 31 ພຶດສະພາ, ຢູ່ໂຮງລະຄອນ ໂຮ່ເກືອມ.

ນັກຮຽນຫຼາຍກວ່າ 1,800 ຄົນ ເຂົ້າຮ່ວມໂຄງການສຶກສາອົບຮົມກ່ຽວກັບສິດທິເດັກ

ນັກຮຽນຫຼາຍກວ່າ 1,800 ຄົນ ເຂົ້າຮ່ວມໂຄງການສຶກສາອົບຮົມກ່ຽວກັບສິດທິເດັກ

ຍສໝ - ໃນເດືອນເມສາ ປີ 2026, ອົງການ Good Neighbors ຫວຽດນາມ (GNI) ໄດ້ຈັດຕັ້ງປະຕິບັດຊຸດໂຄງການສຶກສາອົບຮົມກ່ຽວກັບສິດທິເດັກ (Child Rights Education - CRE) ຢູ່ 6 ໂຮງຮຽນ ຄື: ໂຮງຮຽນປະຖົມ ອຽນນຮ່າ, ປະຖົມ ເຕີນຈິງ, ປະຖົມ ເຕີນບັກ, ປະຖົມ ບັງລັງ, ໂຮງຮຽນກິນນອນຊົນເຜົ່າປະຖົມ ແລະ ມັດທະຍົມຕອນຕົ້ນ ອຽນແທ່ງ ແລະ ໂຮງຮຽນກິນນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ບານເຣຍ, ແຂວງ ຕວຽນກວາງ ໂດຍມີນັກຮຽນເຂົ້າຮ່ວມຫຼາຍກວ່າ 1,800 ຄົນ.

ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ

ສີສັນທາງວັດທະນະທຳຂອງຊາວຈາມ ເຮັດໃຫ້ຜະລິດຕະພັນການທ່ອງທ່ຽວຂອງ ແຂວງ ເລີມດົງ ອຸດົມສົມບູນຂຶ້ນ

ຍສໝ - ບໍ່ພຽງແຕ່ໂດດເດັ່ນດ້ວຍທິວທັດທຳມະຊາດປ່າເຂົາທີ່ສະຫງ່າງາມເທົ່ານັ້ນ, ເຂດພາກຕາເວັນອອກຂອງ ແຂວງ ເລີມດົ່ງ ຍັງສ້າງຄວາມປະທັບໃຈດ້ວຍບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກຂອງພີ່ນ້ອງຊາວຈາມ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຂອງທ້ອງຖິ່ນມີຄວາມຫຼາກຫຼາຍ ແລະ ເພີ່ມທະວີແຮງດຶງດູດກວ່າເກົ່າ.

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ

ຍສໝ - ເດືອນແຫ່ງການເຄື່ອນໄຫວເພື່ອຄວາມປອດໄພຂອງອາຫານ ປີ 2026 ແມ່ນໂອກາດເພື່ອຫວນຄືນເຖິງເອກະລັກທາງວັດທະນະທຳທີ່ໂດດເດັ່ນຂອງ ຫວຽດນາມ - ນັ້ນແມ່ນອາຫານຂ້າງທາງ. ນັບແຕ່ຫາບຂາຍເຄື່ອງເລາະຕາມຖະໜົນ ໄປຈົນເຖິງບັນດາເຂດຖະໜົນອາຫານທີ່ຄຶກຄື້ນ, ບັນດາເຍື່ອງອາຫານແບບປະຊາຊົນ ໄດ້ປະກອບສ່ວນສ້າງເປັນເອກະລັກທາງວັດທະນະທຳຂອງຕົວເມືອງ, ທັງກາຍເປັນຈຸດດຶງດູດນັກທ່ອງທ່ຽວສາກົນ.

ວັນບຸນກິລາຮັດແໜ້ນຄວາມສາມັກຄີຂອງນັກສຶກສາຫວຽດນາມຢູ່ Australia

ວັນບຸນກິລາຮັດແໜ້ນຄວາມສາມັກຄີຂອງນັກສຶກສາຫວຽດນາມຢູ່ Australia

ຍສໝ - ວັນທີ 2 ພຶດສະພາ, ຢູ່ສູນບັນເທີງ Concord Oval (ລັດ New South Wales, Australia), ວັນບຸນກິລາຂອງປະຊາຄົມນັກສຶກສາຫວຽດນາມ ໄດ້ດຳເນີນໄປຢ່າງຄຶກຄື້ນ, ອັດສາກບັນດາກິດຈະກຳກິລາຂະໜາດໃຫຍ່ ສຳລັບນັກສຶກສາຫວຽດນາມ ຢູ່ Australia.

ກຳລັງຊຸກຍູ້ໃໝ່, ຂອບເຂດການຮ່ວມມືໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ

ກຳລັງຊຸກຍູ້ໃໝ່, ຂອບເຂດການຮ່ວມມືໃໝ່ ໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ

ຍສໝ - ການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງກຳລັງຊຸກຍູ້ໃໝ່, ເປີດຂອບເຂດການຮ່ວມມືທີ່ກວ້າງຂວາງກວ່າເກົ່າ ແລະ ຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນສັງກາດໃໝ່, ໃຫ້ສົມຄູ່ກັບທ່າແຮງ ແລະ ຖານະບົດບາດຂອງສອງປະເທດ ຢູ່ໃນພາກພື້ນ ແລະ ໃນໂລກ.

ການນຳເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ຫວຽດນາມ ຂາດດຸນການຄ້າ 7,11 ຕື້ USD ໃນ 4 ເດືອນຕົ້ນປີ 2026

ການນຳເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ຫວຽດນາມ ຂາດດຸນການຄ້າ 7,11 ຕື້ USD ໃນ 4 ເດືອນຕົ້ນປີ 2026

ຍສໝ - ເຖິງວ່າການສົ່ງອອກໃນ 4 ເດືອນຕົ້ນປີ 2026 ຍັງຮັກສາລະດັບການເຕີບໂຕໄດ້ເກືອບ 20%, ແຕ່ການນຳເຂົ້າພັດເພີ່ມຂຶ້ນຢ່າງແຂງແຮງເຖິງ 28,7% ເຮັດໃຫ້ດຸນການຄ້າຜັນປ່ຽນມາເປັນການຂາດດຸນ 7,11 ຕື້ USD. ສະພາບການດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມຕ້ອງການດ້ານວັດຖຸດິບ ແລະ ອຸປະກອນການຜະລິດທີ່ເພີ່ມຂຶ້ນ, ທັງສະແດງໃຫ້ເຫັນເຖິງການເພິ່ງພາອາໄສຢ່າງຫຼວງຫຼາຍຕໍ່ພາກສ່ວນ FDI ໃນກິດຈະກຳການນຳເຂົ້າ ແລະ ສົ່ງອອກ.

|< < 1 2 3 4 5 > >|