ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ

00:00 | 13/10/2023

ວັນມູນເຊື້ອຄະນະປະສານງານອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍເຫຼືອລາວ ທົ່ວປະເທດ ຄົບຮອບ 75 ປີ

ພິທີຝັງອັດຖິຂອງທະຫານອາສາສະໝັກ 115 ຄົນ ທີ່ເສຍສະຫຼະຊີວິດຢູ່ລາວ ພິທີຝັງອັດຖິຂອງທະຫານອາສາສະໝັກ 115 ຄົນ ທີ່ເສຍສະຫຼະຊີວິດຢູ່ລາວ
ປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ທີ່ການເຮັດວຽກ, ການນຳຄະນະປະສານງານ ໄດ້ສະເໜີແຜນນະໂຍບາຍຈັດຕັ້ງການເຄື່ອນໄຫວຈຳນວນໜຶ່ງເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອອະດີດທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍລາວ. ພ້ອມກັນນັ້ນ ກໍ່ສະເໜີແນະຕໍ່ກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດ ແລະບັນດາອົງການທີ່ກ່ຽວຂ້ອງແນໃສ່ຈັດຕັ້ງການເຄື່ອນໄຫວເພື່ອຮັບປະກັນຄວາມສົມກຽດ, ມີຄວາມໝາຍ, ແທດຈິງ ແລະມີປະສິດທິຜົນ.

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍພົນຕີ ຫງວຽນວັນເກົ໊າ ຢັ້ງຢືນວ່າ ປະຈຸບັນ ຄະນະປະສານງານໄດ້ເຄື່ອນໄຫວດ້ວຍຈຸດປະສົງແມ່ນເຕົ້າໂຮມບັນດາສະຫາຍອະດີດທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ທີ່ຊ່ວຍການປະຕິວັດລາວ ຜ່ານໄລຍະຕ່າງໆ. ນີ້ຈະເປັນການເຄື່ອນໄຫວທີ່ມີຄວາມໝາຍແນໃສ່ປັບປຸງນ້ຳໃຈສາມັກຄີຫວຽດນາມ-ລາວ ກວ່າອີກ, ພ້ອມທັງແມ່ນໂອກາດເພື່ອໃຫ້ນັກຊ່ຽວຊານ, ນັກວິທະຍາສາດສະແດງທັດສະນະຂອງຕົນໃນການຊ່ວຍເຫຼືອປະເທດເພື່ອນມິດລາວ ໃນໄລຍະຜ່ານມາ.

ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ໃນຊຸມປີຜ່ານມາ, ຄະນະປະສານງານ ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີ, ປັບປຸງສາຍພົວພັນສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ... ການນໍາກົມໃຫຍ່ການເມືອງ ຍາມໃດກໍ່ເຄົາລົບນັບຖືການເຄື່ອນໄຫວ ແລະຮັບຮູ້ຂໍ້ສະເໜີຂອງຄະນະປະສານງານ, ສະຫາຍຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ມອບໝາຍໜ້າທີ່ໃຫ້ອົງການທີ່ກ່ຽວຂ້ອງເປັນປະທານ ແລະສົມທົບກັບບັນດາອົງການຄົ້ນຄວ້າ, ສະເໜີ, ສັງລວມບັນດາເນື້ອໃນເພື່ອສະເໜີ, ເຮັດເປັນພື້ນຖານໃນການລາຍງານໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕາມຂໍ້ກຳນົດ ແລະມີຄຳຕອບຕໍ່ຄະນະປະສານງານ.

ບູນມີ

ເຫດການ
302 Found

Found

The document has moved here.