ຕື້ນຕັນໃຈ​ໃນການພົບປະມູນເຊື້ອ​ນັກ​ຮົບ​ເກົ່າ​ລັດ​ເຊຍ ທີ່ເຄີຍ​ເຮັດ​ວຽກ​ຢູ່​ຫວຽດ​ນາມ

21:46 | 09/08/2024

ຍສໝ - ໃນວັນທີ 5 ສິງຫານີ້ ຢູ່ທີ່ສໍານັກງານສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ, ໄດ້ຈັດກອງປະຊຸມພົບປະຄັ້ງທີ 52 ຂອງສະມາຄົມນັກຮົບເກົ່າລັດເຊຍ ທີ່ເຄີຍເຮັດວຽກຢູ່ຫວຽດນາມ ໃນໄລຍະສົງຄາມ.

ນັກທ່ອງທ່ຽວຜົວເມຍຄົນຕ່າງປະເທດ ຂອບໃຈນຳ້ໃຈອັນຈົບງາມຂອງຄົນລາວ ດ້ວຍຄວາມຕື້ນຕັນ ນັກທ່ອງທ່ຽວຜົວເມຍຄົນຕ່າງປະເທດ ຂອບໃຈນຳ້ໃຈອັນຈົບງາມຂອງຄົນລາວ ດ້ວຍຄວາມຕື້ນຕັນ
"ລູກເອີຍ, ພໍ່ຢູ່ນີ້! " ຮູບພາບຂອງຜູ້ເປັນພໍ່ຂ້າມຜ່ານທະເລຄົນອັນໜາແໜ້ນ ຫຼັງການສອບເສັງຊິ້ນສຸດລົງ ສ້າງຄວາມຊາບຊຶ້ງແລະຕື້ນຕັນໃຈໃຫ້ຫຼາຍຄົນ
Đại sứ Đặng Minh Khôi và các đại biểu chụp ảnh lưu niệm cùng các cựu chiến binh Nga. (Ảnh: XUÂN HƯNG)  ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທ່ານ ດັງມິ່ງ​ໂຄ່ຍ ແລະ​ບັນ​ດາ​ຜູ້​ແທນ​ໄດ້​ຖ່າຍຮູບ​ທີ່​ລະ​ນຶກ​ກັບ​ບັນ​ດາ​ນັກ​ຮົບ​ເກົ່າລັດ​ເຊຍ. (ພາບ: XUAN HUNG)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັງມິ່ງ​ຄອຍ ແລະ​ ບັນ​ດາ​ຜູ້​ແທນ​ໄດ້​ຖ່າຍຮູບ​ທີ່​ລະ​ນຶກ​ກັບ​ບັນ​ດາ​ນັກ​ຮົບ​ເກົ່າລັດ​ເຊຍ. (ພາບ: XUAN HUNG)

ນີ້​ແມ່ນ​ກອງ​ປະຊຸມ​ພົບປະປະຈຳ​ປີ ​ ຈັດຂື້ນໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ສົມທົບ​ກັບ​ສະມາຄົມ​ນັກຮົບ​ເກົ່າ​ລັດ​ເຊຍ ທີ່​ເຄີຍເຮັດ​ວຽກ​ຢູ່ຫວຽດນາມ ດ້ວຍ​ການ​ຊ່ວຍເຫຼືອ​ຂອງ​ກອງ​ທຶນ​ຊຸກຍູ້​ການ​ຮ່ວມ​ມື​ລັດ​ເຊຍ - ຫວຽດນາມ “ມູນເຊື້ອ ແລະ ມິດຕະພາບ”.

ການເຄື່ອນໄຫວນີ້ຈັດຂື້ນແມ່ນແນໃສ່ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຊ່ຽວຊານ, ນາຍທະຫານກອງທັບສະຫະພາບ ໂຊວຽດ (ລັດເຊຍປະຈຸບັນ) ທີ່ໄດ້ເຂົ້າຮ່ວມໂດຍກົງໃນການຊ່ວຍເຫຼືອປະຊາຊົນຫວຽດນາມ ໃນຊຸມປີສົງຄາມ, ປະກອບສ່ວນຮັດແໜ້ນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ສະຫະພັນລັດເຊຍ.

Đại sứ Đặng Minh Khôi phát biểu tại sự kiện. (Ảnh: XUÂN HƯNG)  ​ເອກ​ອັກຄະ​ລັດຖະທູດ ທ່ານ ດັງ​ມິ່ງ​ໂຄ່ຍ ກ່າວ​ຄຳ​ເຫັນ​ທີ່​ພິທີ. (ພາບ: XUAN HUNG)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັງ​ມິ່ງ​ຄອຍ ກ່າວ​ຄຳ​ເຫັນ​ທີ່​ພິທີ. (ພາບ: XUAN HUNG)

ກ່າວ​ຄຳ​ເຫັນ​ໃນພິທີ, ​ຕາງໜ້າໃຫ້ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ, ​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັງ​ມິ່ງ​ຄອຍ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ບັນດາ​ເພື່ອນ​ລັດ​ເຊຍ ທີ່​ໄດ້​​ຊ່ວຍເຫຼືອ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ປົດ​ປ່ອຍ ​ແລະ ​ເອກະພາບ​ປະ​ເທດ​ຊາດ​ຫວຽດນາມ.

​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັງ​ມິ່ງ​ຄອຍ ໄດ້​ຕີ​ລາຄາ​ສູງ​ບັນດາ​ໄລຍະ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ປະ​ເທດຊາດ, ສະ​ແດງ​ຄວາມ​ພາກພູມ​ໃຈ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ.

Đông đảo các chuyên gia quân sự Nga từng công tác tại Việt Nam tham gia cuộc gặp mặt truyền thống. (Ảnh: XUÂN HƯNG)  ບັນດາ​ຜູ້​ຊ່ຽວຊານ​ການ​ທະຫານ​ລັດ​ເຊຍ​​ທີ່​ເຄີຍມາ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບປະມູນເຊື້ອ (ພາບ: XUAN HUNG)

ບັນດາ​ຜູ້​ຊ່ຽວຊານ​ການ​ທະຫານ​ລັດ​ເຊຍ​​ທີ່​ເຄີຍເຮັດ​ວຽກ​ຢູ່​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບປະມູນເຊື້ອເປັນຈໍານວນຫຼວງຫຼາຍ. (ພາບ: XUAN HUNG)

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: ​ໂດຍບໍ່ສົນໃຈເຖິງໄລຍະຂຶ້ນລົງຂອງປະຫວັດສາດ​ ​ແຕ່​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ ສອງປະ​ເທດຍັງ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງ​ເຂັ້ມແຂງ.

ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ໄດ້ມີ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຮັດ​ແໜ້ນ ​ແລະ ​ເປີດ​ກວ້າງ, ການ​ແລກປ່ຽນ​ປະຊາຊົນ​ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ໃກ້ຊິດກວ່າ​ເກົ່າ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັງ​ມິ່ງ​ຄອຍ ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ​ສອງ​ປະ​ເທດ​ສາມາດ​ສ້າງ​ອະນາຄົດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງກວ່າ​​ໃຫ້​ປະຊາຊົນຂອງຕົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ເວົ້າ​ສະ​ເພາະ ​ແລະ ​ໃນ​ໂລກ ເວົ້າລວມ.

Chủ tịch Hội cựu chiến binh Nga từng công tác tại Việt Nam Nikolai Kolesnik chia sẻ cảm tưởng trong cuộc gặp. (Ảnh: XUÂN HƯNG)  ທ່ານ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ລັດ​ເຊຍ ທີ່ເຄີຍ​ເຮັດ​ວຽກ​ຢູ່​ຫວຽດນາມ Nikolai Kolesnik ​ໄດ້​ສະແເດງ​ຄວາມ​ຄິດ​ເຫັນ​ໃນພິທີພົບປະ (ພາບ: XUAN HUNG)

ທ່ານ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ລັດ​ເຊຍ ທີ່ເຄີຍ​ເຮັດ​ວຽກ​ຢູ່​ຫວຽດນາມ Nikolai Kolesnik ​ໄດ້​ສະແເດງ​ຄວາມຮູ້ສຶກ​ໃນພິທີພົບປະ (ພາບ: XUAN HUNG)

ທົບ​ທວນ​ຄືນ​ບັນ​ດາ​ຄວາມ​ຊົງ​ຈຳ​ໃນ​ຊຸມ​ປີ “ຢືນ​ຄຽງ​ບ່າ​ຄຽງ​ໄຫລ່” ກັບ​ບັນ​ດາ​ສະ​ຫາຍ​ຫວຽດ​ນາມ ໃນ​ສະ​ໄໝ​ຕໍ່ສູ້, ທ່ານ Nikolai Kolesnik, ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ລັດ​ເຊຍ ທີ່ເຄີຍ​ເຮັດ​ວຽກ​ຢູ່​ຫວຽດ​ນາມ ໄດ້​ສະແດງ​ຄວາມ​ຮູ້​ສຶກ​ຕື້ນຕັນ​ໃຈ​ຫລາຍ​ໃນ​ທຸກໆ​ປີ​ທີ່​ໄດ້​ມີ​ໂອ​ກາດ​ໄດ້​ພົບ​ປະໝູ່​ເພື່ອນ​ຂອງ​ຂ້າພະ​ເຈົ້າ ​ແລະ ​ເພື່ອນ​ຮ່ວມ​ງານ​ທີ່​ໄດ້​ຮ່ວມ​ກັນ​ໃນ​ອະດີດ.

ເວລາຜ່ານໄປຢ່າງໄວວາ, ມີໝູ່ເພື່ອນສະຫາຍຂອງທ່ານ ບາງຄົນກໍ່ໄດ້ລ່ວງລັບໄປຈາກໂລກນີ້. ມື້ນີ້ເຖິງວ່າການພົບປະຂອງເຂົາເຈົ້າບໍ່ຄົບໜ້າຄົບຕາ ຄືການພົບປະຄັ້ງກ່ອນ, ແຕ່ຄວາມຊົງຈຳຂອງບັນດາສະຫາຍ ໃນໄລຍະປະຫວັດສາດຫຼາຍປີ, ການຮ່ວມແສງໄຟອັນດຽວກັນ ຢູ່ຮ່ວມກັນໃນ “ແຜ່ນດິນຮູບຕົວອັກສອນ S” ຍັງຄົງຄືເກົ່າ ຄືວ່າແມ່ນມື້ວານນີ້.

Các cựu chiến binh Nga cùng nhau nghe những bài hát ca ngợi những chiến công hào hùng của nhân dân Việt Nam trong thời kỳ kháng chiến. (Ảnh: XUÂN HƯNG)  ບັນດາ​ນັກຮົບ​ເກົ່າ​ລັດ​ເຊຍ ​ໄດ້​ພ້ອມ​ກັນ​ຟັງ​ເພງ​ຍ້ອງຍໍ​ບັນດາ​ໄຊຊະນະ​ວິລະ​ຊົນ​ຂອງ​ຊາວ​ຫວຽດນາມໃນ​ໄລຍະ​ຕໍ່ສູ້. (ພາບ: XUAN HUNG)

ບັນດາ​ນັກຮົບ​ເກົ່າ​ລັດ​ເຊຍ ​ໄດ້​ພ້ອມ​ກັນ​ຟັງ​ເພງ​ຍ້ອງຍໍ​ບັນດາ​ໄຊຊະນະອັນພິລະອາດຫານ​ຂອງ​ຊາວ​ຫວຽດນາມ ໃນ​ໄລຍະ​ຕໍ່ຕ້ານ. (ພາບ: XUAN HUNG)

ໃນ​ທ່າມບັນຍາກາດ​ແຫ່ງ​ມິດຕະພາບ​ອັນ​ເລິກ​ເຊິ່ງ, ບັນດາ​ນັກຮົບ​ຊາວ​ລັດ​ເຊຍ ອວຍພອນກັນຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ​ພ້ອມກັນ​ຮັບ​ຟັງ​ບົດ​ເພງ​ໃນ​ສະ​ໄໝ​ໂຊ​ວຽດ, ຍ້ອງຍໍ​ບັນດາ​ວິລະ​ກຳຕໍ່ສູ້ທີ່ພິລະອາດຫານໃນ​ສົງຄາມ​ຕໍ່ຕ້ານຂອງປະຊາຊົນຫວຽດນາມ, ຫວນຄືນ​ບັນດາ​ຄວາມ​ຊົງ​ຈຳ​ທີ່​ໄດ້​ເຂົ້າ​ສູ່​ປະຫວັດສາດ​ຂອງ​ຊາວ​ຫວຽດນາມ.

ຄວາມ​ຮູ້​ສຶກ​ຂອງ​ນັກ​ຮົບ​ເກົ່າ​ລັດ​ເຊຍ​ທີ່​ມີ​ຕໍ່​ຫວຽດ​ນາມ, ບ່ອນ​ທີ່​ເຂົາ​ເຈົ້າ​ເຄີຍສະ​ໜິດ​ຕິດພັນ​ໃນປາງ​ສົງ​ຄາມ ດຽວນີ້ຍັງ​ບໍ່​ມີ​ຫຍັງ​ປ່ຽນ​ແປງ. ມີ​ຜູ້​ຄົນ​ທີ່​ເຖິງ​ວ່າ​ມີ​ອາຍຸ​ສູງ​ ແລະ ​ສຸຂະພາບ​ບໍ່​ດີປານໃດ​ກໍ່ຕາມ, ​ແຕ່​ຍັງ​ມີ​ຄວາມ​ຫວັງຍັງ​ຢູ່​ໃນ​ສາຍຕາ​ຂອງ​ຕົນ ຫວັງ​ວ່າ​ມີ​ມື້​ໜຶ່ງ​ ​ຈະ​ໄດ້​ກັບ​ຄືນ​ເມືອຫວຽດນາມ ​ແລະ ​ໄປ​ຢ້ຽມຢາມ​ສະຖານ​ທີ່​ທີ່​ເຂົາ​ເຈົ້າ​ເຄີຍ​ຕິດ​ພັນ​ໃນ​ໄວ​ໜຸ່ມທີ່ຟົດຟື້ນ.

ຜູ້​ຊົມ​ລັດ​ເຊຍ ​ໄດ້ຕົບມືຊົມ​ເຊີຍບັນດານັກ​ສິ​ລະ​ປິນ​ຫວຽດ​ນາມ ຢ່າງບໍ່ຢຸດຢັ້ງ
ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​ຫວຽດນາມ ຢູ່ ເຊນປີເຕີເບີກ (ສະຫະພັນ​ລັດ​ເຊຍ)

ອ.ສະຫວັດ

ເຫດການ
302 Found

Found

The document has moved here.