ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່

15:36 | 24/08/2026

ຍສໝ - ດ້ວຍຊາວຫວຽດນາມຫຼາຍກວ່າ 6,5 ລ້ານຄົນ ທີ່ດຳລົງຊີວິດຢູ່ຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດນັບມື້ນັບມີບົດບາດສຳຄັນໃນການເຊື່ອມຕໍ່ພູມປັນຍາ, ເຕັກໂນໂລຊີ, ຕະຫຼາດ ແລະ ບັນດາເຄືອຂ່າຍຮ່ວມມືສາກົນ. ມະຕິເລກທີ 23-NQ/TW ລົງວັນທີ 2/8/2026 ຂອງກົມການເມືອງ ໄດ້ເປີດໄລຍະໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ມຸ່ງໄປສູ່ການສ້າງກົນໄກເພື່ອເປີດທາງ ແລະ ສົ່ງເສີມແຫຼ່ງກຳລັງນີ້ໃຫ້ເກີດປະສິດທິຜົນ.

ຊາວຫວຽດນາມຢູ່ຕ່າງປະເທດຫັນໃຈສູ່ປະເທດຊາດ ເນື່ອງໃນໂອກາດວັນຊາດ 2/9 ເຊື່ອມຈອດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່
ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່
ຊາວຫວຽດນາມຢູ່ເບລາຣຸດ ພົບປະ, ແລກປ່ຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ.

ແຫຼ່ງກຳລັງສຳຄັນຂອງປະເທດ

ຕະຫຼອດໄລຍະປະຫວັດສາດ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຮ່ວມເດີນທາງໄປພ້ອມກັບຊາດ. ນັບແຕ່ໄລຍະສ້າງຕັ້ງພັກ ແລະ ສ້າງຕັ້ງປະເທດ, ພາລະກິດປະຕິວັດໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ແລະ ການປະກອບສ່ວນອັນລ້ຳຄ່າຈາກຊາວຫວຽດນາມຢູ່ທົ່ວຫ້າທະວີບ. ປັນຍາຊົນ ແລະ ບຸກຄົນຜູ້ມີຊື່ສຽງຊາວຫວຽດນາມຢູ່ຕ່າງປະເທດຫຼາຍທ່ານ ໄດ້ຕອບຮັບສຽງຮຽກຮ້ອງຂອງປະເທດຊາດ, ກັບຄືນປະເທດ, ໄດ້ຮັບການໃຫ້ຄວາມສຳຄັນຈາກປະທານ ໂຮ່ຈີມິນ ແລະ ປະກອບສ່ວນສະຕິປັນຍາ, ເຫື່ອແຮງເຂົ້າໃນພາລະກິດຕໍ່ຕ້ານ, ກໍ່ສ້າງ ແລະ ປົກປັກຮັກສາປະເທດ.

ໃນຊຸມປີແຫ່ງການປ່ຽນແປງໃໝ່, ການປະກອບສ່ວນຂອງຊາວຫວຽດນາມຢູ່ຕ່າງປະເທດ ທັງດ້ານແຫຼ່ງກຳລັງວັດຖຸ, ພູມປັນຍາ ແລະ ບົດຮຽນດ້ານການຄຸ້ມຄອງ ສືບຕໍ່ມີຄວາມໝາຍສຳຄັນຕໍ່ຂະບວນການພັດທະນາປະເທດ.

ປັດຈຸບັນ, ໃນຂະນະທີ່ກຳລັງແຫ່ງຊາດນັບມື້ນັບຂຶ້ນກັບຄວາມສາມາດເຂົ້າເຖິງພູມປັນຍາ, ເຕັກໂນໂລຊີ, ຕະຫຼາດ ແລະ ເຄືອຂ່າຍຮ່ວມມືສາກົນ, ຊາວຫວຽດນາມຫຼາຍກວ່າ 6,5 ລ້ານຄົນ ທີ່ພວມດຳລົງຊີວິດຢູ່ຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນ ໄດ້ສ້າງເປັນແຫຼ່ງກຳລັງທີ່ມີຫຼາຍທ່າແຮງໃນການເຊື່ອມຕໍ່ຫວຽດນາມກັບໂລກ.

ແຫຼ່ງກຳລັງດ້ານການເງິນຈາກເງິນໂອນຂອງຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເພີ່ມຈາກ 2,3 ຕື້ USD ໃນປີ 2004 ຂຶ້ນເປັນ 17,7 ຕື້ USD ໃນປີ 2025. ຍອດເງິນໂອນດັ່ງກ່າວນັບແຕ່ປີ 1993 ຮອດປັດຈຸບັນ ບັນລຸຫຼາຍກວ່າ 250 ຕື້ USD, ເທົ່າກັບແຫຼ່ງທຶນ FDI ທີ່ໄດ້ເບີກຈ່າຍໃນໄລຍະດຽວກັນ.

ນອກຈາກແຫຼ່ງກຳລັງດ້ານການເງິນ ແລະ ບັນດາໂຄງການລົງທຶນແລ້ວ, ຊາວຫວຽດນາມຢູ່ຕ່າງປະເທດຍັງປະກອບສ່ວນພູມປັນຍາ, ເຕັກໂນໂລຊີ, ບົດຮຽນດ້ານການບໍລິຫານ, ຂໍ້ມູນຕະຫຼາດ ແລະ ຄວາມສາມາດເຂົ້າເຖິງບັນດາທ່າອ່ຽງການພັດທະນາໃໝ່. ເຫຼົ່ານີ້ແມ່ນແຫຼ່ງກຳລັງທີ່ຈຳເປັນໃນຂະບວນການທີ່ຫວຽດນາມປ່ຽນແປງໃໝ່ຮູບແບບການເຕີບໂຕ, ພັດທະນາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ຍົກສູງຄວາມສາມາດແຂ່ງຂັນແຫ່ງຊາດ.

ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດກໍນັບມື້ນັບເຕີບໃຫຍ່ ທັງດ້ານຈຳນວນ, ຄຸນນະພາບ ແລະ ລະດັບການເຊື່ອມໂຍງ, ດ້ວຍຖັນແຖວປັນຍາຊົນ, ຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະ ສິລະປິນຈຳນວນຫຼາຍ ທີ່ມີຖານະບົດບາດຢູ່ຫຼາຍປະເທດ. ຊາວຫວຽດນາມຢູ່ຕ່າງປະເທດສ່ວນໃຫຍ່ສາມາດເຊື່ອມໂຍງເຂົ້າກັບສັງຄົມປະເທດທີ່ອາໄສຢູ່ໄດ້ດີ, ຮັກສາເອກະລັກວັດທະນະທຳຂອງຊາດ, ຫັນໃຈສູ່ປະເທດຊາດ ແລະ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມກັບບັນດາປະເທດ.

ໂດຍຮັບຮູ້ຢ່າງຈະແຈ້ງເຖິງທ່າແຮງນີ້, ພັກ ແລະ ລັດ ໄດ້ອອກບັນດາແນວທາງ, ນະໂຍບາຍໃຫຍ່ຫຼາຍສະບັບ, ນັບແຕ່ມະຕິເລກທີ 36-NQ/TW ປີ 2004, ຄຳສັ່ງເລກທີ 45-CT/TW ປີ 2015, ບົດສະຫຼຸບເລກທີ 12-KL/TW ປີ 2021 ຈົນເຖິງມະຕິເລກທີ 23-NQ/TW ລົງວັນທີ 2/8/2026.

ຫຼາຍລະບຽບການກ່ຽວກັບສັນຊາດ, ການເຂົ້າ - ອອກປະເທດ, ການພັກອາໄສ, ການລົງທຶນ, ທີ່ດິນ ແລະ ທີ່ຢູ່ອາໄສ ກໍໄດ້ຮັບການດັດແກ້ຕາມທິດສ້າງຄວາມສະດວກຫຼາຍຂຶ້ນໃຫ້ແກ່ຊາວຫວຽດນາມຢູ່ຕ່າງປະເທດ. ບັນດາໂຄງການ ເຊັ່ນ: “ລະດູບານໃໝ່ບ້ານເກີດເມືອງນອນ”, ການຢ້ຽມຢາມເຈື່ອງຊາ, ການເຂົ້າຮ່ວມບຸນໄຫວ້ບັນພະກະສັດຮຸ່ງ ໄດ້ປະກອບສ່ວນເພີ່ມທະວີຄວາມຜູກພັນຂອງຊາວຫວຽດນາມຢູ່ຕ່າງປະເທດກັບປະເທດຊາດ.

ໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ມະຕິເລກທີ 57-NQ/TW ລົງວັນທີ 22/12/2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ໄດ້ສ້າງເງື່ອນໄຂເພີ່ມເຕີມໃນການດຶງດູດປັນຍາຊົນ, ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ ໃນບັນດາຂົງເຂດ ເຊັ່ນ: AI, ຊີວະການແພດ, ພະລັງງານທົດແທນ, ເຕັກໂນໂລຊີຊັ້ນສູງ ແລະ ການສຶກສາ.

ພ້ອມກັນນັ້ນ, ຊາວຫວຽດນາມຢູ່ຕ່າງປະເທດຍັງມີບົດບາດເປັນຂົວຕໍ່ການຮ່ວມມືລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມື ເຊັ່ນ: ສະຫະລັດອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ສ.ເກົາຫຼີ, ຊ່ວຍໃນການເຂົ້າເຖິງເຕັກໂນໂລຊີ, ຮູບແບບການຄຸ້ມຄອງທີ່ກ້າວໜ້າ ແລະ ແຫຼ່ງກຳລັງລົງທຶນສຳລັບນະວັດຕະກຳ.

ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່
ຊາວຫວຽດນາມຢູ່ຕ່າງປະເທດ 48 ຄົນ ທີ່ມາຈາກ 22 ປະເທດ ໃນຄະນະປະຕິບັດງານເລກທີ 10 ພ້ອມດ້ວຍຜູ້ຕາງໜ້າຈາກບາງອົງການ, ຫົວໜ່ວຍ, ວິສາຫະກິດ, ສິລະປິນ ແລະ ນັກຂ່າວພາຍໃນປະເທດ ໄປຢ້ຽມຢາມໝູ່ເກາະເຈື່ອງຊາ ແລະ ເຮືອນຮ້ານ DK1.

ຈາກການຂົນຂວາຍ, ເອົາໃຈໃສ່ ສູ່ການຮ່ວມເດີນທາງ ແລະ ສ້າງກົນໄກ

ມະຕິເລກທີ 23-NQ/TW ກຳນົດວ່າ ຊາວຫວຽດນາມຢູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນພາກສ່ວນທີ່ບໍ່ສາມາດແຍກອອກຈາກປະຊາຄົມບັນດາເຜົ່າຫວຽດນາມເທົ່ານັ້ນ ແຕ່ຍັງແມ່ນໜຶ່ງໃນແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ; ເປັນຂົວຕໍ່ລະຫວ່າງຫວຽດນາມກັບໂລກ, ຮ່ວມເດີນທາງ ແລະ ເຂົ້າຮ່ວມໂດຍກົງໃນພາລະກິດກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ຈຸດໃໝ່ທີ່ສຳຄັນປະການໜຶ່ງແມ່ນ ແນວຄິດກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຍົກຈາກ “ການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່” ຂຶ້ນສູ່ການຮ່ວມເດີນທາງ, ສ້າງກົນໄກ ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມຢ່າງເລິກເຊິ່ງຍິ່ງຂຶ້ນໃນຂະບວນການເຊື່ອມໂຍງ, ກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດ.

ມະຕິໄດ້ເນັ້ນໜັກບົດບາດການສ້າງກົນໄກຂອງລັດ ແລະ ລັດຖະບານ ໃນການສືບຕໍ່ປັບປຸງສະຖາບັນ, ກົນໄກ ແລະ ນະໂຍບາຍ ເພື່ອດຶງດູດ ແລະ ສົ່ງເສີມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃຫ້ເກີດປະສິດທິຜົນ.

ໃນນັ້ນ, ແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຮັບການກຳນົດທິດໃຫ້ສຸມໃສ່ຢ່າງແຂງແຮງໃນບັນດາຂົງເຂດ ຄື: ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ, ປັນຍາປະດິດ, ເຊມິຄອນດັກເຕີ, ເຕັກໂນໂລຊີຊີວະພາບ ແລະ ລະບົບນິເວດວິສາຫະກິດເລີ່ມຕົ້ນ.

ວິທີການເຊື່ອມຕໍ່ກໍໄດ້ຫັນຈາກການຂົນຂວາຍບັນດາບຸກຄົນແຕ່ລະຄົນເປັນຕົ້ນຕໍ ໄປສູ່ການສ້າງຖານຂໍ້ມູນ, ເຄືອຂ່າຍ ແລະ ລະບົບນິເວດລະດັບໂລກ, ເຊື່ອມຕໍ່ຊ່ຽວຊານ, ປັນຍາຊົນ, ນັກວິທະຍາສາດ, ນັກທຸລະກິດ, ສິລະປິນ ແລະ ຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ.

ຂອບເຂດການເຂົ້າຮ່ວມຂອງຊາວຫວຽດນາມຢູ່ຕ່າງປະເທດກໍໄດ້ຮັບການເປີດກວ້າງ ຈາກການປະກອບສ່ວນໃຫ້ບ້ານເກີດເມືອງນອນ, ປະເທດຊາດ ໄປສູ່ການເຂົ້າຮ່ວມປະກອບຄຳເຫັນສ້າງແນວທາງ, ນະໂຍບາຍ; ບັນດາໂຄງການພັດທະນາແຫ່ງຊາດ; ບັນດາອົງການການເມືອງ - ສັງຄົມທີ່ເໝາະສົມ ກໍຄື ບັນດາກິດຈະກຳດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ.

ພ້ອມກັນນັ້ນ, ມະຕິຍັງຍົກສູງບົດບາດຂອງຊາວຫວຽດນາມຢູ່ຕ່າງປະເທດໃນການປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ; ປະກອບສ່ວນປົກປ້ອງຜົນປະໂຫຍດແຫ່ງຊາດ - ຊົນຊາດ ແລະ ເຂົ້າຮ່ວມຕໍ່ສູ້, ໂຕ້ແຍ້ງບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ ແລະ ບັນດາການກະທຳສວຍໃຊ້ຊາວຫວຽດນາມຢູ່ຕ່າງປະເທດເພື່ອຕ້ານທຳລາຍປະເທດ.

ອີກແນວທາງໜຶ່ງແມ່ນ ສົ່ງເສີມບົດບາດຂອງຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ເປັນ “ທູດວັດທະນະທຳ, ທູດຂອງປະເທດ ແລະ ປະຊາຊົນຫວຽດນາມ”, ຜ່ານນັ້ນເພື່ອໂຄສະນາພາບລັກຂອງປະເທດ, ຍົກສູງຖານະບົດບາດຂອງປະຊາຄົມຢູ່ປະເທດທີ່ອາໄສຢູ່ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືສາກົນ. ດ້ວຍເຫດນັ້ນ, ວັດທະນະທຳບໍ່ພຽງແຕ່ຕ້ອງໄດ້ຮັບການອະນຸລັກໄວ້ ແຕ່ຍັງຕ້ອງໄດ້ຮັບການສົ່ງເສີມໃຫ້ກາຍເປັນແຫຼ່ງກຳລັງຂອງອຳນາດອ່ອນແຫ່ງຊາດ.

ມະຕິຍັງຮຽກຮ້ອງໃຫ້ເພີ່ມທະວີການປະສານງານລະຫວ່າງຂະແໜງການ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງ, ບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ແລະ ຜູ້ນຳ; ພ້ອມທັງຈັດວາງພະນັກງານຮັບຜິດຊອບສະເພາະວຽກງານຊາວຫວຽດນາມຢູ່ຕ່າງປະເທດ ຢູ່ບັນດາອົງການຕາງໜ້າ.

ໃນສະພາບທີ່ການແຂ່ງຂັນລະດັບໂລກນັບມື້ນັບຮຸນແຮງຂຶ້ນ ທັງດ້ານພູມປັນຍາ, ເຕັກໂນໂລຊີ, ບຸກຄະລາກອນຜູ້ມີຄວາມສາມາດ ແລະ ອຳນາດອ່ອນ, ແນວທາງໃໝ່ແມ່ນມຸ່ງໄປສູ່ການເຊື່ອມຕໍ່ແຫຼ່ງກຳລັງຂອງຊາວຫວຽດນາມໃນທົ່ວໂລກໃຫ້ແໜ້ນແຟ້ນຍິ່ງຂຶ້ນກັບຄວາມຕ້ອງການພັດທະນາປະເທດ. ຜ່ານນັ້ນ, ຊາວຫວຽດນາມແຕ່ລະຄົນຢູ່ຕ່າງປະເທດສາມາດສົ່ງເສີມບົດບາດເປັນຂົວຕໍ່, ທູດ ແລະ ເປັນກຳລັງຮ່ວມເດີນທາງ, ເຂົ້າຮ່ວມສ້າງສາອະນາຄົດຂອງປະເທດ.

ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ
ຍສໝ - ວັນທີ 10/8/2026, ທີ່ ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ຈັດກອງສຳມະນາ “ການສ້າງ ແລະ ພັດທະນາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ”. ທີ່ກອງສຳມະນາ, ບັນດາຜູ້ແທນສະເໜີໃຫ້ສືບຕໍ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອສ້າງເງື່ອນໄຂສະດວກຫຼາຍຂຶ້ນໃຫ້ຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າຮ່ວມແກ້ໄຂບັນດາໂຈດໃຫຍ່ ແລະ ບັນດາໜ້າທີ່ດ້ານວິທະຍາສາດ - ເຕັກໂນໂລຊີຢູ່ພາຍໃນປະເທດ.
ເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດ ເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດ
ຍສໝ - ມະຕິເລກທີ 23-NQ/TW ໄດ້ວາງອອກຂໍ້ຮຽກຮ້ອງໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ: ບໍ່ພຽງແຕ່ຢຸດຢູ່ການຂົນຂວາຍ, ເຕົ້າໂຮມ ແລະ ເອົາໃຈໃສ່ດູແລ ເທົ່ານັ້ນ, ຫາກຍັງສຸມໃສ່ສ້າງກົນໄກເພື່ອເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າກັບບັນດາຄວາມຕ້ອງການພັດທະນາອັນລະອຽດຂອງປະເທດ, ພ້ອມທັງສົ່ງເສີມບົດບາດເປັນຂົວຕໍ່ເຊື່ອມໂຍງຫວຽດນາມກັບໂລກ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ