ພາບ​ຖ່າຍ ຫວຽດ​ນາມ ແຕ່​ປີ 1967 – 2020 ໃນສາຍ​ຕາ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ

17:11 | 13/03/2023

ຍ​ສ​ໝ - ງານ​ວາງ​ສະ​ແດງ ການ​ດຳ​ລົງ​ຊີ​ວິດ​ຜ່ານ​ພາບ​ຖ່າຍ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ Thomas Billhardt, ເຊິ່ງ​ເປັນ​ຜູ້ທີ່​ເຄີຍ​ໄດ້​ຮັບ​ລາງວັນ ບຸຍ​ຊວັນ​ຝ໊າຍ - ເພື່ອ​ຄວາມ​ຮັກ​ຮ່າ​ໂນ້ຍ ເຊິ່ງໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ມີ​ນາ​ ຢູ່ ສະ​ຖາ​ບັນ Goethe ຮ່າ​ໂນ້ຍ.

ສະຖານ​ທີ່​ຖ່າຍ​ຮູບ​ທີ່ເຕັມໄປດ້ວຍລັກສະນະເຂດ​ຊົນນະບົດ​ຂອງ​ເອີ​ລົບ​ຢູ່​ນະຄອນ ດ່າລາດ ສະຖານ​ທີ່​ຖ່າຍ​ຮູບ​ທີ່ເຕັມໄປດ້ວຍລັກສະນະເຂດ​ຊົນນະບົດ​ຂອງ​ເອີ​ລົບ​ຢູ່​ນະຄອນ ດ່າລາດ
ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ແລະ ບັນ​ດາ​ບົດ​ຂຽນ​ວັດ​ທະ​ນະ​ທຳ ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແທງ​ຮ​ວາ - ຫົວ​ພັນ

ງານ​ວາງ​ສະ​ແດງ ການ​ດຳ​ລົງ​ຊີ​ວິດ​ຜ່ານ​ພາບ​ຖ່າຍ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ Thomas Billhardt, ເຊິ່ງ​ເປັນ​ຜູ້ທີ່​ເຄີຍ​ໄດ້​ຮັບ​ລາງວັນ ບຸຍ​ຊວັນ​ຝ໊າຍ - ເພື່ອ​ຄວາມ​ຮັກ​ຮ່າ​ໂນ້ຍ ເຊິ່ງໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ມີ​ນາ ​ຢູ່ ສະ​ຖາ​ບັນ Goethe ຮ່າ​ໂນ້ຍ.

ໃນ​ການ​ອະທິບາຍກ່ຽວ​ກັບ​ຊຸດ​ພາບ​ຖ່າຍ​ຂອງ​ຕົນ​ຢູ່​ສະ​ຖາ​ບັນ Goethe ຮ່າ​ໂນ້ຍ, ທ່ານ Thomas Billhardt ຈະ​ແນະ​ນຳ​ບັນ​ດາ​ຜົນ​ງານ​ໃນ​ການ​ຖ່າຍ​ຮູບ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຕົນ, ລວມ​ມີ​ບັນ​ດາ​ພາບ​ຖ່າຍ​ທີ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ, ໃໝ່​ທີ່​ສຸດ​ຂອງ​ທ່ານ ຢູ່ ຫວຽດ​ນາມ ນັບ​ແຕ່​ປີ 1967 – 2020.

Thomas Billhardt ໄດ້​ຮັບ​ຖື​ວ່າ​ແມ່ນ​ນັກ​ຖ່າຍ​ຮູບ​ດີ​ເດັ່ນ​ທີ່​ສຸດ​ໃນ​ສະ​ໄໝ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ​ເຢຍ​ລະ​ມັນ. ທ່ານ​ແມ່​ນ​ນັກ​ຂ່າວ​ຖ່າຍ​ຮູບອິດສະຫຼະ ແລະ ໄດ້​ຮູ້​ຈັກ​ເຖິງ​ຜ່ານ​ບັນ​ດາ​ພາບ​ຖ່າຍ​ທີ່​ໄດ້​ເອົາ​ລົງ​ໃນ​ວາລະ​ສານ ແລະ ຜ່ານ​ງານ​ວາງ​ສະ​ແດງ​ຕ່າງໆ​ທີ່​ໄດ້​ຈັດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ.

ພາບ​ຖ່າຍ ຫວຽດ​ນາມ ແຕ່​ປີ 1967 – 2020 ໃນສາຍ​ຕາ​ຂອງ​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ
​ນັກ​ຖ່າຍ​ຮູບ​ຊາວ​ເຢຍ​ລະ​ມັນ Thomas Billhardt (ຢູ່​ເບື້ອງ​ຂວາ)

ໂດຍ​ແມ່ນ​ນັກ​ຖ່າຍ​ຮູບ​ພາບສາ​ລະ​ຄະ​ດີ​, ທ່ານ Thomas Billhardt ໄດ້​ໄປ​ຍັງ​ 49 ປະ​ເທດ - ບັນ​ດາ​ພາບທີ່​ທ່ານ​ຖ່າ​ຍ​ໄດ້​ລົງພິມ​ຈຳ​ໜ່າຍ​ໃນ​ທົ່ວ​ໂລກ. ຜົນ​ງານ​ໃຫຍ່​ທີ່​ສຸດ​ຂອງ​ທ່ານ Thomas Billhardt, ໃນ​ການ​ເຮັດ​ໃຫ້​ມະ​ຫາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ສົງ​ຄາມ ແລະ ຜົນ​ຕາມ​ມາ​ແມ່ນ​ຄວາມ​ເຈັບ​ປວດ ດ້ວຍ​ພາບ​ຖ່າຍ​ຂອງ​ທ່ານ​ກ່ຽວ​ກັບ​ສົງ​ຄາມ ແລະ ບັນ​ດາ​ເຂດ​ປະ​ສົບ​ວິ​ກິດ​ການ​ໃນ​ທົ່ວ​ໂລກ​ນີ້, ທ່ານ​ມີ​​ຊື່​ສຽງ​ຈາກ​ບັນ​ດາ​ພາບ​ຖ່າຍ​ຂອງ​ຕົນ​ຄັ້ງ​ທຳ​ອິດ​ເມື່ອ​ໄດ້​ຖ່າຍ​ຄວາມ​ຮ້​າຍ​ແຮງ​ຂອງ​ສົງ​ຄາມ ຫວຽດ​ນາມ, ພິ​ເສດ​ແມ່ນ​ບົົນໃບໜ້າ​ຂອງ​ບັນດາເດັກ​ນ້ອຍ​ທີ່​ທ່ານໄດ້​ຖ່າຍ​.

ມີ​ງານ​ວາງ​ສະ​ແດງ​ສາ​ກົນຫຼາຍ​ແຫ່ງ​ໄດ້​ເຊີດ​ຊູ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ສົບ​ຜົນ​ສຳ​ເລັດ​ຂອງ ທ່ານ Thomas Billhardt. ຢູ່​ລອນດອນ, ມົດ​ສະ​ກູ, ເບ​ຣຸດ, ຮ່າ​ໂນ້ຍ, Florence, Paris ແລະ ນະ​ຄອນຫຼາຍ​ແຫ່ງ, ພາບ​ຖ່າຍ​ຂອງ ທ່ານ Thomas Billhardt ໄດ້ ແລະ ພວມ​ວາງ​ສະ​ແດງ​ຄື​ພະ​ຍານຫຼັກ​ຖານ​ຍຸກ​ປັດ​ຈຸ​ບັນ ແລະ ແມ່ນ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ​ນັກ​ຖ່າຍ​ຊາວ​ເຢຍ​ລະ​ມັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.