ເຊື່ອມຈອດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່

17:42 | 23/08/2026

ຍສໝ - ເພື່ອໃຫ້ມະຕິເລກທີ 23-NQ/TW ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ສະເໜີໃຫ້ຮີບຮ້ອນສ້າງຖານຂໍ້ມູນດິຈິຕອນກ່ຽວກັບຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ; ປ່ຽນແປງໃໝ່ວິທີການເຊື່ອມຈອດຊຸມຊົນ; ສົ່ງເສີມເຄືອຂ່າຍປັນຍາຊົນໜຸ່ມ ແລະ ບົດບາດຂອງບັນດາຄຸນຄ່າວັດທະນະທຳ, ສາສະໜາດັ້ງເດີມ, ຜ່ານນັ້ນ ລະດົມແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດເຂົ້າໃນການພັດທະນາປະເທດຢ່າງມີປະສິດທິຜົນ.

ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ ເຊື່ອມໂຍງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດ

ສ້າງເຄືອຂ່າຍຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ

ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ ຕີລາຄາວ່າ ມະຕິເລກທີ 23-NQ/TW ຂອງກົມການເມືອງ ສະແດງເຖິງການຫັນປ່ຽນຢ່າງແຮງດ້ານແນວຄິດ, ຍົກລະດັບວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ດ້ວຍຄວາມຮຽກຮ້ອງທີ່ສູງຂຶ້ນ ຄື ປຸກລະດົມ ແລະ ສົ່ງເສີມແຫຼ່ງກຳລັງຂອງຊຸມຊົນ ເພື່ອປະກອບສ່ວນໃຫ້ປະເທດໃນໄລຍະໃໝ່.

ຈາກສະພາບຕົວຈິງຢູ່ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດເຫັນວ່າ ນີ້ທັງເປັນທິດທາງ ແລະ ເປັນຄວາມຮຽກຮ້ອງອັນຮີບດ່ວນ. ປັດຈຸບັນ ມີຊາວຫວຽດນາມຫຼາຍກວ່າ 700.000 ຄົນດຳລົງຊີວິດຢູ່ທົ່ວຍີ່ປຸ່ນ, ເປັນຊຸມຊົນຊາວຕ່າງປະເທດໃຫຍ່ເປັນອັນດັບສອງຢູ່ປະເທດນີ້. ໃນນັ້ນ, ປະມານ 30% ແມ່ນປັນຍາຊົນ, ຊ່ຽວຊານ ແລະ ນັກສຶກສາຫວຽດນາມ; ຫຼາຍກວ່າ 50% ແມ່ນກຳມະກອນ, ວິສະວະກອນ ແລະ ນັກຝຶກງານ.

ສິ່ງທີ່ໜ້າສັງເກດແມ່ນ ຊຸມຊົນໄດ້ສ້າງກຳລັງປັນຍາຊົນ ແລະ ນັກວິທະຍາສາດລະດັບສູງປະມານ 1.000 ຄົນ. ໃນນັ້ນ ມີເກືອບ 300 ຄົນເປັນສາດສະດາຈານ, ຮອງສາດສະດາຈານ ຮຸ່ນ 7X, 8X ທີ່ພວມເຮັດວຽກຢູ່ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດເຕັກໂນໂລຊີຊັ້ນນຳຂອງຍີ່ປຸ່ນ, ໃນນັ້ນ ຫຼາຍຄົນເຮັດວຽກໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ.

ຄຽງຄູ່ກັບຖັນແຖວປັນຍາຊົນ ແມ່ນຮຸ່ນນັກທຸລະກິດຫວຽດນາມທີ່ພັດທະນາຢ່າງຫ້າວຫັນ. ວິສາຫະກິດຫຼາຍແຫ່ງໄດ້ຫັນຈາກການຄ້າແບບດັ້ງເດີມໄປສູ່ເຕັກໂນໂລຊີສູງ, ການຫັນເປັນດິຈິຕອນ, ປັນຍາປະດິດ, logistics ແລະ ເຕັກໂນໂລຊີສະໜັບສະໜູນ. ສະເພາະຂົງເຂດເຕັກໂນໂລຊີສາລະສົນເທດ ປັດຈຸບັນມີປະມານ 100 ວິສາຫະກິດຫວຽດນາມດຳເນີນງານຢູ່ຍີ່ປຸ່ນ, ດ້ວຍລາຍຮັບປະມານ 1 ຕື້ USD ຕໍ່ປີ.

ຈາກແຫຼ່ງກຳລັງນີ້, ທ່ານ ຟ້າມກວາງຮ້ຽວ ສະເໜີໃຫ້ບັນດາອົງການຕາງໜ້າເປັນເຈົ້າການຄົ້ນພົບ, ເຕົ້າໂຮມຊ່ຽວຊານ ແລະ ນັກທຸລະກິດເຂົ້າເປັນເຄືອຂ່າຍຕາມແຕ່ລະຂົງເຂດ, ເຊື່ອມຈອດກັບທ້ອງຖິ່ນ ແລະ ວິສາຫະກິດພາຍໃນປະເທດ, ກ້າວໄປສູ່ການສ້າງບັນດາໂຄງການຮ່ວມມືໄລຍະຍາວ.

ນອກຈາກນັ້ນ, ຈຳເປັນຕ້ອງສ້າງເຄືອຂ່າຍຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດໃນຂອບເຂດທົ່ວໂລກ, ເຊື່ອມໂຍງກັບຄວາມຕ້ອງການພັດທະນາ ແລະ ບັນດາຂົງເຂດເຕັກໂນໂລຊີສູງຂອງປະເທດ. ບັນດາກຸ່ມຊ່ຽວຊານທີ່ໄດ້ສ້າງຂຶ້ນແລ້ວ, ເຊັ່ນ ໃນຂົງເຂດສານເຄິ່ງຕົວນຳ, ສາມາດກາຍເປັນແກນກາງເພື່ອຂະຫຍາຍການເຊື່ອມຈອດກັບບັນດາສະມາຄົມວິຊາສະເພາະໃນທົ່ວໂລກ.

ອີກໜຶ່ງຂໍ້ສະເໜີແມ່ນ ຄວນຮີບຮ້ອນສ້າງຖານຂໍ້ມູນດິຈິຕອນກ່ຽວກັບຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະ ບັນດາເຄືອຂ່າຍຊາວຫວຽດນາມຢູ່ຕ່າງປະເທດ, ສ້າງເງື່ອນໄຂໃຫ້ອົງການຕາງໜ້າ, ກະຊວງ ແລະ ຂະແໜງການ ສາມາດເປັນເຈົ້າການເຊື່ອມຈອດ ແລະ ລະດົມແຫຼ່ງກຳລັງ.

ເຊື່ອມຈອດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່
ທ່ານ ຟ້າມກວາງຮ້ຽວ, ເອກອັກຄະລັດຖະທູດຫວຽດນາມປະຈຳຍີ່ປຸ່ນ ກ່າວຄຳປາໄສໃນງານບຸນວິສາຂະບູຊາ 2026 ທີ່ຈັດຂຶ້ນຢູ່ວັດໄດອັນ ໂຕກຽວ ໃນວັນທີ 31/5/2026.

ຈາກການຂົນຂວາຍ, ເບິ່ງແຍງ ສູ່ການຮ່ວມເດີນທາງ ແລະ ສ້າງກົນໄກ

ທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳ ສ.ເຊັກໂກ ເຫັນວ່າ ຈຸດທີ່ໜ້າສົນໃຈຂອງມະຕິເລກທີ 23-NQ/TW ແມ່ນການປ່ຽນແປງແນວຄິດຈາກການເຕົ້າໂຮມ, ຂົນຂວາຍ, ເບິ່ງແຍງ ສູ່ການຮ່ວມເດີນທາງ ແລະ ສ້າງກົນໄກ, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນຂະບວນການເຊື່ອມໂຍງສາກົນ, ກໍ່ສ້າງ ແລະ ພັດທະນາປະເທດ.

ມະຕິສະບັບນີ້ໃຫ້ບູລິມະສິດເປັນພິເສດແກ່ການລະດົມປັນຍາຊົນ, ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ, ໃນນັ້ນ ໄດ້ກ່າວເຖິງລະບອບຕອບແທນທີ່ເໝາະສົມ ແລະ ສະພາບແວດລ້ອມການເຮັດວຽກທີ່ໂປ່ງໃສ.

ທ່ານ ເຢືອງຮວ່າຍນາມ ຢືນຢັນວ່າ ຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດແຍກອອກຈາກຊຸມຊົນບັນດາເຜົ່າຫວຽດນາມ, ເປັນແຫຼ່ງກຳລັງຍຸດທະສາດທີ່ສຳຄັນ, ເປັນຂົວເຊື່ອມລະຫວ່າງຫວຽດນາມກັບໂລກ ແລະ ຮ່ວມເດີນທາງໃນພາລະກິດກໍ່ສ້າງ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ເພື່ອຫັນທັດສະນະນີ້ໃຫ້ເປັນຈິງ, ຕາມທ່ານເອກອັກຄະລັດຖະທູດ, ຈຳເປັນຕ້ອງຮີບຮ້ອນສ້າງຍຸດທະສາດລວມທີ່ມີວິໄສທັດໄລຍະຍາວ, ລະດົມການເຂົ້າຮ່ວມຂອງທົ່ວລະບົບການເມືອງ ແລະ ແຫຼ່ງກຳລັງທີ່ເໝາະສົມ. ວຽກງານນີ້ບໍ່ສາມາດເປັນພຽງໜ້າທີ່ຂອງອົງການຕາງໜ້າໃດໜຶ່ງ, ສະມາຄົມໃດໜຶ່ງ ຫຼື ກະຊວງການຕ່າງປະເທດເທົ່ານັ້ນ, ຫາກຕ້ອງການການປະສານງານຢ່າງຄົບຊຸດຂອງທົ່ວລະບົບ.

ຢູ່ສ.ເຊັກໂກ, ຊຸມຊົນຊາວຫວຽດນາມໄດ້ຮັບການຕີລາຄາຈາກການນຳປະເທດເຈົ້າພາບວ່າ ເປັນແບບຢ່າງຂອງການເຊື່ອມໂຍງເຂົ້າກັບສັງຄົມຢ່າງສຳເລັດຜົນ ແລະ ນັບແຕ່ວັນທີ 3/7/2013 ໄດ້ຮັບການຮັບຮູ້ເປັນໜຶ່ງໃນຊົນເຜົ່າສ່ວນໜ້ອຍຂອງເຊັກ. ທຸລະກິດຊາວຫວຽດນາມຫຼາຍແຫ່ງດຳເນີນງານຢ່າງມີປະສິດທິຜົນ, ສ້າງຊື່ສຽງ ແລະ ຄວາມເຊື່ອຖືໃນຊຸມຊົນ, ສັງຄົມເຈົ້າພາບ ກໍຄືຢູ່ເອີຣົບ.

ການຮັກສາພາສາຫວຽດນາມໃຫ້ແກ່ຄົນຮຸ່ນໜຸ່ມໄດ້ຮັບຄວາມສົນໃຈເປັນພິເສດຈາກຊຸມຊົນ. ສະຖານທູດໄດ້ປະສານງານກັບບັນດາສະມາຄົມຈັດຫຼາຍກິດຈະກຳ, ໃນນັ້ນ ການປະກວດເຊີດຊູພາສາຫວຽດນາມ 2026 ຄາດວ່າຈະຈັດຂຶ້ນໃນວັນທີ 12/9 ແລະ ໄດ້ດຶງດູດເດັກນ້ອຍປະມານ 700 ຄົນລົງທະບຽນ. ປຶ້ມແບບຮຽນ ແລະ ປຶ້ມກາຕູນພາສາຫວຽດນາມກໍໄດ້ຖືກນຳເຂົ້າສູ່ຕູ້ປຶ້ມ ແລະ ຫໍສະໝຸດເພື່ອຮັບໃຊ້ຊຸມຊົນ.

ປັດຈຸບັນ ມີມະຫາວິທະຍາໄລ 3 ແຫ່ງຢູ່ສ.ເຊັກໂກສອນພາສາຫວຽດນາມ ແລະ ໂຮງຮຽນສາມັນຂັ້ນພື້ນຖານ 2 ແຫ່ງຢູ່ສອງເຂດໄດ້ທົດລອງສອນວິຊານີ້. ນີ້ແມ່ນໜຶ່ງໃນພື້ນຖານໃຫ້ຊຸມຊົນຊາວຫວຽດນາມຢູ່ສ.ເຊັກໂກຮັກສາພາສາຫວຽດນາມ, ເອກະລັກວັດທະນະທຳ ແລະ ປະກອບສ່ວນປະຕິບັດບັນດາໜ້າທີ່ທີ່ມະຕິເລກທີ 23-NQ/TW ໄດ້ວາງອອກ.

ເຊື່ອມຈອດແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໃນຍຸກໃໝ່
ທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳສ.ເຊັກໂກ (ຜູ້ທີ 5 ຈາກຂວາ) ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 5 ຂອງສະຫະພັນສະມາຄົມຊາວຫວຽດນາມຢູ່ສ.ເຊັກໂກ ໃນວັນທີ 12/6/2026.

ສົ່ງເສີມບັນດາຈຸດອີງໃນການເຕົ້າໂຮມຊຸມຊົນ

ຢູ່ສະຫະລັດ, ທ່ານນາງ ຮວ່າງຖຸຍເຢືອງ, ກົງສຸນໃຫຍ່ຫວຽດນາມປະຈຳ Houston ໃຫ້ຮູ້ວ່າ ປັດຈຸບັນຊຸມຊົນຊາວຫວຽດນາມມີປະມານ 2,2 - 2,4 ລ້ານຄົນ, ກວມເອົາປະມານ 1/3 ຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.

ຊາວຫວຽດນາມອາໄສຢູ່ທົ່ວສະຫະລັດ, ໂດຍສຸມໃສ່ຫຼາຍຢູ່ California ເກືອບ 40%, Texas 12%, Florida 4%, Virginia 3% ແລະ ບັນດາສູນກາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ເຕັກໂນໂລຊີ ເຊັ່ນ Washington D.C., New York. ປັດຈຸບັນມີນັກສຶກສາຫວຽດນາມປະມານ 30.000 ຄົນພວມສຶກສາຢູ່ສະຫະລັດ, ກວມເອົາ 2,2% ຂອງຈຳນວນນັກສຶກສາສາກົນທັງໝົດ.

ຊາວອາເມລິກາເຊື້ອສາຍຫວຽດນາມແມ່ນໜຶ່ງໃນກຸ່ມຄົນເຂົ້າເມືອງທີ່ມີລະດັບການປະສົມກົມກຽວສູງ, ໂດຍປະມານ 78% ໄດ້ຮັບສັນຊາດແລ້ວ. ໂດຍລວມ, ຊຸມຊົນຍັງຄົງຮັກສາເອກະລັກວັດທະນະທຳໄດ້ດີ, ໃນນັ້ນ ພາສາຫວຽດນາມຖືກນຳໃຊ້ຢ່າງກວ້າງຂວາງ, ໂດຍສະເພາະຢູ່ບັນດາເຂດທີ່ມີຊາວຫວຽດນາມອາໄສຢູ່ຢ່າງໜາແໜ້ນ.

ຕາມທ່ານນາງ ຮວ່າງຖຸຍເຢືອງ, ໃນໄລຍະຜ່ານມາ ບັນດາອົງການຕາງໜ້າຫວຽດນາມຢູ່ສະຫະລັດ ໄດ້ດຳເນີນວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດຢ່າງຄົບຊຸດ, ນັບແຕ່ການໃຫ້ຂໍ້ມູນກ່ຽວກັບສະພາບການ ແລະ ນະໂຍບາຍຂອງປະເທດ, ຈັດກິດຈະກຳວັດທະນະທຳ, ເຊື່ອມໂຍງຊຸມຊົນ ຈົນເຖິງການຊ່ວຍເຫຼືອຊາວຫວຽດນາມກັບຄືນຢ້ຽມຢາມ, ລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ແລະ ຜ່ານຜ່າຄວາມຫຍຸ້ງຍາກຈາກໄພທຳມະຊາດ, ພະຍາດລະບາດ. ການລະດົມແຫຼ່ງກຳລັງກໍໄດ້ຮັບການຊຸກຍູ້ຜ່ານການເຊື່ອມຈອດປັນຍາຊົນ, ວິທະຍາສາດ, ການລົງທຶນ, ການສຶກສາ, ການກຸສົນ ແລະ ບັນດາກິດຈະກຳທີ່ປະກອບສ່ວນສ້າງສາສາຍພົວພັນຫວຽດນາມ - ສະຫະລັດ.

ໃນສະພາບທີ່ສະຫະລັດເພີ່ມທະວີການຄວບຄຸມການເຂົ້າເມືອງ, ບັນດາອົງການຕາງໜ້າສືບຕໍ່ປະສານງານ ແລະ ຂົນຂວາຍອຳນາດການປົກຄອງທ້ອງຖິ່ນໃຫ້ສ້າງເງື່ອນໄຂສະດວກແກ່ຊຸມຊົນ. ທ່ານນາງ ຮວ່າງຖຸຍເຢືອງ ຍັງເຫັນວ່າ ບັນດາສະຖານທີ່ສາສະໜາດັ້ງເດີມສາມາດກາຍເປັນຈຸດເຊື່ອມຈອດທີ່ມີປະສິດທິຜົນ ເພາະເປັນພື້ນທີ່ເຕົ້າໂຮມຊຸມຊົນທີ່ຫຼາກຫຼາຍ, ໃນຂະນະທີ່ສຽງຂອງບັນດາສາສະໜາຈານກໍມີອິດທິພົນໃນລະດັບໜຶ່ງ.

ຈາກສະພາບຕົວຈິງນີ້, ທ່ານນາງສະເໜີໃຫ້ສືບຕໍ່ປັບປຸງນະໂຍບາຍ ແລະ ກົນໄກຊຸກຍູ້ຊາວຫວຽດນາມຢູ່ຕ່າງປະເທດລົງທຶນ, ປະກອບສ່ວນ ແລະ ສົ່ງເສີມແຫຼ່ງກຳລັງດ້ານປັນຍາ; ເພີ່ມທະວີການພົວພັນຜ່ານທາງອອນລາຍ, ຮັບຟັງຄຳເຫັນຂອງຊາວຫວຽດນາມຢູ່ຕ່າງປະເທດ, ໂດຍສະເພາະຄົນຮຸ່ນໜຸ່ມ; ພັດທະນາບັນດາໂຄງການສອນພາສາຫວຽດນາມທາງອອນລາຍທີ່ເໝາະສົມ; ພ້ອມທັງມີນະໂຍບາຍບຸກທະລຸເພື່ອເພີ່ມທະວີຄວາມສາມັກຄີ, ສົ່ງເສີມຊຸມຊົນຊາວຫວຽດນາມຢູ່ສະຫະລັດໃຫ້ກາຍເປັນແຫຼ່ງກຳລັງປະກອບສ່ວນໃຫ້ປະເທດ.

ບັນດາຂໍ້ສະເໜີຈາກຍີ່ປຸ່ນ, ເຊັກ ແລະ ສະຫະລັດ ສະແດງໃຫ້ເຫັນວ່າ ຄວາມຮຽກຮ້ອງໃຫ້ນຳມະຕິເລກທີ 23-NQ/TW ເຂົ້າສູ່ຊີວິດຕົວຈິງ ພວມໄດ້ຮັບການຫັນເປັນຮູບປະທຳຈາກສະພາບຕົວຈິງຂອງຊຸມຊົນ. ນັບແຕ່ການສ້າງຖານຂໍ້ມູນ, ສ້າງເຄືອຂ່າຍປັນຍາຊົນ ຈົນເຖິງການປ່ຽນແປງໃໝ່ວິທີການເຊື່ອມຈອດ ແລະ ຮັກສາບັນດາຈຸດອີງທາງວັດທະນະທຳດັ້ງເດີມ, ເປົ້າໝາຍແມ່ນສ້າງເງື່ອນໄຂໃຫ້ແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດໄດ້ຮັບການເຊື່ອມຈອດ ແລະ ສົ່ງເສີມຢ່າງມີປະສິດທິຜົນໃນຂະບວນການພັດທະນາປະເທດ.

ສ້າງບາດກ້າວບຸກທະລຸໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ ສ້າງບາດກ້າວບຸກທະລຸໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດເຊັກ ກັບວາລະສານ ເທີ່ຍດ້າຍ ກ່ຽວກັບຖານະຂອງຊາວຫວຽດນາມຢູ່ ສາທາລະນະລັດເຊັກ ຢູ່ນອກຂອບກອງປະຊຸມການທູດຄັ້ງທີ 33 ທີ່ຫາກໍຈັດຂຶ້ນແຕ່ວັນທີ 1-7/8 ຢູ່ ຮ່າໂນ້ຍ.
ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງແກ້ໄຂໂຈດດ້ານວິທະຍາສາດ - ເຕັກໂນໂລຊີ
ຍສໝ - ວັນທີ 10/8/2026, ທີ່ ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ຈັດກອງສຳມະນາ “ການສ້າງ ແລະ ພັດທະນາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ”. ທີ່ກອງສຳມະນາ, ບັນດາຜູ້ແທນສະເໜີໃຫ້ສືບຕໍ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອສ້າງເງື່ອນໄຂສະດວກຫຼາຍຂຶ້ນໃຫ້ຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າຮ່ວມແກ້ໄຂບັນດາໂຈດໃຫຍ່ ແລະ ບັນດາໜ້າທີ່ດ້ານວິທະຍາສາດ - ເຕັກໂນໂລຊີຢູ່ພາຍໃນປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ