ຊຸກຍູ້ການຮ່ວມມືລັດຖະສະພາຫວຽດນາມ - Côte d’Ivoire

15:00 | 24/08/2026

ຍສໝ - ຕອນບ່າຍວັນທີ 23/8, ຢູ່ສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ໄດ້ເຈລະຈາກັບທ່ານ Patrick Achi ປະທານສະພາແຫ່ງຊາດແຫ່ງສາທາລະນະລັດ Côte d’Ivoire (ກົດດີວົວ). ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືລັດຖະສະພາ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ມຸ່ງໄປສູ່ເປົ້າໝາຍນຳມູນຄ່າການຄ້າສອງຝ່າຍບັນລຸກວ່າ 3-5 ຕື້ USD ໃນໄລຍະຕໍ່ໜ້າ.

ບັນດາຮູບພາບຂອງ Ishikawa Bunyo ບອກເລົ່າເຖິງຄຸນຄ່າຂອງສັນຕິພາບ ຮັກສາພາສາຫວຽດໃນໝູ່ຄົນຮຸ່ນໜຸ່ມຢູ່ຍີ່ປຸ່ນ

ການເຈລະຈາດຳເນີນຂຶ້ນພາຍຫຼັງພິທີຕ້ອນຮັບທາງການທ່ານ Patrick Achi ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ Côte d’Ivoire ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 23-26/8/2026.

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ສະແດງຄວາມຍິນດີທີ່ທ່ານ Patrick Achi ປະທານສະພາແຫ່ງຊາດ ເລືອກຫວຽດນາມເປັນໜຶ່ງໃນຈຸດໝາຍປາຍທາງທຳອິດຢູ່ອາຊີ ນັບແຕ່ເຂົ້າຮັບຕຳແໜ່ງໃນເດືອນ 1/2026. ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນພຽງ 4 ເດືອນພາຍຫຼັງປະທານສະພາແຫ່ງຊາດສອງທ່ານໄດ້ພົບປະກັນ ໃນໂອກາດເຂົ້າຮ່ວມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກຄັ້ງທີ 152 ຢູ່ຕວກກີ ໃນເດືອນ 4/2026.

ທ່ານປະທານສະພາແຫ່ງຊາດຢືນຢັນວ່າ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເອົາໃຈໃສ່ຢ່າງຍິ່ງ ແລະ ປາດຖະໜາຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະ Côte d’Ivoire.

ໂດຍຕີລາຄາສູງບົດບາດຂອງສະພາແຫ່ງຊາດ Côte d’Ivoire ໃນການຊຸກຍູ້ສະຖຽນລະພາບ ແລະ ການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຢືນຢັນຖານະເປັນປະເທດແຖວໜ້າຂອງ Côte d’Ivoire ຢູ່ອາຟຣິກາຕາເວັນຕົກ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ ບັນດາສະພາແຫ່ງຊາດໃນປັດຈຸບັນບໍ່ພຽງແຕ່ປະຕິບັດໜ້າທີ່ນິຕິບັນຍັດ ແລະ ກວດກາເທົ່ານັ້ນ ຫາກຍັງມີບົດບາດເປັນຂົວຕໍ່ລະຫວ່າງບັນດາຊົນຊາດ, ຊຸກຍູ້ສັນຕິພາບ, ຄວາມຍຸຕິທຳ ແລະ ການພັດທະນາແບບຍືນຍົງ.

ຊຸກຍູ້ການຮ່ວມມືລັດຖະສະພາຫວຽດນາມ - Côte d’Ivoire
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ແລະ ທ່ານ Patrick Achi ປະທານສະພາແຫ່ງຊາດ Côte d’Ivoire ຢ້ຽມຊົມເຂດວາງສະແດງໂບຮານຄະດີຢູ່ໃຕ້ດິນຂອງສະພາແຫ່ງຊາດ.

ແບ່ງປັນກ່ຽວກັບບັນດາຜົນສຳເລັດພາຍຫຼັງ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ບາງຜົນສຳເລັດຕົ້ນຕໍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທ່ານປະທານສະພາແຫ່ງຊາດຍັງໃຫ້ຂໍ້ມູນກ່ຽວກັບບັນດາທິດທາງໃຫຍ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ XVI. ໃນນັ້ນ, ສະພາແຫ່ງຊາດເອົາໃຈໃສ່ວຽກງານສ້າງກົດໝາຍ ເພື່ອສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ເສດຖະກິດຫວຽດນາມພັດທະນາ, ປະກອບສ່ວນເຂົ້າໃນເປົ້າໝາຍເຕີບໂຕສອງຕົວເລກ.

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍກຳນົດການຮ່ວມມືຜ່ານຊ່ອງທາງລັດຖະສະພາເປັນເສົາຄ້ຳ ແລະ ພື້ນຖານສຳຄັນໃນພາບລວມຂອງການພົວພັນຮ່ວມມືສອງຝ່າຍ; ສຸມໃສ່ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສອງສະພາແຫ່ງຊາດຢ່າງມີປະສິດທິຜົນ, ຮີບຮ້ອນຄົ້ນຄວ້າສ້າງຕັ້ງກຸ່ມສະມາຊິກສະພາມິດຕະພາບຢູ່ສະພາແຫ່ງຊາດຂອງແຕ່ລະປະເທດ ແລະ ເພີ່ມທະວີການແບ່ງປັນບົດຮຽນໃນການສ້າງກົດໝາຍ ແລະ ການກວດກາ.

ທ່ານຍັງຊົມເຊີຍທີ່ສະພາແຫ່ງຊາດ Côte d’Ivoire ເປັນຄັ້ງທຳອິດໄດ້ຈັດຄະນະຄົ້ນຄວ້າ, ແລກປ່ຽນ ແລະ ແບ່ງປັນບົດຮຽນກັບສະພາແຫ່ງຊາດຫວຽດນາມ ໂດຍມີຮອງປະທານສະພາແຫ່ງຊາດທ່ານໜຶ່ງເປັນຫົວໜ້າຄະນະ, ທັນທີພາຍຫຼັງການຢ້ຽມຢາມຂອງທ່ານ Patrick Achi ປະທານສະພາແຫ່ງຊາດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ສະແດງຄວາມຍິນດີຕໍ່ບັນດາຄວາມຄືບໜ້າໃນທາງບວກໃນໄລຍະຜ່ານມາ. ປີ 2025, Côte d’Ivoire ໄດ້ກາຍເປັນຄູ່ຄ້າໃຫຍ່ທີ່ສຸດຂອງຫວຽດນາມຢູ່ອາຟຣິກາ ດ້ວຍມູນຄ່າການຄ້າເກືອບ 2 ຕື້ USD.

ໂດຍເນັ້ນໜັກເຖິງບົດບາດຂອງສອງອົງການນິຕິບັນຍັດໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາ, ທ່ານປະທານສະພາແຫ່ງຊາດສະເໜີໃຫ້ເພີ່ມທະວີການປະສານງານໃນການຊຸກຍູ້, ກວດກາການເຈລະຈາ, ລົງນາມ ແລະ ຜັນຂະຫຍາຍບັນດາເອກະສານ ແລະ ຂໍ້ຕົກລົງພື້ນຖານ ເຊັ່ນ: ສັນຍາຂອບການຮ່ວມມືລະຫວ່າງສອງລັດຖະບານ, ສັນຍາຫຼີກເວັ້ນການເກັບພາສີຊ້ອນ ແລະ ສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ.

ທ່ານ Patrick Achi ປະທານສະພາແຫ່ງຊາດ Côte d’Ivoire ໄດ້ສະແດງຄວາມຂອບໃຈການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມຂອງສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ; ຊົມເຊີຍບັນດາຜົນສຳເລັດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ປະຕິບັດບັນດາເປົ້າໝາຍພັດທະນາຮອດປີ 2030 ແລະ 2045 ໃຫ້ສຳເລັດຜົນ.

ໂດຍສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ທ່ານ Patrick Achi ເຫັນວ່າ ຜົນສຳເລັດຂອງຫວຽດນາມແມ່ນແຫຼ່ງແຮງບັນດານໃຈສຳລັບບັນດາປະເທດອາຟຣິກາ ແລະ ຮູບແບບການພັດທະນາຂອງຫວຽດນາມອາດເປັນເສັ້ນທາງທີ່ Côte d’Ivoire ເລືອກໃນຂະບວນການສ້າງສາ ແລະ ພັດທະນາປະເທດ.

ປະທັບໃຈຕໍ່ບັນດາການປະກອບສ່ວນຂອງສະພາແຫ່ງຊາດຫວຽດນາມ ກໍຄືບັນດາການປະຕິຮູບວິທີການເຮັດວຽກ, ການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ Patrick Achi ປະທານສະພາແຫ່ງຊາດ Côte d’Ivoire ປາດຖະໜາໃຫ້ຫວຽດນາມແບ່ງປັນບົດຮຽນໃນການສ້າງກົດໝາຍ, ຊ່ວຍໜູນການພັດທະນາເສດຖະກິດ, ໂດຍສະເພາະກະສິກຳ, ສິນໃນນ້ຳ, ການຝຶກອົບຮົມເຕັກນິກ ແລະ ວິຊາຊີບ, ການຄຸ້ມຄອງການເງິນສາທາລະນະ, ນະວັດຕະກຳ ແລະ ການປະຕິຮູບການເຄື່ອນໄຫວຂອງສະພາແຫ່ງຊາດ.

ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນ, ອັບເດດບັນດານະໂຍບາຍ ແລະ ລະບຽບການໃໝ່ຂອງກັນຢ່າງທັນການ, ໂດຍສະເພາະບັນດານະໂຍບາຍກ່ຽວກັບການສົ່ງອອກ-ນຳເຂົ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ.

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ປາດຖະໜາໃຫ້ສະພາແຫ່ງຊາດສອງປະເທດຊຸກຍູ້ການສ້າງສະພາບແວດລ້ອມທຸລະກິດທີ່ໂປ່ງໃສ, ໝັ້ນຄົງ, ສ້າງຄວາມສະດວກໃຫ້ແກ່ການຄ້າ, ຫຼາກຫຼາຍບັນດາສິນຄ້າສົ່ງອອກ-ນຳເຂົ້າ, ມຸ່ງໄປສູ່ເປົ້າໝາຍບັນລຸກວ່າ 3-5 ຕື້ USD ໃນມູນຄ່າການຄ້າສອງຝ່າຍໃນໄລຍະຕໍ່ໜ້າ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ຜູ້ນຳທັງສອງເຫັນດີເພີ່ມທະວີການປຶກສາຫາລື, ສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີສາກົນ, ໂດຍສະເພາະສະຫະພັນລັດຖະສະພາໂລກ (IPU) ແລະ ສະຫະພັນລັດຖະສະພາພາສາຝຣັ່ງ (APF).

ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ປາດຖະໜາໃຫ້ Côte d’Ivoire ສະໜັບສະໜູນຫວຽດນາມເພີ່ມທະວີການພົວພັນທີ່ແທດຈິງກັບສະຫະພາບອາຟຣິກາ (AU) ແລະ ປະຊາຄົມເສດຖະກິດບັນດາລັດອາຟຣິກາຕາເວັນຕົກ (ECOWAS). ຫວຽດນາມພ້ອມເປັນຂົວຕໍ່ເພື່ອໃຫ້ Côte d’Ivoire ເຊື່ອມຕໍ່ກັບ ASEAN ແລະ ບັນດາປະເທດສະມາຊິກ.

ໃນໂອກາດນີ້, ທ່ານ Patrick Achi ປະທານສະພາແຫ່ງຊາດ ເຊີນທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ຢ້ຽມຢາມ Côte d’Ivoire ໃນປີ 2027 ພ້ອມກັບບັນດາລັດຖະມົນຕີ, ການນຳກະຊວງ, ຂະແໜງການ ແລະ ຄະນະທຸລະກິດຫວຽດນາມ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືເສດຖະກິດຢ່າງເປັນຮູບປະທຳ. ທ່ານ ເຈິ່ນແທງເໝິນ ກໍໄດ້ສະແດງຄວາມຂອບໃຈ ແລະ ມອບໝາຍໃຫ້ບັນດາອົງການກ່ຽວຂ້ອງຂອງສອງປະເທດຈັດການກະກຽມ.

ພາຍຫຼັງການເຈລະຈາ, ປະທານສະພາແຫ່ງຊາດທັງສອງໄດ້ຢ້ຽມຊົມ ແລະ ສຳຫຼວດບັນດາເຄື່ອງມືຫັນເປັນດິຈິຕອນໃນວຽກງານນິຕິບັນຍັດຢູ່ສະພາແຫ່ງຊາດ. ທ່ານ Patrick Achi ສະແດງຄວາມປະທັບໃຈຕໍ່ຄວາມສາມາດ ແລະ ບັນດາຜົນສຳເລັດດ້ານການຫັນເປັນດິຈິຕອນຂອງສະພາແຫ່ງຊາດຫວຽດນາມ.

ເຊື່ອມຈອດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່ ເຊື່ອມຈອດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່
ຍສໝ - ເພື່ອໃຫ້ມະຕິເລກທີ 23-NQ/TW ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ສະເໜີໃຫ້ຮີບຮ້ອນສ້າງຖານຂໍ້ມູນດິຈິຕອນກ່ຽວກັບຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ; ປ່ຽນແປງໃໝ່ວິທີການເຊື່ອມຈອດຊຸມຊົນ; ສົ່ງເສີມເຄືອຂ່າຍປັນຍາຊົນໜຸ່ມ ແລະ ບົດບາດຂອງບັນດາຄຸນຄ່າວັດທະນະທຳ, ສາສະໜາດັ້ງເດີມ, ຜ່ານນັ້ນ ລະດົມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດເຂົ້າໃນການພັດທະນາປະເທດຢ່າງມີປະສິດທິຜົນ.
ການສົນທະນາຍຸດທະສາດສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ສິງກະໂປ ການສົນທະນາຍຸດທະສາດສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ສິງກະໂປ
ຍສໝ - ແຕ່ວັນທີ 24-25/8, ສະຫາຍ ເຈິ່ນເກິມຕູ໋, ກຳມະການກົມການເມືອງ, ຄະນະປະຈຳສຳນັກເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມ ຈະໄປຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1. ຕາມທ່ານ ຫງວຽນແມ້ງເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍບາດກ້າວພັດທະນາໃໝ່ດ້ານຄຸນນະພາບໃນສາຍພົວພັນລະຫວ່າງສອງພັກ, ສ້າງພື້ນຖານທາງການເມືອງ ແລະ ແຮງຂັບເຄື່ອນເພີ່ມເຕີມ ເພື່ອນຳສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເຂົ້າສູ່ຄວາມເລິກເຊິ່ງ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ