ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ຍສໝ - ທີ່ພິທີ, ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້ ແລະທູບທຽນເພື່ອສະແດງຄວາມເຄົາລົບ, ໂສກເສົ້າເສຍດາຍ, ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບວິລະຊົນທີ່ບໍ່ຄິດເສຍດາຍເລືອດເນື້ອ, ເສຍສະຫຼະຊີວິດເພື່ອສັນຕິພາບ ແລະເອກະລາດຂອງຊາດ ແລະເຮັດໜ້າທີ່ສາກົນອັນສູງສົ່ງ.

ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ

ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ

ຍສໝ - ຕອນເຊົ້າວັນທີ 12 ຕຸລາ, ສະຫາຍພົນຕີ ຫງວຽນວັນເກົ໊າ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເປັນປະທານການເຮັດວຽກລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກັບຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍລາວ (ຄະນະປະສານງານ) ເພື່ອກໍາແໜ້ນສະພາບການ, ແລກປ່ຽນກ່ຽວກັບບັນດາຂໍ້ສະເໜີແນະສໍາລັບກົມໃຫຍ່ການເມືອງ ແລະກະຊວງປ້ອງກັນປະເທດ ກ່ຽວກັບລາຍການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ - ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍລາວ. (30-10-1949 / 30-10-2024).

ການພົວພັນຫວຽດນາມ-ລາວ: ເລື່ອງເລົ່າຈາກຂອງ​ທີ່ລະນຶກ

ການພົວພັນຫວຽດນາມ-ລາວ: ເລື່ອງເລົ່າຈາກຂອງ​ທີ່ລະນຶກ

ຍສໝ - ງານວາງສະແດງ ໂດຍສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ສົມທົບກັບຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ຈັດຕັ້ງເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022.

ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ

ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ທີ່​ພະ​ນົມ​ເປັນ ໃນວັນ​ທີ 7 ມັງ​ກອນ ໃຫ້​ຊາບ​ວ່າ: ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ 43 ປີ ແຫ່ງໄຊ​ຊະ​ນະເໜືອ​ລະ​ບອບ​ການ​ຂ້າງ​ລ້າງ​ເຜົ່າ​ພັນ Pol Pot (ວັນ​ທີ 7 ມັງ​ກອນ 1979 - ວັນ​ທີ 7 ມັງ​ກອນ 2022), ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ (CPP) ທີ່​ກຳ​ອຳ​ນາດ, ທ່ານນາ​ຍົກລັດ​ຖະ​ມົນ​ຕີ​ ສົມ​ເດັດ ​ຕີ​ຈໍ່ ຮຸນ​ແຊນ ໄດ້ກ່າວຖະ​ແຫຼງ​ການ​ຢ່າງ​ຈະ​ແຈ້ງວ່າ: “​ວັນ​ທີ 7 ມັງ​ກອນ 2022 ເປັນ​ວັນ​ລະ​ນຶກ 43 ປີ ແຫ່ງ​ໄຊ​ຊະ​ນະ​ປະ​ຫວັດ​ສາ​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃນ​ການ​ໂຄ່ນ​ລົ້ມ​ລະ​ບອບ​ຂ້າ​ລ້າງ​ເຜົ່າ​ພັນ Pol Pot, ກອບ​ກູ້ຟື້ນ​ຟູ​ປະ​ເທດ​ຊາດ​ຢ່າງ​ທັນ​ການ, ສິ້ນ​ສຸດ​ໄລ​ຍະ​ແຫ່ງ​ຄວາມ​ມືດ​ມົວ, ເປີດ​ສັງ​ກາດ​ໃໝ່​ແຫ່ງ​ອິດ​ສະຫຼະ​ພາບ, ເສ​ລີ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ສັງ​ຄົມ​ຂະ​ຫຍາຍ​ຕົວຂອງ​ກຳ​ປູ​ເຈຍ”.

ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ຫວ່າງແລ້ວນີ້, ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງແທງເນືອ, ເມືອງດ້ຽນບຽນ (ແຂວງດ້ຽນບຽນ), ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ຈໍານວນ 6 ອັດຖິ.

ຂີດໝາຍກ່ຽວກັບທະຫານອາສາສະໝັກຫວຽດນາມ ໃນສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ

ຂີດໝາຍກ່ຽວກັບທະຫານອາສາສະໝັກຫວຽດນາມ ໃນສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ

ໃນຕະຫຼອດໄລຍະປະຫວັດສາດອັນຍາວນານຂອງສອງປະເທດຫວຽດນາມ-ລາວ, ພິເສດ, ໃນສະໄໝໂຮ່ຈີມິນ ກ່ຽວກັບສາຍພົວພັນຊົນຊາດ ແລະລັດທິສາກົນທີ່ປອດໃສບໍລິສຸດຜຸດຜ່ອງນັ້ນໄດ້ກາຍເປັນກົດເກນພາວະວິໄສເພື່ອໃຫ້ສອງປະເທດພ້ອມກັນສາມັກຄີຜ່ານຜ່າຄວາມດຸເດືອດຫຼາຍຢ່າງຂອງການສົງຄາມສອງຄັ້ງຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ, ໄປເຖິງໄຊຊະນະຢ່າງສົມບູນ, ຄຽງບ່າຄຽງໄຫຼ່ກັນບົນເສັ້ນທາງສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງຕາມເສັ້ນທາງເຊິ່ງສອງພັກ ແລະປະຊາຊົນສອງປະເທດໄດ້ເລືອກເອົາ.

ຊາວໜຸ່ມອາສາສະໝັກຫວຽດນາມ ກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ ປະຊາຊົນລາວ ກວ່າ 1 ພັນຄົນ

ຊາວໜຸ່ມອາສາສະໝັກຫວຽດນາມ ກວດສຸຂະພາບ ແລະ ແຈກຢາປິ່ນປົວພະຍາດໃຫ້ ປະຊາຊົນລາວ ກວ່າ 1 ພັນຄົນ

ໃນທ້າຍອາທິດທີ່ຜ່ານມານີ້, ຢູ່ແຂວງສາລະວັນ ທ່ານ ຈັນສີລອນ ສີສົມບູນ ເລຂາຄະນະຊາວໜຸ່ມແຂວງສາລະວັນພ້ອມຄະນະ ແລະທ່ານ ຫງວຽນ ບ໋າ ຢັວນ ຫົວໜ້າຂະແໜງໂຄສະນາສຶກສາ ຊາວໜຸ່ມນະຄອນດາໜັງ ສສ ຫວຽດນາມພ້ອມຄະນະໄດ້ຮ່ວມກັນຈັດກິດຈະກຳກວດສຸຂະພາບທົ່ວໄປ ແລະຈ່າຍຢາໃຫ້ກັບພໍ່ແມ່ປະຊາຊົນໂດຍບໍ່ເສຍຄ່າຢູ່ທີ່ເດີນໂຮງຮຽນ ມັດທະຍົມຕົ້ນ ບ້ານໝາກນາວໄຫ່ຍ ເມືອງສາລະວັນໂດຍມີຕາງໜ້າຄະນະປະຈຳພັກເມືອງ, ຕາງໜ້າໂຮງໝໍແຂວງ, ຫ້ອງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ດ້ຽນບຽນ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 12 ອັດຖິ

ດ້ຽນບຽນ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 12 ອັດຖິ

ຍສໝ - ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ, ເມືອງດ້ຽນບຽນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 12 ອັດຖິ.

ພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກໍາປູເຈຍ

ພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກໍາປູເຈຍ

ຍສໝ - ໃນວັນທີ 25 ພຶດສະພາ 2019, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດງອັກໂຮ່ຍ, ຄະນະພັກ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງກອນຕູມ ສສ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ.

ຂຸດພົບອັດຖິທະຫານອາສາສະໝັກຫວຽດນາມ ທີ່ບ້ານນາໝາກເກືອ 13 ອັດຖິ

ຂຸດພົບອັດຖິທະຫານອາສາສະໝັກຫວຽດນາມ ທີ່ບ້ານນາໝາກເກືອ 13 ອັດຖິ

ຕາມການລາຍງານຂອງ ນສພ ສະຫວັນພັດທະນາ ໃຫ້ຮູ້ວ່າ ໃນທ້າຍທິດທີ່ຜ່ານມາ, ຄະນະປະຕິບັດງານພິເສດ ທະຫານເຂດ 4 ສສ ຫວຽດນາມ ເຊິ່ງນຳໂດຍທ່ານ ພົນຈັດຕະວາ ຫງວຽນດຶງຮວາ ຮອງຫົວໜ້າການເມືອງທັງເປັນ ຫົວໜ້າຄະນະຊີ້ນຳ 515 ທະຫານ ເຂດ 4 ພ້ອມຄະນະປະຕິບັດ ງານພິເສດແຂວງສະຫວັນນະເຂດ ແລະ ພະແນກການກ່ຽວ ຂ້ອງໄດ້ພ້ອມກັນລົງຕິດຕາມການຂຸດຄົ້ນ, ຊອກຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ໃນເຂດ ບ້ານນາໝາກເກືອ ເມືອງອາດສະພອນ.

ທ້ອນໂຮມ 25 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ພາກເໜືອຂອງປະເທດ ລາວ

ທ້ອນໂຮມ 25 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ພາກເໜືອຂອງປະເທດ ລາວ

ແຕ່ຕົ້ນປີ 2018 ມາເຖິງປັດຈຸບັນ, ໜ່ວຍທ້ອນໂຮມຫຼຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຫ້ອງການເມືອງທະຫານເຂດ 2 ໄດ້ຈັດຕັ້ງກຳລັງຊອກຫາ, ທ້ອນໂຮມໄດ້ 25 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ບັນດາແຂວງພາກເໜືອຂອງປະເທດ ລາວ.

ພິທີປົງອັດຖິຂອງນັກຮົບອາສາສະໝັກຫວຽດນາມທີ່ເສຍສະຫຼະຢູ່ສະໜາມຮົບລາວ

ພິທີປົງອັດຖິຂອງນັກຮົບອາສາສະໝັກຫວຽດນາມທີ່ເສຍສະຫຼະຢູ່ສະໜາມຮົບລາວ

ຍ​ສ​ໝ - ຕອນເຊົ້າຂອງວັນທີ 10 ພຶດສະພາ, ທີ່ສະສານນັກຮົບວິລະຊົນ ແຫ່ງຊາດ ເສັ້ນທາງເລກ 9, ຫ້ອງວ່າການປົກຄອງແຂວງ ກວ້າງຈິ ໄດ້ຈັດພິທີ ມອບຮັບ ແລະ ພິທີປົງ ອັດຖິຂອງນັກຮົບຜູ່ເສຍສະຫຼະ ທີ່ເປັນທະຫານອາສາສະໝັກ, ນັກວິຊາການຂອງຫວຽດນາມ ທີ່ເສຍຊີວິດຢູ່ປະເທດເພື່ອນ ລາວ.

ສາລະວັນ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນພູມ ລຳເນົາຢ່າງສົມກຽດ

ສາລະວັນ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນພູມ ລຳເນົາຢ່າງສົມກຽດ

ໃນ​ຕົ້ນ​ອາ​ທິດ​ທີ່​ຜ່ານ​ມານີ້, ​ທີ່ແຂວງ ​ສາລະ​ວັນ​ ໄດ້​ຈັດພິທີ​ມອບ-ຮັບ ​ແລະ​ ຈັດ​ສົ່ງ​ອັດຖິ​ ທະຫານ​ອາສາ​ສະມັກ ​ແລະ​ ຊ່ຽວຊານ​ຫວຽດນາມ ​ທີ່​ເສຍສະຫລະຊີວິດ ​ໃນ​ປາງ​ສົງຄາມ ​ຢູ່​ແຂວງ ​ສາລະ​ວັນ ຈຳນວນ 11 ອັດຖິຢ່າງ​ສົມ​ກຽດ.

ເຫດການ