ຮັກສາພາສາຫວຽດໃນໝູ່ຄົນຮຸ່ນໜຸ່ມຢູ່ຍີ່ປຸ່ນ

14:55 | 24/08/2026

ຍສໝ - ວັນທີ 23/8, ຜູ້ເຂົ້າແຂ່ງຂັນ 12 ຄົນ ໄດ້ເຂົ້າຮ່ວມຮອບຊິງຊະນະເລີດການປະກວດ “ຂ້ອຍຮັກພາສາຂອງຊາດຂ້ອຍ” ຢູ່ນະຄອນ Higashi Osaka (ຍີ່ປຸ່ນ). ການປະກວດໄດ້ສ້າງເວທີໃຫ້ໄດ້ນຳໃຊ້ພາສາຫວຽດ, ຊຸກຍູ້ໃຫ້ບັນດາຄອບຄົວຮັກສາພາສາແມ່, ພ້ອມທັງຊ່ວຍໃຫ້ຄົນຮຸ່ນໜຸ່ມຮຽນຮູ້ເພີ່ມຕື່ມກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ປະເພນີຂອງຫວຽດນາມ.

ນັກຮຽນ ຍີ່ປຸ່ນ ສຳຜັດວັດທະນະທຳ ຫວຽດນາມ ຢູ່ ຮ່າໂນ້ຍ ບັນດາຮູບພາບຂອງ Ishikawa Bunyo ບອກເລົ່າເຖິງຄຸນຄ່າຂອງສັນຕິພາບ

ການປະກວດໄດ້ຈັດຂຶ້ນເນື່ອງໃນໂອກາດຄົບຮອບ 81 ປີແຫ່ງວັນປະຕິວັດເດືອນສິງຫາ (19/8/1945 - 19/8/2026) ແລະ 81 ປີແຫ່ງວັນຊາດ 2/9 (2/9/1945 - 2/9/2026). ເຂົ້າຮ່ວມຮອບຊິງຊະນະເລີດມີທ່ານ ຫງວຽນເຈື່ອງເຊີນ, ກົງສຸນໃຫຍ່ຫວຽດນາມປະຈຳ Osaka, ຜູ້ຕາງໜ້າບັນດາສະມາຄົມ, ສິລະປິນ, ຄູອາຈານ, ຜູ້ປົກຄອງ ແລະ ຊຸມຊົນຊາວຫວຽດນາມຢູ່ເຂດ Kansai.

ຈາກບັນດາຮອບຄັດເລືອກ, ຄະນະຈັດຕັ້ງໄດ້ຄັດເລືອກຜູ້ເຂົ້າແຂ່ງຂັນ 12 ຄົນເຂົ້າສູ່ຮອບຊິງຊະນະເລີດ. ຜູ້ເຂົ້າແຂ່ງຂັນແຕ່ລະຄົນມີເວລາສູງສຸດ 4 ນາທີ ເພື່ອສະແດງສອງເນື້ອໃນການປະກວດ. ບັນດາພາກປະກວດໄດ້ສະແດງເປັນພາສາຫວຽດໃນຫຼາຍຮູບແບບ, ປະສົມປະສານການນຳໃຊ້ພາສາກັບສິລະປະການສະແດງ, ຜ່ານນັ້ນປະເມີນຄວາມສາມາດໃນການນຳໃຊ້ພາສາຫວຽດ, ທັກສະການນຳສະເໜີ, ເນື້ອໃນ ແລະ ພະລັງໃນການສື່ອອາລົມຂອງຜູ້ເຂົ້າແຂ່ງຂັນ.

ກ່າວຄຳປາໄສໃນລາຍການ, ທ່ານ ຫງວຽນເຈື່ອງເຊີນ ກົງສຸນໃຫຍ່ ຕີລາຄາວ່າ ການປະກວດໄດ້ປະກອບສ່ວນສ້າງສະພາບແວດລ້ອມໃນການນຳໃຊ້ພາສາຫວຽດຢູ່ຍີ່ປຸ່ນເພີ່ມຕື່ມ, ໂດຍສະເພາະສຳລັບເດັກນ້ອຍ ແລະ ຄົນຮຸ່ນໜຸ່ມທີ່ເກີດ ແລະ ຮ່ຳຮຽນໃນສະພາບແວດລ້ອມພາສາຍີ່ປຸ່ນ. ຕາມທ່ານແລ້ວ, ການຮັກສາພາສາຫວຽດຕ້ອງມີການປະສານສົມທົບຂອງອົງການຕາງໜ້າ, ບັນດາສະມາຄົມ, ໂຮງຮຽນ ແລະ ໂດຍສະເພາະແຕ່ລະຄອບຄົວ.

ຮັກສາພາສາຫວຽດໃນໝູ່ຄົນຮຸ່ນໜຸ່ມຢູ່ຍີ່ປຸ່ນ
ຄະນະຈັດຕັ້ງມອບລາງວັນທີໜຶ່ງການປະກວດ “ຂ້ອຍຮັກພາສາຂອງຊາດຂ້ອຍ” ໃຫ້ແກ່ຜູ້ເຂົ້າແຂ່ງຂັນ ຮວ່າງວັນຮວ່າ ຈາກ Osaka.

ທ່ານນາງ ເລເທືອງ, ຫົວໜ້າຄະນະຈັດຕັ້ງການປະກວດ, ໃຫ້ຮູ້ວ່າ ໜຶ່ງໃນບັນຫາທີ່ຊຸມຊົນຊາວຫວຽດນາມຢູ່ຍີ່ປຸ່ນພວມປະເຊີນໃນປັດຈຸບັນ ແມ່ນມີເດັກນ້ອຍນັບມື້ນັບຫຼາຍເກີດ ແລະ ເຕີບໃຫຍ່ຢ່າງສົມບູນໃນສະພາບແວດລ້ອມການສຶກສາຂອງຍີ່ປຸ່ນ. ຖ້າບໍ່ມີສະພາບແວດລ້ອມໃຫ້ນຳໃຊ້ເປັນປະຈຳ, ຄວາມສາມາດດ້ານພາສາຫວຽດຂອງເດັກນ້ອຍອາດຫຼຸດລົງເທື່ອລະໜ້ອຍຜ່ານແຕ່ລະລຸ້ນ.

ດັ່ງນັ້ນ, ຕາມທ່ານນາງ ເລເທືອງ, ບັນດາກິດຈະກຳຮັກສາພາສາຫວຽດຕ້ອງໄດ້ຈັດຂຶ້ນຢ່າງຫຼາກຫຼາຍ, ສ້າງຄວາມສົນໃຈໃຫ້ຜູ້ຮຽນ ແທນທີ່ຈະຈຳກັດຢູ່ພຽງແຕ່ໃນຫ້ອງຮຽນ.

ການປະກວດ “ຂ້ອຍຮັກພາສາຂອງຊາດຂ້ອຍ” ຍັງມຸ່ງເຊື່ອມການຮຽນ ແລະ ການນຳໃຊ້ພາສາຫວຽດເຂົ້າກັບວັດທະນະທຳ, ປະຫວັດສາດ, ຊ່ວຍໃຫ້ຄົນຮຸ່ນໜຸ່ມເຂົ້າໃຈຕື່ມກ່ຽວກັບບັນດາຄຸນຄ່າທີ່ຖ່າຍທອດຜ່ານພາສາ. ນີ້ກໍແມ່ນວິທີທີ່ບັນດາອົງການຊຸມຊົນເຂົ້າຮ່ວມຜັນຂະຫຍາຍຈິດໃຈຂອງມະຕິເລກທີ 23-NQ/TW ຈາກຂັ້ນຮາກຖານ, ເລືອກເອົາບັນດາບັນຫາທີ່ໃກ້ຊິດຕົວຈິງຂອງຊາວຫວຽດນາມຢູ່ຕ່າງປະເທດ ເພື່ອສ້າງບັນດາໂຄງການສະເພາະທີ່ສາມາດຮັກສາໄດ້ໃນໄລຍະຍາວ.

5 ບຸລິມະສິດສ້າງແຮງຍູ້ໃໝ່ ໃຫ້ແກ່ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ 5 ບຸລິມະສິດສ້າງແຮງຍູ້ໃໝ່ ໃຫ້ແກ່ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ
ຍສໝ - ຢູ່ທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 17 ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ທ່ານ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີເອົາຈິດໃຈ “ຮ່ວມກັນສ້າງສັນ” ເປັນທິດທາງ, ສຸມໃສ່ 5 ຂົງເຂດ ແຕ່ການເຊື່ອມໂຍງພື້ນຖານໂຄງລ່າງ, ຫ່ວງໂສ້ການສະໜອງ ຈົນເຖິງການຫັນເປັນດິຈິທັອນ, ການຄຸ້ມຄອງແຫຼ່ງນ້ຳ ແລະ ຄວາມໝັ້ນຄົງທາງໄຊເບີ.
ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ
ຍສໝ - ໃນ 6 ເດືອນຕົ້ນປີ 2026, ວຽກງານການຕ່າງປະເທດຂອງແຂວງ ຫວິງລອງ ໄດ້ຮັບການຜັນຂະຫຍາຍຕາມທິດທາງທີ່ເປັນຮູບປະທຳ, ຕິດພັນກັບເປົ້າໝາຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ. ຜ່ານບັນດາການເດີນທາງໄປປະຕິບັດວຽກຢູ່ ສິງກະໂປ, ຍີ່ປຸ່ນ, ກຳປູເຈຍ ແລະ ການຕ້ອນຮັບບັນດາຄະນະສາກົນທີ່ມາເຮັດວຽກ, ແຂວງໄດ້ຂະຫຍາຍສາຍພົວພັນການຕ່າງປະເທດ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ກະສິກຳເຕັກໂນໂລຊີສູງ, ການຄ້າ, ການລົງທຶນ, ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ