| ນະຄອນ ໂຮ່ຈີມິນ: ງານບຸນ “ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ” ແຜ່ຂະຫຍາຍສາຍຈິດມິດຕະພາບ ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ |
ການຕ້ອນຮັບດຳເນີນຂຶ້ນໃນໂອກາດທີ່ບັນດາຄະນະເຂົ້າຮ່ວມໂຄງການບຳລຸງສ້າງການນຳຮຸ່ນໜຸ່ມຂອງສາມພັກ ຄັ້ງທີ 4, ເຊິ່ງຈັດຂຶ້ນຢູ່ຮ່າໂນ້ຍ.
ທີ່ການຕ້ອນຮັບ, ທ່ານ ດວ່ານມິງຮ໊ວນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຈິດໃຈເອົາຈິງເອົາຈັງ, ຫ້າວຫັນ ແລະ ມີຄວາມຮັບຜິດຊອບຂອງບັນດາສະມາຊິກຕະຫຼອດໄລຍະເຂົ້າຮ່ວມໂຄງການ.
ຕາມທ່ານ ດວ່ານມິງຮ໊ວນ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ໂຄງການສຳລັບການນຳຮຸ່ນໜຸ່ມຂອງສາມພັກມີຄວາມໝາຍຕົວຈິງ, ບໍ່ພຽງແຕ່ຊ່ວຍໃຫ້ຜູ້ເຂົ້າຮຽນໄດ້ຄົ້ນຄວ້າເລິກເຊິ່ງກວ່າເກົ່າກ່ຽວກັບແນວທາງ, ແຜນນະໂຍບາຍ ແລະ ບົດຮຽນການພັດທະນາຂອງຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂໃຫ້ພະນັກງານຮຸ່ນໜຸ່ມຂອງສາມຝ່າຍໄດ້ແລກປ່ຽນໂດຍກົງ, ເພີ່ມທະວີຄວາມເຂົ້າໃຈ ແລະ ສ້າງສາຍພົວພັນອັນແໜ້ນແຟ້ນຍາວນານ.
ທ່ານ ດວ່ານມິງຮ໊ວນ ຢືນຢັນວ່າ ຫວຽດນາມ, ລາວ ແລະ ກຳປູເຈຍ ແມ່ນສາມປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ມີປະຫວັດສາດການພົວພັນອັນຍາວນານ, ເຄີຍຮ່ວມກັນຜ່ານບັນດາໄລຍະຕໍ່ສູ້ອັນລຳບາກກາກກຳ ເພື່ອຍາດເອົາ ແລະ ປົກປັກຮັກສາເອກະລາດຂອງຊາດ. ສຳລັບຫວຽດນາມ, ການພົວພັນກັບລາວ ແລະ ກຳປູເຈຍ ຍາມໃດກໍມີຖານະສຳຄັນເປັນພິເສດ.
ຕະຫຼອດໄລຍະປະຫວັດສາດ, ປະຊາຊົນສາມປະເທດໄດ້ໃຫ້ການຊ່ວຍເຫຼືອ, ເສຍສະຫຼະ ແລະ ສະໜັບສະໜູນອັນລ້ຳຄ່າແກ່ກັນ. ບັນດາຜົນສຳເລັດຂອງແຕ່ລະປະເທດໃນປັດຈຸບັນ ລ້ວນແຕ່ມີການປະກອບສ່ວນ ແລະ ການທະນຸຖະໜອມຂອງການນຳ, ພະນັກງານ ແລະ ປະຊາຊົນສາມປະເທດຫຼາຍຮຸ່ນຄົນ.
ດັ່ງນັ້ນ, ວຽກງານຝຶກອົບຮົມ, ບຳລຸງສ້າງ ແລະ ເພີ່ມທະວີການແລກປ່ຽນລະຫວ່າງພະນັກງານຮຸ່ນໜຸ່ມລຸ້ນຕ່າງໆ ຈຶ່ງມີຄວາມໝາຍສຳຄັນເປັນພິເສດຕໍ່ການສືບທອດ ແລະ ສົ່ງເສີມການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສາມພັກ, ສາມລັດ ແລະ ປະຊາຊົນສາມປະເທດ.
![]() |
| ຜູ້ຕາງໜ້າການນຳຮຸ່ນໜຸ່ມຂອງສາມພັກ ທີ່ການຕ້ອນຮັບ. |
ໃນສະພາບການທີ່ສະຖານະການໂລກ ແລະ ພາກພື້ນສືບຕໍ່ຜັນແປຢ່າງວ່ອງໄວ, ສັບສົນ ແລະ ຄາດຄະເນໄດ້ຍາກ, ທ່ານ ດວ່ານມິງຮ໊ວນ ເຫັນວ່າ ການເພີ່ມທະວີການພົບປະ, ແລກປ່ຽນລະຫວ່າງພະນັກງານຮຸ່ນໜຸ່ມຍິ່ງຕ້ອງໄດ້ຮັບຄວາມເອົາໃຈໃສ່, ຜ່ານນັ້ນປະກອບສ່ວນສ້າງພື້ນຖານແຫ່ງຄວາມເຊື່ອໝັ້ນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມເຫັນພ້ອມລະຫວ່າງບັນດາການນຳຮຸ່ນຕໍ່ໄປ.
ທ່ານ ດວ່ານມິງຮ໊ວນ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຕີລາຄາສູງເນື້ອໃນອັນຫຼາກຫຼາຍຂອງໂຄງການຄົ້ນຄວ້າຄັ້ງນີ້, ເຊິ່ງສົມທົບການຄົ້ນຄວ້າທິດສະດີ, ການແລກປ່ຽນບົດຮຽນຕົວຈິງ ແລະ ການຊອກຮູ້ສະພາບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ.
ຜ່ານໂຄງການ, ບັນດາຜູ້ເຂົ້າຮຽນມີເງື່ອນໄຂຊອກຮູ້ກ່ຽວກັບວຽກງານສ້າງສາພັກ, ສ້າງລະບົບການເມືອງ, ພັດທະນາເສດຖະກິດ, ຮັບປະກັນສະຫວັດດີການສັງຄົມ ແລະ ວຽກງານການຕ່າງປະເທດ; ພ້ອມທັງຄົ້ນຄວ້າບັນດາຜົນສຳເລັດ, ບົດຮຽນຂອງຫວຽດນາມໃນຂະບວນການປ່ຽນແປງໃໝ່, ເຊື່ອມໂຍງສາກົນ ແລະ ພັດທະນາປະເທດ.
ທ່ານ ດວ່ານມິງຮ໊ວນ ປາດຖະໜາໃຫ້ບັນດາສະມາຊິກສືບຕໍ່ສົ່ງເສີມບັນດາຄວາມຮູ້, ບົດຮຽນທີ່ໄດ້ຮັບ, ນຳໄປໝູນໃຊ້ໃຫ້ເໝາະສົມກັບວຽກງານຕົວຈິງຢູ່ແຕ່ລະປະເທດ. ພະນັກງານຮຸ່ນໜຸ່ມແຕ່ລະຄົນຈະກາຍເປັນຂົວຕໍ່, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ເສີມສ້າງມິດຕະພາບ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມກັບລາວ ແລະ ກຳປູເຈຍ.
ຕາມທ່ານ ດວ່ານມິງຮ໊ວນ, ການພົວພັນລະຫວ່າງສາມພັກ, ສາມລັດ ແລະ ປະຊາຊົນສາມປະເທດ ບໍ່ພຽງແຕ່ໄດ້ຮັບການທະນຸຖະໜອມຜ່ານບັນດາກົນໄກການຮ່ວມມືເທົ່ານັ້ນ, ຫາກກ່ອນອື່ນໝົດແມ່ນໄດ້ຮັບການສ້າງຂຶ້ນບົນພື້ນຖານແຫ່ງຄວາມເຊື່ອໝັ້ນ, ຄວາມເຂົ້າໃຈ ແລະ ສາຍພົວພັນອັນແໜ້ນແຟ້ນທີ່ໄດ້ຜ່ານການທົດສອບຂອງປະຫວັດສາດ. ດັ່ງນັ້ນ, ການເພີ່ມທະວີການແລກປ່ຽນ, ຮ່ຳຮຽນ ແລະ ພົບປະແລກປ່ຽນໂດຍກົງລະຫວ່າງພະນັກງານຮຸ່ນໜຸ່ມສາມປະເທດ ມີຄວາມໝາຍຍາວນານຕໍ່ຂະບວນການເສີມສ້າງ ແລະ ພັດທະນາການພົວພັນລະຫວ່າງບັນດາຝ່າຍ.
ທ່ານ ດວ່ານມິງຮ໊ວນ ສະແດງຄວາມເຊື່ອໝັ້ນວ່າ ບັນດາສະມາຊິກໃນຄະນະຈະສືບຕໍ່ສຳເລັດໜ້າທີ່ເປັນຢ່າງດີໃນບັນດາຕຳແໜ່ງວຽກງານໃນອະນາຄົດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຕ່ລະປະເທດ ແລະ ກາຍເປັນກຳລັງຫຼັກແຫຼ່ງໃນການທະນຸຖະໜອມການພົວພັນມິດຕະພາບ, ການຮ່ວມມືຫວຽດນາມ - ລາວ - ກຳປູເຈຍ.
ກ່າວຄຳປາໄສທີ່ການຕ້ອນຮັບ, ຫົວໜ້າບັນດາຄະນະການນຳຮຸ່ນໜຸ່ມຂອງສາມພັກ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ທີ່ໄດ້ສ້າງເງື່ອນໄຂອັນສະດວກໃຫ້ບັນດາຄະນະເຂົ້າຮ່ວມໂຄງການ.
ຜູ້ຕາງໜ້າບັນດາຄະນະຕີລາຄາວ່າ ນີ້ແມ່ນໂອກາດໃຫ້ພະນັກງານຮຸ່ນໜຸ່ມເພີ່ມທະວີຄວາມເຂົ້າໃຈກ່ຽວກັບຫວຽດນາມ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ; ແບ່ງປັນບົດຮຽນ, ແລກປ່ຽນທັດສະນະກ່ຽວກັບບັນດາບັນຫາທີ່ມີຄວາມສົນໃຈຮ່ວມກັນ. ຜ່ານໂຄງການ, ບັນດາສະມາຊິກຮັບຮູ້ແຈ້ງຂຶ້ນເຖິງບົດບາດຂອງຄົນຮຸ່ນໜຸ່ມ, ໂດຍສະເພາະຖັນແຖວການນຳຮຸ່ນໜຸ່ມ, ໃນການສືບທອດຜົນສຳເລັດຂອງຄົນຮຸ່ນກ່ອນ, ສືບຕໍ່ທະນຸຖະໜອມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສາມພັກ ແລະ ປະຊາຊົນສາມປະເທດ.
ຫົວໜ້າບັນດາຄະນະຢືນຢັນວ່າ ພາຍຫຼັງໂຄງການສິ້ນສຸດລົງ, ບັນດາສະມາຊິກຈະສືບຕໍ່ຮັກສາສາຍພົວພັນ, ເພີ່ມທະວີການແລກປ່ຽນ ແລະ ປະສານງານ. ບັນດາຄະນະຍັງປາດຖະໜາໃຫ້ກິດຈະກຳແລກປ່ຽນ, ຝຶກອົບຮົມ ແລະ ບຳລຸງສ້າງພະນັກງານຮຸ່ນໜຸ່ມລະຫວ່າງສາມຝ່າຍໄດ້ຮັບການຮັກສາຢ່າງເປັນປະຈຳ, ຂະຫຍາຍທັງດ້ານເນື້ອໃນ ແລະ ຂະໜາດ, ຈາກນັ້ນສ້າງຕື່ມບັນດາຊ່ອງທາງຮ່ວມມືໃໝ່ທີ່ແທດຈິງ ແລະ ມີປະສິດທິຜົນ.
ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ. |
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ຕາແສງ ບໍອີ (Bo Y), ແຂວງ ກວາງຫງາຍ (Quang Ngai)), ຄະນະຊາວໜຸ່ມກອງທັບ ໄດ້ປະສານງານຮ່ວມກັບ ຄະນະບັນຊາທະຫານຊາຍແດນແຂວງ ກວາງຫງາຍ ຈັດຕັ້ງແຜນງານພົບປະແລກປ່ຽນນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ປະຈຳປີ 2026. |
ມິງດຶກ
