| ນິງບິ່ງປັບປຸງຜະລິດຕະພັນທ່ອງທ່ຽວໃໝ່ໃນໂອກາດວັນຊາດ 2/9 ຮ່າໂນ້ຍປະດັບປະດາດ້ວຍທຸງ ແລະ ດອກໄມ້ຢ່າງສວຍງາມ ຕ້ອນຮັບວັນຊາດ 2/9 |
ເຫດການດັ່ງກ່າວຈັດຂຶ້ນໃນຂອບເຂດການຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດຫວຽດນາມ - ສິງກະໂປ ຄັ້ງທີ 1 ຂອງທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ.
ເຂົ້າຮ່ວມພິທີມີຜູ້ຕາງໜ້າລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການ ແລະ ວິສາຫະກິດສິງກະໂປ; ຄະນະທູຕານຸທູດ, ບັນດາອົງການສາກົນ ພ້ອມດ້ວຍຜູ້ຕາງໜ້າຊຸມຊົນຊາວຫວຽດນາມທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ສິງກະໂປ.
ກ່າວປາໄສທີ່ພິທີ, ທ່ານ ເຈິ່ນເຟືອກແອງ, ເອກອັກຄະລັດຖະທູດຫວຽດນາມປະຈຳສິງກະໂປ ໃຫ້ຮູ້ວ່າ ພິທີລະນຶກໃນປີນີ້ມີຄວາມໝາຍພິເສດ ເມື່ອຈັດຂຶ້ນໃນໄລຍະທີ່ທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ຢ້ຽມຢາມສິງກະໂປຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ສະແດງເຖິງການໃຫ້ຄວາມສຳຄັນຂອງຫວຽດນາມຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສິງກະໂປ.
![]() |
| ທ່ານ ເຈິ່ນເກີ່ມຕູ໋ ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍບັນດາຜູ້ແທນ ທີ່ພິທີລະນຶກ 81 ປີແຫ່ງວັນຊາດຫວຽດນາມ ຢູ່ສິງກະໂປ. |
ຕາມທ່ານເອກອັກຄະລັດຖະທູດ, ນັບແຕ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2025, ການຮ່ວມມືສອງຝ່າຍສືບຕໍ່ເປີດກວ້າງໃນຫຼາຍຂົງເຂດ, ນັບແຕ່ການຄ້າ, ການລົງທຶນ ຈົນເຖິງເສດຖະກິດດິຈິຕອນ, ການຫັນປ່ຽນສີຂຽວ, ນະວັດຕະກຳ, ເຕັກໂນໂລຊີຊິບເຄິ່ງຕົວນຳ, ປັນຍາປະດິດ, ການບໍລິການດ້ານການເງິນ ແລະ ການແລກປ່ຽນປະຊາຊົນ.
ກ່າວປາໄສທີ່ພິທີ, ທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໄດ້ຫວນຄືນໄລຍະທາງ 81 ປີແຫ່ງການຕໍ່ສູ້ຍາດເອົາເອກະລາດ, ສ້າງສາ ແລະ ພັດທະນາປະເທດ. ຈາກປະເທດໜຶ່ງທີ່ຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການ, ຫວຽດນາມໄດ້ກາຍເປັນປະເທດເອກະລາດ, ເອກະພາບ, ສັນຕິພາບ, ສະຖຽນລະພາບ, ພັດທະນາຢ່າງຄຶກຄັກ, ເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ເປັນເພື່ອນ, ຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ບັນດາຜົນສຳເລັດດັ່ງກ່າວແມ່ນຜົນຈາກການເສຍສະຫຼະ ແລະ ຄວາມພະຍາຍາມຂອງຊາວຫວຽດນາມຫຼາຍລຸ້ນຄົນ, ພ້ອມທັງມີການສະໜັບສະໜູນ ແລະ ການຮ່ວມມືອັນລ້ຳຄ່າຂອງເພື່ອນມິດສາກົນ, ໃນນັ້ນມີລັດຖະບານ ແລະ ປະຊາຊົນສິງກະໂປ.
![]() |
| ທ່ານ ເຈິ່ນເກີ່ມຕູ໋ ຜູ້ປະຈຳການຄະນະເລຂາທິການ ກ່າວປາໄສທີ່ພິທີລະນຶກ 81 ປີແຫ່ງວັນຊາດຫວຽດນາມ ຢູ່ສິງກະໂປ. |
ບົນພື້ນຖານບັນດາຜົນສຳເລັດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມພວມມຸ່ງໄປສູ່ສອງເປົ້າໝາຍ 100 ປີ ແລະ ຄວາມປາດຖະໜາສ້າງສາປະເທດໃຫ້ຮັ່ງມີ, ສີວິໄລ, ຈະເລີນຮຸ່ງເຮືອງ ແລະ ຜາສຸກ; ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບແບບ ແລະ ເປັນເຈົ້າການເຊື່ອມໂຍງສາກົນຢ່າງຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນ.
ທ່ານ ເຈິ່ນເກີ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ຢືນຢັນວ່າ ໃນເສັ້ນທາງດັ່ງກ່າວ, ການພົວພັນຫວຽດນາມ - ສິງກະໂປ ຍາມໃດກໍເປັນຈຸດເດັ່ນ. ນັບແຕ່ຫວຽດນາມດຳເນີນພາລະກິດປ່ຽນແປງໃໝ່, ສິງກະໂປໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ຮ່ວມເດີນທາງ ແລະ ໜູນຊ່ວຍຂະບວນການພັດທະນາ ແລະ ເຊື່ອມໂຍງສາກົນຂອງຫວຽດນາມຢ່າງມີປະສິດທິຜົນ.
ນັບແຕ່ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ຈົນເຖິງການຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2025, ການຮ່ວມມືລະຫວ່າງສອງປະເທດໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ ທັງດ້ານຂອບເຂດ ແລະ ລະດັບຄວາມເລິກເຊິ່ງ. ຄຽງຄູ່ກັບບັນດາຂົງເຂດຮ່ວມມືແບບດັ້ງເດີມ, ສອງປະເທດພວມຊຸກຍູ້ການຮ່ວມມືດ້ານການເຊື່ອມຕໍ່ພະລັງງານສະອາດ, ການຫັນເປັນດິຈິຕອນ, ນະວັດຕະກຳ, ເຕັກໂນໂລຊີສູງ ແລະ ການເງິນສີຂຽວ.
![]() |
| ທ່ານ ເຈິ່ນເຟືອກແອງ, ເອກອັກຄະລັດຖະທູດຫວຽດນາມປະຈຳສິງກະໂປ ກ່າວປາໄສທີ່ພິທີລະນຶກ. |
ທ່ານ ເຈິ່ນເກີ່ມຕູ໋ ຜູ້ປະຈຳການຄະນະເລຂາທິການ ຍັງໄດ້ກ່າວເຖິງຂີດໝາຍຈາກການຢ້ຽມຢາມສິງກະໂປຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ການທີ່ສອງຝ່າຍເຫັນດີສ້າງຕັ້ງກົນໄກການສົນທະນາຍຸດທະສາດ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກິດປະຊາຊົນສິງກະໂປ.
ຕາມທ່ານ ເຈິ່ນເກີ່ມຕູ໋, ການສົນທະນາຍຸດທະສາດຫວຽດນາມ - ສິງກະໂປ ຄັ້ງທີ 1 ແມ່ນບາດກ້າວໃນການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງພັກຢ່າງໄວ ແລະ ເປັນຮູບປະທຳ, ເປີດໄລຍະໃໝ່ຂອງການຮ່ວມມືທີ່ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ຫວຽດນາມປາດຖະໜາຢາກສືບຕໍ່ຮ່ວມເດີນທາງກັບສິງກະໂປ, ຮ່ວມກັນຮັບມືກັບບັນດາສິ່ງທ້າທາຍ, ສ້າງສັນບັນດາຄຸນຄ່າທີ່ຍືນຍົງ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນສິງກະໂປ, ທ່ານ Chan Chun Sing, ລັດຖະມົນຕີປະສານງານດ້ານການບໍລິການສາທາລະນະ, ລັດຖະມົນຕີກະຊວງປ້ອງກັນຊາດສິງກະໂປ ໄດ້ຕີລາຄາວ່າ ຫວຽດນາມບັນລຸບັນດາບາດກ້າວອັນຍາວໄກນັບແຕ່ຍາດໄດ້ເອກະລາດໃນປີ 1945, ຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການ ເພື່ອກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍາຍຕົວຢ່າງຄຶກຄັກ ແລະ ມີຄວາມສາມາດປັບຕົວສູງຢູ່ອາຊີ.
ທ່ານ Chan Chun Sing ໄດ້ຕີລາຄາສູງການເຂົ້າຮ່ວມຂອງຫວຽດນາມໃນບັນດາຂົງເຂດໃໝ່ ເຊັ່ນ: ການຫັນເປັນດິຈິຕອນ, ພະລັງງານສີຂຽວ, ການຫັນອຸດສາຫະກຳເປັນທັນສະໄໝ ກໍຄືບັນດາການປະກອບສ່ວນຕໍ່ສັນຕິພາບ, ສະຖຽນລະພາບ, ການຄ້າ, ຄວາມໝັ້ນຄົງຂອງພາກພື້ນ ແລະ ການພັດທະນາທີ່ຍືນຍົງ. ທ່ານ Chan Chun Sing ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະຫັນເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ເປັນຈິງ.
ກ່ຽວກັບການພົວພັນສອງຝ່າຍ, ທ່ານ Chan Chun Sing ເຫັນວ່າ ການພົວພັນມິດຕະພາບສິງກະໂປ - ຫວຽດນາມ ໄດ້ຮັບການສ້າງສາຈາກຜູ້ນຳຫຼາຍລຸ້ນຄົນ. ການສົນທະນາຍຸດທະສາດຄັ້ງທີ 1 ສ້າງກົນໄກເພີ່ມຕື່ມໃຫ້ການນຳສອງຝ່າຍແລກປ່ຽນທັດສະນະ, ແບ່ງປັນບົດຮຽນ ແລະ ຊອກຫາວິທີການຮ່ວມມືໃໝ່.
ປີ 2026 ຍັງເປັນຂີດໝາຍ 30 ປີແຫ່ງການຜັນຂະຫຍາຍຂໍ້ລິເລີ່ມເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP). ຈາກ VSIP ແຫ່ງທຳອິດຢູ່ແຂວງບິ່ງເຢືອງ, ເຄືອຂ່າຍໄດ້ພັດທະນາຂຶ້ນເປັນ 27 ເຂດອຸດສາຫະກຳຢູ່ 16 ແຂວງ, ດຶງດູດທຶນລົງທຶນກວ່າ 31,5 ຕື້ USD ຈາກປະມານ 1.000 ວິສາຫະກິດເຊົ່າທີ່ດິນ ແລະ ສ້າງວຽກເຮັດງານທຳໃຫ້ຫຼາຍກວ່າ 350.000 ຄົນ.
ຕາມທ່ານ Chan Chun Sing, VSIP 2.0 ລຸ້ນໃໝ່ ດ້ວຍທິດທາງສີຂຽວ, ສະຫຼາດ ພວມໄດ້ຮັບການວາງແຜນ, ແນໃສ່ດຶງດູດການລົງທຶນໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ດິຈິຕອນ.
ການແລກປ່ຽນລະຫວ່າງປະຊາຊົນກໍສືບຕໍ່ສ້າງພື້ນຖານໃຫ້ແກ່ການພົວພັນສອງປະເທດ. ສິງກະໂປໄດ້ຕ້ອນຮັບພະນັກງານຫວຽດນາມກວ່າ 22.600 ຄົນ ໄປແລກປ່ຽນ, ແບ່ງປັນບົດຮຽນການພັດທະນາ ໃນຂອບເຂດໂຄງການຮ່ວມມືສິງກະໂປ. ບັນດາໂຄງການແລກປ່ຽນຜູ້ມີພອນສະຫວັນ, ຝຶກອົບຮົມພະນັກງານ ພ້ອມກັບການເຊື່ອມຕໍ່ທາງອາກາດ, ການທ່ອງທ່ຽວ ແລະ ການພັດທະນາຂອງຊຸມຊົນຊາວຫວຽດນາມຢູ່ສິງກະໂປ ສືບຕໍ່ປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງສອງປະເທດ.
ໃນຂອບເຂດອາຊຽນ, ຫວຽດນາມ ແລະ ສິງກະໂປ ສືບຕໍ່ປະສານງານເພື່ອຮັກສາບົດບາດໃຈກາງຂອງອາຊຽນ, ຊຸກຍູ້ໂຄງສ້າງພາກພື້ນທີ່ກວມລວມ, ອີງໃສ່ກົດລະບຽບ ແລະ ຮັບມືກັບບັນດາສິ່ງທ້າທາຍຂ້າມຊາດ. ສອງຝ່າຍກໍຈະເພີ່ມທະວີການປະສານງານ ເມື່ອສິງກະໂປດຳລົງຕຳແໜ່ງປະທານອາຊຽນ ແລະ ຫວຽດນາມເປັນເຈົ້າພາບ APEC ໃນປີ 2027.
ທີ່ພິທີ, ບັນດາລາຍການສິລະປະທີ່ເຂັ້ມຂຸ້ນດ້ວຍເອກະລັກຫວຽດນາມ ໄດ້ປະກອບສ່ວນແນະນຳວັດທະນະທຳ, ປະເທດ ແລະ ຄົນຫວຽດນາມ ໃຫ້ແກ່ເພື່ອນມິດສິງກະໂປ ແລະ ສາກົນ, ຜ່ານນັ້ນ ເພີ່ມທະວີການແລກປ່ຽນປະຊາຊົນ ແລະ ພື້ນຖານທາງສັງຄົມໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສິງກະໂປ.
ຍສໝ - ນັບແຕ່ Fansipan, ຮະລອງ, ເຊິມເຊີນ ຈົນເຖິງ ດານັງ, ຝູກວັກ, ຫຼາຍສະຖານທີ່ທ່ອງທ່ຽວໃນທົ່ວປະເທດພວມກະກຽມບັນດາກິດຈະກຳວັດທະນະທຳ, ບັນເທີງ ແລະ ປະສົບການໃໝ່ໆ, ນຳມາເຊິ່ງທາງເລືອກທີ່ຫຼາກຫຼາຍຂຶ້ນໃຫ້ແກ່ນັກທ່ອງທ່ຽວໃນຊ່ວງພັກວັນຊາດ 2/9. |
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ວັນຊາດ 2/9, ບັນດາອົງການຕາງໜ້າຫວຽດນາມປະຈຳມາເລເຊຍ, ກຳປູເຈຍ ແລະ ເຂດຕາເວັນອອກໄກ (ສະຫະພັນລັດເຊຍ) ໄດ້ຈັດຫຼາຍກິດຈະກຳ ໂດຍມີຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ. ຈາກຄວາມພາກພູມໃຈຕໍ່ການພັດທະນາຂອງປະເທດ, ປະຊາຄົມຊາວຫວຽດນາມໄດ້ສະແດງຄວາມປາດຖະໜາຢາກປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ແລະ ຮ່ວມກັນສ້າງສາສາຍພົວພັນມິດຕະພາບກັບປະເທດທີ່ຕົນອາໄສຢູ່. |
ມິງດຶກ


