ຜູ້​ຊົມ​ລັດ​ເຊຍ ​ໄດ້ຕົບມືຊົມ​ເຊີຍບັນດານັກ​ສິ​ລະ​ປິນ​ຫວຽດ​ນາມ ຢ່າງບໍ່ຢຸດຢັ້ງ

19:45 | 17/07/2024

ຍສໝ - ການ​ຢ້ຽມຢາມ​​ລັດ​ເຊຍຂອງ ທ່ານ​ຮອງລັດຖະມົນຕີິ ຫງວຽນ​ວັນ​ຮຸ່ງ ​ໄດ້​ດຳ​ເນີນແລະ ປະສົບ​ຜົນສຳ​ເລັດ​ຢ່າງຈົບງາມໃນ​ຫຼາຍ​ດ້ານ, ເປີດ​ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ, ການທ່ອງທ່ຽວ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລັດ​ເຊຍ. ທ່ານ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໃຫ້ຮູ້ວ່າ.

ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin
ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ວາລະສານ ຍຸກສະໄໝ ໄດ້ມີການ​ສຳພາດ​ທ່ານ​ ນາງ ຫງວຽນ​ເຟືອງ​ຮ່ວາ, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ກ່ຽວ​ກັບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ເຄື່ອນ​ໄຫວ​ຂອງ​ວັນ​ວັດທະນະທຳ ຫວຽດນາມ ຢູ່​​ລັດ​ເຊຍ 2024.

ຮຽນທ່ານນາງ, ໄລຍະຜ່ານ​ມາ​ນີ້, ຄະນະປະຕິບັດງານ​​ຂອງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ເຊິ່ງນໍາ​ໂດຍ​ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລະ ​ແລກປ່ຽນ​ຫຼາຍ​ຢ່າງ​ຢູ່​​ລັດ​ເຊຍ. ສະນັ້ນ ສິ່ງທີ່ເປັນຈຸດເດັ່ນທີ່ໂດດເດັ່ນທີ່ສຸດຂອງການເຮັດວຽກໃນຄັ້ງນີ້ມີຫຍັງແດ່?

ແຕ່ວັນທີ 1-8 ກໍລະກົດ, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ແລະ ຄະນະຜູ້ແທນໄດ້ໄປສະຫະພັນລັດເຊຍ ເພື່ອຈັດຕັ້ງບັນດາວັນວັດທະນະທໍາຫວຽດນາມ ຢູ່ສະຫະພັນລັດເຊຍ ໃນປີ 2024. ໃນການຢ້ຽມຢາມສາມາດຕີລາຄາວ່າ ບັນລຸໄດ້ໝາກຜົນດີເດັ່ນ ແລະ ຮອບດ້ານໃນຂອບເຂດ 3 ຂົງ​ເຂດ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ.

Lễ khai mạc Những ngày Văn hóa Việt Nam tại Liên bang Nga năm 2024 (Ảnh: T.L).  ພິ​ທີ​ເປີດ​ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ຢູ່​ສະ​ຫະ​ພັນ​ລັດ​ເຊຍ 2024 (ພາບ: T.L).

ພິ​ທີ​ເປີດ​ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ​ຢູ່​ສະ​ຫະ​ພັນ​ລັດ​ເຊຍ 2024 (ພາບ: T.L).

ລາຍການ​ນີ້​​ຖື​ວ່າ​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງ​ພວກ​ເຮົາ​ພາຍຫຼັງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ ວາລາດີເມຍ ປູຕິນ ​ໃນ​ວັນ​ທີ 20 ມິຖຸນາ ​ແລະ ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ສົມກຽດ​. ການໄປຄັ້ງນີ້ພ້ອມກັບບັນດາການເຄື່ອນໄຫວແມ່ນໄດ້ຮັບການຜັນຂະຫຍາຍຢ່າງທັນການ, ຫັນເນື້ອໃນຂອງຖະແຫຼງການຮ່ວມກ່ຽວກັບການລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຜົນງານ 30 ປີແຫ່ງການປະຕິບັດສົນທິສັນຍາບົນຫຼັກການພື້ນຖານມິດຕະພາບ ຫວຽດນາມ - ລັດເຊຍ ແລະ ມຸ່ງໄປເຖິງ 75 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ (1950-2025) ເປັນອັນລະອຽດ.

ວັນ​ວັດທະນະທຳ​ຫວຽດນາມ ​ຢູ່​ສະຫະພັນ​ລັດ​ເຊຍ​ ປີ 2024 ກໍ່​ລາຄາສູງ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂັ້ນ​ສູງ​ສະຫະພັນ​ລັດ​ເຊຍ ​ເຊັ່ນ: ປະທານ​ສະພາ​ແຫ່ງ​ຊາດ​ສະຫະພັນ​ລັດ​ເຊຍ ວາເລັນຕີນາ ມາດເຢັນໂກ (Valentina Matvyenko) ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ວັນ​ວັດທະນະທຳ​ຫວຽດນາມ​ ​ຢູ່​ສະຫະພັນ​ລັດ​ເຊຍ 2024 ແລະ ​ໄດ້ແຕ່ງຕັ້ງຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ຂອງ​ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ ອັນເດ ຢາກສະກິນ (Andrey Yatskin) ເຂົ້າ​ຮ່ວມ​ພິ​ທີ​ເປີດ​. ພິທີ​ເປີດ​ດັ່ງກ່າວ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ອະດີດ​ນາຍົກລັດຖະມົນຕີ 2 ທ່ານ​ຂອງ​ສະຫະພັນ​ລັດ​ເຊຍ ຄື ທ່ານ ມິກເຮວ ຢຮາໂກ (Mikhail Fradkov) ​ແລະ ທ່ານ ເຊີເກຮ ສະເຕປາຊິນ (Sergey Stepashin).

Tiết mục biểu diễn của các nghệ sĩ Việt Nam tại chương trình (Ảnh: T.L).  ການສະແດງຂອງນັກສິລະປິນຫວຽດນາມ ຢູ່ໃນລາຍການ (ພາບ: T.L).

ການສະແດງຂອງນັກສິລະປິນຫວຽດນາມ ຢູ່ໃນລາຍການ (ພາບ: T.L).

​ໃນ​ອາທິດ​ແຫ່ງ​ວັນ​ວັດທະນະທຳ​ຫວຽດນາມ ຢູ່​ລັດ​ເຊຍ ປີ 2024, ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ດຳ​ເນີນ​ໄປ​ຢ່າງ​ມີບັນຍາກາດຟົດຟື້ນ​ ໄດ້​ຮັບ​ການຕ້ອນຮັບຈາກ​ຜູ້​ຊົມຢ່າງຫຼວງຫຼາຍ. ການສະແດງສິລະປະທີ່ໂຮງລະຄອນ ຊາຍາດີ ໃນມົດສະກູ (Zaryadie Moscow) ຫຼື ຄ່ຳຄືນສະແດງຢູ່ໂຮງລະຄອນ ກັບແປວລາ (Capella) ໃນເຊັນ ປີເຕີເບີກ (Saint Petersburg) ແມ່ນບ່ອນນັ່ງເຕັມຫມົດ. ມີສຽງ​ຕົບມືຢ່າງ​ບໍ່​ຢຸດ​ ພາຍຫຼັງ​ການ​ສະ​ແດງ​ຂອງ​ນັກ​ສິລະ​ປິນຫວຽດນາມ ​ໃນ​ແຕ່ລະ​ລາຍການ. ນອກ​ນັ້ນ, ບັນດາ​ລາຍການ​ສາຍ​ຮູບ​ເງົາ​ໃນ​​ມື້​ວັນ​ຮູບ​ເງົາ​ຫວຽດນາມ ຢູ່ ລັດ​ເຊຍ ​ແລະ ບັນດາ​ສະຖານ​ທີ່​ວາງສະ​ແດງ​ກ່ຽວ​ກັບ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ກໍ່​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຊາວ​ລັດ​ເຊຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຝ່າຍ​ເພື່ອນມິດໄດ້​ຕີ​ລາຄາ​ສູງ ​ແລະ ຮັບ​ຮູ້​ບັນດາ​ຂໍ້​ລິ​ເລີ່​ມອັນ​ສຳຄັນ​ຂອງ​ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ໃນ​ການ​ພົວພັນ​ແລກປ່ຽນ​ຄະນະ​ຜູ້​ແທນ ​ຄື: ການຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ດ້ານ​ວິຊາ​ສະ​ເພາະ​ໃຫ້​ແກ່​ຜູ້​ບໍລິຫານ, ນັກ​ສຶກສາ​ສາມາດ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ບັນດາ​ວິທີ​ແກ້​ໄຂ​ສະ​ເພາະ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ.

ຜູ້​ຊົມ​ລັດ​ເຊຍ ​ໄດ້ຕົບມືຊົມ​ເຊີຍບັນດານັກ​ສິ​ລະ​ປິນ​ຫວຽດ​ນາມ ຢ່າງບໍ່ຢຸດຢັ້ງ

ການ​ສະ​ແດງ​ຟ້ອນ “ກຸບ ແມ່ນເສື້ອຍາວ” ຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​ຫວຽດ​ນາມ ໃນ​ລາຍ​ການ (ພາບ: T.L).

ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ແລະ ກະຊວງ​ວັດທະນະທຳ​ສະຫະພັນ​ລັດ​ເຊຍ ທີ່​ຕັ້ງ​ຢູ່​ໃນຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ລະຫວ່າງ 2 ປະ​ເທດ. ສິ່ງ​ທີ່​ເປັນ​ພິ​ເສດ​ແມ່ນ​ສອງ​ລັດ​ຖະ​ມົນ​ຕີ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ໂດຍ​ກົງ ​ແລະ ກຳ​ນົດ​ເປົ້າ​ໝາຍ ແລະ ການ​ເຄື່ອນ​ໄຫວ​ສະ​ເພາະ​ເພື່ອ​ແນ​ໃສ່​ຊຸກ​ຍູ້ ​ແລະ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາກ​ປະ​ຕິ​ບັດ​ຕື່ມ​ອີກ. ຈຸດ​ສຸມ​ໃນ​ການ​ຮ່ວມ​ມື​ແມ່ນ​ໃຫ້​ບຸ​ລິ​ມະ​ສິດ​ການ​ຝຶກ​ອົບ​ຮົມ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ນອກ​ນີ້, ຍັງ​ໄດ້​ມອບ​ໝາຍ​ໃຫ້​ຮອງ​ລັດຖະມົນຕີ​ທັງ​ສອງ​ກະຊວງ​ເປັນ​ຫົວໜ້າ​ຄະນະ​ເຮັດ​ວຽກ​ຂອງ​ແຕ່ລະ​ຝ່າຍ.

ຜ່ານ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ​ໃນ​ວັນບຸນອາທິດ​ນີ້, ຝ່າຍ​ຫວຽດນາມ ​ໄດ້​ສານ​ໃດ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ ​ແລະ ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ແລະ ກິລາ, ພິ​ເສດ​ແມ່ນ​ຂົງ​ເຂດ​ທ່ອງ​ທ່ຽວ, ​ຮຽນທ່ານນາງ?

ຜ່ານ​ບັນດາ​ລາຍການ​ແນະນຳ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ໄດ້​ສົ່ງ​ສານ “ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ” ​ເຖິງ​ຊາວ​ລັດ​ເຊຍ​. ຜ່ານ​ບັນດາ​ລາຍການໂຄສະນາ​ສົ່ງ​ເສີມ​ການທ່ອງທ່ຽວ​ຢູ່ 2 ນະຄອນ​ໃຫຍ່​ຂອງ​ລັດ​ເຊຍ ຄື ມົດສະກູ ​ແລະ ເຊັນ ປີເຕີເບີກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ​ແລະ ສາຍ​ການບິນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ຕະຫຼາດ​ທ່ອງ​ທ່ຽວ​ລັດ​ເຊຍ ​ແລະ ຫວຽດນາມ.

Đông đảo khán giả Nga tới dự các chương trình biểu diễn của đoàn (Ảnh: T.L)  .ຜູ້​ຊົມ​ຣັດ​ເຊຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ການ​ສະ​ແດງ​ຂອງ​ຄະນະທິມງານ (ພາບ: T.L).

ຜູ້​ຊົມ​ລັດ​ເຊຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ຊົມການ​ສະ​ແດງ​ຂອງ​ຄະນະ (ພາບ: T.L).

ພາຍຫຼັງ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ວຽກງານ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ກໍ່​ຈະ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ແນ​ໃສ່​ສະ​ເໜີ​ໃຫ້​ລັດຖະບານ, ມີ​ວິທີ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ເປີດ​ກ້ວາງ ​ແລະ ​ເພີ່ມ​ສາຍ​ການ​ບິນ​ໂດຍ​ກົງ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ.

ໃນ​ຂົງ​ເຂດ​ກິລາ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ກິລາ ລັດ​ເຊຍ ​ໄດ້​ມີ​ການ​ເຈລະຈາ​ໂດຍ​ກົງ ​ແລະ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກິລາ​ລະຫວ່າງ 2 ກະຊວງ. ໃນນັ້ນໄດ້​ວາງອອກບັນດາ​ເປົ້າ​ຫມາຍ, ເນື້ອ​ໃນ ​ແລະ ​ແຜນ​ລະອຽດ ​ເພື່ອ​ນໍາ​ເອົາ​ການ​ຮ່ວມ​ມື​ນີ້​ເຂົ້າ​ໄປ​ໃນການປະຕິບັດຕົວຈິງ. ລັດຖະມົນຕີ 2 ທ່ານ​ກໍ່​ເຫັນ​ດີ​ສ້າງ​ຕັ້ງ​ຄະນະ​ປະຕິບັດ​ງານ​ຮ່ວມ​ມື​ດ້ານ​ກິລາ​ລະຫວ່າງ 2 ປະ​ເທດ ​ເພື່ອ​ປະຕິບັດ​ບັນດາ​ເນື້ອ​ໃນ​ສະ​ເພາະ​ຢ່າງ​ມີ​ປະສິດທິ​ຜົນ. ທີ່​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ຍັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບລັດ​ເຊຍ ​ໃນ​ຂົງ​ເຂດ​ກິລາ​ ​ເພື່ອ​ແນ​ໃສ່​ປັບປຸງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ໃຫ້ດີກວ່າອີກ.

Tiết mục biểu diễn của nghệ sĩ Việt Nam thu hút sự quan tâm của khán giả thuộc nhiều lứa tuổi tại Nga (Ảnh: T.L).  ລາຍການ​ສະ​ແດງ​ຂອງ​ນັກ​ສິລະ​ປິນຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຊົມ​​ຫຼາຍ​ລຸ້ນ​ຢູ່​ລັດ​ເຊຍ (ພາບ: T.L).

ລາຍການ​ສະ​ແດງ​ຂອງ​ນັກ​ສິລະ​ປິນຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຊົມ​​ຫຼາຍ​ລຸ້ນ​ຢູ່​ລັດ​ເຊຍ (ພາບ: T.L).

ນອກຈາກ​ການ​ເຄື່ອນ​ໄຫວ​ແນະນຳ​ວັດທະນະທຳ ​ແລະ ການ​ທ່ອງ​ທ່ຽວ​ແລ້ວ, ສອງ​ຝ່າຍ​ຍັງ​ໄດ້​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ເພື່ອ​ສືບ​ຕໍ່​ສືບ​ຕໍ່​ມູນ​ເຊື້ອ​ປະຫວັດສາດ​ປະຕິວັດ ​ແລະ ມິດຕະພາບ​ແບບ​ພິ​ເສດ​ຂອງ​ສອງ​ປະ​ເທດ. ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເຄົາລົບ​ບັນດາ​ການ​ນຳ​ຄື: ການ​ກ່າວ​ປະຫວັດ​ ​ແລະ ພາລະກິດ​ຂອງ​ປະທານ ​ໂຮ່ຈີ​ມິນ ຢູ່​ອະນຸສອນ​ສະຖານ ເລນິນ ຫຼື ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຖາບັນ ​ໂຮ່ຈີ​ມິນ ຂື້ນກັບມະຫາວິທະຍາ​ໄລ​ແຫ່ງ​ຊາດ ເຊັນ ປີເຕີເບີກ ​ກໍ່ຄືການເຄື່ອນໄຫວ ວາງກະຕ່າດອກໄມ້ ຢູ່ອະນຸສາວະລີປະທານ ໂຮ່ຈີມິນ.

ສິ່ງ​ດັ່ງກ່າວ​ໄດ້ຍິ່ງຢັ້ງຢືນ​ໃຫ້​ເຫັນ​ຄວາມຈິງທີ່ວ່າ ແນວຄິດ ​ໂຮ່ຈີ​ມິນ ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ແນວຄິດ​ດັ່ງກ່າວ​ຍັງ​ຄົງ​ສືບ​ຕໍ່ ​ແລະ ປະກາຍແຈ້ງຂື້ນຕື່ມອີກ​ໃນ​ສະພາບ​ການ​ປະຈຸ​ບັນ.

Một tiết mục múa của các nghệ sĩ trẻ Việt Nam (Ảnh: T.L).  ໜື່ງລາຍການສະແດງຟ້ອນຂອງນັກສິລະປິນໜຸ່ມຫວຽດນາມ (ພາບ: T.L).

ລາຍການຟ້ອນຂອງນັກສິລະປິນໜຸ່ມຫວຽດນາມ (ພາບ: T.L).

ບົນ​ພື້ນຖານ​ບັນດາ​ໝາກຜົນ​ທີ່ດີ​ງາມໃນ​ອາທິດ​ວັນບຸນ​ວັດທະນະທຳ​ຫວຽດນາມ ຢູ່​ສະຫະພັນ​ລັດ​ເຊຍ ປີ 2024, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍຈະ​ໃຫ້​ບຸລິມະສິດຜັນຊະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວໃດແດ່, ຮຽນທ່ານນາງ?

ຜົນສໍາເລັດຂອງສັບປະດາວັນບຸນວັດທະນະທໍາຫວຽດນາມ ຢູ່ສະຫະພັນລັດເຊຍ ໃນປີ 2024 ໄດ້ຢັ້ງຢືນການພົວພັນດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ສະຫະພັນລັດເຊຍ ນັບມື້ນັບດີຂຶ້ນ. ພິ​ເສດ​ແມ່ນ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ດ້ວຍ​ບັນດາ​ແຜນການ​ທີ່​ໄດ້​ຮັບ​ການເປັນເອກະພາບ ລະຫວ່າງ​ບັນດາ​ກະຊວງ. ນີ້​ແມ່ນ​ພື້ນຖານ​ສຳຄັນ​ທີ່​ສຸດ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ຢ່າງ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ.

Tiết mục biểu diễn đàn dân tộc (Ảnh: T.L)  ລາຍການສະແດງຂອງຊົນເຜົ່າ (ພາບ: T.L)

ລາຍການສະແດງຂອງພິນຊົນເຜົ່າ (ພາບ: T.L)

ບໍ່​ຈຳ​ເປັນ​ຕ້ອງ​ລໍ​ຖ້າ​ຮອດ​ປີ 2025 - ເມື່ອ​ເພື່ອນ​ລັດ​ເຊຍ ມາ​ຫວຽດ​ນາມ ເພື່ອຈັດ​​ວັນບຸນ​ວັດ​ທະ​ນະ​ທຳ ລັດ​ເຊຍ, ໃນເດືອນ 6 ​ທ້າຍ​ປີ 2024, ສອງຝ່າຍ​ຈະ​ມີ​ບັນ​ດາ​ລາຍ​ການ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ ລັດ​ເຊຍ ຢູ່​ຫວຽດ​ນາມ.

ເດືອນ​ກັນຍາ 2024, ​ເພື່ອ​ຕອບ​ສະໜອງ​ຂໍ້ລິເລີ່ມຂອງ​ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ໃນ​ການຈັດ​ຕັ້ງ​ເວທີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ, ຝ່າຍ​ເພື່ອນມິດ​ກໍ່​ໄດ້ສະ​ເໜີ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ລັດ​ເຊຍ ​ໃນ​ຂອບ​ເຂດ​ ເວທີປາໄສວັດທະນະທໍາສາກົນໃນ ເຊັນ ປີເຕີເບີກ.

ໃນ​ເດືອນ​ຕຸລາ ​ປີ 2024, ຝ່າຍ​ລັດ​ເຊຍ ​ໄດ້​ວາງ​ແຜນ​ຈະ​ສົ່ງ​ຄະນະ​ສິລະ​ປະ​ຂອງ​ໂຮງ​ລະຄອນ​ໃຫຍ່​ລັດ​ເຊຍ ​ໄປ​ແລກປ່ຽນການສະແດງ​ຢູ່​ຮ່າ​ໂນ້ຍ, ດ່າໜັງ ​ແລະ ນະຄອນ​ໂຮ່ຈິ​ມິນ. ຝ່າຍ​ລັດ​ເຊຍ​ ຈະ​ສົ່ງ​ຮູບ​ເງົາ​ໃໝ່​ເຂົ້າ​ຮ່ວມ​ງານ​​ມະໂຫລານຮູບ​ເງົາ​ສາກົນ​ ຮ່າ​ໂນ້ຍ ​ໃນ​ທ້າຍ​ປີ 2024.

ໃນ​ປີ 2025, ພາຍຫຼັງ​ຈັດ​ຕັ້ງ​ວັນ​ບຸນວັດທະນະທຳ​ລັດ​ເຊຍ ຢູ່ ຫວຽດນາມ ​ແລະ ງານ​ມະໂຫລານຮູບ​ເງົາ​ລັດ​ເຊຍ ຢູ່ ຫວຽດນາມ ​ເພື່ອ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສະຫະພັນ​ລັດ​ເຊຍ (1950-2025), ສອງ​ຝ່າຍ​ຈະ​​ເປັນ​ເອກະສັນ​ກັນ​ລົງ​ນາມ​ໃໝ່ໃນໂຄງການຮ່ວມມື ລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ກະຊວງວັດທະນະທໍາ ສະຫະພັນລັດເຊຍ ໄລຍະ 2025-2027.

ສາມາດເວົ້າໄດ້ວ່າ ການຢ້ຽມຢາມຂອງ ທ່ານລັດຖະມົນຕີໃນຄັ້ງນີ້ ໄດ້ສ້າງບັນຍາກາດອັນຟົດຟື້ນ ໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ ມີຫຼາຍຂໍ້ລິເລີ່ມໄດ້ຮັບການຈັດຕັ້ງປະຕິບັດ. ພ້ອມ​ກັນ​ນັ້ນ, ທ່ານ​ລັດຖະມົນຕີ​ຍັງ​ໃຫ້​ຮູ້​ວ່າ: ​ເມື່ອ​ໄດ້ໄດ້ຮັບການຜັນຂະຫຍາຍບັນດາກິດຈະກໍາ ​ກໍ່​ຈະ​ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້​ແທດ​ເໝາະ​ກັບ​ການ​ພົວພັນ ​ລະຫວ່າງ 2 ປະ​ເທດ ​ແລະ ໄດ້​ຮັບ​ການ​ເປີດ​ກ້ວາງໄປສູ່ມະຫາຊົນ​

Bà Nguyễn Phương Hòa - Cục trưởng Cục Hợp tác quốc tế, Bộ Văn hoá Thể thao và Du lịch (Ảnh: T.L).  ທ່ານນາງ ຫງວ້ຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ (ພາບ: T.L).

ທ່ານນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ຫວຽດນາມ (ພາບ: T.L).

ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin
ປະ​ຊາ​ຊົນ - ປັດ​ໄຈ​ຢ່າງໝັ້ນແກ່ນຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ

ຊ ສະຫວັດ

ເຫດການ
302 Found

Found

The document has moved here.