ຂີດໝາຍກ່ຽວກັບທະຫານອາສາສະໝັກຫວຽດນາມ ໃນສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ

06:37 | 28/10/2019

ໃນຕະຫຼອດໄລຍະປະຫວັດສາດອັນຍາວນານຂອງສອງປະເທດຫວຽດນາມ-ລາວ, ພິເສດ, ໃນສະໄໝໂຮ່ຈີມິນ ກ່ຽວກັບສາຍພົວພັນຊົນຊາດ ແລະລັດທິສາກົນທີ່ປອດໃສບໍລິສຸດຜຸດຜ່ອງນັ້ນໄດ້ກາຍເປັນກົດເກນພາວະວິໄສເພື່ອໃຫ້ສອງປະເທດພ້ອມກັນສາມັກຄີຜ່ານຜ່າຄວາມດຸເດືອດຫຼາຍຢ່າງຂອງການສົງຄາມສອງຄັ້ງຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ, ໄປເຖິງໄຊຊະນະຢ່າງສົມບູນ, ຄຽງບ່າຄຽງໄຫຼ່ກັນບົນເສັ້ນທາງສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງຕາມເສັ້ນທາງເຊິ່ງສອງພັກ ແລະປະຊາຊົນສອງປະເທດໄດ້ເລືອກເອົາ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ຄົບຮອບ 70 ປີ (30/10/1949 - 30/10/2019), ສໍານັກຂ່າວສານຫວຽດນາມ ເປັນກຽດແນະນໍາບົດຄວາມ: “ຂີດໝາຍກ່ຽວກັບທະຫານອາສາສະໝັກຫວຽດນາມ ໃນສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ບົນສະໜາມຮົບເຂດ 4 - ໄຕງວຽນ ກັບພາກກາງ, ພາກໃຕ້ລາວ” ຂອງທ່ານພົນຕີ ຫງວຽນກ໊ວກເຖື໊ອກ, ອະດີດກໍາມະການສູນກາງພັກ, ອະດີດຜູ້ບັນຊາການທະຫານເຂດ 4, ຮອງປະທານສະມາຄົມມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານທະຫານຫວຽດນາມ ຊ່ວຍ ລາວ.

ຂີດໝາຍກ່ຽວກັບທະຫານອາສາສະໝັກຫວຽດນາມ ໃນສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ
ນັກຊ່ຽວຊານການທະຫານຫວຽດນາມ ກັບບັນດານັກຮົບລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ພາກທີ 1: ສະໜາມຮົບເຂດ 4 - ໄຕງວຽນກັບພາກກາງ, ພາກໃຕ້ລາວ ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນຝະລັ່ງ

ຫວນຄືນ, ພາຍຫຼັງການປະຕິວັດເດືອນ ສິງຫາ 1945, ເມື່ອພວກລ່າເມືອງຂຶ້ນຝະລັ່ງ ຈັດສົ່ງທະຫານເຂົ້າມາຮຸກຮານສາມປະເທດອີນດູຈີນ ຄືນໃໝ່, ໃນຊຸມວັນທໍາອິດຂອງການຕໍ່ຕ້ານ, ປະຊາຊົນສອງປະເທດປະສົບກັບຄວາມຫຍຸ້ງຍາກລໍາບາກຫຼາຍປະການ, ຫາກຍັງໄດ້ພ້ອມກັນຕັດສິນໃຈລູກຮື້ຂຶ້ນຕ້ານພວກສັດຕູຜູ້ຮຸກຮານ. ສໍາພັນທະມິດນັ້ນນັບມື້ນັບພັດທະນາທັງລວງກວ້າງ ແລະລວງເລິກ, ດ້ວຍການສົມທົບກັນຢ່າງແໜ້ນແຟ້ນທັງດ້ານຍຸດທະສາດ ແລະການຕໍ່ສູ້, ຍາດໄດ້ໄຊຊະນະໃນທຸກຂົງເຂດການທະຫານ ແລະການເມືອງ.

ຢູ່ຈຸດເວລາຕັດຈິນໃຈຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ໃນບັ້ນຮົບລະດູໜາວ-ລະດູບານໃໝ່ ປີ 1953-1954, ສະໜາມຮົບພາກກາງ, ພາກໃຕ້ລາວ ດ້ວຍກໍາລັງປະກອບອາວຸດທີ່ເຂັ້ມແຂງຂອງທະຫານເຂດ 4 ແລະບັນດາກົມກອງປະກອບອາວຸດຂອງລາວ, ແມ່ນໜຶ່ງໃນສີ່ສະໜາມຮົບ ທີ່ສໍາຄັນທີ່ສຸດເພື່ອສົມທົບກັບສະໜາມຮົບຕົ້ນຕໍ: ສະໜາມຮົບດ້ຽນບຽນຝູ. ສະໜາມຮົບພາກກາງ, ພາກໃຕ້ລາວ ດ້ວຍຫຼາຍບັ້ນຮົບດັບສູນຂະໜາດໃຫຍ່, ບັງຄັບໃຫ້ສັດຕູ້ຕ້ອງຈັດສົ່ງຫຼາຍກອງພົນຕາງດ້າວຝະລັ່ງເຂົ້າມາເພື່ອຮັບມືກັບສໍາພັນທະມິດສູ້ຮົບຫວຽດນາມ-ລາວ, ຮັກສາແລວເໜືອ-ໃຕ້ຂອງມັນໄວ້ຢ່າງໝັ້ນຄົງ, ແຕ່ສຸດທ້າຍ, ພວກມັນຕ້ອງຍອມຖືກປະລາໄຊຢ່າງໜັກໜ່ວງ.

ທະຫານຫວຽດນາມ ແລະລາວ ໄດ້ດັບສູນ 4 ກອງພັນ, ບຸກໂຈມຕີເຮັດໃຫ້ຫຼາຍກອງພັນອື່ນຖືກເສຍຫາຍຢ່າງໜັກໜ່ວງ, ສິ່ງສໍາຄັນກວ່າແມ່ນຫວຽດນາມ ແລະລາວ ໄດ້ຂະຫຍາຍເຂດປົດປ່ອຍຢ່າງກວ້າງໃຫຍ່ຈາກພາກກາງ-ເຖິງພາກໃຕ້ລາວ, ປົດປ່ອຍເທດສະບານທ່າແຂກ, ແຂວງຄໍາມ່ວຍ, ເທດສະບານອັດຕະປື, ແຂວງອັດຕະປືຢູ່ພາກໃຕ້ລາວ, ຫຼາຍເມືອງຢູ່ພາກກາງ, ພາກໃຕ້ລາວ, ຕັດແລວເໜືອ-ໃຕ້ຂອງພວກສັດຕູ, ເຊື່ອມຕໍ່ ແລະເປີດກວ້າງເຂດປົດປ່ອຍດ້ວຍປະຊາຊົນໄດ້ຫຼາຍໝື່ນຄົນຢູ່ລຽບຕາມແລວເໜືອ-ໃຕ້, ພາກກາງ ແລະພາກໃຕ້ລາວ, ຕິດກັບທິດຕາເວັນຕົກເຂດ 4-ເຂດ 5.

ຂີດໝາຍກ່ຽວກັບທະຫານອາສາສະໝັກຫວຽດນາມ ໃນສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ
ນັກຊ່ຽວຊານການທະຫານຫວຽດນາມ ກັບບັນດານັກຮົບລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ນັບແຕ່ນີ້, ການໄຊຊະນະຂອງທະຫານ ແລະປະຊາຊົນຫວຽດນາມ ຢູ່ສະໜາມຮົບພາກກາງ, ພາກໃຕ້ລາວ ປະກອບສ່ວນສໍາຄັນເຂົ້າໃນໄຊຊະນະຂອງບັ້ນຮົບລະດູໜາວ-ລະດູບານໃໝ່ ປີ 1953-1954, ສັນຍາ Geneva ໄດ້ຮັບການລົງນາມ, ທະຫານອາສາສະໝັກຫວຽດນາມ ໄດ້ຖອນກໍາລັງກັບເມືອປະເທດ, ພາຍຫຼັງຫຼາຍປີທີ່ຄຽງບ່າຄຽງໄຫຼ່, ຕໍ່ສູ້ນໍາກັນ, ໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກປະຊາຊົນລາວ...

ສະຫຼຸບບັ້ນຮົບລະດູໜາວ-ລະດູບານໃໝ່ ປີ 1953-1954, ທ່ານພົນເອກ ຫວໍງວຽນຢາບ, ຜູ້ບັນຊາການສູງສຸດກອງທັບປະຊາຊົນຫວຽດນາມ, ຜູ້ບັນຊາການທັງເປັນເລຂາຄະນະພັກບັ້ນຮົບດ້ຽນບຽນຝູ, ໄດ້ຕີລາຄາສູງບົດບາດຂອງບັ້ນຮົບພາກກາງ, ພາກໃຕ້ລາວ ດ້ວຍໜຶ່ງໜ້າທີ່ໃນໜຶ່ງສະໜາມຮົບ, ແຕ່ບັນລຸໄດ້ສອງເປົ້າໝາຍທີ່ມີຄວາມໝາຍຍຸດທະສາດສໍາຄັນທີ່ສຸດ.

ແລະຖືກກັບຂໍ້ສັງເກດຂອງພວກເຮົາວ່າ, ຝະລັ່ງຖືກປະລາໄຊຕ້ອງຖອນກໍາລັງກັບເມືອປະເທດ, ຈັກກະພັດອາເມລິກາ ກັບມາຮຸກຮານສາມປະເທດອີນດູຈີນ ຢ່າງໄວ. ພາລະກິດຕໍ່ສູ້ປົດປ່ອຍຊາດກໍ່ສືບຕໍ່ເພື່ອຕ້ານສັດຕູທີ່ມີກໍາລັງທະຫານເຂັ້ມແຂງ ແລະໂຫດຫ້ຽມທົບຫຼາຍເທົ່າ. ອີກເທື່ອໜຶ່ງ, ສອງຊາດ, ສອງກອງທັບສືບຕໍ່ຄຽງບ່າຄຽງໄຫຼ່ນໍາກັນ. ບົດເພງ “ສາຍພູຫຼວງຕາເວັນອອກ-ສາຍພູຫຼວງຕາເວັນຕົກ” ໄດ້ຮັບການປະດິດແຕ່ງໃນສະພາບການຕໍ່ສູ້ຂອງສອງຊາດເວົ້າລວມ ແລະບົນດິນແດນພາກກາງຂອງສາຍພູຫຼວງຕາເວັນອອກ-ສາຍພູຫຼວງຕາເວັນຕົກດຸເດືອດທີ່ສຸດ, ສິ່ງດັ່ງກ່າວເປັນຮູບພາບສວຍງາມທີ່ສຸດແຫ່ງນໍ້າໃຈຕໍ່ສູ້, ຄວາມສາມັກຄີແບບພິເສດຂອງສອງຊາດ, ສ້າງເປັນກໍາລັງແຮງຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງໃນສະໜາມຮົບ, ໂດຍສະເພາະແມ່ນໃນຈຸດເວລາທີ່ມີຄວາມໝາຍຕັດສິນ...

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.