ສື່ມວນ​ຊົນ​ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ແງ່​ຫວັງ​ເສດ​ຖະ​ກິດ ແລະ ການ​ຕະຫຼາດ​ຫຼັບ​ຊັບ ຫວຽດ​ນາມ

11:30 | 26/11/2021

ຍ​ສ​ໝ - ເວັບ​ໄຊ​ສະ​ເພາະ​ກິດ​ກ່ຽວ​ກັບ ຫຼັບ​ຊັບ Borse-online.de ຂອງ​ເຢຍ​ລະ​ມັນ ໃນ​ວ​ັນ​ທີ 22 ພະ​ຈິກ ໄດ້ມີ​ບົດ​ຂຽນ​ຕີ​ລາ​ຄາ​ສູງ​ກາ​ລະ​ໂອ​ກາດປະ​ສົບ​ຜົນ​ສຳ​ເລັດ​ຂອງ​ຕະຫຼາດຫຼັບ​ຊັບ ແລະ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ, ຄາດ​ວ່າ ອັດ​ຕາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ ຈະບັນ​ລຸ​ໄດ້ 8% ໃນປີຈະມາເຖິງ…

ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ
ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ
ສື່ມວນ​ຊົນ​ເຢຍ​ລະ​ມັນ ຕີ​ລາ​ຄາ​ສູງ​ແງ່​ຫວັງ​ເສດ​ຖະ​ກິດ ແລະ ການ​ຕະຫຼາດ​ຫຼັບ​ຊັບ ຫວຽດ​ນາມ
ພາບ​ປະ​ກອບ: TTXVN

ບົດ​ຂຽນ​ຖື​ວ່າ ນະ​ຄອນ​ໂຮ່​ຈີ​ມິນ ໂດຍ​ແມ່ນ​ສູນກາງ​ເສດ​ຖະ​ກິດ ແລະ ການ​ເງິນຂອງ ຫວຽດ​ນາມ ພວມ​ຟື້ນ​ຟູ. ມູນ​ຄ່າ ຫຼັກ​ຊັບ​ເພີ່ມ​ຂຶ້ນ 5% ໃນ 6 ອ​າ​ທິດ​ຜ່ານ​ມາ ແລະ ເໝືອນ​ວ່າ ​ຄວາມ​ສ່ຽງຖົດ​ຖອຍໄດ້​ຖືກ​ສະ​ກັດ​ກັ້ນ.

ຕາມ vietnam-briefing.com ແລ້ວ, ວິ​ສາ​ຫະ​ກິດ ຢູ່ ຫວຽດ​ນາມ ບັນ​ລຸ​ໄດ້​ອັດ​ຕາ​ນຳ​ໃຊ້​ແຮງ​ງານ​ແຕ່ 60 – 75%. ນີ້​ແມ່ນ​ສາຍ​ເຫດ ເປັນ​ຫຍັງ​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ ຈິ່ງນັບ​ມື້​ນັບ​ມີ​ຄວາ​ມ​ປະ​ເອີບ​ໃຈ​ຕໍ່​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ, ຍົກ​ຕົວ​ຢ່າງ​ຄື: Nike ແລະ Unilever. ບັນ​ດາ​ບໍ​ລິ​ສັດ​ນີ້ ຄາດ​ວ່າ ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ ອາດ​ຈະ​ທົດ​ແທນ​ບັນ​ດາ​ຜົນ​ເສຍ​ຫາຍທີ່ເກີດ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ລະ​ບົບ​ສະ​ໜອງ​ທີ່​ຖືກ​ຂາດ​ວັກ​ຂາດ​ຕອນໄດ້ຢ່າງໄວວາ.

ບັນ​ດາ​ນັກ​ລົງ​ທຶນ​ໂດຍ​ກົງມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ໃນ​ຊຸມ​ປີ​ຈະ​ມາ​ເຖິງ ຫວຽດ​ນາມ ຈະ​​ປ່ຽນ​ໄປ​ຍັງ​ກຸ່ມ​ຕະຫຼາດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ. ດັ່ງ​ນັ້ນ ບັນ​ດາ​ນັກ​ລົງ​ທຶນ​ຢາກ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ໃຫ້ຫຼາຍ​ກ່​ວາ​ອີກ. ຫວ່າງ​ມໍ່ໆ​ມານີ້, ບໍ​ລິ​ສັດ LG Display ຂອງ​ ສ.ເກົາຫຼີ ໄດ້​ຈ່າຍ​ເງິນ​ເປັນ​ຈຳ​ນວນ 1,4 ຕື້ USD ເພື່ອເປິດກວ້າງ ​ຮາກ​ຖານ​ຜະ​ລິ​ດ​ຢູ່ ​ຫ໋າຍ​ຟ່ອງ, ກຸ່ມ​ບໍ​ລິ​ສັດ Nestle ຫຼື ກຸ່​ມ​ບໍ​ລິ​ສັດ Tetra Pak ຂອງ ສະ​ວິດ ​ເປີດກວ້າງ​ການ​ຜະ​ລິດ​ຢູ່ ຫວຽດ​ນາມ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ບໍ​ລິ​ສັດ​ຕ່າງ​ປະ​ເທດ ມາ​ຫວຽດ​ນາມ ຜະ​ລິດບັນດາ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ບໍ່​ພຽງ​ແຕ່​ຍ້ອນ​ວ່​າ​ລາ​ຄາ​ແຮງ​ງານ​ຖືກ​ເທົ່າ​ນັ້ນ, ຫາກ​ຍັງ​ຍ້ອນ​ວ່າ ຫວຽດ​ນາມ ກໍ່​ໝັ້ນ​ໝາຍ​ວ່າ ແມ່ນ​ຕະຫຼາດຊົມ​ໃຊ້​ທີ່​ດຶງ​ດູດ​ໃຈ. ພິ​ຈາ​ລະ​ນະ​ຕາມ​ແງ່​ມູນປະ​ຊາ​ກອນ, ຫວຽດ​ນາມ ມີ 68% ໃນຈຳນວນປະ​ຊາ​ກອນ 97 ລ້ານ​ຄົນ ນອນ​ໃນ​ເກນ​ອາ​ຍຸອອກ​ແຮ​ງານ ແຕ່ 15 – 64 ປີ ແລະ ແຕ່​ລະ​ປີ ມີ​ປະ​ມານ 1,5 ລ້ານ​ຄົນ​ໃໝ່​ເຂົ້າ​ຮ່ວມ​ຕະຫຼາດ​ແຮງ​ງານນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.