| 5 ຫຼັກການປັບຕົວຕໍ່ເຕັກໂນໂລຊີຈາກສິງກະໂປ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນພັດທະນາປະເທດ |
ນີ້ກໍແມ່ນບັນດາປະສົບການທີ່ມີຄຸນຄ່າອ້າງອີງສຳລັບຫວຽດນາມ ໃນຂະນະທີ່ເສດຖະກິດດິຈິຕອນ ແລະ ລະດັບການນຳໃຊ້ AI ພາຍໃນປະເທດພວມເພີ່ມຂຶ້ນຢ່າງວ່ອງໄວ.
ທ່ານ ສາດສະດາຈານ ຫວູມິງເຄືອງ, ມະຫາວິທະຍາໄລແຫ່ງຊາດສິງກະໂປ (NUS), ເຫັນວ່າ ໜຶ່ງໃນຈຸດພົ້ນເດັ່ນໃນວິທີການທີ່ສິງກະໂປປັບຕົວໃຫ້ທັນກັບການພັດທະນາດ້ານວິທະຍາສາດ - ເຕັກໂນໂລຊີ ແມ່ນການດັດປັບຂ້ອນຂ້າງໄວ ທັງດ້ານກົດໝາຍ ແລະ ການຈັດຕັ້ງກົງຈັກລັດ. ຕົວຢ່າງໜຶ່ງແມ່ນ ກະຊວງຂໍ້ມູນ ແລະ ການສື່ສານ ໄດ້ປ່ຽນຊື່ເປັນ ກະຊວງພັດທະນາດິຈິຕອນ ແລະ ຂໍ້ມູນ, ເຊິ່ງສະທ້ອນໃຫ້ເຫັນຢ່າງຈະແຈ້ງກວ່າເກົ່າເຖິງບົດບາດທີ່ນັບມື້ນັບໃຫຍ່ຂຶ້ນຂອງການຫັນປ່ຽນດິຈິຕອນໃນຍຸດທະສາດພັດທະນາປະເທດ.
ຕາມ ທ່ານ ສາດສະດາຈານ ຫວູມິງເຄືອງ, ບັນດາອົງການປະຕິບັດຢູ່ສິງກະໂປກໍໄດ້ຮັບການເພີ່ມທະວີແຫຼ່ງກຳລັງ ເພື່ອຫັນບັນດາແນວທາງກ່ຽວກັບການຫັນປ່ຽນດິຈິຕອນໃຫ້ເປັນບັນດາໂຄງການຢ່າງລະອຽດ. ລັດຖະບານໄດ້ຜັນຂະຫຍາຍຫຼາຍຂໍ້ລິເລີ່ມເພື່ອຊ່ວຍເຫຼືອວິສາຫະກິດຫຼາຍໝື່ນແຫ່ງໃນການເຊື່ອມລວມ AI ເຂົ້າໃນການດຳເນີນງານ, ພ້ອມທັງຊຸກຍູ້ການຝຶກອົບຮົມພະນັກງານ, ລັດຖະກອນກ່ຽວກັບ AI ແລະ ຄວາມສາມາດນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານ.
ຈຸດພິເສດອີກປະການໜຶ່ງທີ່ໜ້າສົນໃຈແມ່ນ ສິງກະໂປບໍ່ໄດ້ເຂົ້າຫາເຕັກໂນໂລຊີໂດຍເບິ່ງແຕ່ຜົນປະໂຫຍດ ແຕ່ຍັງຄຳນຶງເຖິງດ້ານລົບ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນ. ບັນດາສິ່ງທ້າທາຍເຊັ່ນ ການນຳໃຊ້ AI ໃນທາງທີ່ຜິດ, ຂ່າວປອມ, ການລະເມີດຂໍ້ມູນສ່ວນບຸກຄົນ ຫຼື ຮູບແບບການສໍ້ໂກງທາງເຕັກໂນໂລຊີ ໄດ້ຮັບການແກ້ໄຂຜ່ານການປະສົມປະສານລະຫວ່າງຂອບກົດໝາຍ ແລະ ການຍົກສູງຄວາມຮັບຮູ້ຂອງສັງຄົມ.
ສິງກະໂປເອົາໃຈໃສ່ເປັນພິເສດຕໍ່ການສ້າງຄວາມສາມາດໃຫ້ປະຊາຊົນໃນການຮັບຮູ້ ແລະ ຮັບມືກັບບັນດາຄວາມສ່ຽງໃນສະພາບແວດລ້ອມດິຈິຕອນ. ແທນທີ່ຈະອາໄສແຕ່ບັນດາມາດຕະການບໍລິຫານ, ປະເທດນີ້ເອົາໃຈໃສ່ຍົກສູງຄວາມຮູ້ຄວາມເຂົ້າໃຈດ້ານດິຈິຕອນ, ຊ່ວຍໃຫ້ປະຊາຊົນສາມາດປົກປ້ອງຕົນເອງຈາກຂ່າວປອມ, ການສໍ້ໂກງ ແລະ ບັນດາຄວາມສ່ຽງໃໝ່ທີ່ເກີດຈາກເຕັກໂນໂລຊີ.
ຄຽງຄູ່ກັນນັ້ນ, ສິງກະໂປຊຸກຍູ້ການນຳເຕັກໂນໂລຊີໃໝ່ເຂົ້າສູ່ຊີວິດ ແລະ ການຜະລິດ, ດຳເນີນທຸລະກິດ, ພ້ອມທັງເອົາໃຈໃສ່ບໍ່ໃຫ້ບັນດາກຸ່ມທີ່ອ່ອນແອ ຫຼື ມີໂອກາດເຂົ້າເຖິງເຕັກໂນໂລຊີໜ້ອຍ, ໂດຍສະເພາະຜູ້ສູງອາຍຸ, ຖືກປະໄວ້ຂ້າງຫຼັງ. ຕາມ ທ່ານ ສາດສະດາຈານ ຫວູມິງເຄືອງ, ວິທີການນີ້ບໍ່ພຽງແຕ່ຊ່ວຍໃຫ້ສັງຄົມນຳໃຊ້ຜົນສຳເລັດດ້ານເຕັກໂນໂລຊີໄດ້ດີຂຶ້ນ ແຕ່ຍັງເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ຂະບວນການຫັນປ່ຽນດິຈິຕອນ.
ເພື່ອສ້າງພື້ນຖານສຳລັບການກຳເອົາເຕັກໂນໂລຊີໃໝ່, ສິງກະໂປສຸມໃສ່ພ້ອມກັນທັງນະໂຍບາຍ, ກົດໝາຍ, ໂຄງລ່າງ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ, ໃນນັ້ນເອົາໃຈໃສ່ພັດທະນາຖັນແຖວວິສະວະກອນ ແລະ ຊ່ຽວຊານ AI. ສິ່ງທີ່ໜ້າສັງເກດແມ່ນ ປະເທດນີ້ບໍ່ໄດ້ດຳເນີນຂະບວນການດັ່ງກ່າວແບບໂດດດ່ຽວ ແຕ່ເປັນຝ່າຍລິເລີ່ມເຊື່ອມບັນດາຂໍ້ລິເລີ່ມລະດັບຊາດເຂົ້າກັບລະບົບນິເວດຂອງບັນດາກຸ່ມບໍລິສັດເຕັກໂນໂລຊີຂ້າມຊາດ.
![]() |
| ສາດສະດາຈານ ຫວູມິງເຄືອງ. |
ທ່ານ ສາດສະດາຈານ ຫວູມິງເຄືອງ ໃຫ້ຮູ້ວ່າ ວິທີການຂອງສິງກະໂປແມ່ນກຳນົດບັນດາບັນຫາໃຫຍ່ທີ່ປະເທດຕ້ອງແກ້ໄຂ, ຈາກນັ້ນລະດົມບັນດາວິສາຫະກິດທີ່ມີຄວາມສາມາດເຂົ້າຮ່ວມນັບແຕ່ຂັ້ນຕອນສ້າງວິທີແກ້ໄຂ. ໃນບັນດາຂົງເຂດເຊັ່ນ AI, ສູນຂໍ້ມູນ ຫຼື ໂຄງລ່າງດິຈິຕອນ, ລັດຖະບານໄດ້ແລກປ່ຽນກັບວິສາຫະກິດກ່ຽວກັບຄວາມຕ້ອງການລົງທຶນ, ບັນດາຂໍ້ຕິດຂັດທີ່ກ່ຽວກັບກົດໝາຍ, ການເງິນ, ທີ່ດິນ ແລະ ພະລັງງານ, ຜ່ານນັ້ນສ້າງເງື່ອນໄຂໃຫ້ເກີດບັນດາໂຄງການຂະໜາດໃຫຍ່.
ວິທີການນີ້ຊ່ວຍໃຫ້ສິງກະໂປນຳໃຊ້ຄວາມສາມາດດ້ານເຕັກໂນໂລຊີ, ແຫຼ່ງທຶນ ແລະ ວິໄສທັດໄລຍະຍາວຂອງບັນດາກຸ່ມບໍລິສັດຊັ້ນນຳຂອງໂລກ ເພື່ອແກ້ໄຂບັນດາບັນຫາທີ່ມີລັກສະນະຍຸດທະສາດ, ພ້ອມທັງສ້າງວຽກເຮັດງານທຳ ແລະ ຍົກສູງຂີດຄວາມສາມາດແຂ່ງຂັນຂອງປະເທດ. ຕາມ ທ່ານ ສາດສະດາຈານ ຫວູມິງເຄືອງ, ຈຸດດີສຳຄັນຂອງຮູບແບບສິງກະໂປແມ່ນການພັດທະນາ ແລະ ນຳໃຊ້ທັງລະບົບນິເວດນະວັດຕະກຳ, ແທນທີ່ຈະສຸມໃສ່ແຕ່ການສ້າງລະບຽບກົດໝາຍ. ນະໂຍບາຍ ແລະ ລະບຽບການໃໝ່ໄດ້ຮັບການປຶກສາຫາລືຢ່າງກວ້າງຂວາງພໍສົມຄວນກັບບັນດາກຸ່ມທີ່ຈະໄດ້ຮັບຜົນກະທົບ ກ່ອນນຳໄປປະຕິບັດ.
ໃນຂະນະດຽວກັນ, ບັນດາຕົວເລກກ່ຽວກັບເສດຖະກິດດິຈິຕອນສະແດງໃຫ້ເຫັນວ່າ ຫວຽດນາມພວມມີພື້ນຖານທີ່ເອື້ອອຳນວຍເພື່ອເລັ່ງຂະບວນການນຳໃຊ້ເຕັກໂນໂລຊີໃໝ່. ທ່ານນາງ ທາວດາວ, ຫົວໜ້າພະແນກຍຸດທະສາດ ແລະ ການດຳເນີນງານປະຈຳປະເທດຂອງ Google, ໃຫ້ຮູ້ວ່າ ບັນດາການຄົ້ນຄວ້າໃນໄລຍະປະມານ 10 ປີຜ່ານມາສະແດງວ່າ ຫວຽດນາມຢູ່ໃນກຸ່ມຕະຫຼາດດິຈິຕອນທີ່ພັດທະນາໄວທີ່ສຸດໃນອາຊີຕາເວັນອອກສຽງໃຕ້ຢ່າງຕໍ່ເນື່ອງ.
ເສດຖະກິດດິຈິຕອນຂອງຫວຽດນາມປັດຈຸບັນບັນລຸປະມານ 39 ຕື້ USD ໃນດ້ານມູນຄ່າລວມຂອງສິນຄ້າທີ່ຊື້ຂາຍ, ໃນນັ້ນ ການຄ້າເອເລັກໂຕຣນິກປະກອບສ່ວນປະມານ 25 ຕື້ USD. ທ່າອ່ຽງທີ່ພົ້ນເດັ່ນຄື ການຄ້າຜ່ານວິດີໂອພວມເຕີບໂຕປະມານ 60% ຕໍ່ປີ. ປັດຈຸບັນ ມີຜູ້ຂາຍ ແລະ ຮ້ານຄ້າປະມານ 650.000 ລາຍຢູ່ຫວຽດນາມ ນຳໃຊ້ບັນດາແພລດຟອມດິຈິຕອນ ບໍ່ພຽງແຕ່ເປັນຊ່ອງທາງເສີມເທົ່ານັ້ນ ແຕ່ນັບມື້ນັບຖືເປັນຊ່ອງທາງຫຼັກເພື່ອເຂົ້າເຖິງລູກຄ້າ ແລະ ຕະຫຼາດ.
ສິ່ງທີ່ໜ້າສົນໃຈແມ່ນ, ຕາມຜູ້ຕາງໜ້າ Google, ລະດັບຄວາມສົນໃຈ ແລະ ການນຳໃຊ້ AI ຂອງຊາວຫວຽດນາມກໍຢູ່ໃນກຸ່ມສູງຂອງພາກພື້ນ. ສິ່ງນີ້ສະແດງວ່າ AI ພວມຄ່ອຍໆກ້າວພົ້ນຈາກຂອບເຂດຂອງເຕັກໂນໂລຊີສະເພາະທາງ ເພື່ອກາຍເປັນເຄື່ອງມືທີ່ຖືກນຳໃຊ້ຢ່າງກວ້າງຂວາງໃນກິດຈະກຳຂອງວິສາຫະກິດ, ການຮຽນ ແລະ ຫຼາຍຂົງເຂດຂອງຊີວິດສັງຄົມ.
ທ່ານນາງ ຊານຕິ ອາເລັກຊານເດີ, ຜູ້ອຳນວຍການບັນດາຂະບວນການ ແລະ ໂຄງການນະໂຍບາຍປະຈຳພາກພື້ນອາຊີ - ປາຊີຟິກຂອງ Meta, ກໍເຫັນວ່າ ຫວຽດນາມພວມສະແດງໃຫ້ເຫັນທ່າແຮງອັນໃຫຍ່ຫຼວງໃນການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ AI. ບັນດາວິສາຫະກິດຫວຽດນາມປັດຈຸບັນຢູ່ໃນກຸ່ມນຳໜ້າຂອງພາກພື້ນໃນດ້ານການຄ້າຜ່ານການສົນທະນາ ແລະ ການນຳໃຊ້ບັນດາແພລດຟອມສົ່ງຂໍ້ຄວາມທາງທຸລະກິດ ເພື່ອເຂົ້າເຖິງລູກຄ້າທັງພາຍໃນ ແລະ ນອກປະເທດ.
ຕາມການຄົ້ນຄວ້າໜຶ່ງຂອງ Meta, ປະມານ 9 ໃນ 10 ຂອງປະຊາຊົນ ແລະ ວິສາຫະກິດທີ່ໄດ້ຮັບການສຳຫຼວດຢູ່ຫວຽດນາມ ເຫັນວ່າ AI ມີຄຸນຄ່າໃນການຍົກສູງຜະລິດຕະພາບ ແລະ ປັບປຸງການສື່ສານ, ການດຳເນີນທຸລະກິດ. ຜູ້ຕາງໜ້າ Meta ຍັງຕີລາຄາສູງຈິດໃຈປະກອບການ, ຄວາມສາມາດໃນການທົດລອງເຕັກໂນໂລຊີໃໝ່ ແລະ ແນວຄິດມຸ່ງສູ່ອະນາຄົດຂອງປະຊາຄົມວິສາຫະກິດຫວຽດນາມ.
ຕາມບັນດາຊ່ຽວຊານ, ປະສົບການຂອງສິງກະໂປ ແລະ ຈັງຫວະພັດທະນາຢ່າງວ່ອງໄວຂອງຕະຫຼາດດິຈິຕອນຫວຽດນາມ ສະແດງວ່າ ສອງປະເທດພວມຢືນຢູ່ຕໍ່ໜ້າຫຼາຍໂອກາດໃໝ່ ເພື່ອເພີ່ມທະວີການຮ່ວມມືໃນ AI, ເສດຖະກິດດິຈິຕອນ, ການຝຶກອົບຮົມບຸກຄະລາກອນ ແລະ ການສ້າງລະບົບນິເວດນະວັດຕະກຳ. ໃນນັ້ນ, ປະສົບການຂອງສິງກະໂປໃນການເຊື່ອມໂຍງນະໂຍບາຍກັບຄວາມຕ້ອງການຕົວຈິງຂອງວິສາຫະກິດ, ລະດົມບັນດາກຸ່ມບໍລິສັດເຕັກໂນໂລຊີເຂົ້າຮ່ວມແກ້ໄຂບັນດາບັນຫາຂອງຊາດ ແລະ ຮັບປະກັນບໍ່ໃຫ້ບັນດາກຸ່ມທີ່ອ່ອນແອຖືກປະໄວ້ຂ້າງຫຼັງ ສາມາດນຳມາເຊິ່ງບັນດາຂໍ້ແນະນຳທີ່ໜ້າສົນໃຈສຳລັບຫວຽດນາມ.
ດ້ວຍຂະໜາດຕະຫຼາດໃຫຍ່, ກຳລັງແຮງງານໜຸ່ມ, ລະດັບການຮັບເອົາເຕັກໂນໂລຊີສູງ ແລະ ລະບົບນິເວດວິສາຫະກິດທີ່ນັບມື້ນັບຄຶກຄື້ນ, ຫວຽດນາມມີເງື່ອນໄຂເພື່ອຫັນຈາກຕະຫຼາດທີ່ນຳໃຊ້ເຕັກໂນໂລຊີ ກາຍເປັນບ່ອນພັດທະນາ, ນຳໃຊ້ ແລະ ສ້າງຄຸນຄ່າໃໝ່ຈາກເຕັກໂນໂລຊີ. ການສົມທົບບັນດາທ່າແຮງດັ່ງກ່າວກັບປະສົບການຄຸ້ມຄອງ, ການສ້າງສະຖາບັນ ແລະ ຄວາມສາມາດເຊື່ອມຕໍ່ກັບລະບົບນິເວດເຕັກໂນໂລຊີທົ່ວໂລກຂອງສິງກະໂປ ສາມາດເປີດກວ້າງຕື່ມອີກຂອບເຂດການຮ່ວມມືລະຫວ່າງສອງປະເທດ ໃນໄລຍະພັດທະນາໃໝ່ຂອງວິທະຍາສາດ - ເຕັກໂນໂລຊີ ແລະ AI.
ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ. |
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ບັນລຸບັນດາບາດກ້າວສຳຄັນດ້ານການເຕີບໂຕ, ລາຍຮັບ ແລະ ຄວາມກ້າວໜ້າທາງສັງຄົມ. ໃນການແລກປ່ຽນຢູ່ນອກຂອບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ປ່ຽນແປງໃໝ່ຮູບແບບການພັດທະນາຂອງຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ”, ສາດສະດາຈານ, ປອ. ໂງຖັງເລີ້ຍ, ອາຈານອາວຸໂສ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ເຫັນວ່າ ໃນໄລຍະຕໍ່ໄປ ຈຳເປັນຕ້ອງຊຸກຍູ້ບັນດາແຮງຂັບເຄື່ອນການເຕີບໂຕແບບໃໝ່ ໂດຍອີງໃສ່ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ, ພ້ອມທັງຍົກສູງຜະລິດຕະພາບ ແລະ ຄຸນນະພາບຂອງກະແສທຶນ FDI. |
ມິງດຶກ
