ຍສໝ - ໃນສະພາບການທີ່ປັນຍາປະດິດ (AI) ແລະ ເຕັກໂນໂລຊີດິຈິຕອນພັດທະນາຢ່າງວ່ອງໄວ, ປະສົບການຂອງສິງກະໂປສະແດງໃຫ້ເຫັນວ່າ ຄວາມສາມາດໃນການປັບຕົວໃຫ້ທັນກັບເຕັກໂນໂລຊີໃໝ່ ບໍ່ພຽງແຕ່ຂຶ້ນກັບການລົງທຶນໃສ່ໂຄງລ່າງ ຫຼື ການອອກນະໂຍບາຍເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ມີການດັດປັບຢ່າງສອດຄ່ອງທັງດ້ານສະຖາບັນ, ການຈັດຕັ້ງກົງຈັກ, ຊັບພະຍາກອນມະນຸດ ແລະ ຮູບແບບການຮ່ວມມືລະຫວ່າງລັດກັບວິສາຫະກິດ.
ຍສໝ - ຫວຽດນາມພວມຢືນຢູ່ຕໍ່ໜ້າບາດກ້າວຫັນປ່ຽນໃນການພັດທະນາປັນຍາປະດິດ (AI), ຈາກການນຳໃຊ້ເຕັກໂນໂລຊີທີ່ມີຢູ່ແລ້ວ ໄປສູ່ການເປັນເຈົ້າການສ້າງຂີດຄວາມສາມາດດ້ານແບບຈຳລອງ, ໂຄງລ່າງການຄຳນວນ, ຂໍ້ມູນ, ບຸກຄະລາກອນ ແລະ ວິສາຫະກິດ, ມຸ່ງໄປສູ່ການສ້າງເຕັກໂນໂລຊີ ແລະ ຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການພາຍໃນປະເທດ.
ຍສໝ - ພາຍຫຼັງ 17 ວັນເຮັດວຽກ, ກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໄດ້ອັດລົງໃນຕອນບ່າຍວັນທີ 24 ສິງຫາ, ສຳເລັດວຽກງານນິຕິບັນຍັດເປັນຈຳນວນຫຼາຍ ແລະ ຕັດສິນຫຼາຍບັນຫາສຳຄັນກ່ຽວກັບໂຄງລ່າງພື້ນຖານ, ການພັດທະນາເສດຖະກິດ - ສັງຄົມ.
ຍສໝ - ວັນທີ 24 ສິງຫາ, ກຳລັງເຈົ້າໜ້າທີ່ສືບຕໍ່ຄົ້ນຫາ ແລະ ເກັບໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ຈຸດທີສອງ (ເຂດ B) ຂອງສວນສາທາລະນະ ເລທິຣຽງ, ນະຄອນໂຮ່ຈິມິນ, ໂດຍໄດ້ຄົ້ນພົບ ແລະ ເກັບໂຮມອັດຖິນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 26 ຊຸດ ພ້ອມດ້ວຍວັດຖຸທີ່ຕິດກັບອັດຖິ 10 ຊຸດ.
ຍສໝ - ວັນທີ 24/8, ສະຖານທູດຫວຽດນາມປະຈຳສິງກະໂປ ໄດ້ຈັດພິທີລະນຶກ 81 ປີ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ໂດຍມີການເຂົ້າຮ່ວມຂອງທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 24/8, ທີ່ສິງກະໂປ, ທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ພົບປະກັບພະນັກງານ, ເຈົ້າໜ້າທີ່ສະຖານທູດ ພ້ອມດ້ວຍຊາວຫວຽດນາມ, ຊ່ຽວຊານ ແລະ ປັນຍາຊົນຫວຽດນາມຈຳນວນຫຼາຍ. ທ່ານສະເໜີໃຫ້ສືບຕໍ່ເຊື່ອມໂຍງຊຸມຊົນ, ສົ່ງເສີມແຫຼ່ງກຳລັງດ້ານປັນຍາ ແລະ ເຕັກໂນໂລຊີຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດ ແລະ ສາຍພົວພັນ ຫວຽດນາມ - ສິງກະໂປ.
ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ທ່ານນາງ ຟ້າມທິແທັງຈ່າ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ທ່ານ Sanjay Wijesekera, ຜູ້ອຳນວຍການກອງທຶນເດັກແຫ່ງສະຫະປະຊາຊາດ (UNICEF) ປະຈຳພາກພື້ນອາຊີ - ປາຊີຟິກ. ສອງຝ່າຍໄດ້ແລກປ່ຽນບັນດາທິດທາງເພື່ອເພີ່ມທະວີການຮ່ວມມື, ໃນນັ້ນ ເອົາໃຈໃສ່ການປົກປ້ອງເດັກນ້ອຍໃນສະພາບແວດລ້ອມດິຈິຕອນ ແລະ ໃນຍຸກປັນຍາປະດິດ (AI).
ຍສໝ - ຕອນບ່າຍວັນທີ 24/8, ທີ່ ສິງກະໂປ, ທ່ານ ເຈິ່ນເກີ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ເຂົ້າພົບປະ ທ່ານ Seah Kian Peng, ປະທານລັດຖະສະພາສິງກະໂປ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ປະກອບສ່ວນຜັນຂະຫຍາຍຂອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ຢ່າງມີປະສິດທິຜົນ.
ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ໃນໂອກາດຕ້ອນຮັບ ສາດສະດາຈານ ເຈິ່ນແທັງເວິນ, ປະທານສະມາຄົມວິທະຍາສາດ “ພົບປະຫວຽດນາມ”, ຜູ້ອຳນວຍການສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ (ICISE), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຢືນຢັນວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນຫຼັກ ເພື່ອນຳພາປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.
ຍສໝ - ດ້ວຍຊາວຫວຽດນາມຫຼາຍກວ່າ 6,5 ລ້ານຄົນ ທີ່ດຳລົງຊີວິດຢູ່ຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດນັບມື້ນັບມີບົດບາດສຳຄັນໃນການເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ, ຕະຫຼາດ ແລະ ບັນດາເຄືອຂ່າຍຮ່ວມມືສາກົນ. ມະຕິເລກທີ 23-NQ/TW ລົງວັນທີ 2/8/2026 ຂອງກົມການເມືອງ ໄດ້ເປີດໄລຍະໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ມຸ່ງໄປສູ່ການສ້າງກົນໄກເພື່ອເປີດທາງ ແລະ ສົ່ງເສີມແຫຼ່ງກຳລັງນີ້ໃຫ້ເກີດປະສິດທິຜົນ.
ຍສໝ - ວັນທີ 23/8, ທີ່ຮ່າໂນ້ຍ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຈີເລ Francisco Pérez Mackenna, ໂດຍເຫັນດີສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ ເລິກເຊິ່ງຍິ່ງຂຶ້ນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຍັງມີທ່າແຮງຫຼາຍ ເຊັ່ນ: ການຫັນປ່ຽນສີຂຽວ, ເສດຖະກິດດິຈິຕອນ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານທົດແທນ ແລະ ແຮ່ທາດຍຸດທະສາດ.
ຍສໝ - ໃນຂອບເຂດການເດີນທາງ “ຂ້ອຍຮັກປະເທດຊາດຂອງຂ້ອຍ” ຢູ່ຫຼວງພະບາງ (ລາວ), ຊາວໜຸ່ມຫວຽດນາມ ແລະ ລາວ ໄດ້ຮ່ວມກັນແລກປ່ຽນບົດຮຽນໃນການຊ່ວຍເຫຼືອຊາວໜຸ່ມສ້າງຕົນ, ສ້າງອາຊີບ, ນຳໃຊ້ເຕັກໂນໂລຊີ, ພ້ອມທັງແບ່ງປັນບັນດາວິທີການໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ຜ່ານນັ້ນ, ຄົນຮຸ່ນໜຸ່ມຂອງສອງປະເທດປະກອບສ່ວນທະນຸຖະໜອມການພົວພັນຫວຽດນາມ - ລາວ ດ້ວຍບັນດາກິດຈະກຳຮ່ວມມືທີ່ແທດຈິງ.
ຍສໝ - ມຸ່ງໄປສູ່ການສະເຫຼີມສະຫຼອງ 81 ປີແຫ່ງໄຊຊະນະຂອງການປະຕິວັດເດືອນສິງຫາ (19/8/1945 - 19/8/2026) ແລະ 81 ປີແຫ່ງວັນຊາດ 2/9 ຂອງສາທາລະນະລັດສັງຄົມນິຍົມຫວຽດນາມ (2/9/1945 - 2/9/2026), ຮ່າໂນ້ຍໄດ້ດຳເນີນການປະດັບປະດາ, ໂຄສະນາ ແລະ ປຸກລະດົມດ້ວຍຮູບພາບຢູ່ຕາມຫຼາຍສາຍທາງ, ເຂດໃຈກາງ ແລະ ສະຖານທີ່ສາທາລະນະ, ສ້າງບັນຍາກາດທີ່ສະຫງ່າງາມ ແລະ ເບີກບານມ່ວນຊື່ນໃນບັນດາວັນບຸນໃຫຍ່.
ຍສໝ - ຕອນບ່າຍວັນທີ 22/8, ຢູ່ຮ່າໂນ້ຍ, ທ່ານ ດວ່ານມິງຮ໊ວນ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຕາງໜ້າການນຳພັກ, ລັດ ໄດ້ຕ້ອນຮັບຄະນະຜູ້ນຳຮຸ່ນໜຸ່ມຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງພະນັກງານຮຸ່ນໜຸ່ມໃນການສືບທອດ, ຮັກສາ ແລະ ເສີມສ້າງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສາມປະເທດ.
ຍສໝ - ຕອນບ່າຍວັນທີ 23/8, ຢູ່ສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ໄດ້ເຈລະຈາກັບທ່ານ Patrick Achi ປະທານສະພາແຫ່ງຊາດແຫ່ງສາທາລະນະລັດ Côte d’Ivoire (ກົດດີວົວ). ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືລັດຖະສະພາ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ມຸ່ງໄປສູ່ເປົ້າໝາຍນຳມູນຄ່າການຄ້າສອງຝ່າຍບັນລຸກວ່າ 3-5 ຕື້ USD ໃນໄລຍະຕໍ່ໜ້າ.
ຍສໝ - ວັນທີ 23/8, ຜູ້ເຂົ້າແຂ່ງຂັນ 12 ຄົນ ໄດ້ເຂົ້າຮ່ວມຮອບຊິງຊະນະເລີດການປະກວດ “ຂ້ອຍຮັກພາສາຂອງຊາດຂ້ອຍ” ຢູ່ນະຄອນ Higashi Osaka (ຍີ່ປຸ່ນ). ການປະກວດໄດ້ສ້າງເວທີໃຫ້ໄດ້ນຳໃຊ້ພາສາຫວຽດ, ຊຸກຍູ້ໃຫ້ບັນດາຄອບຄົວຮັກສາພາສາແມ່, ພ້ອມທັງຊ່ວຍໃຫ້ຄົນຮຸ່ນໜຸ່ມຮຽນຮູ້ເພີ່ມຕື່ມກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ປະເພນີຂອງຫວຽດນາມ.
ຍສໝ - ນັກຖ່າຍຮູບຂ່າວຊາວຍີ່ປຸ່ນ Ishikawa Bunyo, ຜູ້ປະໄວ້ຮູບພາບກວ່າ 15.000 ຮູບກ່ຽວກັບສົງຄາມຫວຽດນາມ, ໄດ້ເສຍຊີວິດໃນວັນທີ 23/8 ຢູ່ແຂວງ Nagano ຫຼັງຈາກຕໍ່ສູ້ກັບພະຍາດຮ້າຍແຮງມາໄລຍະໜຶ່ງ, ລວມອາຍຸໄດ້ 88 ປີ. ຕະຫຼອດຫຼາຍທົດສະວັດຫຼັງສົງຄາມ, ທ່ານຍັງຄົງນຳສະເໜີບັນດາຮູບພາບ ແລະ ບອກເລົ່າສິ່ງທີ່ຕົນເອງໄດ້ພົບເຫັນ ເພື່ອຝາກຂໍ້ຄວາມເຖິງຄົນຮຸ່ນໜຸ່ມກ່ຽວກັບຄຸນຄ່າຂອງຊີວິດ ແລະ ສັນຕິພາບ.
ຍສໝ - ແຕ່ວັນທີ 24-25/8, ສະຫາຍ ເຈິ່ນເກິມຕູ໋, ກຳມະການກົມການເມືອງ, ຄະນະປະຈຳສຳນັກເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມ ຈະໄປຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1. ຕາມທ່ານ ຫງວຽນແມ້ງເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍບາດກ້າວພັດທະນາໃໝ່ດ້ານຄຸນນະພາບໃນສາຍພົວພັນລະຫວ່າງສອງພັກ, ສ້າງພື້ນຖານທາງການເມືອງ ແລະ ແຮງຂັບເຄື່ອນເພີ່ມເຕີມ ເພື່ອນຳສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເຂົ້າສູ່ຄວາມເລິກເຊິ່ງ.
ຍສໝ - ຕໍ່ໜ້າການປ່ຽນແປງຢ່າງວ່ອງໄວຂອງເຕັກໂນໂລຊີ ແລະ ພູມສາດການເມືອງໂລກ, ສິງກະໂປໄດ້ມີຫຼາຍບາດກ້າວຫັນປ່ຽນເພື່ອປັບຕົວເຂົ້າກັບສະພາບການໃໝ່. ບົດຮຽນຂອງ “ປະເທດເກາະສິງໂຕ”, ໂດຍສະເພາະ 5 ຫຼັກການກ່ຽວກັບການກຳນົດຄວາມສ່ຽງ, ເສີມສ້າງຄວາມເຊື່ອໝັ້ນ, ນຳເຕັກໂນໂລຊີເຂົ້າສູ່ຊີວິດ, ດຶງດູດຜູ້ມີຄວາມສາມາດ ແລະ ຮຽນຮູ້ຢ່າງບໍ່ຢຸດຢັ້ງ, ໄດ້ນຳມາເຊິ່ງບັນດາຂໍ້ຄິດເຫັນທີ່ເປັນປະໂຫຍດແກ່ຫວຽດນາມໃນຂະບວນການພັດທະນາວິທະຍາສາດ - ເຕັກໂນໂລຊີ.
ຍສໝ - ເພື່ອໃຫ້ມະຕິເລກທີ 23-NQ/TW ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ສະເໜີໃຫ້ຮີບຮ້ອນສ້າງຖານຂໍ້ມູນດິຈິຕອນກ່ຽວກັບຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ; ປ່ຽນແປງໃໝ່ວິທີການເຊື່ອມຈອດຊຸມຊົນ; ສົ່ງເສີມເຄືອຂ່າຍປັນຍາຊົນໜຸ່ມ ແລະ ບົດບາດຂອງບັນດາຄຸນຄ່າວັດທະນະທຳ, ສາສະໜາດັ້ງເດີມ, ຜ່ານນັ້ນ ລະດົມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດເຂົ້າໃນການພັດທະນາປະເທດຢ່າງມີປະສິດທິຜົນ.