ເຢຍ​ລະ​ມັນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຈາກ​ຫວຽດ​ນາມ

08:55 | 16/03/2022

ຍ​ສ​ໝ - ໃນ​ປີ 2021, ຫວຽດ​ນາມ ແມ່ນ​ຕະຫຼາດ​ສະ​ໜອງ​ຢາງ​ພາ​ລາ​ທຳ​ມະ​ຊາດ​ໃຫຍ່​ອັນ​ດັບ​ທີ 4 ໃຫ້​ແກ່​ເຢຍ​ລະ​ມັນ. ຕະຫຼາດ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຂອງ ຫວຽດ​ນາມ ໃນ​ຍອດ​ຈຳ​ນວນ​ນຳ​ເຂົ້າ​ຂອງ ເຢຍ​ລະ​ມັນ​ ກວມ​ເອົາ 14,5% ເພີ່ມ​ຂຶ້ນ 13,8% ໃນ​ປີ 2020.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ
ແຂວງ ຫາຍ​ຟ່ອງ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ລັດ Victoria (ອົດ​ສະ​ຕາ​ລີ) ແຂວງ ຫາຍ​ຟ່ອງ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ລັດ Victoria (ອົດ​ສະ​ຕາ​ລີ)
ເຢຍ​ລະ​ມັນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຈາກ​ຫວຽດ​ນາມ
ພາບ​ປະ​ກອບ: congthuong.vn

ກົມ​ການ​ນຳ​ເຂົ້າ-ສົ່ງ​ອອກ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ໄດ້​ອ້າງ​ອີງຕາມ​ສະຖິຕິ​ຂອງ​ສູນ​ການ​ຄ້າ​ສາກົນ (ITC) ​ໃຫ້​ຮູ້​ວ່າ: ​ໃນ​ປີ 2021, ​ເຢຍລະ​ມັນ​ໄດ້​ນຳ​ເຂົ້າ​ຢາງພາລາ 974,4 ພັນ​ໂຕນ (ລະຫັດ HS: 4001, 4002, 4003, 4005), ​ເປັນ​ມູນ​ຄ່າ 2,38 ຕື້ USD, ເພີ່ມຂຶ້ນ 16% ໃນດ້ານປະລິມານ ແລະ 38,7% ໃນດ້ານມູນຄ່າເມື່ອທຽບກັບປີ 2020. ໃນນັ້ນ, ເນເທີແລນ, ກົດດີວົວ, ຝຣັ່ງ, ລັດເຊຍ ແລະ ໄທ ແມ່ນ 5 ຕະຫຼາດຜູ້ຜະລິດຢາງພາລາທີ່ໃຫຍ່ທີ່ສຸດຂອງເຢຍລະມັນໃນປີ 2021. ໂດຍສະເພາະແມ່ນການນໍາເຂົ້າຈາກຕະຫຼາດເຫຼົ່ານີ້ ທັງສອງດ້ານປະລິມານ ແລະ ມູນຄ່າເພີ່ມຂຶ້ນເມື່ອທຽບໃສ່ປີ 2020.

ປີ 2021, ຫວຽດນາມ ເປັນ​ປະ​ເທດ​ສະໜອງ​ຢາງພາລາ​ໃຫຍ່​ອັນ​ດັບ​ທີ 10 ​ໃຫ້​ເຢຍລະ​ມັນ ດ້ວຍ 40,58 ພັນ​ໂຕນ, ​ເປັນ​ມູນ​ຄ່າ 84,37 ລ້ານ USD, ​ເພີ່ມ​ຂຶ້ນ 29,4% ​ໃນ​ດ້ານ​ປະລິມານ ​ແລະ 77,7% ​ໃນດ້ານ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ປີ 2020, ຫວຽດນາມ ມີ​ອັດຕາສ່ວນ​ກວມຕະຫຼາດ​ຢາງພາລາ​ໃນ​ການ​ນຳ​ເຂົ້າ​ຢາງ​ທັງໝົດ​ຂອງ​ເຢຍລະ​ມັນ ​ກວມ​ເອົາ 4,2%, ​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​ຈາກ 3,7% ​ໃນ​ປີ 2020.

​ໃນ​ປີ 2021, ​ເຢຍລະ​ມັນ​ໄດ້​ນຳ​ເຂົ້າ​ຢາງພາລາ​ທຳ​ມະ​ຊາດ 279,27 ພັນ​ໂຕນ (ລະຫັດ HS: 4001), ​ເປັນ​ມູນ​ຄ່າ 554,14 ລ້ານ USD, ​ເພີ່ມ​ຂຶ້ນ 22,9% ​ໃນດ້ານ​ປະລິມານ ​ແລະ 58,3% ​ດ້ານ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ປີ 2020. ກົດດີວົວ, ​ໄທ, ອິນ​ໂດ​ເນ​ເຊຍ, ຫວຽດນາມ ​ແລະ ມາ​ເລ​ເຊຍ ແມ່ນ 5 ຕະຫຼາດ​ໃຫຍ່​ທີ່​ສະໜອງ​ຢາງພາລາ​ທຳ​ມະ​ຊາດ​ໃຫ້​ເຢຍລະ​ມັນ ​ໃນ​ປີ 2021, ການ​ນຳ​ເຂົ້າ​ຈາກ​ບັນດາ​ຕະຫຼາດ​ເຫຼົ່າ​ນີ້​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ທັງ​ດ້ານ​ປະລິມານ​ແລະ​ມູນ​ຄ່າ​ເມື່ອ​ທຽບ​ໃສ່​ປີ 2020.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.