ພາບ​ຖ່າຍ ຫວຽດ​ນາມ ແຕ່​ປີ 1967 – 2020 ໃນສາຍ​ຕາ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ

ພາບ​ຖ່າຍ ຫວຽດ​ນາມ ແຕ່​ປີ 1967 – 2020 ໃນສາຍ​ຕາ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ

ຍ​ສ​ໝ - ງານ​ວາງ​ສະ​ແດງ ການ​ດຳ​ລົງ​ຊີ​ວິດ​ຜ່ານ​ພາບ​ຖ່າຍ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ Thomas Billhardt, ເຊິ່ງ​ເປັນ​ຜູ້ທີ່​ເຄີຍ​ໄດ້​ຮັບ​ລາງວັນ ບຸຍ​ຊວັນ​ຝ໊າຍ - ເພື່ອ​ຄວາມ​ຮັກ​ຮ່າ​ໂນ້ຍ ເຊິ່ງໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ມີ​ນາ​ ຢູ່ ສະ​ຖາ​ບັນ Goethe ຮ່າ​ໂນ້ຍ.

ລັດ​ຖະ​ບານ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ ຫວຽດ​ນາມ

ລັດ​ຖະ​ບານ ເຢຍ​ລະ​ມັນ​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ພັດ​ທະ​ນາ​ກັບ ຫວຽດ​ນາມ

ຍ​ສ​ໝ - ລັດ​ຖະ​ບານ ເຢຍ​ລະ​ມັນ ໃຫ້​ຮູ້​ວ່າ ການ​ຮ່ວມ​ມື​ກັບ ຫວຽດ​ນາມ ແມ່ນ​ຈຳ​ເປັນ​ເພື່ອ​ສະ​ໜອງ​ສິນ​ຄ້າ​​ສາທາລະະນະທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​​ທົ່ວ​ໂລກໃນ​ອະ​ນາ​ຄົດ, ຍົກ​ຕົວ​ຢ່າງ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ບັນ​ດາ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ ສົ່ງ​ເສີ​ມ​ລົງ​ທຶນ​ຢູ່​ແຂວງ ບິ່ງດີ້ງ

ບັນ​ດາ​ວິ​ສາ​ຫະ​ກິດ ເຢຍ​ລະ​ມັນ ສົ່ງ​ເສີ​ມ​ລົງ​ທຶນ​ຢູ່​ແຂວງ ບິ່ງດີ້ງ

ແຂວງບິງດີ້ງ ມີ 4 ໂຄງການຂອງ ວິສາຫະກິດ ເຢຍລະມັນ ໄດ້ຜັນຂະຫຍາຍ ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 55 ລ້ານໂດລາສະຫະລັດ ສ່ວນຫຼາຍແມ່ນຂຶ້ນກັບຂົງເຂດຜະລິດອຸດສາຫະກຳ.

ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື

ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື

ການຄົ້ນຄວ້າປະຫວັດສາດແຫ່ງການສ້າງ ແລະ ພັດທະນາເນື້ອໃນທິດສະດີຂອງກະແສຟອງແນວຄິດເສດຖະກິດ ຢູ່ ເຢຍລະມັນ ໄດ້ຊ່ວຍເພີ່ມທະວີການເຄື່ອນໄຫວຄົ້ນຄວ້າທິດສະດີ, ຕິດພັນກັບການສະຫຼຸບພຶດຕິກຳຕົວຈິງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດເຢຍລະມັນ ຫຼາຍກວ່າອີກ, ຜ່ານນັ້ນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.

ແຜ່​ຂະ​ຫຍາຍ​ຈິດ​ໃຈ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ​ຢູ່​ເຢຍ​ລະ​ມັນ

ແຜ່​ຂະ​ຫຍາຍ​ຈິດ​ໃຈ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ​ຢູ່​ເຢຍ​ລະ​ມັນ

ຍ​ສໝ - ​ເຫດການ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ທົ່ວ​ປະ​ເທດ ​ເຢຍລະ​ມັນ ​ໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ແບ່ງປັນ​ປະສົບ​ການ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຮ່ຳຮຽນ, ຄົ້ນ​ຄ້ວາ ​ແລະ ​ໃນ​ຊີວິດ.

ຫວຽດ​ນາມ ເຂົ້າ​ຮ່ວມ​ງານຕະຫຼາດນັດການ​ຄ້າອົງຄະທາດແຖວໜ້າ ໂລກ​ຢູ່​ເຢຍ​ລະ​ມັນ

ຫວຽດ​ນາມ ເຂົ້າ​ຮ່ວມ​ງານຕະຫຼາດນັດການ​ຄ້າອົງຄະທາດແຖວໜ້າ ໂລກ​ຢູ່​ເຢຍ​ລະ​ມັນ

ຍສໝ - ງານຕະຫຼາດນັດ Biofach/Vivaness ຢູ່ Nürnberg ແມ່ນງານຕະຫຼາດ ນັດການຄ້າແຖວໜ້າໂລກກ່ຽວກັບອາຫານປອດສານພິດ, ມີການເຂົ້າຮ່ວມຂອງ ເກືອບ 2.300 ຮ້ານວາງສະແດງສາກົນ. ປີ​ນີ້, ມີ 12 ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ນຳ​ຜະ​ລິດ​ຕະ​ພັນ​ທີ່​​ຜະ​ລິດ​ຈາກ​ຊາ, ຢາ​ພືດ... ມາ​ວາງ​ສະ​ແດງ.

ຂີດໝາຍ 35 ປີ​​ ແຫ່ງການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ-ເຢຍລະມັນ

ຂີດໝາຍ 35 ປີ​​ ແຫ່ງການ​ຮ່ວມ​ມື​ດ້ານ​ແຮງ​ງານ ຫວຽດນາມ-ເຢຍລະມັນ

ຍສໝ - ການ​ພົບ​ປະ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ຫວນຄືນ​ບັນດາຄວາມ​ຊົງ​ຈຳ, ຊຸມວັນທີ່ຫຍຸ້ງຍາກ​ລຳບາກ, ​ບັນດາເຫດການທີ່ເກີດຂຶ້ນ ​ແລະ ຄວາມ​ມານະພະຍາຍາມ​ບືນ​ຕົວ​ຂຶ້ນ​ໃນ​ຊຸມ​ມື້​ທຳ​ອິດ​ທີ່​ໄປ​ຮອດ​ເຢຍລະ​ມັນ​ເທົ່າ​ນັ້ນ, ແຕ່​​​ບັນດາ​ສະມາຊິກ-ເຊິ່ງເຄີຍເປັນແຮງງານຮ່ວມມືໃນເມື່ອກ່ອນ​-ຍັງໄດ້ແບ່ງປັນ, ລະດົມກໍາລັງໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍຫຼັງຄວາມຫຍຸ້ງຍາກ ແລະ ຄວາມເສຍຫາຍຍ້ອນພະຍາດໂຄວິດ-19 ທີ່ແກ່ຍາວມາເປັນເວລາກວ່າ 2 ປີ ໃນທົ່ວໂລກ.

ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ

ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂອ້​ລົມ​ສົນ​ທະ​ນາ​ກັບ ພັກ SPD ຂອງ ເຢຍ​ລະ​ມັນ

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ເຕີບ​ໂຕ​ສີຂຽວ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂ​ອງ​ດິນ​ຟ້າ​ອາ​ກາດຢູ່ ຫວຽດ​ນາມ ແລະ ເຢຍ​ລະ​ມັນ”.

ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ

ຫວຽດນາມ ຮ່ວມ​ມື​ກັບ​ເຢຍລະ​ມັນ​ເພື່ອ​ພັດທະນາ​ກິລາ​ບານ​ເຕະ

ຍ​ສ​ໝ - ສະຫະພັນ​ບານ​ເຕະ​ຫວຽດນາມ (VFF) ​ໃຫ້​ຮູ້​ວ່າ ຄະນະ​ຜູ້​ແທນ VFF ໂດຍ​ທ່ານ​ຮັກສາການປະທານ​ ​ເຈີ່ນ​ກວັກຕວັນ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ໃຫຍ່​ສະຫະພັນ​ບານ​ເຕະ ສາທາລະນະ​ລັດ ​​ສະຫະພັນ ເຢຍລະ​ມັນ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ຂອງ​ສະຫະພັນ​ບານ​ເຕະ ​ເຢຍລະ​ມັນ ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ພັດທະນາ​ກິລາ​ບານ​ເຕະ. .

ເຢຍ​ລະ​ມັນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຈາກ​ຫວຽດ​ນາມ

ເຢຍ​ລະ​ມັນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຈາກ​ຫວຽດ​ນາມ

ຍ​ສ​ໝ - ໃນ​ປີ 2021, ຫວຽດ​ນາມ ແມ່ນ​ຕະຫຼາດ​ສະ​ໜອງ​ຢາງ​ພາ​ລາ​ທຳ​ມະ​ຊາດ​ໃຫຍ່​ອັນ​ດັບ​ທີ 4 ໃຫ້​ແກ່​ເຢຍ​ລະ​ມັນ. ຕະຫຼາດ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຂອງ ຫວຽດ​ນາມ ໃນ​ຍອດ​ຈຳ​ນວນ​ນຳ​ເຂົ້າ​ຂອງ ເຢຍ​ລະ​ມັນ​ ກວມ​ເອົາ 14,5% ເພີ່ມ​ຂຶ້ນ 13,8% ໃນ​ປີ 2020.

ຫວຽດ​ນາມ ບໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່ຽວ​ກັບ​ໂຄວິດ - 19 ຂອງ ​ ເຢຍ​ລະ​ມັນ

ຫວຽດ​ນາມ ບໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່ຽວ​ກັບ​ໂຄວິດ - 19 ຂອງ ​ ເຢຍ​ລະ​ມັນ

ຍ​ສ​ໝ - ​ວັນ​ທີ 1 ມີ​ນາ, ສະ​ຖາ​ບັນ​ພະ​ຍາດ​ຕິດ​ແປດ ຂອງ ເຢຍ​ລະ​ມັນ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວກັບການລົບ​ລ້າງ​ບັນ​ຊີ​ຊາຍ​ຊື່​ລວມ​ມີ 60 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມີ​ຄວາມ​ສຽງ​ສູງ​ກ່ຽວ​ກັ​ບ​ໂລກ​ລະ​ບາດ​ໂຄວິດ - 19, ໃນ​ນັ້ນ​ມີ ຫວຽດ​ນາມ ແລະ ບໍ່​ຈັດ​ວາງ​ບັນ​ດາ​ກົດ​ບັງ​ຄັບເມື່ອ​ຊາວ​ຫວຽດ​ນາມ ເຂົ້າ​ເມືອງ ເຢຍ​ລະ​ມັນ.

ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ

ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ

ຍສໝ - ໜັງສືພິມ Stuttgarter Nachrichten ຂອງ ເຢຍລະມັນ ໄດ້ລົງບົດຂຽນໂດຍ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສວຍງາມທີ່ສຸດໃນ ອາຊີ ແລະສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດກ່ຽວກັບປະເທດຊາດ, ປະຊາຊົນ ແລະວັດທະນະທຳ ຫວຽດນາມ ແກ່ຜູ້ທີ່ມີຄວາມຕ້ອງການຄົ້ນຫາ “ປະເທດທີ່ສວຍງາມ” ນີ້.

ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA.

ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA.

ຍ​ສ​ໝ - ວັນ ທີ 21 ກຸມ​ພາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ ຫວູກວາງ​ມິງ ໄດ້​ເປັນ​ປ​ະ​ທານ​ການ​ແລ​ກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ຂອງ ເຢຍ​ລະ​ມັນ.

ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ

ຮູບ​ເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງ​ຫວຽດ​ນາມ ເລີ່ມ​ສາຍ​ຢູ່​ເຢຍ​ລະ​ມັນ

ຍສໝ - ວັນທີ 14 ກຸມພາ, ຮູບເງົາ “ມ່ຽນກີ໊ອຶກ (ເຂດພາກແຫ່ງຄວາມຊົງຈໍາ)” ຂອງຜູ້ກຳກັບການສະແດງ ບຸ່ຍກີມກຸຍ ໄດ້ເລີ່ມສາຍໃນຂອບເຂດ ຂອງງານມະໂຫລານຮູບເງົາສາກົນ Berlin (Berlinale) ໃນລະຫວ່າງວັນທີ 10-20 ກຸມພາ.

ກ່ຳ​ປັ່ນ​ປ້ອງ​ກັນ FGS Bayern ຂອງ ກອງ​ທັບ​ເຢຍ​ລະ​ມັນ ໄດ້​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ

ກ່ຳ​ປັ່ນ​ປ້ອງ​ກັນ FGS Bayern ຂອງ ກອງ​ທັບ​ເຢຍ​ລະ​ມັນ ໄດ້​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 6 ມັງ​ກອນ, ກ່ຳ​ປັ່ນ​ປ້ອງ​ກັນ FGS Bayern ຂອງ​ກອງ​ທັບ​ເຮືອ ເຢຍ​ລະ​ມັນ ໂດຍ ​ທ່ານ​ພັນ​ຕີ Tilo Kalski ເປັນກັບ​ຕັນ ແລະ ລູກ​ເຮືອ ກ່​ວາ 200 ຄົນ ໄດ້​ເຂົ້າ​ທຽບ​ທ່າ​ກ່ຳ​ປັ່ນຍ່າ​ຣົງ (ນະ​ຄອນ​ໂຮ່​ຈີ​ມິນ), ເລີ່ມ​ຕົ້ນ​ກາ​ນ​ຢ້ຽມ​ຢາມ​ໄມ​ຕິ​ຈິດ​ມິດ​ຕະ​ພາບ ຄັ້ງ​ທຳ​ອິດ​ ຫວຽດ​ນາມ ໃນໄລ​ຍະ​ເວ​ລາ 4 ວັນ.

ເຢຍ​ລະ​ມັນ​​ໜູນ​ຊ່ວຍນັກ​ສຶກ​ສາ VGU ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ COVID-19

ເຢຍ​ລະ​ມັນ​​ໜູນ​ຊ່ວຍນັກ​ສຶກ​ສາ VGU ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ COVID-19

ຍ​ສ​ໝ - ອົງການຈັດ​ຕັ້ງ​ໜູນ​ຊ່ວຍ​ມະຫາວິທະຍາ​ໄລ​ໂລກ ຂອງ​ເຢຍລະ​ມັນ (WUS) ​ໃຫ້​ຮູ້​ວ່າ ​ຍ້ອນ​ຜົນ​ກະທົບ​ຈາກ​ໂລກລະບາດ​ໂຄ​ວິດ-19 ຕໍ່​ນັກ​ສຶກສາ​ມະຫາວິທະຍາ​ໄລ​ຫວຽດນາມ - ​ເຢຍລະ​ມັນ (VGU) ຢູ່​ຫວຽດນາມ, WUS ​ແລະ ລັດຖະບານ​ລັດ Hessen ຂອງ​ເຢຍລະ​ມັນ​ໄດ້​ໜູນ​ຊ່ວຍ ຈໍານວນ​ເງິນທັງຫມົດ 205,000 ເອີໂຣ ໃຫ້ສໍາລັບທຶນການສຶກສາຢູ່ໂຮງຮຽນນີ້.

ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX

ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX

ຍສໝ - ວັນ​ທີ 14 ທັນວາ, ສະຖານທູດ​ເຢຍລະ​ມັນ ​ປະ​ຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ ງວດ​ວັກ​ຊິນກັນໂຄ​ວິດ-19 ມີວັນຊິນ Moderna 2.558.000 ​ໂດ​ສ ​ໄດ້​ມາ​ຮອດ​ນະຄອນຫຼວງ​ຮ່າ​ໂນ້ຍ​ ໃນ​ວັນ​ທີ 10 ທັນວາ.

ສື່ມວນ​ຊົນ​ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ແງ່​ຫວັງ​ເສດ​ຖະ​ກິດ ແລະ ການ​ຕະຫຼາດ​ຫຼັບ​ຊັບ ຫວຽດ​ນາມ

ສື່ມວນ​ຊົນ​ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ແງ່​ຫວັງ​ເສດ​ຖະ​ກິດ ແລະ ການ​ຕະຫຼາດ​ຫຼັບ​ຊັບ ຫວຽດ​ນາມ

ຍ​ສ​ໝ - ເວັບ​ໄຊ​ສະ​ເພາະ​ກິດ​ກ່ຽວ​ກັບ ຫຼັບ​ຊັບ Borse-online.de ຂອງ​ເຢຍ​ລະ​ມັນ ໃນ​ວ​ັນ​ທີ 22 ພະ​ຈິກ ໄດ້ມີ​ບົດ​ຂຽນ​ຕີ​ລາ​ຄາ​ສູງ​ກາ​ລະ​ໂອ​ກາດປະ​ສົບ​ຜົນ​ສຳ​ເລັດ​ຂອງ​ຕະຫຼາດຫຼັບ​ຊັບ ແລະ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ, ຄາດ​ວ່າ ອັດ​ຕາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ ຈະບັນ​ລຸ​ໄດ້ 8% ໃນປີຈະມາເຖິງ…

ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ

ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ

ຍສໝ - ວັນທີ 24 ພະຈິກ, ທ່ານ Guido Hildner ເອກອັກຄະລັດຖະທູດ ສະຫະພັນເຢຍລະມັນ ປະຈໍາ ຫວຽດນາມ ໄດ້ມອບເຄື່ອງຊ່ວຍຫາຍໃຈ 75 ເຄື່ອງ, ຈໍສະແດງຜົນ 15 ໜ່ວຍ ແລະ ເຄື່ອງວັດແທກລະ​ດັບອົກຊີ ແລະ ອັດຕາການເຕັ້ນຫົວໃຈ 20.000 ໜ່ວຍ ໃຫ້ແກ່ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ.

ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ນະ​ຄອນ Karlsruhe

ຫວຽດ​ນາມ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ນະ​ຄອນ Karlsruhe

ຍ​ສ​ໝ - ຫວ່າງແລ້ວນີ້, ຫ້ອງ​ການອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ ນະ​ຄອນ Karlsruhe (IHK), ຂຶ້ນ​ກັບ​ລັດ Baden-Württemberg ຂອງ ເຢຍ​ລະ​ມັນ ໄດ້​ຈັດ​ພິ​ທີ​ມອບລາງວັນ “Globle 2021” ໃຫ້​ບັນ​ດາ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ຂົ​ງ​ເຂດ​ການ​ຄ້າ​ສາ​ກົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ ປະ​ຈຳ ເຢຍ​ລະ​ມັນ ຫງວຽນ​ມິງ​ຫວູ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ.

ເຫດການ