| ເຊື່ອມຈອດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່ ເປີດທາງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່ |
ການພົບປະຄັ້ງນີ້ ດຳເນີນໄປໃນຂອບເຂດການຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກິດປະຊາຊົນສິງກະໂປ (PAP) ຂອງທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ.
ຕາງໜ້າສະຖານທູດ ແລະ ຊຸມຊົນຊາວຫວຽດນາມຢູ່ສິງກະໂປ, ທ່ານ ເຈິ່ນເຟືອກແອັງ, ເອກອັກຄະລັດຖະທູດ ໄດ້ສະແດງຄວາມດີໃຈທີ່ໄດ້ຕ້ອນຮັບທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ; ພ້ອມທັງເຫັນວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ.
ທ່ານ ເຈິ່ນເຟືອກແອັງ ໃຫ້ຮູ້ວ່າ ພະນັກງານ, ເຈົ້າໜ້າທີ່ສະຖານທູດ ໄດ້, ພວມ ແລະ ຈະສືບຕໍ່ປະຕິບັດໃຫ້ດີ 3 ໜ້າທີ່ສຳຄັນ ຄື: ວຽກງານການເມືອງ, ວຽກງານຊຸມຊົນ, ວຽກງານພັກ ແລະ ຄວາມສາມັກຄີພາຍໃນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ.
ໂດຍໃຫ້ຂໍ້ມູນກ່ຽວກັບຊຸມຊົນຊາວຫວຽດນາມຢູ່ສິງກະໂປ, ທ່ານ ເຈິ່ນເຟືອກແອັງ ໃຫ້ຮູ້ວ່າ ພີ່ນ້ອງຊາວຫວຽດນາມຍາມໃດກໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ຫັນໃຈສູ່ບ້ານເກີດເມືອງນອນ, ປະເທດຊາດ; ປະສານສົມທົບກັບສະຖານທູດຈັດຕັ້ງຫຼາຍກິດຈະກຳເຊື່ອມໂຍງ, ນັບແຕ່ວຽກງານການທູດປະຊາຊົນ ຈົນເຖິງການເຊື່ອມຕໍ່ກັບພາຍໃນປະເທດໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການສຶກສາ - ການຝຶກອົບຮົມ, ການຫັນເປັນດິຈິຕອນ ແລະ ການເລີ່ມຕົ້ນທຸລະກິດ.
![]() |
| ທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ກ່າວຄຳເຫັນທີ່ການພົບປະຊຸມຊົນຊາວຫວຽດນາມຢູ່ສິງກະໂປ. |
ທີ່ການພົບປະ, ທ່ານ ສາດສະດາຈານ, ປະລິນຍາເອກ ຫວູມິງເຄືອງ, ອາຈານສອນຢູ່ໂຮງຮຽນນະໂຍບາຍສາທາລະນະ ຫຼີກວນຢູ, ຕີລາຄາວ່າ ການຢ້ຽມຢາມຂອງທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ແລະ ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ມີຄວາມໝາຍທາງປະຫວັດສາດ, ເປີດກວ້າງໂອກາດອັນໃຫຍ່ຫຼວງ, ສາມາດກາຍເປັນແບບຢ່າງໃນສາຍພົວພັນສອງປະເທດ ກໍຄື ໃນພາກພື້ນ, ມຸ່ງສູ່ການສ້າງສັນສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການຮ່ວມມື.
ທ່ານນາງ ຕ້າຖຸ່ຍລຽນ, ຫົວໜ້າຄະນະປະສານງານຊາວຫວຽດນາມຢູ່ສິງກະໂປ, ໄດ້ແບ່ງປັນກ່ຽວກັບຮູບແບບການຫັນເປັນດິຈິຕອນ ແລະ ເຫັນວ່າ ການຢ້ຽມຢາມຄັ້ງນີ້ເປັນແຫຼ່ງກຳລັງໃຈສຳລັບຊຸມຊົນ, ຊຸກຍູ້ຄວາມປາດຖະໜາຢາກປະກອບສ່ວນພູມປັນຍາໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ. ຊຸມຊົນຊາວຫວຽດນາມຢູ່ສິງກະໂປ ໃຫ້ຄຳໝັ້ນວ່າ ຈະກາຍເປັນຂໍ້ຕໍ່ຍຸດທະສາດໜຶ່ງ, ຮ່ວມເດີນທາງກັບພາຍໃນປະເທດ ເພື່ອຫັນຄວາມປາດຖະໜາສ້າງຫວຽດນາມໃຫ້ເຂັ້ມແຂງເປັນຈິງ.
ກ່າວຄຳເຫັນຕໍ່ພີ່ນ້ອງຊາວຫວຽດນາມຢູ່ຕ່າງປະເທດ, ທ່ານ ເຈິ່ນເກີ່ມຕູ໋ ໃຫ້ຮູ້ວ່າ ການຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1 ສະແດງເຖິງນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຄື ໃຫ້ບູລິມະສິດສູງແກ່ບັນດາປະເທດໃກ້ຄຽງໃນພາກພື້ນ, ໃນນັ້ນມີສິງກະໂປ.
ການຢ້ຽມຢາມຍັງແນໃສ່ເຮັດໃຫ້ສາຍພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກິດປະຊາຊົນສິງກະໂປ ນັບມື້ນັບເລິກເຊິ່ງ, ສ້າງພື້ນຖານການເມືອງທີ່ໝັ້ນຄົງ, ຊຸກຍູ້ການຮ່ວມມືຮອບດ້ານຜ່ານຊ່ອງທາງພັກ, ລັດ ແລະ ປະຊາຊົນ, ປະກອບສ່ວນນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ເຂົ້າສູ່ລວງເລິກ.
ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບການພາຍໃນປະເທດ, ທ່ານ ເຈິ່ນເກີ່ມຕູ໋ ໃຫ້ຮູ້ວ່າ ຫວຽດນາມໄດ້ຜ່ານໜຶ່ງປີແຫ່ງການດຳເນີນຮູບແບບການປົກຄອງທ້ອງຖິ່ນສອງຂັ້ນ. ນີ້ແມ່ນການປະຕິຮູບທີ່ມີຂອບເຂດກວ້າງ, ຫຍຸ້ງຍາກ ແລະ ດຳເນີນຢ່າງເດັດຂາດ, ມີຄວາມໝາຍຍຸດທະສາດຕໍ່ປະເທດ.
ຜົນການສະຫຼຸບຂັ້ນຕົ້ນສະແດງໃຫ້ເຫັນວ່າ ກົງຈັກໄດ້ຮັບການຈັດໃຫ້ກະທັດຮັດ ແລະ ເປັນເອກະພາບ; ລະບົບກົດໝາຍໄດ້ຮັບການປັບປຸງໃຫ້ສົມບູນ; ວຽກງານການນຳພາ, ຊີ້ນຳ ແລະ ຈັດຕັ້ງປະຕິບັດມີຫຼາຍການປ່ຽນແປງໃໝ່; ປະຊາຊົນເຫັນດີ ແລະ ສະໜັບສະໜູນແນວທາງໃຫຍ່ຂອງພັກ. ແນວໃດກໍຕາມ, ນີ້ພຽງແຕ່ເປັນບາດກ້າວເບື້ອງຕົ້ນ ແລະ ຍັງມີຫຼາຍໜ້າທີ່ທີ່ຕ້ອງສືບຕໍ່ຜັນຂະຫຍາຍດ້ວຍຄວາມຕັດສິນໃຈສູງກວ່າ, ວິທີການທີ່ເປັນວິທະຍາສາດ ແລະ ຈິດໃຈປ່ຽນແປງໃໝ່ທີ່ແຮງກ້າກວ່າ.
ໜ້າທີ່ໃຈກາງໃນຕໍ່ໜ້າແມ່ນຍົກສູງຄຸນນະພາບການດຳເນີນງານ, ຄວາມສາມາດຮັບໃຊ້ ແລະ ຄວາມສາມາດສ້າງສັນການພັດທະນາຂອງກົງຈັກໃໝ່. ໃນນັ້ນ, ຫວຽດນາມສືບຕໍ່ປັບປຸງລະບົບກົດໝາຍ ແລະ ການຈັດຕັ້ງກົງຈັກໃຫ້ສົມບູນ ແລະ ເປັນເອກະພາບ; ປ່ຽນແປງໃໝ່ວິທີການນຳພາຂອງພັກ; ຊຸກຍູ້ການແບ່ງຂັ້ນ, ແບ່ງສິດອຳນາດ ຄຽງຄູ່ກັບການຮັບປະກັນແຫຼ່ງກຳລັງ ແລະ ຄວບຄຸມອຳນາດ; ຍົກສູງຄຸນນະພາບໂຄງລ່າງໂທລະຄົມ, ໂຄງລ່າງດິຈິຕອນ; ຊຸກຍູ້ການຫັນເປັນດິຈິຕອນໃນທົ່ວລະບົບການເມືອງ ແລະ ສ້າງຖັນແຖວພະນັກງານໃຫ້ຕອບສະໜອງຄວາມຮຽກຮ້ອງຂອງຮູບແບບໃໝ່.
ທ່ານ ເຈິ່ນເກີ່ມຕູ໋ ຍັງໃຫ້ຮູ້ວ່າ ສູນກາງໄດ້ຕີລາຄາຜົນການຜັນຂະຫຍາຍມະຕິເລກທີ 57-NQ/TW ຂອງກົມການເມືອງ ວ່າດ້ວຍການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ ພາຍຫຼັງໜຶ່ງປີຫົກເດືອນ; ກຳນົດ 10 ເຕັກໂນໂລຊີຍຸດທະສາດ ທີ່ຕິດພັນກັບ 30 ຜະລິດຕະພັນເຕັກໂນໂລຊີຍຸດທະສາດ ແລະ 20 ບັນຫາໃຫຍ່ລະດັບຊາດ.
ວິສາຫະກິດຫວຽດນາມຈຳນວນໜຶ່ງພວມຄ່ອຍໆກຳເຕັກໂນໂລຊີ, ພັດທະນາຜະລິດຕະພັນເພື່ອຮັບໃຊ້ຕະຫຼາດພາຍໃນ ແລະ ສົ່ງອອກ. ແນວໃດກໍຕາມ, ຍັງມີບັນດາຈຸດອຸດຕັນດ້ານລະບຽບກົນໄກ, ໂຄງລ່າງ, ຊັບພະຍາກອນມະນຸດ ແລະ ຄວາມປອດໄພທາງໄຊເບີ ທີ່ຕ້ອງໄດ້ແກ້ໄຂ.
ໃນໄລຍະຕໍ່ໜ້າ, ຫວຽດນາມກຳນົດຫັນປ່ຽນຢ່າງແຂງແຮງໄປສູ່ການສ້າງຜະລິດຕະພັນ, ຜົນງານ ແລະ ຄຸນຄ່າທີ່ເປັນຮູບປະທຳ, ປະກອບສ່ວນເຂົ້າໃນເປົ້າໝາຍເຕີບໂຕສອງຕົວເລກ; ເຊື່ອມໂຍງວິທະຍາສາດ, ເຕັກໂນໂລຊີ ກັບການສ້າງອົງຄວາມຮູ້ໃໝ່, ກຳເຕັກໂນໂລຊີ ແລະ ຫັນເປັນຄຸນຄ່າໃໝ່ໃຫ້ສັງຄົມ; ສຸມແຫຼ່ງກຳລັງເພື່ອກຳ ແລະ ພັດທະນາເຕັກໂນໂລຊີຍຸດທະສາດໃຫ້ກາຍເປັນຜະລິດຕະພັນຮູບປະທຳ.
ນີ້ກໍແມ່ນຂົງເຂດທີ່ສິງກະໂປມີທ່າແຮງ. ສອງຝ່າຍໄດ້ເຫັນດີໃນເບື້ອງຕົ້ນຕໍ່ບາງເນື້ອໃນກ່ຽວກັບຍຸດທະສາດເຊື່ອມໂຍງເຕັກໂນໂລຊີ ຫວຽດນາມ - ສິງກະໂປ ດ້ວຍບັນດາໂຄງການ ແລະ ກິດຈະກຳທີ່ເປັນຮູບປະທຳ, ມຸ່ງສູ່ການນຳຮູບແບບ “ສາມພາກສ່ວນຂອງສອງປະເທດ” ເຂົ້າສູ່ຕົວຈິງ ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການ.
ຕາມທ່ານ ເຈິ່ນເກີ່ມຕູ໋, ກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ທີ່ຈັດຂຶ້ນໃນເດືອນ 7 ຜ່ານມາ ໄດ້ພິຈາລະນາບັນດາບັນຫາສຳຄັນກ່ຽວກັບການສ້າງພັກ, ລະບົບການເມືອງ ແລະ ການພັດທະນາປະເທດໃນໄລຍະໃໝ່; ປະຕິບັດ 4 ບາດກ້າວຫັນປ່ຽນຍຸດທະສາດ ກ່ຽວກັບການສ້າງພັກ ແລະ ລະບົບການເມືອງ; ການຄຸ້ມຄອງພື້ນທີ່ພັດທະນາ, ສົ່ງເສີມແຫຼ່ງກຳລັງແຫ່ງຊາດໃຫ້ເກີດປະສິດທິຜົນ; ເສດຖະກິດ - ສັງຄົມ; ການປົກປັກຮັກສາປະເທດ ແລະ ການພັດທະນາແບບຍືນຍົງ.
ທ່ານ ເຈິ່ນເກີ່ມຕູ໋ ໄດ້ສະແດງຄວາມຍິນດີຕໍ່ບົດບາດແກນນຳຂອງຄະນະປະສານງານຊຸມຊົນຊາວຫວຽດນາມຢູ່ສິງກະໂປ ໃນການເຊື່ອມໂຍງຊຸມຊົນ, ຮັກສາ ແລະ ສົ່ງເສີມເອກະລັກວັດທະນະທຳດັ້ງເດີມ; ພ້ອມທັງມີບັນດາທິດທາງເພື່ອນຳໃຊ້ທ່າແຮງຂອງຖັນແຖວຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ທີ່ພ້ອມນຳຄວາມຮູ້, ເຕັກໂນໂລຊີມາປະກອບສ່ວນໃຫ້ປະເທດ.
ທ່ານຢືນຢັນວ່າ ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ຖືນີ້ເປັນພາກສ່ວນທີ່ບໍ່ສາມາດແຍກອອກໄດ້ ແລະ ເປັນແຫຼ່ງກຳລັງສຳຄັນຂອງຊາດ.
ທ່ານ ເຈິ່ນເກີ່ມຕູ໋ ຍັງໄດ້ຍ້ອງຍໍພະນັກງານ, ເຈົ້າໜ້າທີ່ສະຖານທູດຫວຽດນາມປະຈຳສິງກະໂປ ທີ່ໄດ້ພະຍາຍາມສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກຢ່າງມີປະສິດທິຜົນ, ປະກອບສ່ວນເສີມສ້າງສາຍພົວພັນລະຫວ່າງສອງພັກ, ສອງປະເທດ; ພ້ອມທັງສະເໜີໃຫ້ສະຖານທູດສືບຕໍ່ເອົາໃຈໃສ່ເບິ່ງແຍງຊຸມຊົນ, ເພີ່ມທະວີການເຊື່ອມໂຍງຊາວຫວຽດນາມຢູ່ສິງກະໂປກັບພາຍໃນປະເທດ.
ຍສໝ - ມະຕິເລກທີ 23-NQ/TW ໄດ້ວາງອອກຂໍ້ຮຽກຮ້ອງໃໝ່ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ: ບໍ່ພຽງແຕ່ຢຸດຢູ່ການຂົນຂວາຍ, ເຕົ້າໂຮມ ແລະ ເອົາໃຈໃສ່ດູແລ ເທົ່ານັ້ນ, ຫາກຍັງສຸມໃສ່ສ້າງກົນໄກເພື່ອເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າກັບບັນດາຄວາມຕ້ອງການພັດທະນາອັນລະອຽດຂອງປະເທດ, ພ້ອມທັງສົ່ງເສີມບົດບາດເປັນຂົວຕໍ່ເຊື່ອມໂຍງຫວຽດນາມກັບໂລກ. |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ວັນຊາດ 2/9, ບັນດາອົງການຕາງໜ້າຫວຽດນາມປະຈຳມາເລເຊຍ, ກຳປູເຈຍ ແລະ ເຂດຕາເວັນອອກໄກ (ສະຫະພັນລັດເຊຍ) ໄດ້ຈັດຫຼາຍກິດຈະກຳ ໂດຍມີຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ. ຈາກຄວາມພາກພູມໃຈຕໍ່ການພັດທະນາຂອງປະເທດ, ປະຊາຄົມຊາວຫວຽດນາມໄດ້ສະແດງຄວາມປາດຖະໜາຢາກປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ແລະ ຮ່ວມກັນສ້າງສາສາຍພົວພັນມິດຕະພາບກັບປະເທດທີ່ຕົນອາໄສຢູ່. |
ມິງດຶກ
