ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ

09:15 | 25/08/2026

ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ໃນໂອກາດຕ້ອນຮັບ ສາດສະດາຈານ ເຈິ່ນແທັງເວິນ, ປະທານສະມາຄົມວິທະຍາສາດ “ພົບປະຫວຽດນາມ”, ຜູ້ອຳນວຍການສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ (ICISE), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຢືນຢັນວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນຫຼັກ ເພື່ອນຳພາປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.

ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ ການເຕີບໂຕແບບໃໝ່ຕ້ອງອີງໃສ່ເຕັກໂນໂລຊີ ແລະ ນະວັດຕະກຳ
ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຕ້ອນຮັບ ສາດສະດາຈານ ເຈິ່ນແທັງເວິນ, ປະທານສະມາຄົມວິທະຍາສາດ “ພົບປະຫວຽດນາມ”, ຜູ້ອຳນວຍການສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ (ICISE).

ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພັກ, ລັດ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນ, ຮັບຟັງບັນດາຄຳເຫັນດ້ວຍຈິດໃຈເປີດກວ້າງ; ສືບຕໍ່ກວດກາ, ດັດແກ້, ເພີ່ມເຕີມ ແລະ ປັບປຸງລະບົບນະໂຍບາຍໃຫ້ສົມບູນ, ພ້ອມທັງສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ບັນດາຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ປະກອບສ່ວນໃຫ້ແກ່ປະເທດ.

ທີ່ການຕ້ອນຮັບ, ສາດສະດາຈານ ເຈິ່ນແທັງເວິນ ສະເໜີໃຫ້ບັນດາອົງການສືບຕໍ່ໃຫ້ການສະໜັບສະໜູນ ເພື່ອໃຫ້ສູນ, ສະຖາບັນ ແລະ ຕົວສາດສະດາຈານເອງ ສາມາດຈັດຕັ້ງບັນດາກິດຈະກຳໃຫ້ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະການເຊື່ອມຕໍ່ບັນດານັກວິທະຍາສາດສາກົນ, ຈັດບັນດາເຫດການວິທະຍາສາດ ແລະ ສະໜັບສະໜູນຜູ້ມີພອນສະຫວັນດ້ານວິທະຍາສາດຮຸ່ນໜຸ່ມ.

ຕາມສາດສະດາຈານ ເຈິ່ນແທັງເວິນ, ບັນດາອົງການວິທະຍາສາດ ແລະ ເຕັກໂນໂລຊີ ປາດຖະໜາຢາກໄດ້ຮັບການຄຸ້ມຄອງ ແລະ ສະໜັບສະໜູນ ບົນພື້ນຖານການສົ່ງເສີມຈິດໃຈເປັນເຈົ້າການ, ປະດິດສ້າງ, ດຳເນີນກິດຈະກຳຕາມກົດໝາຍ ແລະ ໄດ້ຮັບການຕີລາຄາໂດຍອີງໃສ່ຜົນສຳເລັດທີ່ໄດ້ຮັບ. ຜ່ານນັ້ນ, ບັນດາອົງການຈະມີເງື່ອນໄຂບັນລຸຜົນສຳເລັດທີ່ໃຫຍ່ກວ່າເກົ່າ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາປະເທດ.

ສາດສະດາຈານ Jean ເຈິ່ນແທັງເວິນ (ເກີດປີ 1936) ແມ່ນນັກຟີຊິກທິດສະດີຊາວຝຣັ່ງເຊື້ອສາຍຫວຽດນາມ, ເປັນຜູ້ມີຊື່ສຽງໃນວົງການຟີຊິກສາກົນ. ທ່ານນາງ ສາດສະດາຈານ ເລກິມຫງອກ (ເກີດປີ 1934 ທີ່ ຫວິງລອງ), ພັນລະຍາຂອງທ່ານ, ແມ່ນນັກຊີວະວິທະຍາໂມເລກຸນດ້ານພືດ.

ນອກຈາກກິດຈະກຳດ້ານວິທະຍາສາດແລ້ວ, ສາດສະດາຈານທັງສອງທ່ານຍັງທຸ່ມເທໃຫ້ແກ່ວຽກງານການສຶກສາ ແລະ ກິດຈະກຳສັງຄົມ. ໃນປີ 1970, ທ່ານທັງສອງໄດ້ສ້າງຕັ້ງສະມາຄົມ Aide à l'Enfance du Vietnam, ປະກອບສ່ວນກໍ່ສ້າງບ້ານເດັກ SOS ຢູ່ຫວຽດນາມ; ພ້ອມທັງລິເລີ່ມສ້າງຕັ້ງສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ ທີ່ ກຸຍເຍີນ ໃນປີ 2008.

ແຕ່ປີ 2017-2020, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ການສຶກສາລະຫວ່າງສາຂາ (IFIRSE) ໄດ້ຢູ່ໃນກຸ່ມ 5 ສະຖາບັນຄົ້ນຄວ້າແຖວໜ້າຂອງຫວຽດນາມຕາມ Nature Index ຢ່າງຕໍ່ເນື່ອງ. ເດືອນ 4/2020, ຜົນງານຂອງກຸ່ມ Neutrino ທີ່ IFIRSE ເປັນຜູ້ນຳ ໄດ້ຮັບການລົງພິມໃນວາລະສານ Nature, ເປັນຄັ້ງທຳອິດທີ່ກຸ່ມນັກຄົ້ນຄວ້າພາຍໃນປະເທດໄດ້ກາຍເປັນຜູ້ຂຽນຮ່ວມໃນຜົນງານທີ່ລົງພິມໃນວາລະສານນີ້.

ສາດສະດາຈານ ເຈິ່ນແທັງເວິນ ໄດ້ຮັບຫຼຽນໄຊມິດຕະພາບຈາກປະທານປະເທດຫວຽດນາມ ໃນປີ 2015. ໃນປີ 2025, ປະທານາທິບໍດີຝຣັ່ງ ໄດ້ເລື່ອນຂັ້ນຫຼຽນກຽດຕິຍົດຝຣັ່ງ Légion d'honneur ຂຶ້ນເປັນຂັ້ນສັນຍາບັດ (Officier) ໃຫ້ແກ່ສາດສະດາຈານທັງສອງທ່ານ, ເພື່ອຮັບຮູ້ບັນດາການປະກອບສ່ວນດ້ານວິທະຍາສາດ ແລະ ການປູກຝັງສາຍພົວພັນມິດຕະພາບ ຫວຽດນາມ - ຝຣັ່ງ.

ນັບຕັ້ງແຕ່ການປັບປຸງສະຖາບັນ ໄປຈົນຮອດການຈັດຕັ້ງປະຕິບັດນະໂຍບາຍ ທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ນັບຕັ້ງແຕ່ການປັບປຸງສະຖາບັນ ໄປຈົນຮອດການຈັດຕັ້ງປະຕິບັດນະໂຍບາຍ ທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ
ຍສໝ - ພາຍຫຼັງທີ່ໄດ້ປັບປຸງລະບົບສະຖາບັນ ສໍາລັບວຽກງານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ເປັນປູມພື້ນຖານແລ້ວ, ຈຸດສຸມໃນປັດຈຸບັນແມ່ນການແກ້ໄຂບັນດາຈຸດອຸດຕັນ (ຂໍ້ຄົງຄ້າງ) ພາຍໃນຂະບວນການຈັດຕັ້ງປະຕິບັດ, ເພື່ອນຳເອົາບັນດາກົນໄກ ແລະ ນະໂຍບາຍຕ່າງໆ ເຂົ້າສູ່ຊີວິດການເປັນຢູ່ຕົວຈິງຢ່າງວ່ອງໄວ, ແນໃສ່ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາ.
ນະວັດຕະກຳການຕ່າງປະເທດປະຊາຊົນ, ສ້າງສັນພະລັງແຮງການທູດ ຫວຽດນາມ ນະວັດຕະກຳການຕ່າງປະເທດປະຊາຊົນ, ສ້າງສັນພະລັງແຮງການທູດ ຫວຽດນາມ
ຍສໝ - ມຸ່ງໜ້າໄປເຖິງ ກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມການຕ່າງປະເທດທົ່ວປະເທດ ຄັ້ງທີ 22 ທີ່ກຳລັງຈະມາເຖິງ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ໄດ້ມີບົດຂຽນ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ: “ນະວັດຕະກຳວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງສັນພະລັງແຮງລວມ ຂອງພື້ນຖານການທູດ ຫວຽດນາມ”.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ