ພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກໍາປູເຈຍ

09:07 | 27/05/2019

ຍສໝ - ໃນວັນທີ 25 ພຶດສະພາ 2019, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດງອັກໂຮ່ຍ, ຄະນະພັກ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງກອນຕູມ ສສ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ.

ພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກໍາປູເຈຍ

ພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ແລະ ກໍາປູເຈຍ. (ພາບ: tienphong.vn)

ໃນວັນທີ 25 ພຶດສະພາ 2019, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດງອັກໂຮ່ຍ, ຄະນະພັກ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງກອນຕູມ, ຫວຽດນາມ ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກໍາປູເຈຍ 13 ອັດຖິ ເຊິ່ງໄດ້ທ້ອນໂຮມໃນລະດູແລ້ງ 2018-2019 ແລະ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 1 ອັດຖິທີ່ບໍລິເວນເມືອງ ງອກໂຮ່ຍ, ແຂວງກອນຕູມ ສສ ຫວຽດນາມ.

ເຂົ້າຮ່ວມພິທີໄວ້ອາໄລດັ່ງກ່າວມີການນໍາແຂວງ, ພະແນກ, ຄະນະ, ຂະແໜງຂອງແຂວງກອນຕູມ, ຜູ້ຕາງໜ້າຄະນະປະຕິບັດງານພິເສດຄະນະກໍາມະການສະເພາະກິດລັດຖະບານ; ຜູ້ຕາງໜ້າທະຫານເຂດ 5; ຫົວໜ້າຄະນະສະເພາະກິດແຂວງ Ratanakiri (ກໍາປູເຈຍ); ຫົວໜ້າຄະນະປະຕິບັດງານພິເສດ 3 ແຂວງພາກໃຕ້ຂອງລາວ ຄື: ອັດຕະປື, ຈໍາປາສັກ, ເຊກອງ.

ພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ແລະ ກໍາປູເຈຍ

ພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ແລະ ກໍາປູເຈຍ. (ພາບ: tienphong.vn)

ໂດຍປະຕິບັດຕາມແຜນການຊອກຫາ, ຂຸດຄົ້ນ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດກັບເມືອບ້ານເກີດເມືອງນອນ, ດ້ວຍຄວາມຮັບຜິດຊອບສູງສຸດ, ພ້ອມກັບຄວາມເອົາໃຈໃສ່ສົມທົບກັນ ແລະ ສ້າງເງື່ອນໄຂສະດວກຈາກການນໍາອໍານາດການປົກຄອງ ແລະ ປະຊາຊົນບັນດາແຂວງອັດຕະປື, ເຊກອງ, ຈໍາປາສັກ, ປະເທດລາວ ແລະ ແຂວງ Ratanakiri, ລາຊະອານາຈັກກໍາປູເຈຍ, ໃນ 6 ເດືອນລະດູແລ້ງ 2018-2019, ກອງປະຕິບັດງານ K53 ຂອງຄະນະສະເພາະກິດແຂວງກອນຕູມ ໄດ້ຊອກຫາ, ຂຸດຄົ້ນ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ 13 ອັດຖິກັບເມືອປະເທດ (ນັບຮົບເສຍສະຫຼະຊີວິດຢູ່ ລາວ 4 ອັດຖິ ແລະ ນັກຮົບເສຍສະຫຼະຊີວິດຢູ່ກໍາປູເຈຍ 9 ອັດຖິ).

(ໄຊພອນ)

ເຫດການ
302 Found

Found

The document has moved here.