ແຜ່​ຂະ​ຫຍາຍ​ຈິດ​ໃຈ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ​ຢູ່​ເຢຍ​ລະ​ມັນ

08:09 | 17/08/2022

ຍ​ສໝ - ​ເຫດການ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ທົ່ວ​ປະ​ເທດ ​ເຢຍລະ​ມັນ ​ໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ແບ່ງປັນ​ປະສົບ​ການ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຮ່ຳຮຽນ, ຄົ້ນ​ຄ້ວາ ​ແລະ ​ໃນ​ຊີວິດ.

ເດີນ​ທາງ​ໃນ​ໃຈ​ກາງ​ມໍ​ລະ​ດົກ​ດ້ວຍ​ຖ້ຽວເຮືອບັກ​ທາງທະ​ເລ​ພິ​ເສດ​ທີ່​ສຸດ​ຢູ່​ຫວຽດ​ນາມ ເດີນ​ທາງ​ໃນ​ໃຈ​ກາງ​ມໍ​ລະ​ດົກ​ດ້ວຍ​ຖ້ຽວເຮືອບັກ​ທາງທະ​ເລ​ພິ​ເສດ​ທີ່​ສຸດ​ຢູ່​ຫວຽດ​ນາມ
ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ​ ອະ​ນຸ​ຊົນ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ
ແຜ່​ຂະ​ຫຍາຍ​ຈິດ​ໃຈ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ​ຢູ່​ເຢຍ​ລະ​ມັນ
ພາບ​ປະ​ກອບ: vietnamplus.vn

ຫວ່າງແລ້ວນີ້, ສະມາຄົມນັກສຶກສາ ຫວຽດນາມ ຢູ່ ເຢຍລະມັນ (SiviDuc) ສົມທົບກັບສະມາຄົມນັກສຶກສາ ຫວຽດນາມ ຢູ່ Hamburg (SiviHamburg) ຈັດຕັ້ງງານລ້ຽງລະດູຮ້ອນ ປີ 2022 ຢູ່ນະຄອນທ່າ​ກຳ​ປັ່ນ Hamburg, ພາກເໜືອປະ​ເທດ ເຢຍ​ລະ​ມັນ.

​ເຫດການ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ທົ່ວ​ປະ​ເທດ ​ເຢຍລະ​ມັນ ​ໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ແບ່ງປັນ​ປະສົບ​ການ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຮ່ຳຮຽນ, ຄົ້ນ​ຄ້ວາ ​ແລະ ​ໃນ​ຊີວິດ.

ຄ້າຍລະດູຮ້ອນ Hamburg 2022 ​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ຫຼາຍ​ກິດຈະກຳ​ທີ່​ເປັນ​ປະ​ໂຫຍ​ດ ​ແລະ ໜ້າ​ສົນ​ໃຈ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ຂອງ​ຫຼາຍ​ອົງການ, ສະມາຄົມ; ສາດສະດາຈານ Thomas Engelbert ມະຫາວິທະຍາໄລສັງ​ລວມ Hamburg ພ້ອມກັບບັນດາຜູ້​ອຸ​ປະ​ຖຳ, ຊາວໜຸ່ມ ແລະ ນັກສຶກສາ ຫວຽດນາມ ນັບຮ້ອຍຄົນຈາກຫຼາຍນະຄອນໃນທົ່ວປະເທດ ເຢຍລະມັນ.

ຕາມ​ທ່ານ ຟານກວາງ​ວັນ, ​ເລຂາເອກ ​ຮັບຜິດຊອບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ຄຸ້ມ​ຄອງ​ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ແລ້ວ, ຄ້າຍລະດູ​ຮ້ອນ​ຂອງ​ນັກ​ສຶກສາ​ໄດ້​ຟື້ນ​ຟູ​ຄືນ​ໃໝ່​ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ເວລາ​ອັນ​ຍາວ​ນານ, ປະກອບສ່ວນ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຊອກ​ຮູ້​ວິທະຍາສາດ ​ແລະ ການຝຶກສຸຂະພາບ.

ບັນດາ​ກິດຈະກຳ​ທີ່​ເປັນ​ປະ​ໂຫຍ​ດດັ່ງກ່າວ ​ແມ່ນ​ເພື່ອ​ແນ​ໃສ່​ເຜີຍ​ແຜ່​ຈິດ​ໃຈ​ຂອງ​ຊາວ​ໜຸ່ມ ​ແລະ ນັກ​ສຶກສາທີ່ປອດໃສ, ເສີມຂະຫຍາຍ ​ແລະ ລະດົມຈິດ​ໃຈ​ຮ່ຳຮຽນ, ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ການ​ປະດິດ​ສ້າງ​ເພື່ອ​ປະກອບ​ອາຊີບ​ໃນ​ມື້​ອື່ນ, ສ້າງ​ອະນາຄົດ​ທີ່​ສົດ​ໃສ​ຂອງ​ປະ​ເທດ.

ບັນດາ​ການ​ເຄື່ອນ​ໄຫວ​ກໍ່​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ​ເຢຍລະ​ມັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.