ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

11:30 | 10/01/2022

ຫວ່າງແລ້ວນີ້, ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງແທງເນືອ, ເມືອງດ້ຽນບຽນ (ແຂວງດ້ຽນບຽນ), ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ຈໍານວນ 6 ອັດຖິ.

ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ດ້ຽນບຽນ: ສະໜັບສະໜູນກຳລັງຊາຍແດນ ປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19
ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ພິທີມອບຮັບ ແລະສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ
ຜູ້ຕາງໜ້າອໍານາດການປົກຄອງທ້ອງຖິ່ນ ແລະບັນດາອົງການກົມກອງ ຖະຫວາຍທູບທຽນໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn
ຜູ້ຕາງໜ້າອໍານາດການປົກຄອງທ້ອງຖິ່ນ ແລະບັນດາອົງການກົມກອງ ຖະຫວາຍທູບທຽນໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ເຂົ້າຮ່ວມພິທີມີຜູ້ຕາງໜ້າການນໍາ: ຄະນະຊີ້ນໍາລະດັບຊາດ 515, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ, ກອງບັນຊາການທະຫານເຂດ 2, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ພ້ອມດ້ວຍພໍ່ແມ່ປະຊາຊົນໃນບໍລິເວນເຂົ້າຮ່ວມຢ່າງພ້ອມພຽງ.

ທັງໝົດ 6 ອັດຖິທີ່ໄດ້ຈັດພິທີໄວ້ອາໄລ, ປົງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ ໃນຄັ້ງນີ້ ແມ່ນຍັງບໍ່ທັນກຳນົດໄດ້ຊື່ ແລະນາມສະກຸນ. ນີ້ແມ່ນ 6 ໃນ 12 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ທີ່ກອງທ້ອນໂຮມອັດຖິທະຫານເຂດ 2 ຊອກຄົ້ນເຫັນຢູ່ແຂວງອຸດົມໄຊ ໃນລະດູແລ້ງປີ 2021-2022 ແລະໄດ້ມອບໃຫ້ແຂວງດ້ຽນບຽນ ຕາມພິທີການຂອງກອງທັບ.

ໃນວັນດຽວກັນ, ກອງທ້ອນໂຮມອັດຖິທະຫານເຂດ 2 ກໍໄດ້ມອບ 6 ອັດຖິທີ່ກຳນົດໄດ້ຊື່ ແລະນາມສະກຸນ ໃຫ້ແກ່ບັນດາທ້ອງຖິ່ນ ເພື່ອຈັດການໄວ້ອາໄລ ແລະປົງອັດຖິຕາມພິທີການ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຢ່າງທິຮວາ, ຮອງປະທານສະພາປະຊາຊົນແຂວງດ້ຽນບຽນ ເນັ້ນໜັກວ່າ ນໍ້າໃຈສາມັກຄີ, ການສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງສອງຊາດ ຫວຽດນາມ - ລາວ ຜ່ານຫຼາຍທົດສະວັດ, ພິເສດແມ່ນໃນການຕໍ່ສູ້ປະຕິວັດ ຕ້ານສັດຕູໂຕດຽວກັນ. ການອຸທິດຊີວິດ, ການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ ໃນຊຸມປີເດືອນຕໍ່ສູ້ຢູ່ດິນແດນປະເທດລາວ ໄດ້ກາຍເປັນສັນຍາລັກທີ່ສະຫວ່າງສະໄຫວໃຫ້ແກ່ລັດທິວິລະຊົນປະຕິວັດ ແລະຄວາມຄາດຫວັງຍາດເອົາເອກະລາດແຫ່ງຊາດ, ເສລີພາບ ແລະຄວາມຜາສຸກ.

ຕໍ່ໜ້າດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງດ້ຽນບຽນ ໃຫ້ຄໍາໝັ້ນສັນຍາວ່າຈະສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ, ກໍ່ສ້າງແຂວງດ້ຽນບຽນ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປົກປັກຮັກສາຊາຍແດນຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ. ປະຕິບັດນະໂຍບາຍກອງທັບ, ແນວຫຼັງກອງທັບ, ຂະບວນການ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”, “ຕອບບຸນແທນຄຸນ” ໃຫ້ເປັນຢ່າງດີເພື່ອໃຫ້ສົມກັບມູນເຊື້ອ ດ້ຽນບຽນຝູ ວິລະຊົນ.

la.qdnd.vn

ເຫດການ
302 Found

Found

The document has moved here.