| ດານັງ ຊຸກຍູ້ການຮ່ວມມືຫຼາຍດ້ານ ກັບບັນດາຄູ່ຮ່ວມມື ຈີເລ ເຊື່ອມຈອດວິສາຫະກິດຫວຽດນາມ - ຈີເລ ດ້ານອຸປະກອນພະລັງງານ |
ໂດຍຕອບຮັບຄຳເຊີນຂອງສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ Francisco Pérez Mackenna, ລັດຖະມົນຕີກະຊວງການຕ່າງປະເທດສາທາລະນະລັດຈີເລ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 23-25/8.
ໂດຍຕ້ອນຮັບທ່ານ Francisco Pérez Mackenna ມາຢ້ຽມຢາມຫວຽດນາມ, ສະຫາຍ ເລຮວ່າຍຈຸງ ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ສະແດງເຖິງຄວາມຕັດສິນໃຈຂອງລັດຖະບານຈີເລ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ, ກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ (25/3/1971 - 25/3/2026).
ສະຫາຍ ເລຮວ່າຍຈຸງ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ການເພີ່ມທະວີການພົວພັນກັບຈີເລ, ເຊິ່ງເປັນປະເທດທຳອິດຢູ່ອາເມລິກາໃຕ້ທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ, ພ້ອມທັງເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມຢູ່ພາກພື້ນອາເມລິກາລາຕິນ.
![]() |
| ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດຈີເລ Francisco Pérez Mackenna ທີ່ການເຈລະຈາ ວັນທີ 23/8 ຢູ່ຮ່າໂນ້ຍ. |
ທ່ານ ເລຮວ່າຍຈຸງ ຕີລາຄາວ່າ ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ ໃນໄລຍະຜ່ານມາພັດທະນາຢ່າງຕັ້ງໜ້າ, ໂດຍສະເພາະໃນຂົງເຂດເສດຖະກິດ - ການຄ້າ. ທ່ານ ໃຫ້ຮູ້ວ່າ ປັດຈຸບັນ ຈີເລ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບສາມຂອງຫວຽດນາມຢູ່ອາເມລິກາລາຕິນ, ໃນຂະນະທີ່ຫວຽດນາມແມ່ນຄູ່ຮ່ວມການຄ້າໃຫຍ່ທີ່ສຸດຂອງຈີເລໃນອາຊຽນ.
ທ່ານ ເລຮວ່າຍຈຸງ ປາດຖະໜາໃຫ້ສອງປະເທດສືບຕໍ່ເຮັດໃຫ້ການພົວພັນດ້ານການເມືອງເລິກເຊິ່ງຍິ່ງຂຶ້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດກວ້າງການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດທີ່ສອງຝ່າຍສົນໃຈ, ບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນພັດທະນາ, ເສີມຕື່ມ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນສະພາບການໃໝ່.
ຕາມນັ້ນ, ກະຊວງການຕ່າງປະເທດຂອງສອງປະເທດຕ້ອງສືບຕໍ່ສົ່ງເສີມບົດບາດໃນການປະສານງານການພົວພັນໂດຍລວມ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະຄະນະຜູ້ແທນຂັ້ນສູງ; ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ບັນດາພັກການເມືອງ ແລະ ອົງການການເມືອງ - ສັງຄົມ, ຖືນີ້ເປັນພື້ນຖານອັນໝັ້ນຄົງເພື່ອເສີມຂະຫຍາຍການພົວພັນສອງຝ່າຍ. ສອງຝ່າຍຍັງເຫັນດີປະສານສົມທົບກັນຈັດກອງປະຊຸມທາບທາມການເມືອງຄັ້ງທີ VIII ລະຫວ່າງສອງກະຊວງການຕ່າງປະເທດ ແລະ ກອງປະຊຸມຄັ້ງທີ VI ຂອງສະພາການຄ້າເສລີ ໂດຍໄວ.
![]() |
| ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ຕ້ອນຮັບລັດຖະມົນຕີ Francisco Pérez Mackenna ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນປີທີ່ສອງປະເທດສະເຫຼີມສະຫຼອງ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ. |
ລັດຖະມົນຕີທັງສອງທ່ານເຫັນດີຊຸກຍູ້ການເຊື່ອມຕໍ່ວິສາຫະກິດ, ເປີດກວ້າງການຮ່ວມມື ແລະ ການລົງທຶນໃນບັນດາຂົງເຂດທີ່ຍັງມີທ່າແຮງຫຼາຍ ເຊັ່ນ: ການຂຸດຄົ້ນແຮ່ທາດ, ການຫັນປ່ຽນສີຂຽວ, ເສດຖະກິດດິຈິຕອນ, ການເງິນ - ການທະນາຄານ, ວັດທະນະທຳ - ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ຄວາມໝັ້ນຄົງ - ປ້ອງກັນຊາດ; ພ້ອມທັງຊຸກຍູ້ບັນດາຂໍ້ຕົກລົງໃໝ່ ເພື່ອສ້າງຂອບນິຕິກຳສຳລັບການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ.
ທ່ານ Francisco Pérez Mackenna ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງຝ່າຍຫວຽດນາມ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດໃນການກໍ່ສ້າງ ແລະ ພັດທະນາປະເທດຂອງຫວຽດນາມ. ທ່ານ ຢືນຢັນວ່າ ລັດຖະບານຈີເລໃຫ້ຄວາມສຳຄັນ ແລະ ປາດຖະໜາເພີ່ມທະວີການພົວພັນກັບຫວຽດນາມ ໃນພາບລວມນະໂຍບາຍຕໍ່ພາກພື້ນອາຊີ - ປາຊີຟິກ.
ຕາມທ່ານ Francisco Pérez Mackenna, ຫວຽດນາມ ແລະ ຈີເລ ມີຫຼາຍເງື່ອນໄຂສະດວກເພື່ອພັດທະນາການຮ່ວມມື ເມື່ອສອງປະເທດໄດ້ລົງນາມສັນຍາການຄ້າເສລີສອງຝ່າຍ, ພ້ອມກັນເປັນສະມາຊິກ APEC ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ພ້ອມທັງມີຫຼາຍຈຸດຄ້າຍຄືກັນໃນບັນດາຂົງເຂດ.
ໂດຍເຫັນດີກັບບັນດາຂໍ້ສະເໜີຂອງຝ່າຍຫວຽດນາມ, ທ່ານ Francisco Pérez Mackenna ຢືນຢັນວ່າ ກະຊວງການຕ່າງປະເທດຈີເລຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບກະຊວງການຕ່າງປະເທດຫວຽດນາມ ເພື່ອນຳການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ. ຝ່າຍຈີເລປາດຖະໜາໃຫ້ສອງປະເທດເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ເປີດຕະຫຼາດໃຫ້ແກ່ສິນຄ້າກະສິກຳຂອງກັນ ແລະ ກັນ, ພ້ອມທັງເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານທົດແທນ ແລະ ແຮ່ທາດຍຸດທະສາດທີ່ຈຳເປັນ.
ໃນການແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍຕ່າງສົນໃຈ, ລັດຖະມົນຕີທັງສອງທ່ານເຫັນດີເພີ່ມທະວີການປະສານສົມທົບຢູ່ບັນດາອົງການສາກົນ ແລະ ເວທີຫຼາຍຝ່າຍ, ໂດຍສະເພາະອົງການສະຫະປະຊາຊາດ.
ໃນໂອກາດນີ້, ທ່ານ Francisco Pérez Mackenna ໄດ້ເຊີນ ທ່ານ ເລຮວ່າຍຈຸງ ໄປຢ້ຽມຢາມຈີເລຢ່າງເປັນທາງການໃນເວລາຕໍ່ໜ້າ. ທ່ານ ເລຮວ່າຍຈຸງ ໄດ້ຕອບຮັບຄຳເຊີນ ແລະ ສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນຜ່ານຊ່ອງທາງການທູດ ເພື່ອເຫັນດີກຳນົດເວລາຂອງການຢ້ຽມຢາມ.
ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານ Francisco Pérez Mackenna, ລັດຖະມົນຕີກະຊວງການຕ່າງປະເທດຈີເລ ຈະເຂົ້າພົບ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ແລະ ເຮັດວຽກກັບວິສາຫະກິດຫວຽດນາມຈຳນວນໜຶ່ງ.
ຍສໝ - ວັນທີ 25 ມີນາ ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ-ຈີເລ ໄດ້ສົມທົບກັບສະຖານທູດຈີເລ ປະຈຳຫວຽດນາມ ໄດ້ຈັດຕັ້ງງານພົບປະມິດຕະພາບເພື່ອສະເຫຼີມສະຫຼອງວັນຄົບຮອບ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີເລ (25 ມີນາ 1971 - 25 ມີນາ 2026). |
ຍສໝ - ຢູ່ທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຈີເລ ຄົບຮອບ 55 ປີ, ການນຳນະຄອນ ດານັງ ໄດ້ສະເໜີໃຫ້ ສະຖານເອກອັກຄະລັດຖະທູດ, ອົງການສົ່ງເສີມການຄ້າ ແລະ ວິສາຫະກິດ ຈີເລ ເພີ່ມທະວີການເຊື່ອມຕໍ່ລະຫວ່າງນະຄອນ ດານັງ ກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງ ແລະ ວິສາຫະກິດ ຈີເລ, ເພື່ອຊຸກຍູ້ການຮ່ວມມືພາຍໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການ. |
ມິງດຶກ

