ສາລະວັນ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນພູມ ລຳເນົາຢ່າງສົມກຽດ

08:53 | 09/05/2018

ໃນ​ຕົ້ນ​ອາ​ທິດ​ທີ່​ຜ່ານ​ມານີ້, ​ທີ່ແຂວງ ​ສາລະ​ວັນ​ ໄດ້​ຈັດພິທີ​ມອບ-ຮັບ ​ແລະ​ ຈັດ​ສົ່ງ​ອັດຖິ​ ທະຫານ​ອາສາ​ສະມັກ ​ແລະ​ ຊ່ຽວຊານ​ຫວຽດນາມ ​ທີ່​ເສຍສະຫລະຊີວິດ ​ໃນ​ປາງ​ສົງຄາມ ​ຢູ່​ແຂວງ ​ສາລະ​ວັນ ຈຳນວນ 11 ອັດຖິຢ່າງ​ສົມ​ກຽດ.

ສາລະວັນ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນພູມ ລຳເນົາຢ່າງສົມກຽດ

ພິທີ​ມອບ-ຮັບ ​ແລະ​ ຈັດ​ສົ່ງ​ອັດຖິ​ ທະຫານ​ອາສາ​ສະມັກ ​ແລະ​ ຊ່ຽວຊານ​ຫວຽດນາມ ​ທີ່​ເສຍສະຫລະຊີວິດ ​ໃນ​ປາງ​ສົງຄາມ ຈຳນວນ 11 ອັດຖິ

ວັນ​ທີ 7 ພຶດສະພາ 2018 ​ແຂວງ​ສາລະ​ວັນ​ ໄດ້​ຈັດພິທີ​ມອບ-ຮັບ ​ແລະ​ ຈັດ​ສົ່ງ​ອັດຖິ​ ທະຫານ​ອາສາ​ສະມັກ ​ແລະ​ ຊ່ຽວຊານ​ຫວຽດນາມ ​ທີ່​ເສຍສະຫລະຊີວິດ ​ໃນ​ປາງ​ສົງຄາມ ​ຢູ່​ແຂວງ​ສາລະ​ວັນ ຈຳນວນ 11 ອັດຖິຢ່າງ​ສົມ​ກຽດ​ ​ໂດຍມີທ່ານ ບົວທອງ ຄຸນ​ຍອດ​ປັນຍາ ຮອງ​ເຈົ້າ​ແຂວງໆ ສາລະ​ວັນ, ​ທ່ານ ພົນ​ຈັດຕະວາ ພູວຽງ ຫລຽມມະ​ວົງສ​າ ຫົວໜ້າກອງ​ບັນຊາ​ການ ​ທະຫານ​ແຂວງ​ສາລະ​ວັນ, ທ່ານ ພົນ​ຈັດຕະວາ ສົມ​ທອງ ດອນ​ກະ​ນ້ອຍ ຄະນະ​ປະຈຳ​ພັກ​ແຂວງ ຫົວໜ້າກອງ​ບັນຊາ​ການ ​ທະຫານ​ແຂວງ​​ເຊ​ກອງ, ທ່າ​ນ ພັອ ​ເລງງ໋ອກ​ແທງ ຫົວໜ້າ ການ​ເມືອງ​ທະຫານ ​ແຂວງ​ເທື່ອ​ທຽນ​ເຫວ້, ມີຄະນະ​ປະຈຳ​ພັກ​ແຂວງ ສາລະ​ວັນ, ກຳມະການ​ພັກ​ແຂວງ, ພ້ອມ​ດ້ວຍ​ນາຍຕ່ຳຫລວດ ​ແລະ​ ນາຍທະຫານ ທັງ​ສອງ​ປະ​ເທດ ​ເຂົ້າ​ຮ່ວມ.

ທ່ານ ພັອ ພູ​ວັນ ພິ​ມມະ​ຈັນ ຮອງ ​ເລຂາ​ຄະນະ​ພັກ ຫົວໜ້າການ​ເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ, ປະທານ ​ປະຕິບັດ​ງານ​ພິ​ເສດ​ແຂວງ​ ສາລະ​ວັນ ​ໄດ້​​ກ່າວ​ໃນ​ພິທີ​​ວ່າ: ​ໃນ​ທ່າມກາງ​ບັນຍາກາດ ​ທີ່​ໂສກ​ເສົ້າ​ເສຍດາຍ, ອາ​ໄລ, ອາວ​ອນ, ພະນັກງານ​ການ​ນຳ​ພັກ-​ລັດ​ແຂວງ​ສາລະ​ວັນ, ພ້ອມ​ດ້ວຍ​ທະຫານ-​ຕ່ຳຫລວດ, ນັກຮຽນຮູ້, ນັກ​ສຶກສາ​, ປັນຍາ​ຊົນ​ໄດ້​ເຕົ້າ​​ໂຮມກັນ​ ເພື່ອ​ໄຫວ​ອາ​ໄລ​ເຖິງດວງ​ວິ​ຍານ ​ພະນັກງານ-ນັກຮົບ​ທະຫານອາສາ​ສະໜັກ ​ແລະ ​ຊ່ຽວຊານຫວຽດ ນາມທີ່​ເສຍສະຫລະ​ເລືອດ​ເນື້ອ ​ແລະ ຊີວິດ​ ຕໍ່ສູ້​ກູ້​ຊາດ​ຕ້ານ​ການ​ຮຸກ​ຮານ ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ ໃນ​ປາງ​ສົງຄາມ​ຢູ່​ດິນ​ແດນ​ ຂອງ​ແຂວງ​ສາລະ​ວັນ ​ເພື່ອ​​ແລກ​ເອົາ​ເອກະລາດ, ອຳນາດ​ອະທິປະ​ໄຕ ​ແລະ​ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ 2 ຊາດ​ລາວ-​ຫວຽດນາມ ກໍຄື​ພາລະກິດ​ປົກ​ປັກ​ຮັກສາ ​ແລະ​ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຂອງ 2 ປະ​ເທດ, ຜ່ານ​ມາ​ ໄດ້​ພິສຸດ​ໃຫ້​ພວກ​ເຮົາ​ຮູ້​ດີ​ວ່າ​: ຫວຽດນາມ ​ແມ່ນ​ເພື່ອ​ນມິດ​ສະ​ໜິດ​ແໜ້ນ ຮ່ວມ​ເປັນ, ຮ່ວມ​ຕາ​ຍສູ້​ຮົບຄຽງບ່າ, ຄຽງ​ໄຫລ່​ຕີສັດຕູ​ໂຕດຽວ, ໃນຂຸມ​ຄອງ​ດຽວກັນ, ຄວາມ​ສາ​ມັກ​ຄີ​ພິ​ເສດ​ສອງ​ຊາດ​ ໄດ້​ທົດ​ສອບຫລໍ່​ຫລອມ ຂະ​ບວນວິວັດ​ຂອງ​ການ​ປະຕິວັດ​ຢ່າງ​ພິລະ​ອາດ​ຫານ ​ຢູ່​ສະໝານຮົບ​ອັນ​ດຸ​ເດືອ​ດຂ້ຽວຂາດ ​ເພື່ອ​ແລກ​ເອົາ​ຄວາມ​ເປັນ​ເອກະລາດ, ຄວາມ​ສະຫງົບ​ມາ​ສູ້​ປະຊາຊົນ​ບັນດາ​ເຜົ່າ.

ສາລະວັນ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນພູມ ລຳເນົາຢ່າງສົມກຽດ

ພິທີ​ມອບ-ຮັບ ​ແລະ​ ຈັດ​ສົ່ງ​ອັດຖິ​ ທະຫານ​ອາສາ​ສະມັກ ​ແລະ​ ຊ່ຽວຊານ​ຫວຽດນາມ ​ທີ່​ເສຍສະຫລະຊີວິດ ​ໃນ​ປາງ​ສົງຄາມ ຈຳນວນ 11 ອັດຖິ

ພ້ອມ​ນີ້ ກໍ​ໄດ້​ມີ​ການ ວາງ​ພວງ​ມະລາ ​ເພື່ອ​ລະ​ນຶກ​ເຖິງ​ຄຸນງາມຄວາມດີ ​ທີ່​ເສຍສະຫລະ​ເລືອດ​ເນື້ອ ຊີວິດ​ຕໍ່ສູ້​ກູ້​ຊາດ ຍາດ​ເອົາ​ເອກະລາດ​ ຈົນ​ໄດ້​ຮັບ​ການ​ປົກ​ປ່ອຍ ​ເຊິ່ງມີ​ກຸ່ມ​ການ​ນຳ​ຂອງ​ແຂວງ, ກຸ່ມ​ພັກ​ພະນັກງານ, ກຸ່ມ​ທະຫານ-​ຕຳຫລວດ, ກຸ່ມ​ເສດຖະກິດ ​ແລະ​ ກຸ່ມ​ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ທ)

ທ່ານອາດຈະມັກ

302 Found

Found

The document has moved here.