ການສົນທະນາຍຸດທະສາດສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ສິງກະໂປ

17:54 | 23/08/2026

ຍສໝ - ແຕ່ວັນທີ 24-25/8, ສະຫາຍ ເຈິ່ນເກິມຕູ໋, ກຳມະການກົມການເມືອງ, ຄະນະປະຈຳສຳນັກເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມ ຈະໄປຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1. ຕາມທ່ານ ຫງວຽນແມ້ງເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍບາດກ້າວພັດທະນາໃໝ່ດ້ານຄຸນນະພາບໃນສາຍພົວພັນລະຫວ່າງສອງພັກ, ສ້າງພື້ນຖານທາງການເມືອງ ແລະ ແຮງຂັບເຄື່ອນເພີ່ມເຕີມ ເພື່ອນຳສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເຂົ້າສູ່ຄວາມເລິກເຊິ່ງ.

ສະເໜີສ້າງຈຸດນັດພົບດ້ານວັດທະນະທຳ, ມິດຕະພາບ ຫວຽດນາມ - ສິງກະໂປ 5 ຫຼັກການປັບຕົວຕໍ່ເຕັກໂນໂລຊີຈາກສິງກະໂປ
ການສົນທະນາຍຸດທະສາດສ້າງແຮງຂັບເຄື່ອນໃໝ່ໃຫ້ສາຍພົວພັນຫວຽດນາມ - ສິງກະໂປ
ທ່ານ ຫງວຽນແມ້ງເກື່ອງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໃຫ້ສຳພາດກ່ຽວກັບຄວາມໝາຍຂອງການຢ້ຽມຢາມສິງກະໂປຂອງສະຫາຍ ເຈິ່ນເກິມຕູ໋, ຄະນະປະຈຳສຳນັກເລຂາທິການ ແລະ ແງ່ຫວັງຂອງສາຍພົວພັນ ຫວຽດນາມ - ສິງກະໂປ.

ໂດຍຕອບຮັບຄຳເຊີນຂອງຄະນະບໍລິຫານງານສູນກາງພັກກິດປະຊາຊົນສິງກະໂປ, ສະຫາຍ ເຈິ່ນເກິມຕູ໋ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກຄອມມູນິດຫວຽດນາມ ຈະໄປຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຄັ້ງທີ 1.

ເນື່ອງໃນໂອກາດນີ້, ສະຫາຍ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາປະຈຳຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ແງ່ຫວັງສາຍພົວພັນສອງປະເທດ.

ຂໍສະຫາຍລັດຖະມົນຕີຊ່ວຍວ່າການ ໃຫ້ຮູ້ເຖິງຄວາມໝາຍ ແລະ ຈຸດປະສົງຂອງການຢ້ຽມຢາມສິງກະໂປຢ່າງເປັນທາງການ ແລະ ຮ່ວມເປັນປະທານການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ ຂອງສະຫາຍ ເຈິ່ນເກິມຕູ໋, ຄະນະປະຈຳສຳນັກເລຂາທິການ?

ລັດຖະມົນຕີຊ່ວຍວ່າການ ຫງວຽນແມ້ງເກື່ອງ: ການຢ້ຽມຢາມຄັ້ງນີ້ມີຄວາມໝາຍເປັນພິເສດ ດ້ວຍບັນດາຂີດໝາຍຄັ້ງທຳອິດ. ນີ້ແມ່ນຄັ້ງທຳອິດທີ່ສະຫາຍຄະນະປະຈຳສຳນັກເລຂາທິການພັກຄອມມູນິດຫວຽດນາມ ໄປຢ້ຽມຢາມສິງກະໂປຢ່າງເປັນທາງການ. ນີ້ຍັງແມ່ນກອງປະຊຸມຄັ້ງທຳອິດຂອງກົນໄກການສົນທະນາຍຸດທະສາດ ຫວຽດນາມ - ສິງກະໂປ, ເຊິ່ງການນຳສອງຝ່າຍຫາກໍເຫັນດີສ້າງຕັ້ງຂຶ້ນໃນການຢ້ຽມຢາມຂັ້ນລັດຕໍ່ສິງກະໂປຂອງສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນເດືອນ 5 ຜ່ານມາ. ສິ່ງທີ່ໜ້າສັງເກດແມ່ນ ຫວຽດນາມເປັນປະເທດທຳອິດໃນອາຊີຕາເວັນອອກສ່ຽງໃຕ້ທີ່ມີກົນໄກຄ້າຍຄືກັນນີ້ກັບພັກກິດປະຊາຊົນສິງກະໂປ.

ບັນດາຂີດໝາຍດັ່ງກ່າວສະທ້ອນເຖິງບາດກ້າວພັດທະນາໃໝ່ດ້ານຄຸນນະພາບໃນສາຍພົວພັນລະຫວ່າງສອງພັກ, ພ້ອມທັງສ້າງພື້ນຖານທາງການເມືອງ ແລະ ແຮງຂັບເຄື່ອນເພີ່ມເຕີມ ເພື່ອນຳສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ເຂົ້າສູ່ລວງເລິກ. ການຢ້ຽມຢາມຍັງສະແດງເຖິງຄວາມຕັດສິນໃຈຂອງທັງສອງຝ່າຍ ໃນການນຳບັນດາຄວາມຮັບຮູ້ຮ່ວມ ແລະ ຂໍ້ຕົກລົງຂັ້ນສູງເຂົ້າສູ່ພຶດຕິກຳຕົວຈິງ.

ໃນການສົນທະນາຄັ້ງນີ້, ສອງຝ່າຍຈະແລກປ່ຽນຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ຽວກັບບັນດາບັນຫາຍຸດທະສາດທີ່ສອງຝ່າຍສົນໃຈ ແລະ ບັນດາຂົງເຂດຮ່ວມມືຈຸດສຸມລະຫວ່າງສອງພັກ, ສອງປະເທດໃນຕໍ່ໜ້າ, ໃນນັ້ນມີການເຊື່ອມຕໍ່ເຕັກໂນໂລຊີ ແລະ ການຮ່ວມມືຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ.

ຂ້າພະເຈົ້າຄາດຫວັງວ່າ ການສົນທະນາຍຸດທະສາດຈະກາຍເປັນຊ່ອງທາງແລກປ່ຽນໂດຍກົງ, ເປັນປະຈຳ ແລະ ເປັນຮູບປະທຳ ກ່ຽວກັບປະສົບການກໍ່ສ້າງພັກ, ການວາງແຜນນະໂຍບາຍ, ການບໍລິຫານ ແລະ ພັດທະນາປະເທດ, ກໍຄືບັນດາບັນຫາຍຸດທະສາດອື່ນໆທີ່ສອງພັກ, ສອງປະເທດຕ່າງກໍສົນໃຈ.

ຂໍສະຫາຍຕີລາຄາກ່ຽວກັບສາຍພົວພັນ ຫວຽດນາມ - ສິງກະໂປ ໃນໄລຍະຜ່ານມາ?

ລັດຖະມົນຕີຊ່ວຍວ່າການ ຫງວຽນແມ້ງເກື່ອງ: ກວ່າເຄິ່ງສະຕະວັດນັບແຕ່ສ້າງຕັ້ງສາຍພົວພັນການທູດໃນປີ 1973, ຫວຽດນາມ ແລະ ສິງກະໂປ ໄດ້ສ້າງສາຍພົວພັນທີ່ນັບມື້ນັບເຊື່ອໝັ້ນກັນທາງການເມືອງ, ຜູກພັນກັນດ້ານຜົນປະໂຫຍດ ແລະ ຫ້າວຫັນໃນການຮ່ວມມື. ຈຸດເດັ່ນແມ່ນຄວາມເຊື່ອໝັ້ນທາງການເມືອງນັບມື້ນັບຖືກຫັນເປັນຜົນປະໂຫຍດການຮ່ວມມືທີ່ເປັນຮູບປະທຳ, ດ້ວຍບັນດາຂີດໝາຍສຳຄັນ ເຊັ່ນ ສ້າງຕັ້ງຂອບສາຍພົວພັນຄູ່ຮ່ວມຍຸດທະສາດໃນປີ 2013 ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2025.

ບັນດາການຢ້ຽມຢາມສິງກະໂປຂອງສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນປີ 2025 ແລະ 2026, ການຢ້ຽມຢາມຫວຽດນາມຂອງທ່ານ Lawrence Wong, ນາຍົກລັດຖະມົນຕີສິງກະໂປ ໃນປີ 2025 ແລະ ການຢ້ຽມຢາມຄັ້ງນີ້ຂອງສະຫາຍຄະນະປະຈຳສຳນັກເລຂາທິການ ແມ່ນຫຼັກຖານອັນຊັດເຈນສຳລັບລະດັບຄວາມເຊື່ອໝັ້ນທາງການເມືອງອັນສູງລະຫວ່າງສອງພັກ, ສອງປະເທດ. ນັ້ນແມ່ນພື້ນຖານສຳຄັນເພື່ອໃຫ້ການຮ່ວມມືສອງຝ່າຍນັບມື້ນັບເປີດກວ້າງ ແລະ ເຂົ້າສູ່ລວງເລິກ.

ເສດຖະກິດ, ການຄ້າ ແລະ ການລົງທຶນ ແມ່ນໜຶ່ງໃນບັນດາຂົງເຂດທີ່ສະແດງອອກຊັດເຈນທີ່ສຸດເຖິງລັກສະນະຕົວຈິງຂອງສາຍພົວພັນສອງປະເທດ. ສິງກະໂປແມ່ນໜຶ່ງໃນບັນດາຄູ່ຮ່ວມເສດຖະກິດແຖວໜ້າທີ່ສຳຄັນຂອງຫວຽດນາມ, ແມ່ນນັກລົງທຶນໃຫຍ່ອັນດັບສອງຢູ່ຫວຽດນາມ ດ້ວຍຫຼາຍກວ່າ 4.500 ໂຄງການທີ່ຍັງມີຜົນບັງຄັບໃຊ້, ຍອດທຶນຈົດທະບຽນ 97 ຕື້ USD, ກວມເອົາຫຼາຍຂົງເຂດ ເຊັ່ນ ອຸດສາຫະກຳປຸງແຕ່ງ, ການຜະລິດ, logistics, ການເງິນ ແລະ ເຕັກໂນໂລຊີສູງ.

ສັນຍະລັກອັນໂດດເດັ່ນໜຶ່ງຂອງການຮ່ວມມືສອງປະເທດແມ່ນເຄືອຂ່າຍ 28 ເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ທີ່ກະຈາຍຢູ່ທົ່ວປະເທດ, ສະແດງຢ່າງຊັດເຈນເຖິງການສົມທົບລະຫວ່າງປະສົບການວາງແຜນ, ການບໍລິຫານ ແລະ ການເຊື່ອມຕໍ່ສາກົນຂອງສິງກະໂປ ກັບທ່າແຮງ, ແຫຼ່ງກຳລັງ ແລະ ຄວາມຕັດສິນໃຈພັດທະນາຂອງຫວຽດນາມ.

ອີກຈຸດເນັ້ນສຳຄັນໜຶ່ງແມ່ນການຮ່ວມມືໃນບັນດາຂົງເຂດເກີດໃໝ່. ສິງກະໂປແມ່ນປະເທດແຖວໜ້າໃນ ASEAN ກ່ຽວກັບປັນຍາປະດິດ, ນະວັດຕະກຳ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ. ບົນພື້ນຖານນັ້ນ, ສອງປະເທດພວມຊຸກຍູ້ການຮ່ວມມືດ້ານການເຊື່ອມຕໍ່ເຕັກໂນໂລຊີ, ພະລັງງານສະອາດ, ການເງິນສີຂຽວ, ສູນຂໍ້ມູນ ແລະ ເຕັກໂນໂລຊີສານເຄິ່ງຕົວນຳ.

ຄຽງຄູ່ກັບສາຍພົວພັນສອງປະເທດ, ການຮ່ວມມືລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກກິດປະຊາຊົນສິງກະໂປ ກໍນັບມື້ນັບເປັນຮູບປະທຳ. ໃນນັ້ນ, ການຝຶກອົບຮົມ, ບຳລຸງສ້າງພະນັກງານ ແມ່ນຂົງເຂດຮ່ວມມືສຳຄັນ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ເພື່ອຮັບໃຊ້ເປົ້າໝາຍພັດທະນາຂອງແຕ່ລະປະເທດ.

ຂໍສະຫາຍລັດຖະມົນຕີຊ່ວຍວ່າການ ໃຫ້ຮູ້ເຖິງຄວາມຄາດຫວັງຕໍ່ການຢ້ຽມຢາມຄັ້ງນີ້ຂອງສະຫາຍ ເຈິ່ນເກິມຕູ໋, ຄະນະປະຈຳສຳນັກເລຂາທິການ?

ລັດຖະມົນຕີຊ່ວຍວ່າການ ຫງວຽນແມ້ງເກື່ອງ: ພວກເຮົາຄາດຫວັງວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງການຫັນປ່ຽນທີ່ເປັນຮູບປະທຳເພີ່ມຕື່ມໃນສາມດ້ານ.

ກ່ອນອື່ນໝົດ ແມ່ນຍົກລະດັບການແລກປ່ຽນ ແລະ ປະສານງານດ້ານຍຸດທະສາດລະຫວ່າງສອງພັກ. ການຢ້ຽມຢາມຈະສືບຕໍ່ເສີມສ້າງຄວາມເຊື່ອໝັ້ນທາງການເມືອງ, ເປີດກວ້າງການແລກປ່ຽນກ່ຽວກັບວຽກງານກໍ່ສ້າງພັກ, ຍົກສູງຄວາມສາມາດນຳພາ, ບໍລິຫານ ແລະ ຊີ້ນຳການຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ. ຜ່ານນັ້ນ, ຊ່ອງທາງພັກຈະສົ່ງເສີມບົດບາດກຳນົດທິດ, ຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາອົງການພັກ, ລັດ, ສະພາແຫ່ງຊາດ, ທ້ອງຖິ່ນ ແລະ ບັນດາອົງການປະຊາຊົນຂອງສອງປະເທດ.

ສອງ, ແມ່ນສ້າງບາດກ້າວບຸກທະລຸໃນການເຊື່ອມຕໍ່ເຕັກໂນໂລຊີ. ສອງຝ່າຍຄາດຫວັງຈະນຳຮູບແບບຮ່ວມມື “ສາມຝ່າຍຂອງສອງປະເທດ”, ເຊື່ອມໂຍງລັດ, ວິສາຫະກິດ ແລະ ນັກຄົ້ນຄວ້າຂອງທັງຫວຽດນາມ ແລະ ສິງກະໂປ ໃຫ້ກາຍເປັນບັນດາໂຄງການສະເພາະ, ຕາມທິດບໍ່ພຽງແຕ່ຢຸດຢູ່ການຖ່າຍທອດເຕັກໂນໂລຊີ ຫາກກ້າວໄປສູ່ການຮ່ວມກັນສ້າງເຕັກໂນໂລຊີ, ຜະລິດຕະພັນ ແລະ ລະບົບນິເວດ ເພື່ອຮັບໃຊ້ທັງສອງປະເທດ.

ສາມ, ແມ່ນຍົກລະດັບການຮ່ວມມືຝຶກອົບຮົມພະນັກງານ. ຕໍ່ໜ້າບັນດາຄວາມຮຽກຮ້ອງໃໝ່ດ້ານການພັດທະນາຂອງແຕ່ລະປະເທດ ແລະ ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບໄດ້ຮັບການເສີມສ້າງລະຫວ່າງສອງພັກ, ສອງປະເທດ, ພວກເຮົາຕ້ອງນຳການຮ່ວມມືນີ້ໃຫ້ກາຍເປັນເສົາຄ້ຳໜຶ່ງໃນສາຍພົວພັນສອງຝ່າຍ, ຖືການຝຶກອົບຮົມພະນັກງານເປັນຂອດສຳຄັນ ທີ່ປະກອບສ່ວນສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ.

ສິ່ງທີ່ພວກເຮົາມຸ່ງໄປເຖິງ ແມ່ນຫັນບັນດາຄວາມຮັບຮູ້ຮ່ວມລະຫວ່າງສອງພັກໃຫ້ກາຍເປັນແຜນງານ, ໂຄງການ ແລະ ຜົນການຮ່ວມມືທີ່ເປັນຮູບປະທຳ. ພວກເຮົາເຊື່ອໝັ້ນຢ່າງແນ່ນອນວ່າ ການຢ້ຽມຢາມຂອງສະຫາຍຄະນະປະຈຳສຳນັກເລຂາທິການ ແລະ ການຈັດການສົນທະນາຍຸດທະສາດຄັ້ງທີ 1 ຈະສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ຂະບວນການນັ້ນ, ນຳສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອ ASEAN ທີ່ສາມັກຄີ ແລະ ຈະເລີນຮຸ່ງເຮືອງ.

ຂໍຂອບໃຈສະຫາຍ!

ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ ການຊຳລະເງິນ QR ຫວຽດນາມ - ສິງກະໂປ ຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດດິຈິຕອນ
ຍສໝ - ຫວຽດນາມ ແລະ ສິງກະໂປ ໄດ້ຜັນຂະຫຍາຍການຊຳລະເງິນ QR ຂ້າມຊາຍແດນຢ່າງເປັນທາງການ, ສະແດງໃຫ້ເຫັນເຖິງບາດກ້າວຂະຫຍາຍຕົວໃໝ່ ພາຍໃນການເຊື່ອມຕໍ່ໂຄງລ່າງພື້ນຖານການຊຳລະເງິນຂາຍຍ່ອຍ ລະຫວ່າງ ສອງປະເທດ. ການບໍລິການດັ່ງກ່າວ ໄດ້ຮັບການຄາດຫວັງວ່າຈະຊຸກຍູ້ການຄ້າ, ການທ່ອງທ່ຽວ, ເສດຖະກິດດິຈິຕອນ, ໃນຂະນະດຽວກັນ ກໍນຳມາເຊິ່ງປະສົບການການຊຳລະເງິນທີ່ວ່ອງໄວ, ສະດວກສະບາຍ ແລະ ມີຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.
ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ
ຍສໝ - ໃນ 6 ເດືອນຕົ້ນປີ 2026, ວຽກງານການຕ່າງປະເທດຂອງແຂວງ ຫວິງລອງ ໄດ້ຮັບການຜັນຂະຫຍາຍຕາມທິດທາງທີ່ເປັນຮູບປະທຳ, ຕິດພັນກັບເປົ້າໝາຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ. ຜ່ານບັນດາການເດີນທາງໄປປະຕິບັດວຽກຢູ່ ສິງກະໂປ, ຍີ່ປຸ່ນ, ກຳປູເຈຍ ແລະ ການຕ້ອນຮັບບັນດາຄະນະສາກົນທີ່ມາເຮັດວຽກ, ແຂວງໄດ້ຂະຫຍາຍສາຍພົວພັນການຕ່າງປະເທດ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ກະສິກຳເຕັກໂນໂລຊີສູງ, ການຄ້າ, ການລົງທຶນ, ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ