ສິງກະໂປ ພ້ອມເພີ່ມທະວີການຮ່ວມມືດ້ານການເດີນເຮືອທາງທະເລກັບຫວຽດນາມ

ສິງກະໂປ ພ້ອມເພີ່ມທະວີການຮ່ວມມືດ້ານການເດີນເຮືອທາງທະເລກັບຫວຽດນາມ

ຍສໝ - ໃນຂອບກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18, ທ່ານ Rajpal Singh, ເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ ຢືນຢັນວ່າ ສິງກະໂປພ້ອມແບ່ງປັນປະສົບການດ້ານການພັດທະນາທ່າເຮືອທະເລ, ລະບົບຕ່ອງໂສ້ສະໜອງ ແລະ ເພີ່ມທະວີການຮ່ວມມືດ້ານການເດີນເຮືອທາງທະເລກັບຫວຽດນາມ.

ຫວຽດນາມ - ແຟງລັງ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີດິຈິຕອນ, ພະລັງງານ ແລະ ເສດຖະກິດໝູນວຽນ

ຫວຽດນາມ - ແຟງລັງ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີດິຈິຕອນ, ພະລັງງານ ແລະ ເສດຖະກິດໝູນວຽນ

ຍສໝ -​ ຕອນບ່າຍວັນທີ 15/10, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Ville Tapani Tavio, ລັດຖະມົນຕີການຄ້າຕ່າງປະເທດ ແລະ ການພັດທະນາແຟງລັງ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 15-16/10/2026. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຂະຫຍາຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການຄ້າ, ການລົງທຶນ ແລະ ເສດຖະກິດສີຂຽວ ພາຍໃຕ້ຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດ.

ຫວຽດນາມວາງເປົ້າໝາຍໃຫ້ GDP ເຕີບໂຕແຕ່ 10% ຂຶ້ນໄປໃນປີ 2027

ຫວຽດນາມວາງເປົ້າໝາຍໃຫ້ GDP ເຕີບໂຕແຕ່ 10% ຂຶ້ນໄປໃນປີ 2027

ຍສໝ - ປີ 2027 ຖືກກຳນົດໃຫ້ເປັນປີແຫ່ງການເລັ່ງລັດ, ສ້າງແຮງຂັບເຄື່ອນໃນການປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໂດຍມີຄາດໝາຍການເຕີບໂຕ GDP ແຕ່ 10% ຂຶ້ນໄປ. ຄຽງຄູ່ກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຍົກສູງຄວາມສາມາດແຂ່ງຂັນ, ສູນກາງພັກໄດ້ເນັ້ນໜັກການປ່ຽນແປງໃໝ່ວິທີການບໍລິຫານ, ຍົກສູງຄວາມຮັບຜິດຊອບຂອງຜູ້ນຳພາ ແລະ ຖືເອົາຜົນການປະຕິບັດເປັນມາດຕະຖານວັດແທກປະສິດທິຜົນ.

ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ

ກອງທັບຫວຽດນາມ - ລາວ - ກຳປູເຈຍ ປະສານສົມທົບຝຶກຊ້ອມຮັບມືກັບພາຍຸໄຕ້ຝຸ່ນຮຸນແຮງພິເສດ

ຍສໝ - ວັນທີ 14/10, ທີ່ກອງພັນໃຫຍ່ທະຫານຊ່າງແສງ 249, ເຫຼົ່າທັບທະຫານຊ່າງແສງ (ຕາແສງກວ໋າງອວາຍ, ນະຄອນຮ່າໂນ້ຍ), ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ໂດຍຈຳລອງສະຖານະການຮັບມື ແລະ ແກ້ໄຂຜົນກະທົບຈາກພາຍຸໄຕ້ຝຸ່ນຮຸນແຮງພິເສດ. ກິດຈະກຳດັ່ງກ່າວແນໃສ່ຍົກສູງຄວາມສາມາດໃນການປະສານສົມທົບຄົ້ນຫາ ແລະ ກູ້ໄພ, ການຊ່ວຍເຫຼືອບັນເທົາໄພພິບັດ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ.

ດຽນບຽນ ຮັບນັກສຶກສາລາວ 80 ຄົນ ເຂົ້າຮ່ວມຫຼັກສູດຝຶກອົບຮົມພາສາຫວຽດນາມ

ດຽນບຽນ ຮັບນັກສຶກສາລາວ 80 ຄົນ ເຂົ້າຮ່ວມຫຼັກສູດຝຶກອົບຮົມພາສາຫວຽດນາມ

ຍສໝ - ວັນທີ 15/10, ພະແນກສຶກສາ ແລະ ກິລາແຂວງດຽນບຽນ ໄດ້ຈັດພິທີເປີດຫຼັກສູດຮຽນພາສາຫວຽດນາມ ສົກຮຽນ 2026-2027 ໃຫ້ແກ່ນັກສຶກສາລາວ 80 ຄົນ ທີ່ມາຈາກ 4 ແຂວງພາກເໜືອຂອງລາວ. ໃນໂອກາດດຽວກັນນີ້, ແຂວງຍັງໄດ້ສະຫຼຸບໂຄງການບຳລຸງຄວາມຮູ້ວິຊາຊີບ, ຝຶກອົບຮົມ ແລະ ລົງສຶກສາພາກປະຕິບັດຢູ່ຮາກຖານ ໃຫ້ແກ່ພະນັກງານ, ລັດຖະກອນ ແລະ ພະນັກງານວິຊາຊີບ 14 ຄົນ ຈາກສອງແຂວງອຸດົມໄຊ ແລະ ຜົ້ງສາລີ.

ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027

ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027

ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027.

ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ - ລາວ - ກຳປູເຈຍ ເອກະພາບເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຍສໝ - ຕອນບ່າຍວັນທີ 14/10, ທີ່ຮ່າໂນ້ຍ, ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຂຶ້ນ ເພື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບບັນດາທິດທາງການປະສານສົມທົບໃນໄລຍະຕໍ່ໄປ. ບັນດາຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ອາຊຽນເພີ່ມທະວີການເຊື່ອມໂຍງດ້ານການຄົ້ນຄວ້າ, ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ອາຊຽນເພີ່ມທະວີການເຊື່ອມໂຍງດ້ານການຄົ້ນຄວ້າ, ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ຍສໝ​ - ຕອນບ່າຍວັນທີ 14/10, ທີ່ນະຄອນດ່ານັງ, ກອງປະຊຸມຄັ້ງທີ 90 ຂອງຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (COSTI-90) ໄດ້ເປີດກອງປະຊຸມຄົບຄະນະ ໂດຍມີຜູ້ຕາງໜ້າບັນດາປະເທດສະມາຊິກ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ກອງປະຊຸມສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ການແບ່ງປັນຊັບພະຍາກອນ ແລະ ການປະຕິບັດບັນດາວິທີແກ້ໄຂຮ່ວມກັນ ເພື່ອສ້າງຜົນສຳເລັດທີ່ເປັນຮູບປະທຳ ແລະ ສາມາດວັດແທກໄດ້ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ

ຫວຽດນາມ - ລາວ ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ເພີ່ມທະວີການເຊື່ອມໂຍງສອງລະບົບເສດຖະກິດ

ຍສໝ - ຕອນບ່າຍວັນທີ 14/10, ທີ່ສຳນັກງານລັດຖະບານ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ຕ້ອນຮັບສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລາວ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ສອງຝ່າຍໄດ້ຢືນຢັນຄວາມຕັ້ງໃຈທີ່ຈະເສີມຂະຫຍາຍສາຍພົວພັນພິເສດຫວຽດນາມ - ລາວ, ເລັ່ງລັດບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ກະກຽມບັນດາກິດຈະກຳລະນຶກເຖິງສາຍພົວພັນລະຫວ່າງສອງປະເທດໃນປີ 2027.

ນະຄອນໂຮ່ຈີມິນ ຈັດພິທີໄວ້ອາໄລ ແລະ ຝັງອັດຖິວິລະຊົນທະຫານເສຍສະຫຼະ 731 ຊຸດ

ນະຄອນໂຮ່ຈີມິນ ຈັດພິທີໄວ້ອາໄລ ແລະ ຝັງອັດຖິວິລະຊົນທະຫານເສຍສະຫຼະ 731 ຊຸດ

ຍສໝ - ຕອນເຊົ້າວັນທີ 14/10, ທີ່ສວນວັດທະນະທຳ ເລ ທິ ຣຽງ, ຄຸ້ມຮວ່າຮຶງ, ນະຄອນໂຮ່ຈີມິນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປິຕຸພູມຫວຽດນາມ ນະຄອນໂຮ່ຈີມິນ ໄດ້ປະສານສົມທົບກັບຄະນະພັກ ແລະ ກອງບັນຊາການເຂດທະຫານທີ 7 ຈັດພິທີເຄົາລົບ, ໄວ້ອາໄລ ແລະ ຝັງອັດຖິວິລະຊົນທະຫານເສຍສະຫຼະ 731 ຊຸດ ທີ່ໄດ້ຄົ້ນຫາ ແລະ ເກັບກູ້ຢູ່ສະຖານທີ່ແຫ່ງນີ້ ຢ່າງສົມກຽດ. ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳ ແລະ ອະດີດການນຳພັກ, ລັດ ຫຼາຍທ່ານ ໄດ້ເຂົ້າຮ່ວມພິທີ.

ຍົກສູງຄຸນນະພາບຊັບພະຍາກອນແຮງງານຫວຽດນາມທີ່ໄປເຮັດວຽກຢູ່ຕ່າງປະເທດ

ຍົກສູງຄຸນນະພາບຊັບພະຍາກອນແຮງງານຫວຽດນາມທີ່ໄປເຮັດວຽກຢູ່ຕ່າງປະເທດ

ຍສໝ - ວັນທີ 14/10, ທີ່ບັກນິງ, ກະຊວງພາຍໃນ ໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນບັກນິງ ຈັດກອງປະຊຸມຝຶກອົບຮົມເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານຂັ້ນຮາກຖານ ກ່ຽວກັບວຽກງານສົ່ງແຮງງານຫວຽດນາມໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ. ທ່ານ ຫວູ ຈຽນ ຖັງ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປ່ຽນຈຸດສຸມຈາກຈຳນວນໄປສູ່ຄຸນນະພາບແຮງງານ, ເພີ່ມທະວີການຝຶກວິຊາຊີບ, ສ້າງຄວາມໂປ່ງໃສດ້ານຂໍ້ມູນ ແລະ ເຊື່ອມຕໍ່ຕະຫຼາດແຮງງານພາຍໃນປະເທດກັບສາກົນ.

APEC 2027 ສ້າງແຮງຂັບເຄື່ອນໃຫ້ການພັດທະນາການທ່ອງທ່ຽວ MICE ຂອງຫວຽດນາມ

APEC 2027 ສ້າງແຮງຂັບເຄື່ອນໃຫ້ການພັດທະນາການທ່ອງທ່ຽວ MICE ຂອງຫວຽດນາມ

ຍສໝ - ຕາມທ່ານ ປອ. ເຈິ່ນ ຫືວ ຫຽບ, ຮອງປະທານສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ແລ້ວ, ການເປັນເຈົ້າພາບ APEC 2027 ຢູ່ຟູກວກ ໄດ້ເປີດໂອກາດໃນການໂຄສະນາພາບລັກຂອງຫວຽດນາມ, ຍົກສູງຄວາມສາມາດໃນການຈັດກິດຈະກຳສາກົນ ແລະ ພັດທະນາການທ່ອງທ່ຽວປະເພດກອງປະຊຸມ ແລະ ສຳມະນາ (MICE). ແນວໃດກໍຕາມ, ເພື່ອຫັນທ່າໄດ້ປຽບຈາກກິດຈະກຳນີ້ໃຫ້ເປັນມູນຄ່າໃນໄລຍະຍາວ, ຫວຽດນາມຈຳເປັນຕ້ອງລົງທຶນພັດທະນາໂຄງລ່າງພື້ນຖານຢ່າງຄົບຊຸດ, ຍົກສູງຄຸນນະພາບການບໍລິການ ແລະ ສ້າງຍຸດທະສາດຂຸດຄົ້ນຕະຫຼາດພາຍຫຼັງ APEC.

ການທ່ອງທ່ຽວຫວຽດນາມດຶງດູດນັກທ່ອງທ່ຽວໃນງານວາງສະແດງສາກົນທີ່ໂປໂລຍ

ການທ່ອງທ່ຽວຫວຽດນາມດຶງດູດນັກທ່ອງທ່ຽວໃນງານວາງສະແດງສາກົນທີ່ໂປໂລຍ

ຍສໝ - ທີ່ງານວາງສະແດງການທ່ອງທ່ຽວສາກົນ Warsaw Ptak Expo 2026 ຊຶ່ງຈັດຂຶ້ນຢູ່ສູນວາງສະແດງ Ptak Warsaw Expo (ໂປໂລຍ), ສະຖານທູດຫວຽດນາມປະຈຳໂປໂລຍໄດ້ຈັດພື້ນທີ່ແນະນຳບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວຂອງຫວຽດນາມ, ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວ ແລະ ທຸລະກິດສາກົນ, ພ້ອມທັງເປີດກວ້າງໂອກາດການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຫວຽດນາມກັບໂປໂລຍ ແລະ ຕະຫຼາດເອີຣົບ.

ຊຸກຍູ້ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ໃນໄລຍະໃໝ່

ຊຸກຍູ້ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ໃນໄລຍະໃໝ່

ຍສໝ - ແຕ່ວັນທີ 14-16/10, ສະຫາຍ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງລາວ ຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ. ການຢ້ຽມຢາມຄັ້ງນີ້ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີການຮ່ວມມືລະຫວ່າງສອງພັກ ແລະ ຊຸກຍູ້ສາຍພົວພັນພິເສດ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ.

Vietjet Air ເປີດນຳໃຊ້ເສັ້ນທາງບິນ ປຣາກ - ຮ່າໂນ້ຍ ຢ່າງເປັນທາງການ

Vietjet Air ເປີດນຳໃຊ້ເສັ້ນທາງບິນ ປຣາກ - ຮ່າໂນ້ຍ ຢ່າງເປັນທາງການ

ຍສໝ - ເສັ້ນທາງບິນເຊື່ອມຕໍ່ນະຄອນຫຼວງຂອງ ສາທາລະນະລັດ ເຊັກ ກັບ ຮ່າໂນ້ຍ (ແວ່ພັກທີ່ ອັນມາຕີ, ກາຊັກສະຖານ) ຖືກຄາດຫວັງວ່າຈະເປັນກຳລັງຂັບເຄື່ອນເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ.

ວັດທະນະທຳຫວຽດນາມເປັ່ງປະກາຍໃນງານວັນອາຊີ 2026 ທີ່ສະໂລວາກີ

ວັດທະນະທຳຫວຽດນາມເປັ່ງປະກາຍໃນງານວັນອາຊີ 2026 ທີ່ສະໂລວາກີ

ຍສໝ - ທີ່ງານວັນອາຊີ 2026 ຊຶ່ງຈັດຂຶ້ນຢູ່ຈະຕຸລັດ Hviezdoslavovo, ນະຄອນຫຼວງ Bratislava (ສະໂລວາກີ), ບັນດາລາຍການເຊີດສິງໂຕ, ການສະແດງຊຸດເສື້ອຍາວ ແລະ ສິລະປະພື້ນເມືອງຂອງປະຊາຄົມຊາວຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກປະຊາຊົນທ້ອງຖິ່ນ ແລະ ເພື່ອນມິດສາກົນຈຳນວນຫຼວງຫຼາຍ.

ສະຫາຍ ເຈິ່ນ ເກິມ ຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ: ຫວຽດນາມຍາມໃດກໍໃຫ້ບູລິມະສິດສູງສຸດແກ່ສາຍພົວພັນກັບລາວ

ສະຫາຍ ເຈິ່ນ ເກິມ ຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ: ຫວຽດນາມຍາມໃດກໍໃຫ້ບູລິມະສິດສູງສຸດແກ່ສາຍພົວພັນກັບລາວ

ຍສໝ - ຕອນບ່າຍວັນທີ 13/10, ທີ່ສຳນັກງານສູນກາງພັກ, ສະຫາຍ ເຈິ່ນ ເກິມ ຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຕ້ອນຮັບຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ແກ້ວວິສຸກ ໂສລາພົມ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານລາວ ເປັນຫົວໜ້າຄະນະ, ໃນໂອກາດທີ່ຄະນະເດີນທາງມາຫວຽດນາມເພື່ອຄົ້ນຄວ້າ ແລະ ແລກປ່ຽນຫົວຂໍ້ສະເພາະ. ໃນການຕ້ອນຮັບ, ສະຫາຍ ເຈິ່ນ ເກິມ ຕູ໋ ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນ ແລະ ຖືເອົາການເສີມສ້າງ, ພັດທະນາສາຍພົວພັນພິເສດກັບລາວ ເປັນບູລິມະສິດສູງສຸດ.

ຊຸກຍູ້ການເຊື່ອມໂຍງແຫຼ່ງກຳລັງປັນຍາຊົນ ຫວຽດນາມ ຢູ່ ຄັນໄຊ ກັບພາຍໃນປະເທດ

ຊຸກຍູ້ການເຊື່ອມໂຍງແຫຼ່ງກຳລັງປັນຍາຊົນ ຫວຽດນາມ ຢູ່ ຄັນໄຊ ກັບພາຍໃນປະເທດ

ຍສໝ - ກະຊວງສຶກສາທິການ ແລະ ກິລາ ສົມທົບກັບ ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ໂອຊາກາ ຈັດການພົບປະບັນດາປັນຍາຊົນ, ຜູ້ຊ່ຽວຊານ ແລະ ນັກສຶກສາ ຢູ່ ຄັນໄຊ, ເພື່ອເສີມຂະຫຍາຍແຫຼ່ງກຳລັງປັນຍາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ຮັບໃຊ້ການພັດທະນາວິທະຍາສາດ - ເຕັກໂນໂລຊີ ຂອງປະເທດຊາດ.

ຮູບເງົາຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ຢູ່ທີ່ງານມະໂຫລານຮູບເງົາສາກົນ ບູຊານ

ຮູບເງົາຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ຢູ່ທີ່ງານມະໂຫລານຮູບເງົາສາກົນ ບູຊານ

ເປີດບູດງານຢູ່ທີ່ ຕະຫຼາດເນື້ອຫາ ແລະ ຮູບເງົາອາຊີ (ACFM), ສະມາຄົມສົ່ງເສີມການພັດທະນາຮູບເງົາຫວຽດນາມ (VFDA) ເນັ້ນໃສ່ການໂຄສະນາທ່າແຮງດ້ານສາກທັດ, ດັດຊະນີ PAI ແລະ ຂະຫຍາຍການເຊື່ອມໂຍງກັບບັນດານັກຮູບເງົາທົ່ວໂລກ.

ຫວຽດນາມ - ລາວ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2027

ຫວຽດນາມ - ລາວ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2027

ຍສໝ - ວັນທີ 13/10, ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຟານ ວັນ ຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນຫຼາຍຂົງເຂດ ແລະ ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ປີ 2027.

|< < 1 2 3 4 5 > >|