ຫວຽດ​ນາມ ເຂົ້າ​ຮ່ວມ​ງານຕະຫຼາດນັດການ​ຄ້າອົງຄະທາດແຖວໜ້າ ໂລກ​ຢູ່​ເຢຍ​ລະ​ມັນ

16:43 | 01/08/2022

ຍສໝ - ງານຕະຫຼາດນັດ Biofach/Vivaness ຢູ່ Nürnberg ແມ່ນງານຕະຫຼາດ ນັດການຄ້າແຖວໜ້າໂລກກ່ຽວກັບອາຫານປອດສານພິດ, ມີການເຂົ້າຮ່ວມຂອງ ເກືອບ 2.300 ຮ້ານວາງສະແດງສາກົນ. ປີ​ນີ້, ມີ 12 ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ນຳ​ຜະ​ລິດ​ຕະ​ພັນ​ທີ່​​ຜະ​ລິດ​ຈາກ​ຊາ, ຢາ​ພືດ... ມາ​ວາງ​ສະ​ແດງ.

ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ ຫວຽດນາມ ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ເພື່ອ​ຮ່ວມ​ກັນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະ ໂລກ
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2022 ຢູ່​ກ໋​ວາງ​ນາມ: ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ກັບ​ບ້ານ​ເກີດ​ເມືອງນອນ

ສະຫະພັນກະສິກຳອົງຄະທາດ​ຫວຽດນາມ ​ແລະ 12 ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ​ແລະ ແນະນຳ​ຜະລິດ​ຕະພັນ​ທີ່​ງານຕະຫຼາດນັດ ການ​ຄ້າອົງຄະທາດ Biofach/Vivaness 2022 ​ເຊິ່ງໄດ້​ດຳ​ເນີນ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 29 ກໍລະກົດ ຢູ່​ນະຄອນ Nürnberg, ລັດ Bavaria, ເຢຍລະ​ມັນ.

ຫວຽດ​ນາມ ເຂົ້າ​ຮ່ວມ​ງານຕະຫຼາດນັດການ​ຄ້າອົງຄະທາດແຖວໜ້າ ໂລກ​ຢູ່​ເຢຍ​ລະ​ມັນ
ຫວຽດ​ນາມ ເຂົ້າ​ຮ່ວມ​ງານຕະຫຼາດນັດການ​ຄ້າອົງຄະທາດແຖວໜ້າ ໂລກ​ຢູ່​ເຢຍ​ລະ​ມັນ. ພາບ: TTXVN

ວັນ​ທີ 27 ກໍລະກົດ​, ລາຍການແລກປ່ຽນການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ວິ​ສາ​ຫະກິດ ​ເຢຍລະ​ມັນ ​ໄດ້​ຈັດ​ຂຶ້ນ​ຢູ່​ຮ້ານຄ້າອົງຄະທາດ ຫວຽດນາມ ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ. ທີ່​ເຫດການ, ບັນດາ​ວິ​ສາ​ຫະກິດ​ໄດ້​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ຕະຫຼາດ, ທ່າ​ອ່ຽງການ​ບໍລິ​ໂພ​ກຂອງ​ຊາວ​ເຢຍລະ​ມັນ ​ແລະ ສະຫະພາບ​ເອີ​ລົບ (ອີ​ຢູ) ເວົ້າລວມ.

ງານຕະຫຼາດນັດ Biofach/Vivaness ຢູ່ Nürnberg ແມ່ນງານຕະຫຼາດ ນັດການຄ້າແຖວໜ້າໂລກກ່ຽວກັບອາຫານປອດສານພິດ, ມີການເຂົ້າຮ່ວມຂອງ ເກືອບ 2.300 ຮ້ານວາງສະແດງສາກົນ. ປີ​ນີ້, ມີ 12 ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ນຳ​ຜະ​ລິດ​ຕະ​ພັນ​ທີ່​​ຜະ​ລິດ​ຈາກ​ຊາ, ຢາ​ພືດ... ມາ​ວາງ​ສະ​ແດງ.

ການຕົບແຕ່ງ​ທີ່​ເປັນ​ຕາ​ຈັບ​ອົກ​ຈັບ​ໃຈ ​ແລະ ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ຜະລິດ​ຕະພັນ​ທີ່​ວິ​ສາ​ຫະກິດ​ຫວຽດນາມ ​​ນຳ​ສະ​ເໜີ ​ໄດ້​ດຶງ​ດູດ​ບັນດາ​ລູກ​ຄ້າ​ມາ​ຢ້ຽມຊົນ, ສຶກສາ​ຂໍ້​ມູນ​ຂ່າວສານ ​ແລະ ແລກປ່ຽນການຄ້າ​ຢູ່ເຂດ​ຮ້ານ​​ຫວຽດນາມ.

ທີ່​ການ​ພົບ​ປະ, ທ່ານ ເລກ່ວາງລສງ - ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ Frankfurt ​ໃຫ້​ຮູ້​ວ່າ: ສະຖານ​ກົງ​ສູນ​ໃຫຍ່ ຍິນ​ດີ​ຕ້ອນຮັບ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ​ໃນ​ການ​ເຊື່ອມ​ຕໍ່​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ຂົງ​ເຂດ.

ຕາມ​ທີ່​ປຶກສາ​ດ້ານ​ການ​ຄ້າ ປູ່ຍເວືອງແອ່ງ ​ແລ້ວ, ຜູ້​ບໍລິ​ໂພ​ກ ​ເຢຍລະ​ມັນ ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ເຖິງ​ວິຖີ​ຊີວິດ​ສຸຂະພາບ ​ແລະ ຄຸນຄ່າ​ເພີ່ມ​ຂອງ​ອາຫານ​ປອດ​ສານພິດ, ​ແລະ ສິ່ງ​ດັ່ງກ່າວ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ບັນດາ​ປະ​ເທດ​ສົ່ງ​ອອກ​ອາຫານ​ປອດ​ສານພິດ ຫວຽດນາມ.

ທ່ານຍັງໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມເປັນໄປໄດ້ຂອງການສ້າງຄວາມເຂັ້ມແຂງການປະສານງານກັບຄູ່ຮ່ວມງານ, ສູນການຄ້າ, ລະບົບຊຸບເປີມາເກັດ, ແລະຜູ້ນໍາເຂົ້າໃນບາງລັດໃນເຢຍລະມັນ.

ບູນມີ

ເຫດການ
302 Found

Found

The document has moved here.