ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ

18:47 | 19/06/2024

ຍສໝ - ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ບໍ່​ພຽງ​ແຕ່​ຊ່ວຍ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ໃໝ່ ເພື່ອປະຊາຊົນ​ສອງປະເທດ ຫວຽດນາມ-ສະຫະພັນ​ລັດ​ເຊຍ ​ສະໜິດ​ຕິດພັນກັນກ່ວາອີກ. ສະນັ້ນ ການຊຸກຍູ້ບັນດາການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ຈຶ່ງ​ມີ​ບົດບາດ​ສຳຄັນ​ໃນ​ການ​ປະກອບສ່ວນ “ຮັກສາ​” ​ການ​ພົວພັນ​ມິດຕະພາບ ຫວຽດນາມ-ສະຫະພັນລັດ​ເຊຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ ດັ້ງ​ມິງ​ຄ່ອຍ ໃຫ້​ຮູ້​ຄືແນວນັ້ນ ເມື່ອແລກປ່ຽນກັບສື່ມວນຊົນເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ​ ​ທາງລັດຖະກິດຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ແຕ່​ວັນ​ທີ 19-20 ມີຖຸນາ 2024.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ, ແຂວງ ລາວ​ກາຍ ແລກປ່ຽນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ດ້ານ​ການທູດ​​ປະຊາຊົນ​
ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳສິລະ​ປະ​ລະຫວ່າງ ເທື່ອທຽນເຫ້ວ ກັບ ສ.​ເກົາຫຼີ

- ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ຄວນ​ສຸມ​ໃສ່​ເຂົ້າໃນບັນດາ​ເນື້ອ​ໃນ​ໃດ ​ເພື່ອ​ປະກອບສ່ວນ “​ຮັກສາ​” ມິດຕະພາບ ​ຫວຽດນາມ - ລັດ​ເຊຍ, ຂໍຮຽນທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ?

ຄວາມ​ຮັກແພງ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ ອະດີດ​ສະຫະພາບ​ໂຊ​ວຽດ, ກໍຄື ລັດ​ເຊຍ ​ໃນ​ປະຈຸ​ບັນ ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ສາມັກຄີ ​ແລະ ມິດຕະພາບ​ສາກົນ.

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ ລັດ​ເຊຍ ດັ້ງ​ມິງ​ຄ່ອຍ

​ໃນ​ຫຼາຍ​ລຸ້ນຄົນ, ພວກ​ເຮົາ ບໍ່​ພຽງ​ແຕ່​ໄດ້​ແບ່ງປັນ​ບັນດາສິ່ງທ້າທາຍ ແລະ ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ກັນ​ເທົ່າ​ນັ້ນ, ​ແຕ່​ຍັງ​ເປັນ​ຊ່ວງ​ເວລາ​ແຫ່ງ​ຄວາມ​ສະຫງ່າ​ລາສີ ​ແລະ ຄວາມ​ຜາ​ສຸກ, ດ້ວຍ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລ້ຳຄ່າ, ສຸດອົກສຸດໃຈຂອງປະຊາຊົນ ສະຫະພາບໂຊວຽດ ແລະ ສະຫະພັນ ລັດເຊຍ ໃນຕະຫຼອດທັງໄລຍະສົງຄາມຕໍ່ຕ້ານ ແລະ ການສ້າງສາປະເທດຊາດໃນໄລຍະຕໍ່ມາ.

​ເພື່ອ “ຮັກສາ” ມິດຕະພາບ ​ຫວຽດນາມ - ລັດ​ເຊຍ, ການຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ​ ບໍ່​ພຽງ​ແຕ່​ຊ່ວຍ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ໃໝ່ ເພື່ອໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ຕິດພັນກັນກ່ວາອີກດ້ວຍ.

ກ່ອນອື່ນ​ໝົດ​, ແມ່ນ​ຕ້ອງຍູ້ແຮງບັນດາ​ໂຄງການ​ແລກປ່ຽນ ​ແລະ ​ພົບປະແລກປ່ຽນ​ວັດທະນະທຳ. ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ລະຫວ່າງບັນດາ​ລຸ້ນຄົນ​, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ, ຕ້ອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນປະຈຳ ແລະ ມີຂອບຂະຫນາດກ່ວາ, ສ້າງ​ພື້ນທີ່​ເພື່ອ​ໃຫ້ບັນດາ​ລຸ້ນຄົນຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະ, ​ແລກປ່ຽນ, ຮຽນ​ຮູ້​ເຊິ່ງກັນ ​ແລະ ກັນ, ຍົກສູງຄວາມຮັບຮູ້ກ່ຽວກັບຄວາມ​ສຳຄັນ​ຂອງ​ການ​ພົວພັນ​ມິດຕະພາບ​ ຫວຽດນາມ - ລັດ​ເຊຍ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ, ປະຊາຊົນ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ. ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ-ບຳລຸງ​ສ້າງ, ​ໃນ​ໄລຍະ​ຜ່ານ​ມາ, ສະຫະພາບ ​ໂຊ​ວຽດ ​ໄດ້​ຊ່ວຍ​ ຫວຽດນາມ ບຳລຸງ​ສ້າງ​ພະນັກງານ ​ແລະ ນັກ​ຊ່ຽວຊານ​ທີ່​ດີເດັ່ນເກືອບ 40.000 ຄົນ ​ໃນ​ຫຼາຍຂະແໜງການສະເພາະຕ່າງໆ.ປະຈຸ​ບັນ, ລັດ​ເຊຍ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ນັບ​ແຕ່​ປີ 2019 ​ເປັນ​ຕົ້ນ​ມາ, ລັດ​ເຊຍ ​ໄດ້​ເພີ່ມ​ຈຳນວນ​ທຶນ​ການສຶກສາ​ໃຫ້​ ຫວຽດນາມ ​ເປັນ​ປະມານ 1.000 ທຶນ/ປີ. ປະຈຸ​ບັນ, ມີ​ນັກ​ສຶກສາ ​ຫວຽດນາມ ໄປຮຽນ​ຢູ່​​ ລັດ​ເຊຍ ປະມານ 5.000 ກວ່າ​ຄົນ.

ນອກ​ນີ້, ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນໂດຍຜ່ານ​ບັນດາການສຳມະນາ, ​ເວທີ​ປາ​ໄສ, ​ໂຄງການ​ຮ່ວມ​ມື​ທາງ​ສັງຄົມ​ກໍ່​ເປັນ​ສິ່ງ​ຈຳ​ເປັນ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ​ຈະ​ສ້າງພື້ນທີ່ເພື່ອໃຫ້ປະຊາຊົນ​ສອງ​ປະ​ເທດ​ໄດ້​ພົບ​ປະ, ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ຈາກນັ້ນ ກໍ່ເຮັດໃຫ້ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ລັດ​ເຊຍ ເລິກເຊິ່ງກ່ວາອີກ. ນອກຈາກນັ້ນ, ຂ້າພະເຈົ້າຄິດວ່າ ເຕັກໂນໂລຢີ ແລະ ເຄືອຂ່າຍສັງຄົມຍັງສາມາດນຳໃຊ້ໄດ້ເພື່ອຊຸກຍູ້ການແລກປ່ຽນປະຊາຊົນ. ການພັດທະນາບັນດາພື້ນຖານໂປຼແກຼມອອນໄລ ເພື່ອໃຫ້ປະຊາຊົນສອງປະເທດສາມາດເຊື່ອມຕໍ່, ແບ່ງປັນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ຈະເປີດໂອກາດໃຫມ່ໃນການແລກປ່ຽນ ແລະ ການຮ່ວມມື.

ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ “ຮັກສາ​” ມິດຕະພາບ​ ຫວຽດນາມ - ລັດ​ເຊຍ

ເຫດການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ລັດ​ເຊຍ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດານັງ ຈັດ​ຕັ້ງ​ໃນ​ເດືອນພະຈິກ 2023. (ພາບ: DAFO)

ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຫຼໍ່ລ້ຽງ ແລະ ພັດທະນາ​ສາຍພົວພັນມິດຕະພາບເເບບ​ພິ​ເສດ​ນີ້ ດ້ວຍ​ຄວາມ​ກະຕືລືລົ້ນ ​ແລະ ຄວາມ​ພະຍາຍາມທັງໝົດ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ພ້ອມໃຈ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ຂອງ 2 ປະ​ເທດ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ ຫວຽດນາມ - ລັດ​ເຊຍ ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ພັດທະນາ​ຢ່າງ​ເຂັ້ມແຂງ, ກາຍ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນໃຫ້ການພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ - ລັດ​ເຊຍ ຂຶ້ນ​ສູ່​ລະດັບ​ໃໝ່.

- ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ຕ້ອງ​ເຮັດ​ແນວ​ໃດ​ເພື່ອເສີມຂະຫຍາຍ ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ສຶກສາ - ບຳລຸງ​ສ້າງ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ?

​ເພື່ອ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ - ​ເຕັກ​ໂນ​ໂລຢີ, 2 ຝ່າຍ​ຕ້ອງ​ເອົາ​ໃຈ​ໃສ່ຜັນຂະຫຍາຍບັນດາລາຍການ, ​ໂຄງການ​ຮ່ວມ​ມື​ຄົ້ນຄວ້າລວມໃນບັນດາ​ຂົງ​ເຂດ​ທີ່ ​ລັດ​ເຊຍ ມີ​ທ່າແຮງ, ຫວຽດນາມ ມີ​ຄວາມ​ຕ້ອງການ​ໃນ​ບັນດາ​ຂົງ​ເຂດ​ຄື: ຊີວະວິທະຍາສາດ​, ​ເຕັກ​ໂນ​ໂລຢີພະລັງງານ, ​ເຕັກ​ໂນ​ໂລຢີອາວະກາດ, ການນໍາໃຊ້ຊັບພະຍາກອນສິ່ງແວດລ້ອມຢ່າງສົມເຫດສົມຜົນ; ການຄົ້ນຄວ້າພື້ນຖານ, Fintech, ປັນຍາປະດິດ, ຊີວະເວດ… 2 ປະເທດຕ້ອງມີນະໂຍບາຍ ແລະ ໃຊ້ແຫຼ່ງທຶນທີ່ເໝາະສົມ ເພື່ອລົງທຶນເຂົ້າໃນບັນດາລາຍການ, ໂຄງການຮ່ວມມືຄົ້ນຄວ້າລວມ, ພ້ອມກັນນັ້ນ ກໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນພະນັກງານ​ວິ​ທະ​ຍາ​ສາດ, ເຊື່ອມ​ຕໍ່​ເຄືອ​ຂ່າຍ​ການ​ຮ່ວມ​ມື​ລະ​ຫວ່າງ​ຮາກຖານຄົ້ນ​ຄວ້າ, ບຳລຸງສ້າງ...

​ໃນ​ຂົງ​ເຂດ​ການ​ສຶກສາ-ບຳລຸງ​ສ້າງ, ​ເພື່ອ​ເສີມຂະຫຍາຍປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້ກ່ວາອີກ, 2 ປະ​ເທດ​ກໍ່ພວມເຮັດສຳເລັດ​ພື້ນຖານ​ນິຕິ​ກຳ​ຢ່າງ​ຮີບ​ດ່ວນ, ເພື່ອໃຫ້​ໄດ້​ລົງ​ນາມ​ໃນ​ສັນຍາ​ສະບັບ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ໂດຍ​ໄວ ​ເພື່ອ​ທົດ​ແທນ​ສັນຍາ​ທີ່​ໄດ້​ລົງ​ນາມ​ເມື່ອ​ປີ 2005, ສັນຍາກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສູນ Pushkin; ຕໍ່ກຳນົດສັນຍາ​ການບຳລຸງສ້າງ​ພົນລະ​ເມືອງ​ ຫວຽດນາມ ຢູ່​ ລັດ​ເຊຍ ຮອດ​ປີ 2030...ສຳລັບ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຢູ່​ສະຫະພັນ ​ລັດ​ເຊຍ ຕາມ​ສັນຍາ, ພວກ​ເຮົາ​ຕ້ອງ​ໃຫ້​ບຸລິມະສິດ​ສົ່ງ​ນັກ​ສຶກສາ​ໄປບຳລຸງ​ສ້າງ​ບັນດາ​ກຸ່ມຂະແໜງການເຕັກນິກ, ວິທະຍາສາດນຳໃຊ້, ເຕັກໂນໂລຢີການເງິນ; ປະສານສົມທົບລະຫວ່າງກະຊວງທີ່ກ່ຽວຂ້ອງ ເພື່ອເພີ່ມຈຳນວນທຶນການສຶກສາໃຫ້ບັນດາຂະແໜງການແພດ ແລະ ບັນດາຂະແໜງການບຳລຸງສ້າງໃນຂົງເຂດວັດທະນະທຳ, ສິລະປະ.

​ໃນ​ແຕ່ລະ​ປີ, ລັດ​ເຊຍ ​ໄດ້​ມອບ​ທຶນ​ສຶກສາ 1.000 ທຶນ​ໃຫ້​ພົນລະ​ເມືອງ ຫວຽດນາມ ​ໄປ​ຮ່ຳຮຽນ​ຢູ່​ ລັດ​ເຊຍ. ເພື່ອ​ດຶງ​ດູດ​ພົນລະ​ເມືອງ ​ຫວຽດນາມ​ ມາ​ຮ່ຳຮຽນ​ຢູ່ ​ລັດ​ເຊຍ, ຕ້ອງຊຸກຍູ້ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ພື້ນຖານການ​ສຶກສາ​ ແລະ ບັນດາມະຫາວິທະຍາ​ໄລ ລັດ​ເຊຍ ຢູ່​ບັນດາ​ທ້ອງ​ຖິ່ນ​ຂອງ​ ຫວຽດນາມ, ເປີດກ້ວາງເປົ້າໝາຍຮັບສະໝັກນັກຮຽນ ເພື່ອ​ເພີ່ມ​ໂອກາດໃນການໄດ້ຮັບທຶນການສຶກສາໃຫ້ນັກ​ສຶກສາ​ ຫວຽດນາມ ​ໃນ​ທົ່ວ​ປະ​ເທດ.

ກ່ຽວກັບຝ່າຍ ລັດເຊຍ, ຄວນມີນະໂຍບາຍສ້າງເງື່ອນໄຂ ເພື່ອໃຫ້ນັກສຶກສາ ຫວຽດນາມ ພາຍຫຼັງຮຽນຈົບ ມີເວລາຊອກຫາໂອກາດເຮັດວຽກຢູ່ ລັດເຊຍ ເພື່ອຊົດເຊີຍສະພາບການຂາດແຄນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກໍຄືຂາດແຄນແຮງງານທີ່ພວມເພີ່ມຂຶ້ນ. ຂ້າພະ​ເຈົ້າ​ຫວັງ​ວ່າ, ດ້ວຍ​ພື້ນຖານ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ, ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ V. Putin ໃນໄລຍະຈະມາເຖິງ ຈະ​ນຳ​ມາເຊິ່ງກຳລັງຜັກດັນໃໝ່​ເພື່ອສອງໃຫ້ປະ​ເທດ​ນັບມື້ນັບຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ, ມຸ່ງ​ໄປ​ສູ່​ອະນາຄົດ​ທີ່​ດີກ​ວ່າ.

- ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ ການນຳລາວ ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງໜັງສືພິມ ປະຊາຊົນ ຫວຽດນາມ ແລະ ໜັງສືພິມ ປະຊາຊົນ ລາວ

​ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ແລະ ເຮັດວຽກຢູ່ປະເທດ ລາວ, ວັນ​ທີ 7 ມິຖຸນາ, ຄະນະ​ຜູ້​ແທນ​ໜັງສືພິມ ປະຊາຊົນ ຫວຽດນາມ ​ນຳ​ໂດຍ​ສະຫາຍ ​ເລ​ກັວກ​ມິນ, ກຳມະການ​ສູນ​ກາງ​ພັກ, ບັນນາທິການ​ໃຫຍ່​ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ສະຫາຍ ບຸນ​ທອງ ຈິດ​ມະນີ, ຜູ້ປະຈຳ​ຄະນະເລຂາທິການ, ...

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ

ຍສໝ​ - ອາທິດແລ້ວນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງວາລະ​ປະຊຸມເປີດກ່ຽວກັບຫົວຂໍ້ “​ເພີ່ມ​ທະວີບົດບາດ​ຂອງ ອາຟຣິກາ ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ” ພາຍໃຕ້ການເປັນປະທານຂອງ ໂມຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນພຶດສະພາ 2024.

ມິງດຶກ

ເຫດການ
302 Found

Found

The document has moved here.