| ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ ສະເໜີສ້າງຈຸດນັດພົບດ້ານວັດທະນະທຳ, ມິດຕະພາບ ຫວຽດນາມ - ສິງກະໂປ |
![]() |
| ກິດຈະກຳຄົ້ນຄວ້າ, ພັດທະນາວິທະຍາສາດ - ເຕັກໂນໂລຊີ. (ພາບປະກອບ) |
ບົດຮຽນການພັດທະນາວິທະຍາສາດ - ເຕັກໂນໂລຊີຂອງສິງກະໂປ ໄດ້ນຳມາເຊິ່ງຫຼາຍບົດຮຽນສຳລັບຫວຽດນາມ, ໂດຍສະເພາະໃນການສ້າງລະບົບນິເວດນະວັດຕະກຳ, ຍົກສູງຄວາມສາມາດດ້ານການບໍລິຫານ ແລະ ເປັນເຈົ້າການປັບຕົວຕໍ່ກັບຄື້ນເຕັກໂນໂລຊີໃໝ່ ເຊັ່ນ ປັນຍາປະດິດ (AI) ແລະ ອຸດສາຫະກຳສານເຄິ່ງຕົວນຳ.
ເບື້ອງຫຼັງບັນດາຜົນສຳເລັດດັ່ງກ່າວ ບໍ່ພຽງແຕ່ມີບັນດານະໂຍບາຍສະເພາະ ຫາກຍັງມີບັນດາຫຼັກການທີ່ຊ່ວຍໃຫ້ສິງກະໂປຮັກສາຄວາມສາມາດໃນການປັບຕົວຕໍ່ໜ້າການປ່ຽນແປງຢ່າງວ່ອງໄວຂອງຍຸກສະໄໝ. ການປັບປຸງຂອບກົດໝາຍ ແລະ ກົນໄກທົດລອງໃຫ້ສົມບູນ; ເພີ່ມການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາ (R&D); ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ຊຸກຍູ້ການຫັນເປັນດິຈິຕອນ ແລະ ຄ່ອຍໆກຳເອົາບັນດາເຕັກໂນໂລຊີຫຼັກ ແມ່ນບັນດາທິດທາງສຳຄັນທີ່ຊ່ວຍໃຫ້ສິງກະໂປປັບຕົວຕໍ່ກັບຄື້ນການພັດທະນາວິທະຍາສາດ - ເຕັກໂນໂລຊີ.
ຫວຽດນາມກໍພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງໃຫ້ຫັນປ່ຽນຢ່າງແຮງ, ເຖິງວ່າຍັງມີຫຼາຍສິ່ງທ້າທາຍດ້ານໂຄງລ່າງ, ພະລັງງານ, ບຸກຄະລາກອນ ແລະ ສະຖາບັນ.
ທີ່ກອງປະຊຸມສຳມະນາໜຶ່ງຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ASEAN) ເມື່ອບໍ່ດົນມານີ້ຢູ່ສິງກະໂປ, ໃນການແລກປ່ຽນສະເພາະກ່ຽວກັບຫວຽດນາມ, ທ່ານ Richard D. McClellan, ຜູ້ອຳນວຍການບໍລິຫານສູນການເງິນສາກົນຫວຽດນາມ (VIFC), ເຫັນວ່າ ຄວາມໄວຂອງການພັດທະນາເຕັກໂນໂລຊີໄດ້ວາງຄວາມຮຽກຮ້ອງອັນຮີບດ່ວນໃຫ້ຕ້ອງຍົກລະດັບໂຄງລ່າງຢ່າງຄົບຊຸດ.
ຕາມທ່ານ, ຫວຽດນາມຕ້ອງມີລະບົບການສຶກສາທີ່ເຂັ້ມແຂງພຽງພໍເພື່ອຮັກສາແຫຼ່ງບຸກຄະລາກອນທີ່ມີຄວາມສາມາດ, ພ້ອມກັນນັ້ນ ຕ້ອງພັດທະນາສູນຂໍ້ມູນ, ຮັບປະກັນແຫຼ່ງໄຟຟ້າ ແລະ ພະລັງງານໃຫ້ຕອບສະໜອງຄວາມຕ້ອງການຂອງເສດຖະກິດ. ໃນນັ້ນ, ພະລັງງານແມ່ນໜຶ່ງໃນສິ່ງທ້າທາຍໃຫຍ່ທີ່ສຸດ ເມື່ອຫວຽດນາມຕ້ອງຕອບສະໜອງຄວາມຕ້ອງການຂອງປະຊາກອນປະມານ 100 ລ້ານຄົນ ໃນສະພາບທີ່ເສດຖະກິດມຸ່ງໄປສູ່ອັດຕາເຕີບໂຕ 8-10% ຕໍ່ປີ, ພ້ອມທັງດຳເນີນການຫັນໄປສູ່ພະລັງງານສີຂຽວ.
ເຖິງຢ່າງໃດກໍຕາມ, ທ່ານ Richard D. McClellan ຕີລາຄາວ່າ ຫວຽດນາມພວມເດີນໄປຖືກທິດໃນຫຼາຍດ້ານ, ໂດຍສະເພາະການພັດທະນາຜູ້ມີຄວາມສາມາດ, ທິດທາງລວມ ແລະ ການປະຕິຮູບນະໂຍບາຍ.
![]() |
| ສາດສະດາຈານ ຫວູມິງເຄືອງ, ໂຮງຮຽນນະໂຍບາຍສາທາລະນະ ຫຼີກວາງຢ້ຽວ, ສິງກະໂປ. |
ພາຍຫຼັງຫຼາຍປີຄົ້ນຄວ້າ ແລະ ເຮັດວຽກຢູ່ສິງກະໂປ, ສາດສະດາຈານ ຫວູມິງເຄືອງ, ໂຮງຮຽນນະໂຍບາຍສາທາລະນະ ຫຼີກວາງຢ້ຽວ, ເຫັນວ່າ ຄວາມສາມາດໃນການປັບຕົວຂອງສິງກະໂປໄດ້ຮັບການສ້າງຂຶ້ນບົນ 5 ຫຼັກການສຳຄັນ. ນີ້ກໍແມ່ນບັນດາປັດໄຈທີ່ຊ່ວຍໃຫ້ “ປະເທດເກາະສິງໂຕ” ເປັນເຈົ້າການຮັບມືກັບບັນດາການປ່ຽນແປງຄັ້ງໃຫຍ່ຂອງຍຸກສະໄໝ.
ໜຶ່ງ, ຕ້ອງມີສະຕິຕະຫຼອດເວລາຕໍ່ “ໄພຄຸກຄາມຕໍ່ຄວາມຢູ່ລອດ”. ຕາມສາດສະດາຈານ ຫວູມິງເຄືອງ, ຕະຫຼອດ 60 ປີຜ່ານມາ, ສິງກະໂປຮັກສາຈິດສຳນຶກຢູ່ສະເໝີວ່າ ຖ້າບໍ່ພະຍາຍາມກ້າວຂຶ້ນ ປະເທດຈະຖືກປະໄວ້ຂ້າງຫຼັງ. ຈິດສຳນຶກຕໍ່ໄພຄຸກຄາມ ແລະ ແຮງກົດດັນດ້ານການແຂ່ງຂັນ ບໍ່ພຽງແຕ່ຖືກເນັ້ນໜັກໃນຖັນແຖວການນຳ ຫາກຍັງຢູ່ໃນສັງຄົມ, ຜ່ານນັ້ນ ສ້າງແຮງຊຸກຍູ້ໃຫ້ປະເທດປ່ຽນແປງໃໝ່ ແລະ ປັບຕົວຢ່າງບໍ່ຢຸດຢັ້ງ.
ສອງ, ເສີມສ້າງຄວາມເຊື່ອໝັ້ນຂອງສັງຄົມຕໍ່ລະບົບ. ໃນສະພາບທີ່ການປ່ຽນແປງນັບມື້ນັບໄວ ແລະ ສັບສົນ, ຄວາມເຊື່ອໝັ້ນຂອງປະຊາຊົນ, ວິສາຫະກິດ, ນັກລົງທຶນ ແລະ ຖັນແຖວພະນັກງານຕໍ່ລະບົບການເມືອງ ມີຄວາມໝາຍສຳຄັນເປັນພິເສດ.
ສາດສະດາຈານ ຫວູມິງເຄືອງ ເຫັນວ່າ ບັນດາໂຄງການຂະໜາດໃຫຍ່ຈະສາມາດປະສົບຜົນສຳເລັດໄດ້ ກໍຕໍ່ເມື່ອໄດ້ຮັບຄວາມເຫັນດີຈາກສັງຄົມ. ດັ່ງນັ້ນ, ສິງກະໂປຈຶ່ງລະມັດລະວັງສະເໝີໃນການປະເມີນລະດັບການສະໜັບສະໜູນຂອງປະຊາຊົນກ່ອນດຳເນີນບັນດາໂຄງການໃຫຍ່.
ສາມ, ສ້າງຜົນສຳເລັດທີ່ເປັນຮູບປະທຳ ແລະ ນຳເຕັກໂນໂລຊີເຂົ້າສູ່ຊີວິດ. ຕາມສາດສະດາຈານ ຫວູມິງເຄືອງ, ເມື່ອເວົ້າເຖິງ AI, ການຫັນເປັນດິຈິຕອນ ຫຼື ການຫັນປ່ຽນສີຂຽວ, ສິ່ງສຳຄັນແມ່ນຕ້ອງສ້າງຜົນສຳເລັດທີ່ປະຊາຊົນ ແລະ ວິສາຫະກິດສາມາດເຫັນ, ສຳຜັດ ແລະ ໄດ້ຮັບຜົນປະໂຫຍດໃນຕົວຈິງ.
ທ່ານຍົກຕົວຢ່າງການພັດທະນາບັນດາພື້ນທີ່ສີຂຽວ, ສູນກ່ຽວກັບການຫັນເປັນດິຈິຕອນ ແລະ AI, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ວິສາຫະກິດນະວັດຕະກຳກໍ່ຕົວ ແລະ ພັດທະນາ, ບໍ່ພຽງແຕ່ສ້າງມູນຄ່າທາງເສດຖະກິດ ຫາກຍັງສ້າງບັນຍາກາດທີ່ຄຶກຄື້ນໃນສັງຄົມ.
“ຕ້ອງນຳບັນດາການປ່ຽນແປງດ້ານເຕັກໂນໂລຊີນີ້ເຂົ້າສູ່ຊີວິດ ເພື່ອເປັນຕົວເລັ່ງການພັດທະນາ”, ສາດສະດາຈານ ຫວູມິງເຄືອງ ເນັ້ນໜັກ.
ສີ່, ດຶງດູດຜູ້ມີຄວາມສາມາດ ແລະ ຜູ້ມີວິໄສທັດເຂົ້າສູ່ລະບົບບໍລິຫານ. ໃນສະພາບທີ່ເຕັກໂນໂລຊີ ແລະ ສະພາບແວດລ້ອມການພັດທະນາປ່ຽນແປງຢ່າງວ່ອງໄວ, ສິງກະໂປເອົາໃຈໃສ່ດຶງດູດຜູ້ມີຄວາມສາມາດ, ໂດຍສະເພາະຜູ້ທີ່ມີວິໄສທັດສອດຄ່ອງກັບຄວາມຮຽກຮ້ອງຂອງຍຸກສະໄໝ ແລະ ເຂົ້າໃຈເຕັກໂນໂລຊີ ເຂົ້າຮ່ວມໃນລະບົບບໍລິຫານ.
ຕາມສາດສະດາຈານ ຫວູມິງເຄືອງ, ນີ້ແມ່ນປັດໄຈທີ່ສາມາດສ້າງການປ່ຽນແປງດ້ານຄຸນນະພາບໃນຄວາມສາມາດບໍລິຫານປະເທດ, ຜ່ານນັ້ນ ຍົກສູງກຳລັງແຮງຂອງທົ່ວລະບົບ.
ຫ້າ, ສ້າງວັດທະນະທຳແຫ່ງການຮຽນຮູ້ ແລະ ປັບຕົວຢ່າງຕໍ່ເນື່ອງ. ຄວາມສາມາດໃນການປ່ຽນແປງ ແລະ ປັບຕົວຕ້ອງກາຍເປັນຄຸນລັກສະນະທີ່ດຳເນີນຕະຫຼອດໃນບັນດາອົງການລັດ ກໍຄືທົ່ວສັງຄົມ. ສາດສະດາຈານ ຫວູມິງເຄືອງ ໃຫ້ຮູ້ວ່າ ສິງກະໂປເອົາໃຈໃສ່ເປັນພິເສດຕໍ່ການຮຽນຮູ້ຢ່າງຕໍ່ເນື່ອງ, ຈັດກອງປະຊຸມສຳມະນາ ແລະ ແລກປ່ຽນເປັນປະຈຳ ເພື່ອປັບປຸງຄວາມຮູ້ ແລະ ຊອກຫາວິທີການໃໝ່.
ເມື່ອຕີລາຄາກ່ຽວກັບຫວຽດນາມ, ທ່ານເຫັນວ່າ ນີ້ກໍແມ່ນຂົງເຂດທີ່ພວມມີການຫັນປ່ຽນໃນທາງບວກ. ຜ່ານປະສົບການສິດສອນໃຫ້ແກ່ບັນດາຄະນະພະນັກງານນຳຂອງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ບັນດາຂະແໜງການ, ສາດສະດາຈານເຫັນວ່າ ຖັນແຖວພະນັກງານຫວຽດນາມນັບມື້ນັບມີສະຕິສູງຂຶ້ນໃນການປັບປຸງຄວາມຮູ້, ຮຽນຮູ້ບັນດາຮູບແບບໃໝ່ ແລະ ປັບຕົວຕໍ່ກັບການປ່ຽນແປງຂອງຍຸກສະໄໝ.
ຕາມສາດສະດາຈານ ຫວູມິງເຄືອງ, ສິ່ງສຳຄັນແມ່ນບັນດາຄວາມພະຍາຍາມໃນການຮຽນຮູ້ ແລະ ປັບຕົວຕ້ອງຖືກຫັນເປັນຜົນສຳເລັດທີ່ເປັນຮູບປະທຳຢ່າງວ່ອງໄວ. ຜົນສຳເລັດເຫຼົ່ານັ້ນເອງຈະສ້າງຄວາມເຊື່ອໝັ້ນ, ເສີມສ້າງແຮງຈູງໃຈ ແລະ ສືບຕໍ່ຊຸກຍູ້ຂະບວນການພັດທະນາ.
ໃນສະພາບທີ່ເຕັກໂນໂລຊີພວມປ່ຽນແປງດ້ວຍຄວາມໄວທີ່ບໍ່ເຄີຍມີມາກ່ອນ, ນັບແຕ່ AI, ສານເຄິ່ງຕົວນຳ ຈົນເຖິງການຫັນເປັນດິຈິຕອນ ແລະ ການຫັນປ່ຽນສີຂຽວ, ບົດຮຽນຂອງສິງກະໂປສະແດງໃຫ້ເຫັນວ່າ ຄວາມສາມາດໃນການປັບຕົວບໍ່ພຽງແຕ່ຂຶ້ນກັບການເລືອກເຕັກໂນໂລຊີໄດ້ຖືກຕ້ອງ ຫາກຍັງຢູ່ທີ່ຄວາມສາມາດບໍລິຫານ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄວາມເຊື່ອໝັ້ນຂອງສັງຄົມ ແລະ ຄວາມສາມາດຫັນບັນດາການປ່ຽນແປງດ້ານເຕັກໂນໂລຊີໃຫ້ເປັນຄຸນຄ່າທີ່ເປັນຮູບປະທຳສຳລັບປະຊາຊົນ ແລະ ວິສາຫະກິດ. ນີ້ກໍແມ່ນບັນດາບັນຫາທີ່ຫວຽດນາມຕ້ອງແກ້ໄຂ ເພື່ອສາມາດນຳໃຊ້ໂອກາດຈາກຄື້ນເຕັກໂນໂລຊີໃໝ່ໄດ້ດີກວ່າເກົ່າ.
ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ສິງກະໂປ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະ ແລະ ແລກປ່ຽນຄຳເຫັນຮ່ວມກັບ ທ່ານລັດຖະມົນຕີອາວຸໂສ, ທີ່ປຶກສາອາວຸໂສຂອງພັກກຳອຳນາດ (ພັກກິດປະຊາຊົນ - PAP) ສິງກະໂປ, ອະດີດນາຍົກລັດຖະມົນຕີ ລີຊຽນລຸງ. |
ຍສໝ - ຫວຽດນາມ ແລະ ສິງກະໂປ ໄດ້ຜັນຂະຫຍາຍການຊຳລະເງິນ QR ຂ້າມຊາຍແດນຢ່າງເປັນທາງການ, ສະແດງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວໃໝ່ ພາຍໃນການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນຂາຍຍ່ອຍ ລະຫວ່າງ ສອງປະເທດ. ການບໍລິການດັ່ງກ່າວ ໄດ້ຮັບການຄາດຫວັງວ່າຈະຊຸກຍູ້ການຄ້າ, ການທ່ອງທ່ຽວ, ເສດຖະກິດດິຈິຕອນ, ໃນຂະນະດຽວກັນ ກໍນຳມາເຊິ່ງປະສົບການການຊຳລະເງິນທີ່ວ່ອງໄວ, ສະດວກສະບາຍ ແລະ ມີຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້. |
ມິງດຶກ

